ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ທີ່ນາເຂດພຣາມມະນະຄາມ ທັກຂິນາຄິຣີຊົນນະບົດ ແຄວ້ນມະຄົດ.
໓໘໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
“ສະມະນະ ! ເຮົາຍ່ອມໄຖ ຍ່ອມຫວ່ານ, ຄັນໄຖແລ້ວ ຫວ່ານແລ້ວ ຈຶ່ງໄດ້ບໍຣິໂພກ. ສະມະນະ ! ເຖິງແມ່ນທ່ານກໍຈົ່ງໄຖຫວ່ານເອົາຕີ້ ຄັນໄຖແລ້ວ ຫວ່ານແລ້ວ ຈະໄດ້ບໍຣິໂພກ.”
ພຣາມ ! ເຖິງແມ່ນວ່າເຮົາ ກໍຍ່ອມໄຖ ຍ່ອມຫວ່ານ, ຄັນໄຖແລ້ວ ຫວ່ານແລ້ວ ຈຶ່ງໄດ້ບໍຣິໂພກເໝືອນກັນ.
“ກໍພວກເຮົາບໍ່ເຫັນແອກ ໄຖ ຜາລ ໄມ້ແສ້ ຫຼືງົວ ຂອງພຣະໂຄດົມເລີຍ. ແຕ່ພຣະໂຄດົມພັດມາກ່າວຢູ່ແນວນີ້”. ຄັນພຣາມກ່າວດັ່ງນີ້ແລ້ວ ໄດ້ກ່າວຄໍາທີ່ຜູກເປັນກາບສືບຕໍ່ໄປ ເປັນການໂຕ້ຕອບກັນ :
“ທ່ານປະຕິຍານຕົນເອງວ່າເປັນຊາວນາ ແຕ່ເຮົາບໍ່ໄດ້ເຫັນໄຖຂອງທ່ານ. ທ່ານຜູ້ເປັນຊາວນາ ຖືກເຮົາຖາມແລ້ວ ຈົ່ງບອກໂດຍວິທີເຮົາຈະຮູ້ຈັກການໄຖຫວ່ານຂອງທ່ານເຖີ້ນ”.
“ສັດທາເປັນພືດ”, ພຣະອົງຕອບ, “ຄວາມເຜົາຜານກິເລສເປັນນໍ້າຝົນ, ປັນຍາຂອງເຮົາ ເປັນແອກ ແລະຄັນໄຖ, ຫິຣິເປັນງອນໄຖ, ໃຈເປັນເຊືອກຈ່ອງ, ສະຕິເປັນຜານແລະໄມ້ແສ້, ການຄຸມກາຍ ຄຸມວາຈາ ຄຸມທ້ອງໃນເລື່ອງອາຫາຣ ເປັນຮົ້ວລ້ອມນາ, ເຮົາຕັ້ງຄໍາສັຈ ໃຫ້ເປັນຜູ້ຖາງຫຍ້າຖິ້ມ, ຄວາມຍິນດີໃນພຣະນິບພານ (ທີ່ເຮົາໄດ້ຮູ້ຣົສແລ້ວ) ເປັນ ກໍານົດການເລີກເຮັດນາ, ຄວາມພຽນຂອງເຮົາ ເປັນຜູ້ລາກແອກໄປ ລາກໄປສູ່ເຂດຖິ່ນອັນເປັນທີ່ກະເສມຈາກໂຍຄະ, ໄປຢູ່ໆ ບໍ່ວຽນກັບ, ສູ່ຖິ່ນຊຶ່ງບຸກຄົນໄປເຖິງແລ້ວ ຍ່ອມບໍ່ເສົ້າໂສກ. ການໄຖນາ ທີ່ໄຖແລ້ວແບບນີ້ ນານັ້ນຍ່ອມມີ ອະມະຕະ ຄືຄວາມບໍ່ຕາຍ ເປັນຜົລ, ຄັນໄຖນານີ້ສໍາເລັດແລ້ວ ຍ່ອມຫຼຸດພົ້ນຈາກຄວາມທຸກຂ໌ ທັງປວງ”.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໘໑
ການທົງຫຼີກງຽບເປັນພິເສດບາງຄັ້ງຄາວ ໑
ພິກຂຸທັງຫຼາຍ ! ບັດນີ້ເຮົາປາຖນາເພື່ອຈະຢູ່ຫຼີກງຽບ ຕະຫຼອດເວລານານດົນເຄິ່ງເດືອນ ໃຜໆບໍ່ຕ້ອງເຂົ້າໄປຫາເຮົາ ເວັ້ນແຕ່ພິກຂຸຜູ້ນໍາເອົາອາຫາຣບິນດະບາຕໄປໃຫ້ອົງຄ໌ດຽວ.
(ການຫຼີກງຽບເຊັ່ນນີ້ ເອີ້ນວ່າ ປະຕິສັລລີນະ. ທົງຫຼີກເລື້ອຍໆ ຫຼັງຈາກຕ້ອງທົງ “ຮັບແຂກ”
ເກືອບຫາເວລາພັກຜ່ອນບໍ່ໄດ້ ຕະຫຼອດ ໒໐ ຊົ່ວໂມງ ໃນວັນໜຶ່ງ. ໃນການຫຼີກງຽບນີ້ ທົງຢູ່ດ້ວຍສຸຂ
ເກີດແຕ່ວິເວກຂອງຊານ ຊຶ່ງເປັນສຸຂຢ່າງຍິ່ງ ໃນບັນດາສຸຂທີ່ຈະຖືເອົາໄດ້ໃນເມື່ອຍັງທົງມີຊີວິຕຢູ່.
ແຕ່ສໍາລັບສາວົກ ຜູ້ບໍ່ຕ້ອງ “ຮັບແຂກ” ຫຼາຍດັ່ງພຣະອົງຄ໌ ບໍ່ປາກົດວ່າຕ້ອງຢູ່ປະຕິສັລລີນະ
ຈໍາກັດເດັດຂາດເຊັ່ນນີ້ ເນື່ອງຈາກທໍາມະດາ ກໍມີໂອກາດຢູ່ວິເວກຢູ່ແລ້ວນັ້ນເອງ. ແລະ
ໃນ ມຫາວາຣ. ສັງ. ໑໙/໔໑໒/໑໓໖໓ ກ່າວເຖິງທົງຢູ່ປະຕິສັລລີນະຊະນິດນີ້ ດົນເຖິງ ໓ ເດືອນ,
ອອກແລ້ວທົງສະແດງອານິສົງສ໌ຂອງອານາປານະສະຕິ ຢ່າງພິສະດານ).
ຍັງທົງມາກລົ້ນຢູ່ດ້ວຍເນກຂັມມະວິຕົກແລະວິເວກວິຕົກ ໒
ພິກຂຸ ທ. ! ວິຕົກສອງຢ່າງ ຄື ເຂມະວິຕົກ ແລະ ວິເວກວິຕົກ ຍ່ອມອອດອ້ອນຮຽກຮ້ອງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ຢ່າງສຸດຍິ່ງ.
ພິກຂຸ ທ. ! ຕະຖາຄົຕ ເປັນຜູ້ ມີຄວາມບໍ່ບຽດບຽນເປັນທີ່ມາຍິນດີ ຍິນດີແລ້ວໃນຄວາມບໍ່ບຽດບຽນ. ພິກຂຸ ທ. ! ເຂມະວິຕົກນັ້ນແຫຼະ ອອດອ້ອນຮຽກຮ້ອງ ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ຢ່າງສຸດຍິ່ງວ່າ “ດ້ວຍພຶດຕິກັມອັນນີ້ ເຮົາຍ່ອມບໍ່ເຮັດສັຕໃດໆໃຫ້ລໍາບາກ ບໍ່ວ່າຈະເປັນສັຕທີ່ຍັງຫວັ່ນໄຫວຢູ່ ຫຼືເປັນສັຕທີ່ໝັ້ນຄົງແລ້ວ” ດັ່ງນີ້.
໑. ບາລີ ມຫາວິພັງຄະ. ວິນັຍປິດົກ. ໑/໑໒໘/໑໗໖. ຕຮັດແກ່ພິກຂຸທັງຫຼາຍ ທີ່ປ່າມະຫາວັນ ໃກ້ເມືອງເວສາລີ.
໒. ບາລີ ອິຕິວຸ. ຂຸ. ໒໕/໒໕໓/໒໑໖.
໓໘໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ພິກຂຸ ທ. ! ຕະຖາຄົຕ ເປັນຜູ້ ມີປະວິເວກ (ຄວາມສະງົບງຽບ) ເປັນທີ່ມາຍິນດີ ຍິນດີແລ້ວໃນປະວິເວກ. ພິກຂຸ ທ. ! ວິເວກວິຕົກນັ້ນແຫຼະ ອອດອ້ອນຮຽກຮ້ອງຕະຖາຄົຕຜູ້ມີປະວິເວກ ເປັນທີ່ມາຍິນດີ ຍິນດີໃນປະວິເວກ, ຢ່າງສຸດຍິ່ງ ວ່າ “ສິ່ງໃດເປັນອະກຸສົລ ສິ່ງນັ້ນເຮົາລະໄດ້ແລ້ວ” ດັ່ງນີ້.








