ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອັກຄິເວສະນະ ! ປຽບເໝືອນບຸຣຸສຕ້ອງການໄມ້ແກ່ນ ທ່ຽວຫາໄມ້ແກ່ນ ຖືເອົາຂວານທີ່ຄົມໆເຂົ້າໄປໃນປ່າ ເຫັນກ້ວຍຕົ້ນໃຫຍ່ ລໍາຊື່ ຍັງບໍ່ທັນອອກເຄືອ ຍັງບໍ່ຕັ້ງປີໃນພາຍໃນ. ເຂົາຕັດກ້ວຍຕົ້ນນັ້ນທີ່ເຫງົ້າ ແລ້ວຕັດຍອດປອກກາບແລ້ວ ກໍຍັງບໍ່ພົບແມ່ນແຕ່ມອກ ແກ່ນຈັກມີມາແຕ່ໃສ, ເຊັ່ນໃດກໍເຊັ່ນນັ້ນ, ອັກຄິເວສະນະ ! ທ່ານຖືກເຮົາຖາມຈີ້ ສອບຖາມທົບທວນໃນຄໍາຂອງທ່ານເອງ ກໍເປັນຜູ້ມີຖ້ອຍຄໍາວ່າງເປົ່າ ລະລາຍໄປ. ອັກຄິເວສະນະ ! ທ່ານໄດ້ປ່າວປະກາດໃນທີ່ປະຊຸມຊົນເມືອງເວສາລີ ວ່າ “ຂ້າພະເຈົ້າຫຼິງບໍ່ເຫັນສະມະນະຫຼືພຣາມຜູ້ໃດ ທີ່ເປັນເຈົ້າກົກເຈົ້າຄະນະ ແມ່ນວ່າຈະປະຕິຍານຕົນ ເປັນພຣະອະຣະຫັນຕ໌ຕຣັສຮູ້ຊອບເອງ ທີ່ຖ້າຂ້າພະເຈົ້າໂຕ້ວາທະດ້ວຍວາທະແລ້ວ ຈັກບໍ່ເປັນຜູ້ປະໝ່າໂຕສັ່ນທົດໆ ມີເຫື່ອໄຫຼອອກຈາກໃຕ້ແຮ້ ໄປໄດ້ເລີຍ, ເພາະຖ້າແມ່ນຂ້າພະເຈົ້າ ໂຕ້ວາທະດ້ວຍວາທະກັບເສົາ ທີ່ເປັນຂອງບໍ່ມີຈິຕໃຈ ເສົານັ້ນກໍຍັງຕ້ອງສັ່ນສະທ້ານ, ເມື່ອຍກ່າວໄປຫຍັງເຖິງສັຕທີ່ເປັນມະນຸສ” ດັ່ງນີ້. ແຕ່ມາບັດນີ້ ເຫື່ອເປັນຢົດໆ ຕົກລົງແລ້ວຈາກໜ້າຜາກຂອງທ່ານ ຖືກຜ້າຫົ່ມແລ້ວລົງຖືກພື້ນ, ສ່ວນເຫື່ອໃນກາຍເຮົາດຽວນີ້ ບໍ່ມີເລີຍ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໒໑
ບໍ່ເຄີຍທົງເກີ້ເຂີນໃນທ່າມກາງບໍຣິສັດ ໑
ສາຣີບຸຕ ! ບໍຣິສັດສະມາຄົມແປດຊະນິດ ຄືຂັດຕິຍະບໍຣິສັດ ພຣາມມະນະບໍຣິສັດ ຄະຫະບໍດີບໍຣິສັດ ສະມະນະບໍຣິສັດ ຈາຕຸມມະຫາຣາຊິກະບໍຣິສັດ ດາວະດຶງສະບໍຣິສັດ ມາຣະບໍຣິສັດ ແລະພຣັມມະບໍຣິສັດ. ຕະຖາຄົຕປະກອບດ້ວຍຄວາມອົງອາດສີ່ຢ່າງ໒ ເຂົ້າໄປສູ່ທີ່ປະຊຸມ ແຫ່ງບໍຣິສັດແປດຊະນິດ ເຫຼົ່ານີ້.
ສາຣີບຸຕ ! ຕະຖາຄົຕເຂົ້າໄປສູ່ ຂັຕຕິຍະບໍຣິສັດ (ຫຼື) ພຣາມບໍຣິສັດ ໆລໆ ພຣັມມະບໍຣິສັດ. ຈໍານວນບໍຣິສັດນັບດ້ວຍຮ້ອຍເປັນໝູ່ໃຫຍ່. ເຄີຍນັ່ງປະຊຸມ ເຄີຍເຈຣະຈາ ເຄີຍສາກັດສາ, ເຮົາຍ່ອມຈໍາເລື່ອງນັ້ນໆໄດ້ດີ ແລະ ນຶກບໍ່ເຫັນວີ່ແວວ ອັນໃດເລີຍວ່າ ຄວາມກົວ ກໍດີ ຄວາມປະໝ່າ (ເຂີນອາຍ) ກໍດີ ເຄີຍເກີດຂຶ້ນແກ່ເຮົາໃນບ່ອນປະຊຸມນັ້ນໆ, ເມື່ອນຶກບໍ່ເຫັນ ກໍເປັນຜູ້ເຖິງຄວາມກະເສມ ເຖິງຄວາມບໍ່ຢ້ານກົວ ເຖິງຄວາມເປັນຜູ້ກ້າຫານຢູ່ໄດ້.
໑. ບາລີ ມູ. ມ. ໑໒/໑໔໖/໑໖໘. ຕຣັດແກ່ທ່ານພຣະສາຣີບຸຕ ທີ່ນອກນະຄອນເວສາລີ.
໒. ເວສາຣັຊຊະຍານ ຄື ທັມເຄື່ອງທີ່ເຮັດຜູ້ນັ້ນໃຫ້ອົງອາດ ໔ ຢ່າງ ເປີດເບິ່ງພາກ ໓.
໔໒໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງສະມາຄົມໄດ້ຢ່າງສະໜິດສະໜົມ ທຸກບໍຣິສັດ ໑
ອານົນທ໌ ! ບໍຣິສັດສະມາຄົມແປດຊະນິດ ຄືຂັຕຕິຍະບໍຣິສັດ ພຣາມມະນະບໍຣິສັດ ຄະຫະບໍດີບໍຣິສັດ ສະມະນະບໍຣິສັດ ຈາຕຸມມະຫາຣາຊິກະບໍຣິສັດ ດາວະດຶງສະບໍຣິສັດ ມາຣະບໍຣິສັດ ແລະ ພຣັມມະບໍຣິສັດ.
ອານົນທ໌ ! ຕະຖາຄົຕຍັງຈໍາໄດ້ວ່າ ເຄີຍເຂົ້າໄປສູ່ຂັຕຕິຍະບໍຣິສັດ ພຣາມມະນະບໍຣິສັດ ຄະຫະບໍດີບໍຣິສັດ ສະມະນະບໍຣິສັດ ຈາຕຸມມະຫາຣາຊິກະບໍຣິສັດ ດາວະດຶງສະບໍຣິສັດ ມາຣະບໍຣິສັດແລະພຣັມມະບໍຣິສັດ. ນັບດ້ວຍຮ້ອຍໆ. ທັງເຄີຍນັ່ງຮ່ວມ ເຄີຍເຈຣະຈາຮ່ວມ ເຄີຍສົນທະນາແລະສະມາຄົມຮ່ວມກັບບໍຣິສັດນັ້ນໆ. ເຮົາຍ່ອມ ຈໍາເລື່ອງນັ້ນໆໄດ້ດີວ່າ (ຕອນນັ້ນໆ) ຜິວກາຍຂອງພວກນັ້ນ ເປັນເຊັ່ນໃດ ຜິວກາຍ ຂອງເຮົາກໍເປັນເຊັ່ນນັ້ນ, ສຽງຂອງພວກນັ້ນເປັນເຊັ່ນໃດ ສຽງຂອງເຮົາກໍເປັນເຊັ່ນນັ້ນ. ອັນໜຶ່ງເຮົາຍັງເຄີຍໄດ້ຊີ້ແຈງຕໍ່ພວກເຂົາເຫຼົ່ານັ້ນ ໃຫ້ເຫັນແຈ້ງໃນທັມ ໃຫ້ຮັບເອົາໄປປະຕິບັດ ໃຫ້ເກີດຄວາມກ້າທີ່ຈະຝຶກຕາມ ໃຫ້ພໍໃຈໃນຜົລແຫ່ງການປະຕິບັດທີ່ໄດ້ຮັບແລ້ວ ດ້ວຍທັມມິກະຖາ. ບໍຣິສັດເຫຼົ່ານັ້ນ ບໍ່ຮູ້ຈັກເຮົາຜູ້ກໍາລັງເວົ້າໃຫ້ເຂົາຟັງຢູ່ວ່າເຮົາເປັນໃຜ ຄືເປັນເທວະດາ ຫຼືເປັນມະນຸສ. ຄັນເຮົາກ່າວທັມມິກະຖາຈົບແລ້ວ ກໍຈາກໄປທັງທີ່ຊົນທັງຫຼາຍເຫຼົ່ານັ້ນ ກໍຍັງບໍ່ຮູ້ຈັກເຮົາ. ເຂົາໄດ້ແຕ່ເກີດຄວາມສົງໄສວ່າ ຜູ້ທີ່ຈາກໄປແລ້ວນັ້ນເປັນໃຜ : ເປັນເທວະດາ ຫຼື ມະນຸສກັນແທ້, ດັ່ງນີ້.
໑. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໑໒໗/໙໙. ຕຣັດແກ່ພຣະອານົນທ໌.








