ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ໃນບັນດາລັດທິທັງສາມນັ້ນ ສະມະນະພຣາມພວກໃດມີຖ້ອຍຄໍາ ແລະຄວາມເຫັນວ່າ “ບຸກຄົນໃດໄດ້ຮັບສຸຂຫຼືທຸກຂ໌ ຫຼືບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະການນິຣະມິຕ ບັນດານຂອງຜູ້ທີ່ເປັນເຈົ້າເປັນນາຍ (ອິສວຣ)” ດັ່ງນີ້ມີຢູ່ ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນແລ້ວ ສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າດັ່ງນັ້ນ (ໃນບັດນີ້) ຄົນທີ່ຂ້າສັຕ ...ລັກຊັບ ...ປະພຶດຜິດພຣົມມະຈັນ ...ເວົ້າຂີ້ຕົວະ ...ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ ...ເວົ້າໂລເລ ...ມີໃຈລະໂມບເພັ່ງເລັງ ...ມີຈິຕພະຍາບາດ ...ມີຄວາມເຫັນວິປະຣິຕ ເຫຼົ່ານີ້ເຍື່ອງໃດເຍື່ອງໜຶ່ງ ນັ້ນກໍຕ້ອງເປັນເພາະການນິຣະມິຕ ບັນດານຂອງຜູ້ທີ່ເປັນເຈົ້າເປັນນາຍດ້ວຍ. ກໍ ເມື່ອມົວແຕ່ຖືເອົາການນິຣະມິຕບັນດານຂອງຜູ້ທີ່ເປັນເຈົ້າເປັນນາຍ ມາເປັນສາຣະສໍາຄັນດັ່ງນີ້ແລ້ວ ຄົນເຫຼົ່ານັ້ນກໍບໍ່ມີຄວາມຢາກເຮັດ ຫຼືຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ ສິ່ງນີ້ຄວນເຮັດ ສິ່ງນີ້ບໍ່ຄວນເຮັດອີກຕໍ່ໄປ. ເມື່ອກະຣະນີຍະກິດແລະອະກະຣະນີຍະກິດ ບໍ່ຖືກລົງມື ຫຼືຖືກລະເວັ້ນໃຫ້ຈິງໆຈັງໆ ກັນແລ້ວ ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ ກໍບໍ່ມີອັນໃດທີ່ຈະມາເອີ້ນຕົນວ່າເປັນສະມະນະຢ່າງຊອບທັມໄດ້.” ດັ່ງນີ້.

ພິກຂຸ ທ. ! ນີ້ແລ ແງ່ສໍາລັບຂົ່ມຢ່າງເປັນທັມ ແກ່ສະມະນະພຣາມທັງຫຼາຍ ຜູ້ມີຖ້ອຍຄໍາ ແລະຄວາມເຫັນເຊັ່ນນັ້ນ ແງ່ທີສອງ.

໑. ບາລີ ມຫາວັກຄະ ຕິກ. ອັງ. ໒໐/໒໒໓/໕໐໑. ຕຣັດແກ່ພິກຂຸທັງຫຼາຍ.

໔໑໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງ “ເຢີ້ຍ” ລັດທິທີ່ວ່າ ສຸຂທຸກຂ໌ບໍ່ມີອັນໃດເປັນເຫດເປັນປັດຈັຍ ໑

(ເລື່ອງຕອນຕົ້ນຂອງເລື່ອງນີ້ ຕໍ່ເປັນເລື່ອງດຽວກັບຕອນຕົ້ນຂອງເລື່ອງກ່ອນ)

ພິກຂຸ ທ. ! ໃນບັນດາລັດທິທັງສາມນັ້ນ, ສະມະນະພຣາມພວກໃດມີຖ້ອຍຄໍາ ແລະຄວາມເຫັນວ່າ “ບຸກຄົນໃດໄດ້ຮັບສຸຂຫຼືທຸກຂ໌ ຫຼືບໍ່ແມ່ນສຸຂບໍ່ແມ່ນທຸກຂ໌ ທັງໝົດນັ້ນບໍ່ມີ ອັນໃດເປັນເຫດເປັນປັດຈັຍເລີຍ” ດັ່ງນີ້ ມີຢູ່ ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນແລ້ວ ສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າດັ່ງນັ້ນ (ໃນບັດນີ້) ຄົນທີ່ຂ້າສັຕ ...ລັກຊັບ ...ປະພຶດຜິດພຣົມມະຈັນ ...ເວົ້າຂີ້ຕົວະ ...ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ ...ເວົ້າໂລເລ ...ມີໃຈລະໂມບເພັ່ງເລັງ ...ມີໃຈພະຍາບາດ ...ມີຄວາມເຫັນວິປະຣິຕ ເຫຼົ່ານີ້ເຍື່ອງໃດເຍື່ອງໜຶ່ງ ນັ້ນກໍຕ້ອງບໍ່ມີອັນໃດເປັນເຫດເປັນປັດຈັຍເລີຍ ດ້ວຍ. ກໍ ເມື່ອມົວແຕ່ຖືເອົາຄວາມທີ່ບໍ່ມີອັນໃດ ເປັນເຫດເປັນປັດຈັຍເລີຍ ມາເປັນສາຣະສໍາຄັນດັ່ງນີ້ແລ້ວ ຄົນເຫຼົ່ານັ້ນ ກໍບໍ່ມີຄວາມຢາກເຮັດ ຫຼືຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ ສິ່ງນີ້ຄວນເຮັດ ສິ່ງນີ້ບໍ່ຄວນເຮັດອີກຕໍ່ໄປ. ເມື່ອກະຣະນີຍະກິດແລະອະກະຣະນີຍະກິດ ບໍ່ຖືກລົງມື ຫຼືຖືກລະເວັ້ນໃຫ້ຈິງໆຈັງໆ ກັນແລ້ວ ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ ກໍບໍ່ມີອັນໃດ ທີ່ຈະມາເອີ້ນຕົນວ່າ ເປັນສະມະນະຢ່າງຊອບທັມໄດ້.” ດັ່ງນີ້.

ພິກຂຸ ທ. ! ນີ້ແລ ແງ່ສໍາລັບຂົ່ມຢ່າງເປັນທັມ ແກ່ສະມະນະພຣາມທັງຫຼາຍ ຜູ້ມີຖ້ອຍຄໍາແລະຄວາມເຫັນເຊັ່ນນັ້ນ ແງ່ທີສາມ.

໑. ບາລີ ມຫາວັກຄະ ຕິກ. ອັງ. ໒໐/໒໒໔/໕໐໑. ຕຣັດແກ່ພິກຂຸທັງຫຼາຍ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໑໕

ທົງມີວິທີກີດກັນພວກທີ່ຖືລັດທິວ່າມີອັຕຕາ ໑

ໂປຕຖະປາທະ ! ມີສະມະນະພຣາມພວກໜຶ່ງ ຊຶ່ງມີວາທະ ມີທິຕຖິ ເຊັ່ນນີ້ວ່າ “ມີອັຕຕາ (ຕົວຕົນ) ຊຶ່ງມີສຸຂໂດຍສ່ວນດຽວ ຫາໂຣຄາບໍ່ໄດ້ ພາຍຫຼັງແຕ່ການຕາຍ” ດັ່ງນີ້. ເຮົາໄດ້ ເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວກ່າວແນວນີ້ວ່າ ໄດ້ຍິນມາວ່າ ທ່ານຜູ້ມີອາຍຸ ທ. ມີວາທະ ມິທິຕຖິວ່າ “ມີອັຕຕາ ຊຶ່ງມີສຸຂໂດຍສ່ວນດຽວ ຫາໂຣຄາບໍ່ໄດ້ ພາຍຫຼັງແຕ່ຕາຍແລ້ວ” ດັ່ງນີ້ ແມ່ນແທ້ບໍ່ ?

ເມື່ອເຂົາຕອບວ່າ ແມ່ນແທ້. ເຮົາໄດ້ກ່າວກັບເຂົາແນວນີ້ວ່າ ເອີ້ກໍ ທ່ານ ທ. ຮູ້ຢູ່ ເຫັນຢູ່ ຊຶ່ງໂລກ ອັັນມີສຸຂໂດຍສ່ວນດຽວ ຢູ່ຫຼື ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ