ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ທົງລະບຸລັດທິມັກຂະລິວາທະ ວ່າເປັນລັດທິທໍາລາຍໂລກ ໑

ພິກຂຸ ທ. ! ໃນບັນດາຜ້າທີ່ຕໍ່າດ້ວຍສິ່ງເປັນເສັ້ນໆ ກັນແລ້ວ ຜ້າເກສະກັມພົລ (ຜ້າຕໍ່າດ້ວຍຜົມຄົນ) ນັບວ່າເປັນຜ້າຊັ້ນຕໍ່າທີ່ສຸດ. ຜ້າເກສະກັມພົລນີ້ ເມື່ອອາກາດໜາວ ມັນກໍເຢັນໂພດ, ສີກໍບໍ່ງາມ ກິ່ນກໍເໝັນ ເນື້ອຜ້າກໍຫຍາບແຂງ ; ຂໍ້ນີ້ເປັນເຊັ່ນໃດ, ພິກຂຸ ທ. ! ໃນບັນດາລັດທິຕ່າງໆ ຂອງເຫຼົ່າປຸຖຸສະມະນະແລ້ວ ລັດທິມັກຂະລິວາທະ ນັບວ່າເປັນລັດທິຊົ່ວຮ້າຍທີ່ສຸດ ເຊັ່ນນັ້ນ.

ພິກຂຸ ທ. ! ມັກຂະລິໂມຄະບຸຣຸສນັ້ນ ມີຖ້ອຍຄໍາແລະຫຼັກຄວາມເຫັນວ່າ “ກັມບໍ່ມີ, ກິຣິຍາບໍ່ມີ, ຄວາມພຽນບໍ່ມີ” (ຄືໃນໂລກນີ້ ຢ່າວ່າແຕ່ຈະມີຜົລກັມເລີຍ ແມ່ນແຕ່ໂຕກັມເອງກໍບໍ່ມີ, ເຮັດອັນໃດເທົ່າກັບບໍ່ເຮັດ, ກິຣິຍາແລະຄວາມພຽນກໍມີນັຍດັ່ງດຽວກັນ).

ພິກຂຸ ທ. ! ເຖິງແມ່ນອະຣະຫັນຕະສັມມາສັມພຸດທະເຈົ້າທັງຫຼາຍ ທີ່ເຄີຍມີແລ້ວ ໃນອະດີຕຕະກາລນານໄກ ທ່ານເຫຼົ່ານັ້ນກໍລ້ວນແຕ່ເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຢະ. ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານພຣະອະຣະຫັນຕະສັມມາສັມພຸດທະເຈົ້ານັ້ນ ວ່າ ບໍ່ມີກັມ ບໍ່ມີກິຣິຍາ ບໍ່ມີວິຣິຢະ ດັ່ງນີ້.

ພິກຂຸ ທ. ! ເຖິງແມ່ນອະຣະຫັນຕະສັມມາສັມພຸດທະເຈົ້າທັງຫຼາຍ ທີ່ຈະມີມາໃນອະນາຄົຕຕະກາລນານໄກ ເບື້ອງໜ້າ ທ່ານເຫຼົ່ານັ້ນ ກໍລ້ວນແຕ່ເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຢະ ດັ່ງນີ້. ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານພຣະອະຣະຫັນຕະສັມມາສັມພຸດທະເຈົ້າ ເຫຼົ່ານັ້ນ ວ່າ ບໍ່ມີກັມ ບໍ່ມີກິຣິຍາ ບໍ່ມີວິຣິຢະ ດັ່ງນີ້.

ພິກຂຸ ທ. ! ໃນກາລນີ້ ແມ່ນວ່າ ເຮົາເອງຜູ້ເປັນອະຣະຫັນຕະສັມມາສັມພຸດທະ ກໍເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຢະ. ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານເຮົາວ່າ ບໍ່ມີກັມ ບໍ່ມີກິຣິຍາ ບໍ່ມີວິຣິຢະ ດັ່ງນີ້.

໑. ບາລີ ໂຍທາຊີວັກຄະ ຕິກ. ອັງ. ໒໐/໓໖໙/໕໗໗. ຕຣັດແກ່ພິກຂຸທັງຫຼາຍ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໑໙

ພິກຂຸ ທ. ! ຄົນເຂົາວາງເຄື່ອງດັກປາ ໄວ້ທີ່ປາກແມ່ນໍ້າ ບໍ່ແມ່ນເພື່ອຄວາມເກື້ອກູນ, ແຕ່ເພື່ອຄວາມທຸກຂ໌ ຄວາມວອດວາຍ ຄວາມຈິບຫາຍ ແກ່ພວກປາທັງຫຼາຍເຊັ່ນໃດ ; ມັກຂະລິໂມຄະບຸຣຸສເກີດຂຶ້ນໃນໂລກ ເປັນໝືອນກັບຜູ້ວາງເຄື່ອງດັກມະນຸສໄວ້ ບໍ່ແມ່ນເພື່ອຄວາມເກື້ອກູນ, ແຕ່ເພື່ອຄວາມທຸກຂ໌ ຄວາມວອດວາຍ ຄວາມຈິບຫາຍ ແກ່ສັຕທັງຫຼາຍໝູ່ໃຫຍ່ ເຊັ່ນນັ້ນ.

(ຈ. ກ່ຽວກັບການທີ່ມີຜູ້ອື່ນເຂົ້າໃຈຜິດ ໒໓ ເລື່ອງ)

ທົງເຮັດຜູ້ມຸ່ງຮ້າຍໃຫ້ຜ່າຍແພ້ພັຍຕົນເອງ ໑

ອັກຄິເວສະນະ ! ທ່ານສໍາຄັນວ່າແນວໃດ ໃນຂໍ້ທີ່ທ່ານກ່າວວ່າ “ຮູບເປັນຕົວຕົນຂອງເຮົາ” ດັ່ງນີ້, ກໍອໍານາດຂອງທ່ານອາດເປັນໄປໄດ້ ໃນຮູບນັ້ນວ່າ ຮູບຈົ່ງເປັນເຊັ່ນນີ້ໆເຖີ້ນ ຢ່າໄດ້ເປັນເຊັ່ນນັ້ນໆເລີຍ” ດັ່ງນີ້ຫຼື ?

ສັຈຈະກະອັກຄິເວສະນະ ໄດ້ທູນຕອບວ່າ “ຂໍ້ນີ້ບໍ່ເປັນແບບນັ້ນດອກ ພຣະໂຄດົມ !”

ອັກຄິເວສະນະ ! ທ່ານຈົ່ງໃຄ່ຄວນ, ໃຄ່ຄວນແລ້ວຈຶ່ງກ່າວແກ້ ຄໍາຫຼັງຂອງທ່ານບໍ່ເຂົ້າກັນໄດ້ກັບຄໍາກ່ອນ ຄໍາກ່ອນບໍ່ເຂົ້າກັນກັບຄໍາຫຼັງເສຍແລ້ວ. ອັກຄິເວສະນະ ! ທ່ານຈະສໍາຄັນຂໍ້ນີ້ວ່າ ແນວໃດ : ຮູບທ່ຽງຫຼືບໍ່ທ່ຽງ ?

“ບໍ່ທ່ຽງ, ພຣະໂຄດົມ !”

ອັກຄິເວສະນະ ! ສິ່ງໃດບໍ່ທ່ຽງ ສິ່ງນັ້ນສໍ່ທຸກຂ໌ຫຼືສໍ່ສຸຂ ?

“ສໍ່ທຸກຂ໌, ພຣະໂຄດົມ !”

໑. ບາລີ ຈູລະສັຈຈະກະສູຕ ມູ. ມ. ໑໒/໔໒໙/໓໙໘. ຕຣັດແກ່ສັຈຈະກະນິຄັນຖະບຸຕ ອັກຄິເວສະນະໂຄຕ.

໔໒໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ສິ່ງໃດບໍ່ທ່ຽງ ສໍ່ທຸກຂ໌ ມີຄວາມແປປ່ຽນເປັນທໍາມະດາ, ຄວນຫຼືຈະຕາມເຫັນສິ່ງນັ້ນວ່າ ເປັນຂອງເຮົາ ເປັນເຮົາ ເປັນໂຕຂອງເຮົາ ດັ່ງນີ້ ?

“ບໍ່ຄວນເລີຍ, ພຣະໂຄດົມ !”

(ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີການຖາມຕອບ ໂດຍຮູບແບບດຽວກັນນີ້.)

ອັກຄິເວສະນະ ! ທ່ານຈະເຂົ້າໃຈວ່າແນວໃດ : ເມື່ອຮູບການເປັນເຊັ່ນນີ້ ໂຕທ່ານຕິດທຸກຂ໌ແລ້ວ ເຂົ້າເຖິງທຸກຂ໌ແລ້ວ ຈົມເຂົ້າໄປໃນທຸກຂ໌ແລ້ວ ທ່ານຈະເຫັນທຸກຂ໌ນັ້ນວ່າ “ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນຕົວຕົນຂອງເຮົາ” ດັ່ງນີ້ ຊັ້ນບໍ ?

“ເປັນຫຍັງຈະບໍ່ເປັນເຊັ່ນນັ້ນໜໍ, ພຣະໂຄດົມ !”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ