ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ທີ່ເຮົາກ່າວ ມະໂນປະວິຈາຣ (ທີ່ທ່ຽວຂອງຈິຕ) ໑໘ ຢ່າງ ນັ້ນ ເຮົາອາໄສ ຂໍ້ຄວາມອັນໃດກ່າວ ? ເຮົາອາໄສຂໍ້ຄວາມນີ້ກ່າວ ຄື ເຫັນຮູບດ້ວຍຕາແລ້ວ ໃຈຍ່ອມເຂົ້າໄປທ່ຽວ ໃນຮູບອັນເປັນທີ່ເກີດແຫ່ງໂສມະນັສ ໑ ໃນຮູບອັນເປັນທີ່ເກີດແຫ່ງໂທມະນັສ ໑ ໃນຮູບອັນເປັນ ທີ່ເກີດແຫ່ງ ອຸເປກຂາ ໑ ; ຟັງສຽງດ້ວຍຫູແລ້ວ ໃຈຍ່ອມເຂົ້າໄປທ່ຽວໃນສຽງອັນເປັນທີ່ເກີດແຫ່ງ ໂສມະນັສ ໑ ໃນສຽງອັນເປັນທີ່ເກີດແຫ່ງໂທມະນັສ ໑ ໃນສຽງອັນເປັນທີ່ເກີດແຫ່ງອຸເປກຂາ ໑ ; ໄດ້ກິ່ນດ້ວຍດັງແລ້ວ ໃຈຍ່ອມເຂົ້າໄປທ່ຽວໃນກິ່ນອັນເປັນທີ່ເກີດແຫ່ງໂສມະນັສ ໑ ໃນກິ່ນອັນເປັນທີ່ເກີດແຫ່ງໂທມະນັສ ໑ ໃນກິ່ນອັນເປັນທີ່ເກີດແຫ່ງອຸເປກຂາ ໑ ; ຮູ້ຣົສດ້ວຍລີ້ນແລ້ວ ໃຈຍ່ອມເຂົ້າໄປທ່ຽວໃນຣົສອັນເປັນທີ່ເກີດແຫ່ງໂສມະນັສ ໑ ໃນຣົສອັນເປັນທີ່ເກີດແຫ່ງໂທມະນັສ ໑ ໃນຣົສອັນເປັນທີ່ເກີດແຫ່ງອຸເປກຂາ ໑ ; ສັມຜັສໂຜຕຖັບພະດ້ວຍຜິວກາຍແລ້ວ ໃຈຍ່ອມເຂົ້າໄປທ່ຽວໃນສັມຜັສໂຜຕຖັບພະອັນເປັນທີ່ເກີດແຫ່ງໂສມະນັສ ໑ ໃນສັມຜັສໂຜຕຖັບພະອັນເປັນທີ່ເກີດແຫ່ງໂທມະນັສ ໑ ໃນສັມຜັສ ໂຜຕຖັບພະອັນເປັນທີ່ເກີດແຫ່ງອຸເປກຂາ ໑ ; ຮູ້ສຶກອາຣົມທີ່ເກີດຂຶ້ນໃນໃຈແລ້ວ ໃຈຍ່ອມເຂົ້າໄປທ່ຽວໃນອາຣົມ ອັນເປັນທີ່ເກີດແຫ່ງໂສມະນັສ ໑ ໃນອາຣົມອັນເປັນທີ່ເກີດແຫ່ງໂທມະນັສ ໑ ໃນອາຣົມອັນເປັນທີ່ເກີດແຫ່ງອຸເປກຂາ ໑ ; ດັ່ງນີ້.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໒໗
ພິກຂຸ ທ. ! ທີ່ເຮົາກ່າວວ່າ ອະຣິຍະສັຈ ໔ ຢ່າງ ນັ້ນ ເຮົາອາໄສຂໍ້ຄວາມອັນໃດກ່າວ ? ເຮົາອາໄສຂໍ້ຄວາມນີ້ກ່າວ ຄື ເມື່ອໄດ້ອາໄສທາດທັງຫົກແລ້ວ ການກ້າວລົງສູ່ຄັນກໍຍ່ອມມີ. ເມື່ອກ້າວລົງສູ່ຄັນມີຢູ່ (ສິ່ງທີ່ເອີ້ນວ່າ) ນາມຮູບ ກໍຍ່ອມມີ. ເພາະນາມຮູບເປັນປັດຈັຍ ອາຍະຕະນະຫົກ ກໍຍ່ອມມີ. ເພາະອາຍະຕະນະຫົກເປັນປັດຈັຍ ຜັສສະ ກໍຍ່ອມມີ. ເພາະຜັສສະເປັນປັດຈັຍ ເວທະນາ ກໍຍ່ອມມີ. ພິກຂຸ ທ. ! ເຮົາບັນຍັດທຸກຂ໌ ບັນຍັດເຫດໃຫ້ເກີດທຸກຂ໌ ບັນຍັດຄວາມດັບສະນິດຂອງທຸກຂ໌ ແລະ ບັນຍັດທາງປະຕິບັດ ໃຫ້ເຖິງຄວາມດັບສະນິດຂອງທຸກຂ໌ ໄວ້ສໍາລັບສັຕຜູ້ຍັງມີເວທະນາຢູ່, ວ່າເປັນເຊັ່ນນີ້ໆ.
ພິກຂຸ ທ. ! ອະຣິຍະສັຈວ່າດ້ວຍຄວາມທຸກຂ໌ ເປັນແນວໃດໜໍ ? ຄື ຄວາມເກີດເປັນທຸກຂ໌, ຄວາມແກ່ເປັນທຸກຂ໌, ຄວາມຕາຍເປັນທຸກຂ໌, ໂສກະປະຣິເທວະ ທຸກຂ໌ກາຍ ທຸກຂ໌ໃຈ ແລະຄວາມຫ່ຽວແຫ້ງໃຈເປັນທຸກຂ໌, ພົບພໍ້ກັບສິ່ງທີ່ບໍ່ເປັນທີ່ຮັກເປັນທຸກຂ໌, ພັດພາກຈາກສິ່ງທີ່ຮັກເປັນທຸກຂ໌, ປາຖນາສິ່ງໃດແລ້ວບໍ່ໄດ້ສິ່ງນັ້ນເປັນທຸກຂ໌ ; ວ່າໂດຍຫຍໍ້ແລ້ວ ຂັນທ໌ຫ້າທີ່ຍັງມີຄວາມຢຶດຖືເປັນທຸກຂ໌. ພິກຂຸ ທ. ! ນີ້ແລອະຣິຍະສັຈ ວ່າດ້ວຍຄວາມທຸກຂ໌.
ພິກຂຸ ທ. ! ອະຣິຍະສັຈວ່າດ້ວຍເຫດໃຫ້ເກີດທຸກຂ໌ ເປັນແນວໃດໜໍ ? ຄື ເພາະມີອະວິຊຊາເປັນປັດຈັຍ ຈຶ່ງມີສັງຂາຣ ທ. ; ເພາະມີສັງຂາຣເປັນປັດຈັຍ ຈຶ່ງມີວິນຍານ ; ເພາະມີວິນຍານເປັນປັດຈັຍ ຈຶ່ງມີນາມຮູບ ; ເພາະມີນາມຮູບເປັນປັດຈັຍ ຈຶ່ງມີອາຍະຕະນະຫົກ ; ເພາະມີອາຍະຕະນະຫົກເປັນປັດຈັຍ ຈຶ່ງມີຜັສສະ ; ເພາະມີຜັສສະເປັນປັດຈັຍ ຈຶ່ງມີເວທະນາ ; ເພາະມີເວທະນາເປັນປັດຈັຍ ຈຶ່ງມີຕັນຫາ ; ເພາະມີຕັນຫາເປັນປັດຈັຍ ຈຶ່ງມີອຸປາທານ ; ເພາະມີອຸປາທານເປັນປັັດຈັຍ ຈຶ່ງມີພົບ ; ເພາະມີພົບເປັນປັດຈັຍ ຈຶ່ງມີຊາດ ; ເພາະມີຊາດເປັນປັດຈັຍ ຈຶ່ງມີຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະ ໂທມະນັສ ອຸປາຍາສະຂຶ້ນຄົບຖ້ວນ : ກອງທຸກຂ໌ທັງໝົດຍ່ອມເກີດມີຂຶ້ນໄດ້ດ້ວຍອາການດັ່ງນີ້. ພິກຂຸ ທ. ! ນີ້ແລ ອະຣິຍະສັຈວ່າດ້ວຍເຫດໃຫ້ເກີດທຸກຂ໌.
໔໒໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔








