ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໂພຊຊົງຄ໌ປາກົດ ເພາະພຣະອົງຄ໌ປາກົດ ໑
ພິກຂຸ ທ. ! ເພາະການປາກົດແຫ່ງພຣະເຈົ້າຈັກກະພັດຣາຊາ ຈຶ່ງມີການປາກົດແຫ່ງ ຣັຕຕະນະທັງເຈັດ, ເຈັດຄື ຈັກແກ້ວ໒ ຊ້າງແກ້ວ ມ້າແກ້ວ ແກ້ວມະນີ ນາງແກ້ວ ຄະຫະບໍດີແກ້ວ ປະຣິນາຍົກແກ້ວ : (ນີ້ເປັນເຊັ່ນໃດ) ; ພິກຂຸ ທ. ! ເພາະການປາກົດແຫ່ງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ຈຶ່ງມີການປາກົດແຫ່ງ ໂພຊຊົງຄ໌ຣັຕຕະນະທັງເຈັດ. ເຈັດຄື : ສະຕິສັມໂພຊຊົງຄ໌ ທັມມະວິຈະຢະ ສັມໂພຊຊົງຄ໌ ວິຣິຢະສັມໂພຊຊົງຄ໌ ປີຕິສັມໂພຊຊົງຄ໌ ປັສສັດທິສັມໂພຊຊົງຄ໌ ສະມາທິສັມໂພຊຊົງຄ໌ ແລະ ອຸເປກຂາສັມໂພຊຊົງຄ໌.
ພິກຂຸ ທ. ! ເພາະການປາກົດແຫ່ງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ຈຶ່ງມີການປາກົດແຫ່ງ ໂພຊຊົງຄ໌ຣັຕຕະນະທັງເຈັດ ດັ່ງນີ້ແລ.
ບໍ່ໄດ້ທົງປະພຶດພຣົມມະຈັນພຽງເພື່ອໃຫ້ເຂົານັບຖື ໓
ພິກຂຸ ທ. ! ພຣົມມະຈັນນີ້ ເຮົາປະພຶດບໍ່ແມ່ນເພື່ອຫຼອກລວງຄົນໃຫ້ນັບຖື ບໍ່ແມ່ນ ປະພຶດເພື່ອເອີ້ນຄົນມາເປັນບໍຣິວານ ບໍ່ແມ່ນເພື່ອອານິສົງສ໌ ເປັນລາບ ສັກກາຣະ ແລະສຽງສັນລະເສີນ ບໍ່ແມ່ນເພື່ອອານີສົງສ໌ຈະໄດ້ເປັນເຈົ້າລັດທິ ຫຼືເພື່ອຄັດຄ້ານລັດທິອື່ນໃດໃຫ້ຫຼົ້ມຈົມໄປ ແລະບໍ່ແມ່ນເພື່ອໃຫ້ມະຫາຊົນເຂົ້າໃຈວ່າ ເຮົາໄດ້ເປັນຜູ້ວິເສດ ແນວນັ້ນແນວນີ້ ກໍຫາກບໍ່ແມ່ນ.
ພິກຂຸ ທ. ! ທີ່ແທ້ ພຣົມມະຈັນນີ້ ເຮົາປະພຶດເພື່ອສັງລວມ ເພື່ອລະ ເພື່ອຄາຍກໍາໜັດ ເພື່ອດັບສູນແຫ່ງທຸກຂ໌.
໑. ບາລີ ມຫາວາຣ. ສັງ. ໑໙/໑໓໘/໕໐໕. ຕຣັດແກ່ພິກຂຸທັງຫຼາຍ ທີ່ເຊຕະວັນ.
໒. ຂອງແກ້ວ ມີຊ້າງແກ້ວເປັນຕົ້ນນັ້ນ ຄົງໝາຍຄວາມພຽງດີຫຼາຍ ຈົນເປັນທີ່ນໍາມາຊຶ່ງຄວາມຍິນດີຢ່າງຍິ່ງ.
ໂພຊຊົງຄ໌ເປັນຂອງທີ່ສົມທຽບກັນໄດ້ ຕ່າງກັນແຕ່ຝ່າຍໜຶ່ງເປັນທາງໂລກ ຝ່າຍໜຶ່ງເປັນທາງທັມ.
໓. ບາລີ ຈຕຸກກ. ອັງ. ໒໑/໓໓/໒໕. ຕຣັດແກ່ພິກຂຸທັງຫຼາຍ.
໔໓໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງຫວັງໃຫ້ຊ່ວຍກັນສ້າງຄວາມໝັ້ນຄົງແກ່ພຣົມມະຈັນ ໑
ຈຸນທະ ! ເພາະເຫດນັ້ນ ເຈົ້າຈົ່ງປະຕິບັດໃນກໍລະນີນີ້ວ່າ ທັມເຫຼົ່າໃດອັນເຮົາ ສະແດງແລ້ວດ້ວຍປັນຍາອັນຍິ່ງ, ໃນທັມເຫຼົ່ານັ້ນ ອັນເຈົ້າ ທ. ທຸກຄົນຈົ່ງປະຊຸມກັນ ເຕົ້າໂຮມກັນແລ້ວ ຈົ່ງສັງຄາຍະນາຊຶ່ງອັຕຖະໂດຍອັຕຖະ ຊຶ່ງພະຍັນຊະນະໂດຍພະຍັນຊະນະ ຈົ່ງປະພຶດເຮັດໃຫ້ວິເສດ ໂດຍປະການທີ່ພຣົມມະຈັນນີ້ ຈະດໍາຣົງຢູ່ຍືນຍົງ ຈະຕັ້ງຢູ່ຕະຫຼອດກາລຍາວນານ. ພຣົມມະຈັນນັ້ນແຫຼະ ຈະເປັນໄປເພື່ອຄວາມເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ ເພື່ອເກື້ອກູນ ເພື່ອຄວາມສຸຂ ແກ່ເທວະດາແລະມະນຸສ ທ.
ຈຸນທະ ! ທັມ ທ. ອັນເຮົາສະແດງແລ້ວ ດ້ວຍປັນຍາອັນຍິ່ງ ເຫຼົ່ານັ້ນເປັນແນວ ໃດໜໍ...? ຂໍ້ນີ້ໄດ້ແກ່ທັມເຫຼົ່ານີ້ຄື : ສະຕິປັຕຖານ ທ. ສີ່ ສັມມັບປະທານ ທ. ສີ່ ອິດທິບາດ ທ. ສີ່ ອິນຊີ ທ. ຫ້າ ພະລະ ທ. ຫ້າ ສັມໂພຊຊົງຄ໌ ທ. ເຈັດ ອະຣິຍະ ມັກຄະອັນປະກອບດ້ວຍອົງຄ໌ແປດ.
ຈຸນທະ ! ທັມເຫຼົ່ານີ້ແລ ເປັນທັມອັນເຮົາສະແດງແລ້ວ ດ້ວຍປັນຍາອັນຍິ່ງ ອັນເຈົ້າ ທ. ທຸກຄົນແລ ຈົ່ງປະຊຸມກັນ ເຕົ້າໂຮມກັນແລ້ວ ຈົ່ງສັງຄາຍະນາຊຶ່ງອັຕຖະໂດຍອັຕຖະ ຊຶ່ງພະຍັນຊະນະໂດຍພະຍັນຊະນະ ຈົ່ງປະພຶດເຮັດໃຫ້ວິເສດ ໂດຍປະການທີ່ພຣົມມະຈັນນີ້ ຈະດໍາຣົງຢູ່ຍືນຍົງ ຈະຕັ້ງຢູ່ຕະຫຼອດກາລຍາວນານ. ພຣົມມະຈັນນັ້ນແຫຼະ ຈະເປັນໄປເພື່ອຄວາມເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ ເພື່ອເກື້ອກູນ ເພື່ອຄວາມສຸຂ ແກ່ເທວະດາແລະມະນຸສ ທ.
໑. ບາລີ ປາສາທິກະສູຕ ປາ. ທີ. ໑໑/໑໓໙/໑໐໘. ຕຣັດແກ່ຈຸນທະ ສະມະນຸດເທສ ທີ່ອັມພາວັນ
ຜາສາດຂອງເຈົ້າສາກະຢະພວກເວດັນຍາ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໓໓
ພຣົມມະຈັນນີ້ບໍ່ແມ່ນມີລາບເປັນອານິສົງສ໌ ໑








