ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເພາະເຫດນັ້ນ ໃນເລື່ອງນີ້ ແມ່ນວ່າພວກເຈົ້າ ຈົ່ງເປັນຜູ້ມີຄວາມບໍ່ບຽດບຽນເປັນທີ່ມາຍິນດີ ຍິນດີແລ້ວໃນຄວາມບໍ່ບຽດບຽນ ຢູ່ເຖີ້ນ. ເມື່ອເຈົ້າ ທ. ເປັນຜູ້ມີຄວາມບໍ່ບຽດບຽນເປັນທີ່ມາຍິນດີ ຍິນດີແລ້ວໃນຄວາມບໍ່ບຽດບຽນ ຢູ່. ເຂມະວິຕົກນັ້ນແຫຼະ ຈັກອອດອ້ອນຮຽກຮ້ອງ ເຈົ້າ ທ. ຢ່າງສຸດຍິ່ງ ວ່າ “ດ້ວຍພຶດຕິກັມອັນນີ້ ເຮົາ ທ. ຍ່ອມບໍ່ເຮັດສັຕໃດໆໃຫ້ລໍບາກ ບໍ່ວ່າຈະເປັນສັຕທີ່ຍັງຫວັ່ນໄຫວຢູ່ ຫຼືເປັນສັຕທີ່ໝັ້ນຄົງແລ້ວ” ດັ່ງນີ້.

ພິກຂຸ ທ. ! ພວກເຈົ້າ ຈົ່ງເປັນຜູ້ມີປະວິເວກເປັນທີ່ມາຍິນດີ ຍິນດີແລ້ວໃນ ປະວິເວກ ຢູ່ເຖີ້ນ. ພິກຂຸ ທ. ! ເມື່ອເຈົ້າ ທ. ເປັນຜູ້ມີປະວິເວກເປັນທີ່ມາຍິນດີ ຍິນດີແລ້ວໃນປະວິເວກຢູ່, ວິເວກວິຕົກນັ້ນແຫຼະ ຈັກອອດອ້ອນຮຽກຮ້ອງ ເຈົ້າ ທ. ຢ່າງສຸດຍິ່ງວ່າ “ອັນໃດເປັນອະກຸສົລ ອັນໃດເຮົາຍັງລະບໍ່ໄດ້, ເຮົາຈະລະອັນໃດ” ດັ່ງນີ້.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໘໓

ການສະເດັດສຸດທາວາສ ໑

ພິກຂຸ ທ. ! ໃນກາລະຄັ້ງໜຶ່ງ ເຮົາພັກຢູ່ ນະ ພຸ່ມພະຍາໄມ້ສາລະ ປ່າສຸພະວັນ ໃນເຂດອຸກກັດຖະນະຄອນ. ເມື່ອເຮົາຫຼີກງຽບຢູ່ ນະ ທີ່ບ່ອນນັ້ນ ໄດ້ເກີດຄວາມຄິດຂຶ້ນໃນໃຈວ່າ ພົບເປັນບ່ອນກໍາເນີດທີ່ເຮົາບໍ່ເຄີຍກໍາເນີດນັ້ນ ບໍ່ຫາໄດ້ງ່າຍໆເລີຍ ນອກຈາກຊັ້ນສຸດທາວາສ ປະເພດດຽວ. ຖ້າແນວໃດ ເຮົາຈົ່ງໄປຫາພວກເທບຊັ້ນສຸດທາວາສເຖີ້ນ. ລໍາດັບນັ້ນ ເຮົາໄດ້ອອກຈາກພຸ່ມພະຍາໄມ້ສາລະ ປ່າສຸພະວັນ ໃນເຂດອຸກກັດຖະນະຄອນ ໄປປາກົດຢູ່ ໃນໝູ່ເທວະດາຊັ້ນອະວິຫາ ວ່ອງໄວ ເທົ່າເວລາທີ່ບຸຣຸສແຂງແຮງ ຢຽດແຂນອອກແລ້ວງໍເຂົ້າ ເທົ່ານັ້ນ.

ພິກຂຸ ທ. ! ໝູ່ເທວະດານັບຮ້ອຍ ນັບພັນເປັນຈໍານວນຫຼາຍ ໃນເທບນິກາຍນັ້ນ ໄດ້ເຂົ້າມາຫາເຮົາ ຄັນໄຫວ້ແລ້ວຢືນຢູ່ທີ່ຄວນ. (ພວກເທບຊາວສຸດທາວາສນັ້ນ ໄດ້ທູນເລົ່າເລື່ອງການບັງເກີດຂຶ້ນໃນໂລກ ຂອງບັນດາພຣະພຸດທະເຈົ້າແຕ່ລະພຣະອົງຄ໌ ວ່າ ມີຊາດ ຊື່ ໂຄຕ ສີລ ທັມ ປັນຍາ ວິຫາຣທັມ ແລະວິມຸດເປັນຕົ້ນ ວ່າເປັນເຊັ່ນນັ້ນໆ. ແລ້ວເລົ່າເຖິງຄວາມທີ່ຕົນເອງໄດ້ເຄີຍປະພຶດພຣົມມະຈັນ ໃນພຣະພຸດທະເຈົ້າອົງຄ໌ນັ້ນໆ, ຈຶ່ງໄດ້ມີການຄາຍຄວາມພໍໃຈໃນກາມທັງຫຼາຍ ໄດ້ມາບັງເກີດໃນ ພຣົມມະວິມານນັ້ນໆ).

ພິກຂຸ ທ. ! ລໍາດັບນັ້ນ ເຮົາພ້ອມດ້ວຍເທວະດາຊັ້ນອະວິຫາ ໄດ້ພາກັນໄປຍັງສຸດທາວາສຊັ້ນອະຕັບປາ, ເຮົາພ້ອມດ້ວຍເທວະດາທັງສອງຊັ້ນ ໄດ້ພາກັນໄປຍັງສຸດທາວາສ ຊັ້ນສຸທັດສາ, ເຮົາພ້ອມດ້ວຍເທວະດາທັງສາມຊັ້ນ ໄດ້ພາກັນໄປຍັງສຸດທາວາສ ຊັ້ນສຸທັດສີ, ແລະລວມພ້ອມກັນທັງໝົດ ໄປຍັງສຸທທາວາສຊັ້ນສຸດ ຄືອະກະນິຕຖາແລ້ວ.

(ເທບເຫຼົ່ານັ້ນ ໄດ້ກ່າວເລົ່າຂໍ້ຄວາມຂາບທູນພຣະອົງຄ໌ ເຖິງເລື່ອງພຣະພຸດທະເຈົ້າ ບັນດາທີ່ລ່ວງລັບໄປແລ້ວ ແລະເລົ່າເຖິງການປະພຶດພຣົມມະຈັນຂອງຕົນ ໃນຊາດທີ່ພົບພຣະພຸດທະເຈົ້ານັ້ນ ເຊັ່ນດຽວກັນກັບທຸກຊັ້ນ).

໑. ບາລີ ມຫາປະທານະສູຕ ມຫາ. ທີ. ໑໐/໕໗/໕໕. ຕຣັດເລົ່າແກ່ພິກຂຸທັງຫຼາຍ.

໓໘໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ການສະເດັດໄປທໍຣະມານພະກະພຣົມຜູ້ກະດ້າງດ້ວຍລັດທິ ໑

ພິກຂຸ ທ. ! ໃນກາລະຄັ້ງໜຶ່ງ ເຮົາພັກຢູ່ ນະ ພຸ່ມພະຍາໄມ້ສາລະ ປ່າສຸພະຄະວັນ ໃນເຂດອຸກກັດຖະນະຄອນ. ພິກຂຸ ທ. ! ສະໄໝນັ້ນ ພະກະພຣົມມີທິຕຖິອັນຊົ່ວຮ້າຍ ແນວນີ້ວ່າ “ພຣົມມະສະພາວະ ເຊັ່ນນີ້ ເປັນຂອງທ່ຽງ (ນິຈຈັງ) ຢັ້ງຢືນ (ທຸວັງ) ມີຢູ່ສະເໝີ (ສັສສະຕັງ) ເປັນຂອງເຍື່ອງດຽວຕະຫຼອດກາລ (ເກວະລັງ) ມີຄວາມບໍ່ເຄື່ອນເປັນທໍາມະດາ (ອະຈະວະນະທັມມັງ) ; ເພາະວ່າ ພຣົົມມະສະພາວະ ເຊັ່ນນີ້ ບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ເຄື່ອນ ບໍ່ອຸບັດ ; ກໍແຫລະບໍ່ມີສະພາວະອື່ນ ທີ່ເປັນນິສສະຣະນະ ເຄື່ອງອອກຈາກທຸກຂ໌ ຍິ່ງໄປກວ່າ ພຣົມມະສະພາວະນີ້” ດັ່ງນີ້.

ພິກຂຸ ທ. ! ຄັ້ງນັ້ນແລ ເຮົາຮູ້ປະຣິວິຕົກ ຂອງພະກະພຣົມໃນໃຈ ດ້ວຍໃຈແລ້ວ ລະຈາກພຸ່ມແຫ່ງພະຍາໄມ້ສາລະ ໄປປາກົດໂຕໃນພຣົມມະໂລກນັ້ນ ຊົ່ວເວລາພຽງແຕ່ສໍ່າບຸຣຸສແຂງແຮງ ຢຽດແຂນອອກຫຼືຄູ້ແຂນເຂົ້າເທົ່ານັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ