ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ສະມາທິສັມໂພຊຊົງຄ໌ …ອຸເປກຂາສັມໂພຊຊົງຄ໌ ເປັນສັມໂພຊຊົງຄ໌ທີ່ສະຫະຣະຄະຕະດ້ວຍກະຣຸນາ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສ ນິໂຣທະ ນ້ອມໄປເພື່ອໂວດສັກຄະ. ຖ້າພິກຂຸນັ້ນຫວັງຈະເປັນຜູ້ມີສັນຍາວ່າປະຕິກູລ ໃນສິ່ງທີ່ບໍ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລ ນັ້ນໄດ້ ຢູ່. ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າບໍ່ປະຕິກູລໃນສິ່ງທີ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລ ຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລແລະສິ່ງທີ່ບໍ່ປະຕິກູລ ຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລແລະສິ່ງທີ່ບໍ່ປະຕິກູລ ນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເລີກຖອນ ສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລ ທັງສອງຢ່າງນັ້ນເສຍ ແລ້ວເປັນຜູ້ອຸເປກຂາ ມີສະຕິສັມປະຊັນຍະຢູ່ ເຂົາກໍຍ່ອມເປັນຜູ້ອຸເປກຂາ ມີສະຕິສັມປະຊັນຍະ ໃນທັມນັ້ນໄດ້ ຢູ່ ; ອີກຢ່າງໜຶ່ງ ເຂົານັ້ນ ເພາະການກ້າວຜ່ານເສຍໄດ້ ຊຶ່ງຮູບສັນຍາ ເພາະການຕັ້ງຢູ່ບໍ່ໄດ້ແຫ່ງປະຕິຄະສັນຍາ ເພາະການບໍ່ຝຶກໃນໃຈຊຶ່ງນານັຕຕະສັນຍາ ໂດຍປະການທັງປວງ ຈຶ່ງເຂົ້າເຖິງ ອາກາສານັນຈາ ຢະຕະນະ ອັນມີການກໍານົດໃນໃຈວ່າ “ອະນັນໂຕ ອາກາໂສ” ດັ່ງນີ້ ແລ້ວແລຢູ່. ພິກຂຸ ທ. ! ເຮົາກ່າວກະຣຸນາເຈໂຕວິມຸດ ວ່າເປັນທັມມີອາກາສານັນຈາຢະຕະນະ ເປັນຢ່າງຍິ່ງ. ໃນກໍລະນີນີ້ ເປັນວິມຸດຂອງພິກຂຸຜູ້ມີປັນຍາ ຊະນິດທີ່ຍັງບໍ່ແທງຕະຫຼອດວິມຸດອັນຍິ່ງຂຶ້ນໄປ.

ພິກຂຸ ທ. ! ກໍ ມຸທິຕາເຈໂຕວິມຸດ ຈະເຣີນກັນແລ້ວແນວໃດ ມີຄະຕິແນວໃດ ມີທັມອັນໃດເປັນຢ່າງຍິ່ງ ມີຜົລແບບໃດ ມີທີ່ສຸດຈົບແນວໃດ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌ … ທັມມະວິຈະຢະສັມໂພຊຊົງຄ໌ …ວິຣິຢະສັມໂພຊຊົງຄ໌ …ປີຕິສັມໂພຊຊົງຄ໌ …ປັດສັດທິສັມໂພຊຊົງຄ໌ …

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໙໓

ສະມາທິສັມໂພຊຊົງຄ໌ …ອຸເປກຂາສັມໂພຊຊົງຄ໌ ເປັນສັມໂພຊຊົງຄ໌ທີ່ສະຫະຣະຄະຕະດ້ວຍມຸທິຕາ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສ ນິໂຣທະ ນ້ອມໄປເພື່ອໂວດສັກຄະ. ຖ້າພິກຂຸນັ້ນຫວັງຈະເປັນຜູ້ມີສັນຍາວ່າປະຕິກູລ ໃນສິ່ງທີ່ບໍ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລ ນັ້ນໄດ້ ຢູ່. ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າບໍ່ປະຕິກູລໃນສິ່ງທີ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລ ຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລແລະສິ່ງທີ່ບໍ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລແລະສິ່ງທີ່ບໍ່ປະຕິກູລ ນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເລີກຖອນ ສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລທັງສອງຢ່າງນັ້ນເສຍ ແລ້ວເປັນຜູ້ອຸເປກຂາ ມີສະຕິສັມປະຊັນຍະຢູ່ ເຂົາກໍຍ່ອມເປັນຜູ້ອຸເປກຂາ ມີສະຕິສັມປະຊັນຍະ ໃນທັມນັ້ນໄດ້ ຢູ່ ; ອີກຢ່າງໜຶ່ງ ເຂົານັ້ນ ເພາະການກ້າວຜ່ານເສຍໄດ້ ຊຶ່ງ ອາກາສານັນຈາຢະຕະນະ ໂດຍປະການທັງປວງ ຈຶ່ງເຂົ້າເຖິງ ວິນຍານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ “ອະນັນຕັງ ວິນຍານັງ” ດັ່ງນີ້ ແລ້ວແລຢູ່. ພິກຂຸ ທ. ! ເຮົາກ່າວມຸທິຕາເຈໂຕວິມຸດ ວ່າເປັນທັມມີ ວິນຍານັນຈາຢະຕະນະ ເປັນຢ່າງຍິ່ງ. ໃນກໍລະນີນີ້ ເປັນວິມຸດຂອງພິກຂຸຜູ້ມີປັນຍາ ຊະນິດທີ່ຍັງບໍ່ແທງຕະຫຼອດວິມຸດອັນຍິ່ງຂຶ້ນໄປ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ