ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໒໓
ທົງທ້າໃຫ້ແກ່ຜູ້ປະຕິເສດທັມທີ່ພຣະອົງຄ໌ຮັບຮອງ ໑
ພຣະຜູ້ມີພຣະພາຄເຈົ້າ ສະເດັດໄປຢ້ຽມຢາມສໍານັກປະຣິບພາຊົກ ແລະສົນທະນາກັນ ເປັນຂອງມີໂດຍປົກກະຕິ.
ປະຣິບພາຊົກ ທ. ! ທັມມະບົດມີຢູ່ ໔ ບົດ ຊຶ່ງຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາດົນ ເປັນຂອງປະພຶດສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປ່ອຍຖິ້ມເລີຍ ບໍ່ເຄີຍຖືກປ່ອຍຖິ້ມໃນອະດີຕ ບໍ່ຖືກປ່ອຍຖິ້ມໃນປັດຈຸບັນ ແລະຈະບໍ່ຖືກປ່ອຍຖິ້ມໃນອະນາຄົຕ ສະມະນະພຣາມທັງຫຼາຍ ທີ່ເປັນຜູ້ຮູ້ ບໍ່ມີໃຜຄັດຄ້ານ.໒ ໔ ບົດນັ້ນຄືອັນໃດໜໍ ? ຄື ອະນະພິຊຊາ (ຄວາມບໍ່ເພັ່ງດ້ວຍຄວາມໃຄ່ໃນໃນອາຣົມ), ອະພະຍາປາດະ (ຄວາມບໍ່ຄິດປອງຮ້າຍ) ສັມມາສະຕິ (ຄວາມລະນຶກຖືກຕ້ອງຢູ່ສະເໝີ) ແລະ ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ ໝັ້ນທ່ຽງຢູ່ສະເໝີ).
ປະຣິບພາຊົກ ທ. ! ຖ້າຈະຍ່ອມມີຜູ້ໃດກ່າວວ່າ “ເຮົາຂໍປະຕິເສດທັມມະບົດ ຄືຄວາມບໍ່ມີອະພິຊຊາ ; ເຮົາຂໍບັນຍັດສະມະນະຫຼືພຣາມ ທີ່ເຕັມໄປດ້ວຍອະພິຊຊາ ມີຣາຄະແຮງກ້າໃນກາມທັງຫຼາຍແທນ” ດັ່ງນີ້ແລ້ວ ເຮົາກໍຈະກ່າວທ້າຜູ້ນັ້ນວ່າ “ມາຕິທ່ານ ຈົ່ງກ່າວອອກໄປ ຈົ່ງສະແດງໃຫ້ແຈ່ມແຈ້ງເຖີ້ນ ເຮົາຈະຂໍເບິ່ງອານຸພາບ” ດັ່ງນີ້. ປະຣິບພາຊົກ ທ. ! ມັນບໍ່ເປັນສິ່ງທີ່ເປັນໄປໄດ້ເລີຍ ທີ່ໃຜຈະປະຕິເສດຄວາມບໍ່ມີອະພິຊຊາແລ້ວໄປຍົກຍ້ອງສະມະນະຫຼືພຣາມ ທີ່ມາກໄປດ້ວຍອະພິຊຊາ ມີຣາຄະແຮງກ້າໃນກາມທັງຫຼາຍແທນ.
໑. ບາລີ ຈຕຸກກ. ອັງ. ໒໑/໓໘/໓໐. ຕຣັດແກ່ປະຣິບພາຊົກ ທ. ທີ່ສໍານັກປະຣິບພາຊົກ ໃກ້ເມືອງຣາຊະຄຶ.
໒. ທັມມະບົດສີ່ນີ້ ເປັນຂອງເກົ່າ ທີ່ພຣະອົງຄ໌ທົງຮັບຮອງ ບໍ່ແມ່ນບັນຍັດຂຶ້ນເອງ, ເປັນການສະແດງໃຫ້
ເຫັນວ່່າ ສິ່ງໃດເປັນຂອງຖືກຂອງດີມາກ່ອນ ກໍທົງຮັບເຂົ້າໄວ້.
໔໒໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ປະຣິບພາຊົກ ທ. ! ຖ້າຈະຍ່ອມມີຜູ້ໃດກ່າວວ່າ “ເຮົາຂໍປະຕິເສດຄວາມບໍ່ພະຍາບາດ, ເຮົາຂໍບັນຍັດສະມະນະພຣາມ ຜູ້ມີຈິຕພະຍາບາດ ມີຄວາມປອງຮ້າຍເປັນເຄື່ອງດໍາຣິຢູ່ປະຈໍາໃຈແທນ” ດັ່ງນີ້ແລ້ວ ເຮົາກໍຈະກ່າວທ້າຜູ້ນັ້ນວ່າ “ມາຕິທ່ານ ຈົ່ງກ່າວອອກໄປ ຈົ່ງສະແດງໃຫ້ແຈ່ມແຈ້ງເຖີ້ນ ເຮົາຈະຂໍເບິ່ງອານຸພາບ” ດັ່ງນີ້. ປະຣິບພາຊົກ ທ. ! ມັນບໍ່ເປັນສິ່ງທີ່ເປັນໄປໄດ້ເລີຍ ທີ່ໃຜຈະປະຕິເສດຄວາມບໍ່ພະຍາບາດ ແລ້ວໄປຍົກຍ້ອງສະມະນະ ຫຼືພຣາມ ຜູ້ມີຈິຕພະຍາບາດ ມີຄວາມປອງຮ້າຍເປັນເຄື່ອງດໍາຣິຢູ່ປະຈໍາໃຈແທນ.
ປະຣິບພາຊົກ ທ. ! ຖ້າຈະຍ່ອມມີຜູ້ໃດກ່າວວ່າ “ເຮົາຂໍປະຕິເສດສັມມາສະຕິ, ເຮົາຂໍບັນຍັດສະມະນະພຣາມ ຜູ້ໄຮ້ສະຕິ ປາສະຈາກສັມປະຊັນຍະ ຂຶ້ນແທນ” ດັ່ງນີ້ແລ້ວ ເຮົາກໍຈະກ່າວທ້າຜູ້ນັ້ນວ່າ “ມາຕິທ່ານ ຈົ່ງກ່າວອອກໄປ ຈົ່ງສະແດງໃຫ້ແຈ່ມແຈ້ງເຖີ້ນ ເຮົາຈະຂໍເບິ່ງອານຸພາບ” ດັ່ງນີ້. ປະຣິບພາຊົກ ທ. ! ມັນບໍ່ເປັນສິ່ງທີ່ເປັນໄປໄດ້ເລີຍ ທີ່ໃຜຈະປະຕິເສດສັມມາສະຕິ, ແລ້ວໄປຍົກຍ້ອງສະມະນະພຣາມ ຜູ້ໄຮ້ສະຕິ ປາສະຈາກສັມປະຊັນຍະ ຂຶ້ນແທນ.
ປະຣິບພາຊົກ ທ. ! ຖ້າຈະຍ່ອມມີຜູ້ໃດກ່າວວ່າ “ເຮົາຂໍປະຕິເສດສັມມາສະມາທິ, ເຮົາຂໍບັນຍັດສະມະນະພຣາມ ຜູ້ມີຈິຕລ໋ອກແລ໋ກບໍ່ຕັ້ງໝັ້ນ ຂຶ້ນແທນ” ດັ່ງນີ້ແລ້ວ ເຮົາກໍຈະກ່າວທ້າຜູ້ນັ້ນວ່າ “ມາຕິທ່ານ ຈົ່ງກ່າວອອກໄປ ຈົ່ງສະແດງໃຫ້ແຈ່ມແຈ້ງເຖີ້ນ ເຮົາຈະຂໍເບິ່ງອານຸພາບ” ດັ່ງນີ້. ປະຣິບພາຊົກ ທ. ! ມັນບໍ່ເປັນສິ່ງທີ່ເປັນໄປໄດ້ເລີຍ ທີ່ໃຜຈະປະຕິເສດສັມມາສະມາທິ, ແລ້ວໄປຍົກຍ້ອງສະມະນະພຣາມ ຜູ້ມີຈິຕລ໋ອກແລ໋ກ ບໍ່ຕັ້ງໝັ້ນຂຶ້ນແທນ.








