ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ເກວັຕຕະ ! ເລື່ອງເຄີຍມີມາແລ້ວ : ພິກຂຸອົງຄ໌ໜຶ່ງ ໃນໝູ່ພິກຂຸນີ້ເອງ ເກີດຄວາມສົງໄສຂຶ້ນໃນໃຈວ່າ “ມະຫາພູຕະສີ່ ຄື ດິນ ນໍ້າ ໄຟ ລົມ ເຫຼົ່ານີ້ ຍ່ອມດັບສະນິດບໍ່ມີເສດເຫຼືອ ໃນບ່ອນໃດໜໍ” ດັ່ງນີ້.
(ຄວາມວ່າ ພິກຂຸອົງນັ້ນໄດ້ເຂົ້າສະມາທິ ອັນອາດນໍາໄປສູ່ເທວະໂລກ ໄດ້ນໍາເອົາບັນຫາຂໍ້ທີ່ຕົນສົງໄສນັ້ນ ໄປທ່ຽວຖາມເທວະດາພວກຈາຕຸມມະຫາຣາຊິກາ, ເມື່ອບໍ່ມີໃຜຕອບໄດ້ ກໍເລີຍໄປຖາມເທວະດາໃນຊັ້ນດາວະດຶງ, ເທວະດາຊັ້ນນັ້ນໂຍນໃຫ້ໄປຖາມ ທ້າວສັກກະ, ທ້າວສຸຢາມະ, ທ້າວສັນຕຸສິຕະ, ທ້າວສຸນິມມິຕະ, ທ້າວປະຣະນິມມິຕະວະສະວັຕຕີ, ຖາມເທບພວກພຣົມມະກາຢິກາ, ຈົນຮອດທ້າວມະຫາພຣົມໃນທີ່ສຸດ, ທ້າວມະຫາພຣົມ ພະຍາຍາມຫຼີກລ່ຽງບ່ຽງບ່າຍທີ່ຈະບໍ່ຕອບ ຢູ່ບຶດໜຶ່ງ ແລ້ວໃນທີ່ສຸດໄດ້ສາລະພາບວ່າ ພວກເທວະດາທັງຫຼາຍພາກັນຄິດວ່າ ທ້າວມະຫາພຣົມເອງ ເປັນຜູ້ຮູ້ເຫັນທຸກສິ່ງທຸກຢ່າງ ແຕ່ທີ່ຈິງບໍ່ຮູ້ໃນບັນຫາທີ່ວ່າມະຫາພູຕະຮູບຈັກດັບໄປໃນບ່ອນໃດ ນັ້ນເລີຍ. ມັນເປັນຄວາມຜິດຂອງພິກຂຸນັ້ນເອງ ທີ່ບໍ່ໄປທູນຖາມພຣະຜູ້ມີພຣະພາຄເຈົ້າ ໃນທີ່ສຸດ ກໍຕ້ອງຢ້ອນກັບມາເຝົ້າພຣະຜູ້ມີພຣະພາຄເຈົ້າ).
ເກວັຕຕະ ! ພິກຂຸນັ້ນໄດ້ກັບມາອະພິວາດເຮົາ ນັ່ງ ນະ ບ່ອນທີ່ຄວນແລ້ວຖາມເຮົາວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາພູຕະສີ່ ຄື ດິນ ນໍ້າ ໄຟ ລົມ ເຫຼົ່ານີ້ ຍ່ອມດັບສະນິດ ບໍ່ມີເສດເຫຼືອ ໃນບ່ອນໃດ” ດັ່ງນີ້.
ເກວັຕຕະ ! ເມື່ອເຂົາຖາມຂຶ້ນແນວນີ້ ເຮົາໄດ້ກ່າວກັບພິກຂຸນັ້ນວ່າ ແນ່ ພິກຂຸ ! ເລື່ອງເກົ່າແກ່ມີຢູ່ວ່າ ພວກພໍ່ຄ້າທາງທະເລ ໄດ້ພານົກສໍາລັບຄົ້ນຫາຝັ່ງໄປນໍາເຮືອຄ້າດ້ວຍ. ເມື່ອເຮືອຫຼົງທິສໃນທະເລ ແລະແລບໍ່ເຫັນຝັ່ງ ພວກເຂົາປ່ອຍນົກສໍາລັບຄົ້ນຫາຝັ່ງນັ້ນໄປ. ນົກນັ້ນບິນໄປທາງທິສຕາເວັນອອກແດ່ ທິສໃຕ້ແດ່ ທິສຕາເວັນຕົກແດ່ ທິສເໜືອແດ່ ທິສນ້ອຍໆແດ່.
໑. ບາລີ ເກວັຕຕສູຕ ສີ. ທີ. ໙/໒໗໗-໘໓/໓໔໓-໕໐. ຕຣັດແກ່ເກວັຕຕະຄະຫະບໍດີບຸຕ. ທີ່ປາວາຣິກັມພາວັນ
ເມືອງນາລັນທາ.
໔໘໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ເມື່ອມັນເຫັນຝັ່ງທາງທິສໃດແລ້ວ ມັນກໍຈະບິນເບັດຊື່ໄປຍັງທິສນັ້ນ. ແຕ່ຖ້າບໍ່ເຫັນ ກໍຈະບິນກັບມາສູ່ເຮືອຄືເກົ່າ. ພິກຂຸ ! ເຊັ່ນດຽວກັບເຈົ້ານັ້ນແຫຼະ ໄດ້ທ່ຽວຫາຄໍາຕອບຂອງປັນຫານີ້ມາຈົນໝົດທົ່ວເຖິງພຣົມມະໂລກແລ້ວ ໃນທີ່ສຸດກໍຍັງຕ້ອງຢ້ອນມາຫາເຮົາອີກ.
ພິກຂຸ ! ໃນບັນຫາຂອງເຈົ້ານັ້ນ ເຈົ້າບໍ່ຄວນຕັ້ງຄໍາຖາມຂຶ້ນວ່າ “ມະຫາພູຕະສີ່ ຄື ດິນ ນໍ້າ ໄຟ ລົມ ເຫຼົ່ານີ້ ຍ່ອມດັບສະນິດ ບໍ່ມີເສດເຫຼືອໃນບ່ອນໃດ” ດັ່ງນັ້ນເລີຍ, ອັນທີ່ຈິງ ເຈົ້າຄວນຈະຕັ້ງຄໍາຖາມຂຶ້ນແນວນີ້ວ່າ :-
“ດິນ ນໍ້າ ໄຟ ລົມ ບໍ່ຢັ່ງລົງໄດ້ໃນບ່ອນໃດ ? ຄວາມຍາວ ຄວາມສັ້ນ ຄວາມນ້ອຍ ຄວາມໃຫຍ່ ຄວາມງາມ ຄວາມບໍ່ງາມ ບໍ່ຢັ່ງລົງໄດ້ໃນບ່ອນໃດ ? ນາມຮູບ ຍ່ອມດັບສະນິດບໍ່ມີເສດເຫຼືອໃນບ່ອນໃດ ?” ດັ່ງນີ້ ຕ່າງຫາກ.
ພິກຂຸ ! ໃນບັນຫານັ້ນ ຄໍາຕອບມີດັ່ງນີ້ :
“ສິ່ງ” ສິ່ງໜຶ່ງ ຊຶ່ງບຸກຄົນຍ່ອມຮູ້ແຈ້ງ ເປັນສິ່ງທີ່ບໍ່ມີປາກົດການ ບໍ່ມີທີ່ສຸດ ແຕ່ມີທາງປະຕິບັດເຂົ້າມາເຖິງໄດ້ໂດຍຮອບ, ນັ້ນມີຢູ່. ໃນ “ສິ່ງ” ນັ້ນແຫຼະ ຄວາມຍາວ ຄວາມສັ້ນ ຄວາມນ້ອຍ ຄວາມໃຫຍ່ ຄວາມງາມ ຄວາມບໍ່ງາມ ບໍ່ຢັ່ງລົງໄດ້. ໃນ “ສິ່ງ” ນັ້ນແຫຼະ ນາມຮູບ ຍ່ອມດັບສະນິດບໍ່ມີເສດເຫຼືອ. ນາມຮູບ ດັບສະນິດໃນ “ສິ່ງ” ນີ້ ເພາະການດັບສະນິດ ຂອງວິນຍານ, ດັ່ງນີ້.”
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໘໕
ການມາເຝົ້າຂອງຕາຢະນະເທວະບຸຕ ໑
ພິກຂຸ ທ. ! ເມື່ອຄືນນີ້ ຣາຕຣີຜ່ານກາຍໄປຫຼາຍແລ້ວ ເທວະບຸຕຊື່ຕາຢະນະຜູ້ເຄີຍເປັນເຈົ້າລັດທິເດຍຣະຖີໃນກາລກ່ອນ, ມີວັນນະເຮືອງຍິ່ງ ສ່ອງເຊຕະວັນ ທັງໝົດໃຫ້ສະຫວ່າງ ເຂົ້າມາຫາເຮົາເຖິງທີ່ຢູ່ ໄຫວ້ເຮົາແລ້ວຢືນຢູ່ ນະ ທີ່ຄວນ ໄດ້ກ່າວຄໍາຜູກເປັນກາບເຫຼົ່ານີ້ ໃນບ່ອນໃກ້ເຮົາ ວ່າ :-
“ຈົ່ງຕັດກະແສ, ຈົ່ງບາກບັ່ນໄປສູ່ຄຸນເບື້ອງສູງ, ຈົ່ງບັນເທົາກາມ ເສຍເຖີ້ນໜໍ ພຣາມ ! ເພາະມຸນີທີ່ບໍ່ລະກາມ ຍ່ອມເຖິງຄວາມເປັນຄົນລວງໂລກ .








