ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(ຕໍ່ຈາກນີ້ ໄດ້ຕຣັດເຖິງສິ່ງທີ່ເອີ້ນວ່າ ສຸນຍະຕາວິຫາຣ ພ້ອມທັງອຸປະມາເປັນລໍາດັບໄປ ຕັ້ງຕົ້ນແຕ່ຄາມະສັນຍາ-ມະນຸສສະສັນຍາ-ອະຣັນຍະສັນຍາ-ປະຖະວີສັນຍາ-ອາກາສານັນຈາຢະຕະນະສັນຍາ-ວິນຍານັນຈາຢະຕະນະສັນຍາ-ອາກິນຈັນຍາຢະຕະນະສັນຍາ-ຈົນວ່າເຖິງເນວະສັນຍານາສັນຍາຢະຕະນະສັນຍາ ຊຶ່ງຍັງບໍ່ແມ່ນເປັນຊັ້ນ ປະຣະມານຸຕຕະຣະສຸນຍະຕາ ; ແລ້ວຕຣັດເຖິງ ອະນິມິຕຕະເຈໂຕສະມາທິ ແລະການຮູ້ຊຶ່ງໂທສແຫ່ງຄວາມເປັນສັງຂະຕະທັມຂອງສະມາທິນັ້ນ ມີຈິຕພົ້ນຈາກອາສະວະທັງ ໓ ບໍ່ມີຄວາມກະວົນກະວາຍ (ດະຣະຖາ) ເພາະອາໄສອາສະວະທັງ ໓ ນັ້ນ ມີແຕ່ສັກວ່າ ຄວາມກະວົນກະວາຍ (ດະຣະຖະມັຕຕາ) ອັນເກີດຈາກການມີຊີວິຕຢູ່ຕາມທໍາມະຊາດແດ່ ; ແລະຕຣັດເອີ້ນວິຫາຣທັມນີ້ວ່າ ປະຣະມານຸຕຕະຣະສຸນຍະຕາ ; ແລະທົງຢືນຢັນວ່າ ມີຫຼັກແນວນີ້ທັງໃນກາລອະດີຕ ອະນາຄົຕ ປັດຈຸບັນ ; ແລະທົງຊັກຊວນໃຫ້ສຶກສາການເຂົ້າຢູ່ດ້ວຍປະຣະມານຸຕຕະຣະສຸນຍະຕາ.)

໑. ບາລີ ຈູລະສຸນຍະຕາສູຕ ອຸປຣິ. ມ. ໑໔/໒໒໖/໓໓໔. ຕຣັດແກ່ພຣະອານົນທ໌ ທີ່ບຸບພາຣາມ

ມິຄາຣະມາຕຸປາສາດ.

໓໗໖ ພຸດທະປະວັຕຈາກພຣະໂອຖະ - ພາກ ໔

ທົງຢູ່ດ້ວຍສຸນຍະຕາວິຫາຣແມ່ນແຕ່ໃນຂະນະແຫ່ງທັມມະກະຖາ ໑

ອານົນທ໌ ! ກໍວິຫາຣທັມນີ້ແລ ເຮົາຕະຖາຄົຕ ໄດ້ຮູ້ພ້ອມສະເພາະ (ຕຣັສຮູ້) ແລ້ວ ໃນບ່ອນເປັນທີ່ຕຣັສຮູ້ນັ້ນ ; ນັ້ນຄື ຕະຖາຄົຕເຂົ້າເຖິງແລ້ວແລຢູ່ ຊຶ່ງສຸນຍະຕາວິຫາຣ ອັນເປັນພາຍໃນ ເພາະບໍ່ກໍານົດໃນໃຈຊຶ່ງນິມິຕ (ພາຍນອກ) ທັງປວງ.

ອານົນທ໌ ! ໃນຂະນະນັ້ນ ທີ່ຕະຖາຄົຕຢູ່ດ້ວຍວິຫາຣທັມນີ້ ຖ້າມີຜູ້ເຂົ້າມາຫາ ເປັນພິກຂຸແດ່ ພິກຂຸນີແດ່ ອຸປາສົກແດ່ ອຸປາສິກາແດ່ ຣາຊາແດ່ ຣາຊະອາມາດແດ່ ເດຍຣະຖີແດ່ ສາວົກເດຍຣະຖີແດ່ ອານົນທ໌ ! ໃນກໍລະນີນັ້ນ ຕະຖາຄົຕ ມີຈິຕທີ່ຍັງຄົງນ້ອມຢູ່ໃນວິເວກ ຄ້ອຍຢູ່ໃນວິເວກ ຕິດແໜ້ນຢູ່ໃນວິເວກຢູ່ນັ້ນເອງ ເປັນຈິຕຫຼີກອອກຈາກໂລກິຍະທັມ ຍິນດີຍິ່ງແລ້ວໃນເນກຂັມມະ ບໍຣິສຸດແລ້ວຈາກອາສະວັຕຖານິຢະທັມໂດຍປະການທັງປວງ ຕັ້ງໄວ້ເຊິ່ງກະຖາອັນເນື່ອງສະເພາະດ້ວຍການຊີ້ຊວນໃນການອອກ (ຈາກທຸກຂ໌) ໂດຍສ່ວນດຽວເທົ່ານັ້ນ.

ອານົນທ໌ ! ເພາະເຫດນັ້ນ ໃນກໍລະນີ ຖ້າມີພິກຂຸປາຖນາວ່າ “ເຮົາຈົ່ງເຂົ້າເຖິງສຸນຍະຕາວິຫາຣອັນເປັນພາຍໃນ ແລ້ວແລຢູ່” ດັ່ງນີ້ແລ້ວ ; ອານົນທ໌ ! ພິກຂຸນັ້ນ ຈົ່ງຝຶກຈິຕໃນພາຍໃນ ນັ້ນແຫຼະ ໃຫ້ເປັນຈິຕຕັ້ງຢູ່ຢ່າງສະໝໍ່າສະເໝີ ໃຫ້ເປັນຈິຕຢຸດພັກ ໃຫ້ເປັນຈິຕມີອາຣົມດຽວ ໃຫ້ເປັນຈິຕຕັ້ງໝັ້ນ.

ໝາຍເຫດ : ຂໍໃຫ້ສັງເກດເຫັນວ່າ ແມ່ນແຕ່ເມື່ອຈິຕຢູ່ດ້ວຍສຸນຍະຕາວິຫາຣ ຄືບໍ່ກໍານົດນິມິຕຫຼືອາຣົມ ພາຍນອກທັງປວງ ຈິຕຮູ້ສຶກຢູ່ໃນຣົສຂອງພຣະນິບພານ ; ໂດຍບໍ່ຕ້ອງສູນເສຍຄວາມຮູ້ສຶກເຊັ່ນນັ້ນໄປຈາກຈິຕ ປາກກໍຍັງເວົ້າເລື່ອງລາວທີ່ເຄີຍເວົ້າມາຈົນເຄີຍຊິນໄດ້ ໂດຍສະເພາະໃນກໍລະນີນີ້ ຄືເລື່ອງແຫ່ງຄວາມດັບທຸກຂ໌ ຊຶ່ງເປັນເລື່ອງທີ່ແຈ່ມແຈ້ງແລະເຄີຍຊິນສໍາລັບພຣະອົງຄ໌ຢ່າງເຖິງທີ່ສຸດນັ້ນເອງ ປາກຈຶ່ງເປັ່ງການເວົ້າອອກໄປໄດ້ດ້ວຍຈິຕໃຕ້ສໍານຶກ ທີ່ເຄີຍຊິນຕໍ່ເລື່ອງນັ້ນ ໂດຍທີ່ຈິຕບໍ່ຕ້ອງຢຸດຈາກການດື່ມຣົສຂອງສຸນຍະາຕາວິຫາຣ ແມ່ນວ່າໃນຊັ້ນທີ່ເປັນປະຣະມານຸດຕະຣະສຸນຍະຕາ (ຊຶ່ງມີອະທິບາຍ ຢູ່ໜ້າທີ ໓໗໖ ບັນທັດທີ ໓ ໄປ (ຈາກບັນທັດເລກໜ້າ) ແຫ່ງໜັງສືເຫຼັ້ມນີ້) ຂອງພຣະອົງຄ໌ ເໝືອນກັບວ່າມີຈິຕສອງຈິຕຫຼືສອງຊັ້ນ ເຮັດວຽກຮ່ວມກັນ. ຈະຢຸດຕິເປັນແນວໃດ ຂໍຝາກທ່ານຜູ້ຄົງແກ່ການປະຕິບັດທັມ ວິນິດສັຍເບິ່ງດ້ວຍຕົນເອງເຖີ້ນ.

- ຜູ້ລວບລວມ.

໑. ບາລີ ມຫາສຸນຍະຕາສູຕ ອຸປຣິ. ມ. ໑໔/໒໓໖/໓໔໖. ຕຣັດແກ່ພຣະອານົນທ໌ ທີ່ຄະຕາຍະສາກະຍະວິຫາຣ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໗໗

ທົງເປັນສະມະນະສຸຂຸມາລະໃນບັນດາສະມະນະ ໑

ພິກຂຸ ທ. ! ເມື່ອໃຜຈະກ່າວຜູ້ໃດ ວ່າເປັນສະມະນະສຸຂຸມາລະ ໃນບັນດາສະມະນະທັງຫຼາຍແລ້ວ ເຂົາຈົ່ງກ່າວເຮົານີ້ເອງວ່າ ເປັນ ສະມະນະສຸຂຸມາລະ ໃນບັນດາສະມະນະທັງຫຼາຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ