ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ເມື່ອເຂົາຕອບວ່າ ຫາບໍ່ໄດ້. ເຮົາໄດ້ກ່າວກັບເຂົາແນວນີ້ວ່າ ເອີ້ກໍ ທ່ານ ທ. ຮູ້ທົ່ວເຖິງ ຊຶ່ງອັຕຕາ (ຕົວຕົນ) ອັນມີສຸຂໂດຍສ່ວນດຽວ ຕະຫຼອດຄືນໜຶ່ງແດ່ ວັນໜຶ່ງ ແດ່ ເຄິ່ງຄືນແດ່ ເຄິ່ງວັນແດ່ ແລຫຼື ?

ເມື່ອເຂົາ ຕອບວ່າ ຫາບໍ່ໄດ້. ເຮົາໄດ້ກ່າວກັບເຂົາແນວນີ້ວ່າ ເອີ້ກໍ ທ່ານ ທ. ຍ່ອມຮູ້ວ່າ ນີ້ເປັນຫົນທາງ ນີ້ເປັນປະຕິປະທາ ເພື່ອເຮັດໃຫ້ແຈ້ງຊຶ່ງໂລກອັນມີສຸຂໂດຍສ່ວນດຽວ ຢູ່ຫຼື ?

ເມື່ອເຂົາ ຕອບວ່າ ຫາບໍ່ໄດ້. ເຮົາໄດ້ກ່າວກັບເຂົາແນວນີ້ວ່າ ເອີ້ກໍ ທ່ານ ທ. ໄດ້ຍິນສຽງແຫ່ງເທວະດາ ຜູ້ເຂົ້າເຖິງຊຶ່ງໂລກອັນມີສຸຂໂດຍສ່ວນດຽວ ສົນທະນາກັນຢູ່ວ່າ “ໝູ່ເອີຍ ! ສະຫາຍປະຕິບັດດີແລ້ວ ໝູ່ເອີຍ ! ສະຫາຍປະຕິບັດຕົງແລ້ວ ເພື່ອເຮັດໃຫ້ແຈ້ງ ຊຶ່ງໂລກອັນມີສຸຂໂດຍສ່ວນດຽວ ; ໝູ່ເອີຍ ! ເຖິງແມ່ນເຮົາປະຕິບັດແລ້ວແບບນັ້ນ ຈຶ່ງເຂົ້າເຖິງໂລກອັນມີສຸຂໂດຍສ່ວນດຽວ” ດັ່ງນີ້ ແດ່ຫຼື ? ເຂົາຕອບວ່າ ຫາບໍ່ໄດ້.

໑. ບາລີ ໂປຕຖະປາທະສູຕ ສີ. ທີ. ໙/໒໓໗/໒໙໙. ຕຣັດແກ່ໂປຕຖະປາທະປະຣິບພາຊົກ ທີ່ເຊຕະວັນ

ໃກ້ເມືອງສາວັຕຖີ.

໔໑໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ໂປຕຖະປາທະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ກໍເມື່ອເຂົາເວົ້າຢູ່ແບບນີ້ ຖ້ອຍຄໍາຂອງ ພວກສະມະນະພຣາມ ເຫຼົ່ານັ້ນ ຍ່ອມເຖິງຊຶ່ງຄວາມເປັນຄໍາທີ່ໃຜໆ ຈະບໍ່ຍອມຄ້ອຍຕາມ (ອັບປາຕິຫິຣິກັງ) ບໍ່ແມ່ນບໍ ?

“ແນ່ນອນ ຂ້ານ້ອຍ”

ໂປຕຖະປາທະ ! ເໝືອນດັ່ງວ່າ : ບຸຣຸສຄົນໜຶ່ງກ່າວວ່າ ຂ້າພະເຈົ້າຕ້ອງການຢາກຈະໄດ້ຍິງງາມ ແຫ່ງຊົນນະບົດ ໃນຊົນນະບົດນີ້. ຊົນ ທ. ຖາມເຂົາວ່າ “ບຸຣຸສຜູ້ຈະເຣີນ ! ຍິງງາມແຫ່ງຊົນນະບົດ ທີ່ທ່ານປາຖນາຢາກຈະໄດ້ນັ້ນ ທ່ານຮູ້ຫຼືວ່າ ຍິງງາມນັ້ນ ເປັນວັນນະກະສັດ ຫຼືວ່າເປັນວັນນະພຣາມ ຫຼືວ່າເປັນວັນນະແພດ ຫຼືວ່າເປັນວັນນະສູດຊັ້ນຕໍ່າ” ? ເມື່ອຖືກຖາມເຊັ່ນນີ້ແລ້ວ ເຂົາຕອບວ່າ ຂ້າພະເຈົ້າ ບໍ່ຮູ້. ຊົນ ທ. ຖາມເຂົາຕໍ່ໄປວ່າ “ບຸຣຸສຜູ້ຈະເຣີນ ! ຍິງງາມແຫ່ງຊົນນະບົດທີ່ທ່ານປາຖນາ ຢາກຈະໄດ້ນັ້ນ ມີຊື່ແນວໃດ, ເປັນໂຄຕອັນໃດ, ເປັນຄົນສູງ ຫຼືຄົນຕໍ່າ ຫຼືປານກາງ, ເປັນຄົນຜິວດໍາ ຫຼືຜິວຄໍ້າ ຫຼືຜິວສີຄໍາ ; ຢູ່ໃນໝູ່ບ້ານ ຫຼືໃນເຂດ ຫຼືໃນນະຄອນໃດ” ? ເມື່ອຖືກຖາມເຊັ່ນນີ້ແລ້ວ ເຂົາຕອບວ່າ ຂ້າພະເຈົ້າບໍ່ຮູ້. ຊົນ ທ. ຖາມເຂົາຕໍ່ໄປວ່າ “ບຸຣຸສຜູ້ຈະເຣີນ ! ທ່ານກໍບໍ່ຮູ້ຈັກ ບໍ່ເຄີຍເຫັນຍິງງາມແຫ່ງຊົນນະບົດທີ່ທ່ານປາຖນາຢາກຈະໄດ້ນັ້ນ ແມ່ນບໍ່” ເມື່ອຖືກຖາມເຊັ່ນນີ້ແລ້ວ ເຂົາຕອບວ່າ ຖືກແລ້ວ ໂປຕຖະປາທະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ເມື່ອເຂົາກ່າວຢູ່ເຊັ່ນນັ້ນ ຄໍາຂອງບຸຣຸສນັ້ນຍ່ອມເຖິງຊຶ່ງຄວາມເປັນຄໍາທີ່ໃຜໆ ຈະບໍ່ຍອມຄ້ອຍຕາມ ບໍ່ແມ່ນຫຼື ? “ແນ່ນອນ ຂ້ານ້ອຍ !” ໂປຕຖະປາທະ ! ຂໍ້ນີ້ເປັນເຊັ່ນໃດ ຖ້ອຍຄໍາຂອງສະມະນະພຣາມຜູ້ມີວາທະແບບນັ້ນ ມີທິຕຖິແບບນັ້ນ ກໍເປັນເຊັ່ນນັ້ນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໑໗

ໂປຕຖະປາທະ ! ຫຼືວ່າເໝືອນດັ່ງວ່າ : ບຸຣຸສຄົນໜຶ່ງສ້າງບັນໄດ (ສູງຊະນິດທີ່ເຮັດເພື່ອ) ພາດຂຶ້ນສູ່ຜາສາດ ຢູ່ທີ່ຫົນທາງສີ່ແຍກ. ຊົນ ທ. ຖາມເຂົາວ່າ “ບຸຣຸສຜູ້ຈະເຣີນ ! ທ່ານຮູ້ຫຼືວ່າ ຜາສາດທີ່ທ່ານເຮັດບັນໄດເພື່ອຈະພາດນັ້ນ ຢູ່ທາງທິສຕາເວັນອອກ ຫຼືທາງທິສໃຕ້ ຢູ່ທາງທິສຕາເວັນຕົກ ຫຼືທາງທິສເໜືອ ; ເປັນຜາສາດສູງ ຫຼືຜາສາດຕໍ່າ ຫຼືປານກາງ ? ເມື່ອຖືກຖາມເຊັ່ນນີ້ແລ້ວເຂົາຕອບວ່າ ຂ້າພະເຈົ້າບໍ່ຮູ້. ຊົນ ທ. ຖາມເຂົາຕໍ່ໄປວ່າ “ບຸຣຸສຜູ້ຈະເຣີນ ! ທ່ານກໍບໍ່ຮູ້ຈັກ ບໍ່ເຄີຍເຫັນຜາສາດທີ່ທ່ານເຮັດບັນໄດເພື່ອຈະພາດນັ້ນ ແມ່ນບໍ່”. ເມື່ອຖືກຖາມເຊັ່ນນີ້ ເຂົາຕອບວ່າ ຖືກແລ້ວ ໂປຕຖະປາທະ ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ເມື່ອເຂົາກ່າວຢູ່ເຊັ່ນນີ້ ຄໍາຂອງບຸຣຸສນັ້ນ ຍ່ອມເຖິງຊຶ່ງຄວາມເປັນຄໍາທີ່ໃຜໆ ຈະບໍ່ຍອມຄ້ອຍຕາມ ບໍ່ແມ່ນຫຼື ? “ແນ່ນອນ ຂ້ານ້ອຍ !” ໂປຕຖະປາທະ ! ຂໍ້ນີ້ເປັນເຊັ່ນໃດ ຖ້ອຍຄໍາຂອງສະມະນະພຣາມຜູ້ມີວາທະແບບນັ້ນ ມີທິຕຖິແບບນັ້ນ ກໍເປັນເຊັ່ນນັ້ນ.

໔໑໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ