ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ພວກເຈົ້າຈົ່ງກ່າວ (ຖາມ) ປະຣິບພາຊົກເດຍຣະຖີອື່ນ ຜູ້ກ່າວຢູ່ເຊັ່ນນັ້ນວ່າ “ທ່ານຜູ້ມີອາຍຸ ! ກໍເມຕຕາເຈໂຕວິມຸດ ---ກະຣຸນາເຈໂຕວິມຸດ ---ມຸທິຕາເຈໂຕວິມຸດ ---ອຸເປກຂາເຈໂຕວິມຸດ ຈະເຣີນກັນແລ້ວແນວໃດ ມີທັມອັນໃດເປັນຢ່າງຍິ່ງ ມີຜົລແນວໃດ ມີທີ່ສຸດຈົບແນວໃດ ?” (ເມື່ອຕຣັດ ຕຣັດເທື່ອລະຢ່າງ ແຍກເປັນ ໔ ຕອນ ຕາມຈໍານວນຂອງ ເມຕຕາ ກະຣຸນາ ມຸທິຕາ ອຸເປກຂາ ໂດຍມີລໍາດັບອັກສອນແບບດຽວກັນ) ດັ່ງນີ້.
ພິກຂຸ ທ. ! ເມື່ອຖືກຖາມເຊັ່ນນີ້ ປະຣິບພາຊົກເດຍຣະຖີອື່ນ ທ. ເຫຼົ່ານັ້ນ ຈະບໍ່ມີຄໍາຕອບ ຈະອຶດອັດໃຈຢ່າງຍິ່ງ. ຂໍ້ນັ້ນເພາະເຫດໃດໜໍ ? ພິກຂຸ ທ. ! ເພາະວ່າ ຂໍ້ນັ້ນບໍ່ຢູ່ໃນວິໄສ. ພິກຂຸ ທ. ! ເຮົາມອງບໍ່ເຫັນໃຜໃນໂລກ ພ້ອມເທວະໂລກ ມາຣະໂລກ ພຣົມມະໂລກ ໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ ທີ່ຈະຕອບປັນຫານີ້ໃຫ້ເປັນທີ່ພໍໃຈໄດ້ ເວັ້ນເສຍແຕ່ຕະຖາຄົຕ ຫຼືສາວົກຂອງຕະຖາຄົຕ ຫຼືພວກທີ່ຟັງໄປຈາກຄົນທັງສອງນີ້.
໑. ບາລີ ມຫາວາຣ. ສັງ. ໑໙/໑໖໑/໕໗໔. ຕຣັດແກ່ພິກຂຸ ທ. ທີ່ຫະລິດທະວະສະນະນິຄົມ
ໂກລິຢະຊົນນະບົດ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໙໑
ພິກຂຸ ທ. ! ກໍເມຕຕາເຈໂຕວິມຸດ ຈະເຣີນກັນແລ້ວແນວໃດ ມີຄະຕິແນວໃດ ມີທັມອັນໃດເປັນຢ່າງຍິ່ງ ມີຜົລແບບໃດ ມີທີ່ສຸດຈົບແນວໃດ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌ … ທັມມະວິຈະຢະສັມໂພຊຊົງຄ໌ …ວິຣິຢະສັມໂພຊຊົງຄ໌ …ປີຕິສັມໂພຊຊົງຄ໌ …ປັດສັດທິສັມໂພຊຊົງຄ໌ …ສະມາທິສັມໂພຊຊົງຄ໌ …ອຸເປກຂາສັມໂພຊຊົງຄ໌ (ເມື່ອຕຣັດ ຕຣັດເທື່ອລະໂພຊຊົງຄ໌ ເປັນ ໗ ຕອນ ຕາມຈໍານວນຂອງສັມໂພຊຊົງຄ໌ແຕ່ລະໂພຊຊົງຄ໌) ເປັນສັມໂພຊຊົງຄ໌ທີ່ສະຫະຣະຄະຕະ ດ້ວຍເມຕຕາ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ ນ້ອມໄປເພື່ອໂວດສັກຄະ. ຖ້າພິກຂຸນັ້ນຫວັງຈະເປັນຜູ້ມີສັນຍາວ່າປະຕິກູລ ໃນສິ່ງທີ່ບໍ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລນັ້ນໄດ້ ຢູ່. ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າບໍ່ປະຕິກູລໃນສິ່ງທີ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລ ຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລແລະສິ່ງທີ່ບໍ່ປະຕິກູລ ຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລແລະສິ່ງທີ່ບໍ່ປະຕິກູລ ນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເລີກຖອນ ສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລ ທັງສອງຢ່າງນັ້ນເສຍ ແລ້ວເປັນຜູ້ອຸເປກຂາ ມີສະຕິສັມປະຊັນຍະຢູ່ ເຂົາກໍຍ່ອມເປັນຜູ້ອຸເປກຂາ ມີສະຕິ ສັມປະຊັນຍະ ໃນທັມນັ້ນໄດ້ ຢູ່ ; ອີກຢ່າງໜຶ່ງ ເຂົານັ້ນຍ່ອມເຂົ້າເຖິງ ສຸພະວິໂມກຂ໌ ແລ້ວແລຢູ່. ໃນກໍລະນີນີ້ ເປັນວິມຸຕຂອງພິກຂຸຜູ້ມີປັນຍາ ຊະນິດທີ່ຍັງບໍ່ແທງຕະຫຼອດວິມຸດອັນຍິ່ງຂຶ້ນໄປ.
ພິກຂຸ ທ. ! ກໍ ກະຣຸນາເຈໂຕວິມຸດ ຈະເຣີນກັນແລ້ວແນວໃດ ມີຄະຕິແນວໃດ ມີທັມອັນໃດເປັນຢ່າງຍິ່ງ ມີຜົລແບບໃດ ມີທີ່ສຸດຈົບແນວໃດ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌ … ທັມມະວິຈະຢະສັມໂພຊຊົງຄ໌ …ວິຣິຢະສັມໂພຊຊົງຄ໌ …ປີຕິສັມໂພຊຊົງຄ໌ …ປັດສັດທິສັມໂພຊຊົງຄ໌ …
໓໙໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔








