ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ພຣົມມະຈັນນີ້ ບໍ່ແມ່ນມີລາບສັກກາຣະແລະສຽງສັນລະເສີນ ເປັນອານິສົງສ໌, ພຣົມມະຈັນນີ້ ບໍ່ແມ່ນມີຄວາມເຖິງພ້ອມແຫ່ງສີລ ເປັນອານິສົງສ໌, ພຣົມມະຈັນນີ້ ບໍ່ແມ່ນມີຄວາມເຖິງພ້ອມແຫ່ງສະມາທິ ເປັນອານິສົງຄ໌, ພຣົມມະຈັນນີ້ ບໍ່ແມ່ນມີຄວາມເຖິງພ້ອມແຫ່ງຍານະທັດສະນະ ເປັນອານິສົງສ໌.
ພິກຂຸ ທ. ! ກໍເຈໂຕວິມຸດອັນບໍ່ກໍາເລີບອັນໃດ ມີຢູ່, ພຣົມມະຈັນນີ້ມີເຈໂຕວິມຸດຕິນັ້ນແຫຼະ ເປັນປະໂຍຊນ໌ທີ່ມຸ່ງໝາຍ. ເຈໂຕວິມຸດຕິນັ້ນແຫຼະ ເປັນແກ່ນສາຣ ເປັນຜົນສຸດທ້າຍຂອງພຣົມມະຈັນ.
໑. ບາລີ ມະຫາສາໂຣປະມະສູຕ ມູ. ມ. ໑໒/໓໗໓/໓໕໒; ຕຣັດແກ່ພິກຂຸທັງຫຼາຍ ທີ່ພູເຂົາຄິດຊະກູຕ
ໃກ້ເມືອງຣາຊະຄຶ, ປາຣົບພຣະເທວະທັຕ.
໔໓໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງບັນຍັດພຣົມມະຈັນໃນລັກສະນະທີ່
ບັນພະຊາຈັກບໍ່ເປັນໂມຄະ ໑
“ທ່ານຜູ້ຈະເຣີນ ທ. ! ຂໍທ່ານ ທ. ຈົ່ງໃຄ່ຄວນຊຶ່ງທັມນີ້ ທີ່ຕຣັດໄວ້ໂດຍ ພຣະຜູ້ມີພຣະພາຄ ຜູ້ມີທັມມະຈັກຂຸ ເປັນດັ່ງແພດຜູ້ຜ່າຕັດ ເປັນມະຫາວິຣະ ດຸດດັ່ງສີຫະບັນລືສີຫະນາດຢູ່ໃນປ່າ. ໃຜໜໍເຫັນພຣະອົງຄ໌ ຜູ້ເປັນພຣົມ ທົງພຣະຄຸນເກີນກວ່າທີ່ຈະວັດໄດ້ ຜູ້ຢຽບຢໍ່າມາຣແລະເສນາມາຣເສຍໄດ້ແລ້ວ ຈະບໍ່ເຫຼື້ອມໃສ ແມ່ນວ່າເຂົາຜູ້ນັ້ນຈະເປັນພວກອະພິຊາດແຫ່ງກັນຫະໂຄຕ. ຜູ້ໃດປາຖນາກໍຈົ່ງຕາມເຮົາມາ ; ຜູ້ໃດບໍ່ປາຖນາ ຈົ່ງກັບໄປ ; ຂ້າພະເຈົ້າ ຈັກບັນພະຊາ ໃນທີ່ບ່ອນນີ້ ໃນສໍານັກແຫ່ງພຣະອົງຄ໌ ຜູ້ມີປັນຍາອັນປະເສີດ”.
ຄໍາຂອງເສລະພຣາມ ກ່າວແກ່ບໍຣິວານ.
“ຖ້າຄໍາສັ່ງສອນຂອງພຣະສັມມາສັມພຸດທະ ເປັນທີ່ພໍໃຈແກ່ທ່ານເຊັ່ນນີ້ແລ້ວ ແມ່ນວ່າພວກເຮົາກໍຈະບວດໃນສໍານັກແຫ່ງພຣະອົງຄ໌ ຜູ້ມີປັນຍາອັນປະເສີດ ນັ້ນດ້ວຍເໝືອນກັນ.” ພຣາມ ໓໐໐ ຄົນເຫຼົ່ານັ້ນ ມີເສລະພຣາມເປັນຫົວໜ້າ ປະກອບ ອັນຊະລີຂໍບັນພະຊາວ່າ ”ຂ້າແຕ່ພຣະຜູ້ມີພຣະພາຄ ! ຂ້ານ້ອຍ ທ. ຂໍປະພຶດ ພຣົມມະຈັນໃນສໍານັກຂອງພຣະອົງຄ໌.”
(ພຣະຜູ້ມີພຣະພາຄ ຕຣັດແກ່ພວກເສລະພຣາມ ວ່າ :-)
“ພຣົມມະຈັນ ເປັນສິ່ງທີ່ເຮົາກ່າວໄວ້ດີແລ້ວ ມີຜົລອັນຜູ້ປະຕິບັດ ຈະຍ່ອມເຫັນໄດ້ດ້ວຍຕົນເອງ ບໍ່ຈໍາກັດຢູ່ດ້ວຍເວລາ ; ຊຶ່ງໃນພຣົມມະຈັນນັ້ນ ບັນພະຊາຂອງຜູ້ບໍ່ປະມາດ ສຶກສາຢູ່ ຍ່ອມບໍ່ເປັນໂມຄະ (ສູນເປົ່າ) ເລີຍ” ດັ່ງນີ້.
໑. ບາລີ ເສລະສູຕ ມ. ມ. ໑໓/໕໕໕/໖໐໙ ; ສຸຕຕ. ຂຸ. ໒໕/໔໔໕/໓໗໗. ຕຣັດແກ່ເສລະພຣາມ
ທີ່ອາປະນະນິຄົມ ແຄວ້ນອັງຄຸຕຕະຣາປະ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໓໕
ພຣົມມະຈັນນີ້ຂອງພຣະອົງຄ໌ ບໍຣິບູນໂດຍອາການທັງປວງ ໑
ຈຸນທະ ! ສາສດາ ທ. ເທົ່າທີ່ເກີດຂຶ້ນແລ້ວໃນໂລກ ໃນບັດນີ້, ເຮົາບໍ່ເຫັນວ່າມີສາສດາອື່ນໃດຈັກຜູ້ດຽວ ທີ່ເປັນຜູ້ເຖິງແລ້ວຊຶ່ງລາບແລະຍົສ ເໝືອນດັ່ງເຮົານີ້.
ຈຸນທະ ! ສົງຄ໌ຫຼືໝູ່ຄະນະເທົ່າທີ່ເກີດຂຶ້ນແລ້ວໃນໂລກ ໃນບັດນີ້, ເຮົາບໍ່ເຫັນວ່າ ມີສົງຄ໌ຫຼືໝູ່ຄະນະອື່ນໃດຈັກໝູ່ດຽວ ທີ່ເປັນຜູ້ເຖິງແລ້ວຊຶ່ງລາບແລະຍົສ ເໝືອນດັ່ງພິກຂຸສົງຄ໌ນີ້.
ຈຸນທະ ! ບຸກຄົນເມື່ອຈະກ່າວໂດຍຖືກຕ້ອງ ຊຶ່ງພຣົມມະຈັນໃດ ວ່າສົມບູນດ້ວຍອາການທັງປວງ ວ່າບໍຣິບູນດ້ວຍອາການທັງປວງ ບໍ່ຫຼຸດ ບໍ່ເກີນ ມີການກ່າວດີແລ້ວ ບໍຣິບູນສິ້ນເຊີງ ປະກາດໄວ້ດີແລ້ວ, ແລ້ວນັ້ນ ; ເຂົາເມື່ອຈະກ່າວໂດຍຖືກຕ້ອງ ຈົ່ງກ່າວພຣົມມະຈັນນີ້ແຫຼະ ວ່າສົມບູນດ້ວຍອາການທັງປວງ ວ່າບໍຣິບູນດ້ວຍອາການທັງປວງ ບໍ່ຫຼຸດ ບໍ່ເກີນ ມີການກ່າວດີແລ້ວ ບໍຣິບູນສິ້ນເຊີງ ປະກາດໄວ້ດີແລ້ວ, ດັ່ງນີ້.
໑. ບາລີ ປາສາທິກະສູຕ ປາ. ທີ. ໑໑/໑໓໘/໑໐໗. ຕຣັດແກ່ຈຸນທະ ສະມະນຸດເທສ ທີ່ອັມພາວັນ
ຜາສາດຂອງເຈົ້າສາກະຢະພວກເວດັນຍາ.
໔໓໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງແກ້ຂໍ້ທີ່ເຂົາຫາວ່າກີດກັນທານ ໑








