ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ອະຣິຍະສັຈວ່າດ້ວຍຄວາມດັບສະນິດຂອງຄວາມທຸກຂ໌ ເປັນແນວໃດໜໍ ? ຄື ເພາະອະວິຊຊານັ້ນເອງ ຈາງດັບໄປບໍ່ມີເຫຼືອ ຈຶ່ງມີຄວາມດັບແຫ່ງສັງຂາຣ ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ ; ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງອາຍະຕະນະຫົກ ; ເພາະມີຄວາມດັບແຫ່ງອາຍະຕະນະຫົກ ຈຶ່ງມີຄວາມດັບແຫ່ງຜັສສະ ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ ; ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ ; ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ ; ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ ; ເພາະມີຄວາມດັບແຫ່ງຊາດ, ຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັສ ອຸປາຍາສະຈຶ່ງດັບສູນໄປ : ກອງທຸກຂ໌ທັງໝົດ ຍ່ອມດັບໄປດ້ວຍອາການດັ່ງນີ້. ພິກຂຸ ທ. ! ນີ້ແລ ອະຣິຍະສັຈວ່າດ້ວຍຄວາມດັບສະນິດຂອງຄວາມທຸກຂ໌.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໒໙

ພິກຂຸ ທ. ! ອະຣິຍະສັຈວ່າດ້ວຍຂໍ້ປະຕິບັດ ໃຫ້ເຖິງຄວາມດັບສະນິດຂອງຄວາມທຸກຂ໌ ເປັນແນວໃດໜໍ ? ຄື ຫົນທາງອັນປະເສີດ ອັນປະກອບດ້ວຍອົງແປດນີ້ເອງ. ໄດ້ແກ່ຄວາມເຫັນຖືກຕ້ອງ ຄວາມດໍາຣິຖືກຕ້ອງ ຄວາມມີວາຈາຖືກຕ້ອງ ຄວາມມີການເຮັດທາງກາຍຖືກຕ້ອງ ຄວາມມີອາຊີວະຖືກຕ້ອງ ຄວາມມີຄວາມພະຍາຍາມຖືກຕ້ອງ ຄວາມມີການລະນຶກປະຈໍາໃຈຖືກຕ້ອງ ແລະຄວາມມີການຕັ້ງໃຈໝັ້ນຢ່າງຖືກຕ້ອງ. ພິກຂຸ ທ. ! ນີ້ແລ ອະຣິຍະສັຈວ່າດ້ວຍຂໍ້ປະຕິບັດໃຫ້ເຖິງຄວາມດັບສະນິດຂອງຄວາມທຸກຂ໌.

ພິກຂຸ ທ. ! ຂໍ້ໃດທີ່ເຮົາກ່າວວ່າ ທັມທີ່ເຮົາສະແດງແລ້ວບໍ່ມີໃຜຂົ່ມຂີ່ໄດ້ ເປັນທັມບໍ່ມົວໝອງ ບໍ່ມີທາງຖືກຕໍານິຖືກຄັດຄ້ານ ຈາກສະມະນະພຣາມຜູ້ຮູ້ທັງຫຼາຍ ດັ່ງນີ້ນັ້ນ ຂໍ້ຄວາມນັ້ນເຮົາອາໄສຂໍ້ຄວາມເຫຼົ່ານີ້ແລ ກ່າວແລ້ວ.

ທົງຢືນຢັນເອງ ແລະທົງໃຫ້ສາວົກຢືນຢັນ

ວ່າມີສະມະນະໃນທັມວິນັຍນີ້ ໑

ພິກຂຸ ທ. ! ສະມະນະມີໃນທັມວິນັຍນີ້ ໂດຍແທ້. ສະມະນະທີສອງ ກໍມີໃນທັມວິນັຍນີ້. ສະມະນະທີສາມ ກໍມີໃນທັມວິນັຍນີ້. ສະມະນະທີສີ່ ກໍມີໃນທັມວິນັຍນີ້. ລັດທິອື່ນກໍວ່າງຈາກສະມະນະຂອງລັດທິອື່ນ. ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງບັນລືສີຫະນາດ ໂດຍຖືກຕ້ອງດັ່ງນີ້ເຖີ້ນ.

໑. ບາລີ ຈຕຸກກ. ອັງ. ໒໑/໓໒໓/໒໔໑. ຕຣັດແກ່ພິກຂຸທັງຫຼາຍ.

໔໓໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພິກຂຸ ທ. ! ສະມະນະ (ທີໜຶ່ງ) ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເພາະດັບສິ້ນສັງໂຍຊນ໌ສາມ ຍ່ອມເປັນໂສດາບັນ (ຄືຜູ້ເຖິງກະແສແຫ່ງນິບພານ) ມີອັນບໍ່ກັບຕົກຕໍ່າເປັນທໍາມະດາ ເປັນຜູ້ທ່ຽງແທ້ຕໍ່ການຕຣັສຮູ້ ໃນວັນໜ້າ. ນີ້ແລ ສະມະນະ (ທີໜຶ່ງ).

ພິກຂຸ ທ. ! ສະມະນະທີສອງ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເພາະສັງໂຍຊນ໌ສາມຢ່າງ ກໍດັບສິ້ນໄປ ຣາຄະ-ໂທສະ-ໂມຫະກໍເບົາບາງ ໜ້ອຍລົງ ຍ່ອມເປັນສະກະທາຄາມີ, ມາສູ່ໂລກນີ້ອີກຄັ້ງດຽວເທົ່ານັ້ນ ກໍເຮັດທີ່ສຸດແຫ່ງທຸກຂ໌ໄດ້. ນີ້ແລ ສະມະນະທີສອງ.

ພິກຂຸ ທ. ! ສະມະນະທີສາມ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເພາະດັບສິ້ນສັງໂຍຊນ໌ໃນເບື້ອງຕໍ່າ ໕ ຢ່າງ ຍ່ອມເປັນໂອປະປາຕິກະ (ເກີດໃນຮູບພົບ) ມີການປະຣິນິບພານໃນພົບນັ້ນໆ ບໍ່ວຽນກັບຈາກໂລກນັ້ນ ເປັນ ທໍາມະດາ. ນີ້ແລ ສະມະນະທີສາມ.

ພິກຂຸ ທ. ! ສະມະນະທີສີ່ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດປັນຍາວິມຸດ ອັນບໍ່ມີອາສະວະ ເພາະດັບສິ້ນອາສະວະດ້ວຍປັນຍາອັນຍິ່ງເອງ ໃນຊາດເປັນປັດຈຸບັນນີ້ ເຂົ້າເຖິງແລ້ວແລຢູ່. ນີ້ແລ ສະມະນະທີສີ່.

ພິກຂຸ ທ. ! ສະມະນະມີໃນທັມວິນັຍນີ້ ໂດຍແທ້. ສະມະນະທີສອງ ກໍມີໃນທັມວິນັຍນີ້. ສະມະນະທີສາມ ກໍມີໃນທັມວິນັຍນີ້. ສະມະນະທີສີ່ ກໍມີໃນທັມວິນັຍນີ້. ລັດທິອື່ນ ກໍວ່າງຈາກສະມະນະຂອງລັດທິອື່ນ.

ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງບັນລືສີຫະນາດ ໂດຍຖືກຕ້ອງ ເຊັ່ນນີ້.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໓໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ