ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເຮົາໃຊ້ສອຍຈີວອນສ່ວນຫຼາຍເພາະຖືກເຂົາອ້ອນວອນ ທີ່ບໍ່ຖືກໃຜ ອ້ອນວອນໃຫ້ໃຊ້ສອຍນັ້ນມີໜ້ອຍ. ເຮົາສັນບິນດະບາຕສ່ວນຫຼາຍ ເພາະຖືກເຂົາອ້ອນວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ສັນນັ້ນ ມີເປັນສ່ວນໜ້ອຍ. ເຮົາໃຊ້ສອຍເສນາສະນະສ່ວນຫຼາຍ ເພາະຖືກເຂົາອ້ອນວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ໃຊ້ສອຍນັ້ນ ມີເປັນສ່ວນໜ້ອຍ. ເຮົາສັນຄິລານະປັດຈັຍເພສັຊສ່ວນຫຼາຍ ເພາະຖືກເຂົາອ້ອນວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ສັນນັ້ນ ມີເປັນສ່ວນໜ້ອຍ.

ພິກຂຸ ທ. ! ເຮົາຢູ່ຮ່ວມກັບພິກຂຸທັງຫຼາຍເຫຼົ່າໃດ ພິກຂຸເຫຼົ່ານັ້ນພາກັນປະພຶດກາຢະກັມຕໍ່ເຮົາ ເປັນທີ່ໜ້າພໍໃຈເປັນສ່ວນຫຼາຍ ທີ່ບໍ່ເປັນທີ່ໜ້າພໍໃຈນັ້ນມີເປັນສ່ວນໜ້ອຍ. ພິກຂຸເຫຼົ່ານັ້ນ ພາກັນປະພຶດວະຈີກັມຕໍ່ເຮົາ ເປັນທີ່ໜ້າພໍໃຈເປັນສ່ວນຫຼາຍ ທີ່ບໍ່ເປັນທີ່ໜ້າພໍໃຈນັ້ນ ມີເປັນສ່ວນໜ້ອຍ. ພິກຂຸເຫຼົ່ານັ້ນ ພາກັນປະພຶດມະໂນກັມຕໍ່ເຮົາ ເປັນທີ່ໜ້າພໍໃຈເປັນສ່ວນຫຼາຍ ທີ່ບໍ່ເປັນທີ່ໜ້າພໍໃຈນັ້ນ ມີເປັນສ່ວນໜ້ອຍ. ຍ່ອມສະແດງຄວາມເຄົາຣົບນັບຖືເປັນທີ່ໜ້າພໍໃຈທັງຫຼາຍ ທີ່ບໍ່ເປັນທີ່ໜ້າພໍໃຈນັ້ນ ມີເປັນສ່ວນໜ້ອຍ.

໑. ບາລີ ຈຕຸກກ. ອັງ. ໒໑/໑໑໕/໘໗. ຕຣັດແກ່ພິກຂຸທັງຫຼາຍ.

໓໗໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພິກຂຸ ທ. ! ຄວາມເຈັບປວດໃດໆ ທີ່ມີນໍ້າບີເປັນສະມຸຕຖານ ຫຼືມີເສມຫະເປັນສະມຸຕຖານ ຫຼືມີລົມເປັນສະມຸຕຖານ ຫຼືມີສັນນິບາດເປັນສະມຸຕຖານ ຫຼືມີລະດູປ່ຽນແປງເປັນສະມຸຕຖານ ຫຼືມີການບໍຣິຫານຮ່າງກາຍບໍ່ສະໝໍ່າສະເປັນສະມຸຕຖານ ຫຼືມີການຖືກກັ່ນແກ້ງທໍາຮ້າຍເປັນສະມຸຕຖານ ຫຼືມີຜົລກັມເປັນສະມຸຕຖານກໍຕາມ ; ຄວາມເຈັບປ່ວຍເຫຼົ່ານັ້ນ ມີແກ່ເຮົາບໍ່ຫຼາຍເລີຍ. ເຮົາເປັນຜູ້ມີອາພາດໜ້ອຍ.

ພິກຂຸ ທ. ! ເຮົາເປັນຜູ້ໄດ້ຊານທັງສີ່ ອັນເປັນສຸຂວິຫາຣໃນທິຕຖະທັມ ອັນອາໄສຈິຕອັນຍິ່ງ ໂດຍງ່າຍ ໂດຍບໍ່ຍາກ ໂດຍບໍ່ລໍາບາກເລີຍ, ຍ່ອມເຮັດໃຫ້ແຈ້ງໄດ້ຊຶ່ງເຈໂຕວິມຸດ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະດັບສິ້ນອາສະວະ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ແລ້ວແລຢູ່.

ພິກຂຸ ທ. ! ສະນັ້ນ ເມື່ອໃຜໆ ຈະກ່າວໂດຍຖືກຕ້ອງ ວ່າຜູ້ໃດເປັນສະມະນະສຸຂຸມາລະ ໃນບັນດາສະມະນະທັງຫຼາຍແລ້ວ ເຂົາຈົ່ງກ່າວເຮົານີ້ແລ ວ່າເປັນສະມະນະສຸຂຸມາລະ ໃນບັນດາສະມະນະທັງຫຼາຍ ດັ່ງນີ້.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໗໙

ທົງຢູ່ຢ່າງມີຈິຕ ທີ່ປາສະຈາກ “ຄັນແທນາ” ໑

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ພຣະຕະຖາຄົຕສະລັດແລ້ວ ປາສະຈາກແລ້ວ ພົ້ນພິເສດແລ້ວ ຈາກທັມເທົ່າໃດ ຈຶ່ງທົງຢູ່ຢ່າງມີຈິຕປາສະຈາກສິ່ງທີ່ປຽບເໝືອນ ເຄື່ອງກັ້ນເຂດ ຂ້ານອ້ຍ ?”

ວາຫຸນະ ! ຕະຖາຄົຕ ສະລັດແລ້ວ ປາສະຈາກແລ້ວ ພົ້ນພິເສດແລ້ວຈາກທັມ ທ. ໑໐ ຢ່າງ ຈຶ່ງຢູ່ຢ່າງມີຈິຕປາສະຈາກສິ່ງທີ່ປຽບເໝືອນ ເຄື່ອງກັ້ນເຂດ. ທັມ ທ. ໑໐ ຢ່າງນັ້ນ ຄືອັນໃດໜໍ ? ຄື ຕະຖາຄົຕ ສະລັດແລ້ວ ປາສະຈາກແລ້ວ ພົ້ນພິເສດແລ້ວຈາກ ຮູບ ຈາກ ເວທະນາ ຈາກ ສັນຍາ ຈາກ ສັງຂາຣ ທ. ຈາກ ວິນຍານ ຈາກ ຊາດ ຈາກ ຊະຣາ ຈາກ ມໍຣະນະ ຈາກ ທຸກຂ໌ ທ. ຈາກ ກິເລສ ທ. ຈຶ່ງຢູ່ຢ່າງມີຈິຕປາສະຈາກສິ່ງທີ່ປຽບເໝືອນ ເຄື່ອງກັ້ນເຂດ.

ວາຫຸນະ ! ປຽບເໝືອນດອກອຸບົນ ດອກປະທຸມ ດອກບົວບຸນທະຣິກ ເກີດແລ້ວ ຈະເຣີນແລ້ວໃນນໍ້າ ໂຜ່ພົ້ນຂຶ້ນຈາກນໍ້າ ຕັ້ງຢູ່ໂດຍບໍ່ເປື້ອນດ້ວຍນໍ້າ, ເຊັ່ນໃດ ; ວາຫຸນະ ! ຕະຖາຄົຕ ສະລັດແລ້ວ ປາສະຈາກແລ້ວ ພົ້ນພິເສດແລ້ວຈາກທັມ ທ. ໑໐ ຢ່າງເຫຼົ່ານີ້ ຈຶ່ງຢູ່ຢ່າງມີຈິຕປາສະຈາກສິ່ງທີ່ປຽບເໝືອນເຄື່ອງກັ້ນເຂດ ເຊັ່ນນັ້ນແລ.

ທົງເຮັດນາທີ່ມີອະມະຕະເປັນຜົລ ໒

ພຣະຜູ້ມີພຣະພາກເຈົ້າ ທົງຊາບອຸປະນິໄສຂອງພຣາມຜູ້ນີ້ແລ້ວ ສະເດັດໄປບິນດະບາຕທີ່ນາຂອງພຣາມ ຂະນະກໍາລັງປະຊຸມໝູ່ພວກ ເຮັດມຸງຄຸນແຮກນາກັນຢູ່ຢ່າງເຮຮາ ພຣາມເຫັນພຣະອົງຄ໌ມາຢືນຢູ່ໃກ້ໆ ຈຶ່ງກ່າວບໍຣິພາດ (ເວົ້າສຽດໃສ່) ພຣະອົງຄ໌ຂຶ້ນກ່ອນດັ່ງຕໍ່ໄປນີ້ :

໑. ບາລີ ທສກ. ອັງ. ໒໔/໑໖໒/໘໑. ຕຣັດແກ່ພຣະວາຫຸນະ ທີ່ຝັ່ງສະໂບກຂະຣະນີຊື່ຄັກຄະຣາ

ໃກ້ເມືອງຈໍາປາ.

໒. ບາລີ ພຣາມມະນະສັງຢຸຕ ສຄາ. ສັງ. ໑໕/໒໕໓/໖໗໒. ຕຣັດແກ່ພຣາມກະສິພາຣະດະວາຊະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ