ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ປະຣິບພາຊົກ ທ. ! ຜູ້ໃດເຫັນວ່າທັມ ໔ ບົດນີ້ ຄວນຕໍານິ ຄວນຂັດຄ້ານແລ້ວນັ້ນ ໃນປັດຈຸບັນນີ້ເອງ ຜູ້ນັ້ນຈະຕ້ອງໄດ້ຮັບການຕໍານິທີ່ຊອບແກ່ເຫດ ຖືກດັນດ້ວຍຄໍາຂອງຕົນເອງ ເຖິງ ໔ ປະການ. ໔ ປະການຄືອັນໃດໜໍ ? ໔ ປະການຄື ຖ້າມີສະມະນະພຣາມພວກໃດ ມາກດ້ວຍອະພິຊຊາ ມີຣາຄະແກ່ກ້າໃນກາມທັງຫຼາຍມາ ເຂົາກໍຕ້ອງບູຊາຍົກຍ້ອງສະມະນະພຣາມເຫຼົ່ານັ້ນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໒໕

ຖ້າມີສະມະນະພຣາມເຫຼົ່າໃດມີຈິຕພະຍາບາດ ມີຄວາມປອງຮ້າຍ ເປັນເຄື່ອງດໍາຣິຢູ່ປະຈໍາໃຈມາ ເຂົາກໍຕ້ອງບູຊາຍົກຍ້ອງສະມະນະພຣາມເຫຼົ່ານັ້ນ. ຖ້າມີສະມະນະພຣາມເຫຼົ່າໃດໄຮ້ສະຕິປາສະຈາກ ສັມປະຊັນຍະມາ ເຂົາກໍຕ້ອງບູຊາຍົກຍ້ອງສະມະນະ ພຣາມເຫຼົ່ານັ້ນ. ຖ້າມີສະມະນະພຣາມເຫຼົ່າໃດ ທີ່ມີຈິຕລ໋ອກແລ໋ກ ບໍ່ຕັ້ງໝັ້ນມາ ເຂົາກໍຕ້ອງບູຊາຍົກຍ້ອງສະມະນະພຣາມເຫຼົ່ານັ້ນ.

ປະຣິບພາຊົກ ທ. ! ແມ່ນແຕ່ປະຣິບພາຊົກຊື່ ວັດສະ ແລະປະຣິບພາຊົກຊື່ ພັນຍະ ຊຶ່ງເປັນ ລັດທິອະເຫຕຸກະທິຕຖິ ອະກິຣິຍະທິຕຖິ ນັຕຖິກະທິຕຖິ ກໍຍັງຖືວ່າ ທັມມະບົດທັງ ໔ ບົດນີ້ ບໍ່ຄວນດູໝິ່ນ ບໍ່ຄວນຄັດຄ້ານ. ເພາະເຫດໃດໜໍ ? ເພາະຢ້ານຖືກນິນທາ ວ່າຮ້າຍ ແລະກຽດຊັງນັ້ນເອງ.

ທົງທ້າວ່າ ທັມທີ່ທົງສະແດງບໍ່ມີໃຜຂັດຄ້ານໄດ້໑

(ເມື່ອໄດ້ຕຣັດເຖິງລັດທິທີ່ມີທາງຄັດຄ້ານໄດ້ ໓ ລັດທິ ຄື ລັດທິທີ່ວ່າສຸຂທຸກຂ໌ເພາະກັມແຕ່ປາງກ່ອນຢ່າງດຽວ, ລັດທິທີ່ວ່າສຸຂທຸກຂ໌ເພາະຜູ້ເປັນເຈົ້າເປັນນາຍບັນດານໃຫ້, ແລະລັດທິທີ່ວ່າສຸຂທຸກຂ໌ບໍ່ມີປັດຈັຍອັນໃດເລີຍ. (ເບິ່ງໜ້າທີ ໔໑໑-໔໑໔ ແຫ່ງໜັງສືນີ້) ແລ້ວໄດ້ຕຣັດຂໍ້ຄວາມຕໍ່ໄປນີ້ :-)

ພິກຂຸ ທ. ! ທັມອັນເຮົາສະແດງແລ້ວນີ້ ບໍ່ມີໃຜຂົ່ມຂີ່ໄດ້ ເປັນທັມບໍ່ມົວໝອງ ບໍ່ມີທາງຖືກຕໍາຕິ ບໍ່ມີທາງຖືກຄັດຄ້ານຈາກສະມະນະພຣາມຜູ້ຮູ້ທັງຫຼາຍ. ພິກຂຸ ທ. ! ທັມນັ້ນເປັນແນວໃດໜໍ ? ທັມນັ້ນຄື ທາດ ໖ ຢ່າງ, ຜັສສາຢະຕະນະ ໖ ຢ່າງ, ມະໂນປະວິຈາຣ ໑໘ ຢ່າງ, ແລະ ອະຣິຍສັຈ ໔ ຢ່າງ.

໑. ບາລີ ມຫາວັກຄະ ຕິກ. ອັງ. ໒໐/໒໒໕/໕໐໑. ຕຣັດແກ່ພິກຂຸທັງຫຼາຍ.

໔໒໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພິກຂຸ ທ. ! ທີ່ເຮົາກ່າວ່າ ທາດ ໖ ຢ່າງ ນັ້ນ ເຮົາອາໄສຂໍ້ຄວາມອັນໃດກ່າວ ? ເຮົາອາໄສ ຂໍ້ຄວາມນີ້ກ່າວຄື ທາດເຫຼົ່ານີ້ມີຫົກ ຄື ປະຖະວີທາດ ອາໂປທາດ ເຕໂຊທາດ ວາໂຍທາດ ອາກາສະທາດ ວິນຍານະທາດ ດັ່ງນີ້.

ພິກຂຸ ທ. ! ທີ່ເຮົາກ່າວ ຜັສສາຢະຕະນະ (ແດນເກີດແຫ່ງການກະທົບ) ໖ ຢ່າງ ນັ້ນ ເຮົາອາໄສຂໍ້ຄວາມອັນໃດກ່າວ ? ເຮົາອາໄສຂໍ້ຄວາມນີ້ກ່າວ ຄື ຜັສສາຢະຕະນະ ເຫຼົ່ານີ້ມີຫົກຄື ຕາ ເປັນຜັສສາຢະຕະນະ ຫູ ເປັນຜັສສາຢະຕະນະ ດັງ ເປັນຜັສສາ ຢະຕະນະ ລີ້ນ ເປັນຜັສສາຢະຕະນະ ກາຍ ເປັນຜັສສາຢະຕະນະ ໃຈ ເປັນຜັສສາ ຢະຕະນະ ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ