ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ; ດ້ວຍຈິຕອັນປະກອບດ້ວຍກະຣຸນາ ອັນໄພບູນ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ; ດ້ວຍຈິຕອັນປະກອບດ້ວຍມຸທິຕາ ອັນໄພບູນ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ; ດ້ວຍຈິຕອັນປະກອບດ້ວຍອຸເປກຂາ ອັນໄພບູນ ປະກອບດ້ວຍຄຸນອັນໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ; ພຣາມ ! ເຮົາຂະນະເມື່ອເປັນຢູ່ເຊັ່ນນີ້ ຖ້າຍ່າງຢູ່, ໃນສະໄໝນັ້ນ ສະຖານທີ່ບ່ອນນັ້ນ ກໍຊື່ວ່າ ທີ່ຈົງກົມພຣົມ, ຖ້າຢືນຢູ່ ໃນສະໄໝນັ້ນ ສະຖານທີ່ບ່ອນນັ້ນ ກໍຊື່ວ່າ ທີ່ຢືນພຣົມ, ຖ້ານັ່ງຢູ່ ໃນສະໄໝນັ້ນ ສະຖານທີ່ບ່ອນນັ້ນ ກໍຊື່ວ່າ ອາສະນະພຣົມ, ຖ້າສໍາເລັດການນອນຢູ່ ໃນສະໄໝນັ້ນ ສະຖານທີ່ບ່ອນນັ້ນ ກໍຊື່ວ່າ ທີ່ນອນພຣົມ, ພຣາມ ! ນີ້ແລ ທີ່ນັ່ງນອນສູງໃຫຍ່ອັນເປັນພຣົມ ຊຶ່ງໃນບັດນີ້ ເຮົາຫາໄດ້ງ່າຍ ບໍ່ລໍາບາກຝືດເຄືອງເລີຍ.
ພຣາມ ! ໃນໂລກນີ້, ເຮົາເຂົ້າອາໄສບ້ານ ຫຼືເຂດໃດຢູ່ ເວລາເຊົ້າຄອງຈີວອນ ທ່ຽວໄປບິນດະບາຕໃນບ້ານຫຼືເຂດນັ້ນ. ຄັນເວລາຫຼັງອາຫາຣ ກັບຈາກບິນດະບາຕແລ້ວ ທ່ຽວໄປຕາມແຖວປ່າ. ເຮົານັ້ນ, ວັຕຖຸໃດມີຢູ່ໃນບ່ອນນັ້ນໆ ຈະເປັນຫຍ້າຫຼືໃບໄມ້ກໍຕາມ, ຄວ້າເອົາມາແລ້ວ (ເຮັດເປັນທີ່ຮອງນັ່ງ) ນັ່ງຄູ້ບັນລັງ ຕັ້ງກາຍຕົງດໍາຣົງ ສະຕິສະເພາະໜ້າ, ເຮົານັ້ນ ຍ່ອມຮູ້ທົ່ວເຖິງ (ໃນໃຈເຮົາເອງ) ດັ່ງນີ້ວ່າ ຣາຄະ ເຮົາລະໄດ້ຂາດແລ້ວ ຖອນຂຶ້ນທັງຮາກແລ້ວ ເຮັດໃຫ້ເໝືອນຕົ້ນຕານຂາດທີ່ຄໍແລ້ວ ເຮັດໃຫ້ມີບໍ່ໄດ້ອີກແລ້ວ ເປັນສິ່ງທີ່ບໍ່ອາດເກີດອີກຕໍ່ໄປເປັນທໍາມະດາ, ວ່າໂທສະ ເຮົາລະໄດ້ຂາດແລ້ວ ຖອນຂຶ້ນທັງຮາກແລ້ວ ເຮັດໃຫ້ເໝືອນຕົ້ນຕານຂາດທີ່ຄໍແລ້ວ ເຮັດໃຫ້ມີບໍ່ໄດ້ອີກແລ້ວ ເປັນສິ່ງທີ່ບໍ່ອາດເກີດອີກຕໍ່ໄປເປັນທໍາມະດາ, ແລະວ່າ ໂມຫະ ເຮົາລະໄດ້ຂາດແລ້ວ ຖອນຂຶ້ນທັງຮາກແລ້ວ ເຮັດໃຫ້ເໝືອນຕົ້ນຕານຂາດທີ່ຄໍແລ້ວ ເຮັດໃຫ້ມີບໍ່ໄດ້ອີກແລ້ວ ເປັນສິ່ງທີ່ບໍ່ອາດເກີດອີກຕໍ່ໄປເປັນທໍາມະດາ ດັ່ງນີ້. ພຣາມ ! ເຮົາຂະນະເມື່ອເປັນຢູ່ເຊັ່ນນີ້ ຖ້າຍ່າງຢູ່, ໃນສະໄໝນັ້ນ ສະຖານທີ່ນັ້ນ ກໍຊື່ວ່າ ທີ່ຈົງກົມອະຣິຍະ, ຖ້າຢືນຢູ່ ໃນສະໄໝນັ້ນ
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໗໕
ສະຖານທີ່ບ່ອນນັ້ນ ກໍຊື່ວ່າ ທີ່ຢືນອະຣິຍະ, ຖ້ານັ່ງຢູ່ ໃນສະໄໝນັ້ນ ສະຖານທີ່ບ່ອນນັ້ນ ກໍຊື່ວ່າ ອາສະນະອະຣິຍະ, ຖ້າສໍາເລັດການນອນຢູ່ ໃນສະໄໝນັ້ນ ສະຖານທີ່ບ່ອນນັ້ນ ກໍຊື່ວ່າ ທີ່ນອນອະຣິຍະ, ພຣາມ ! ນີ້ແລ ທີ່ນັ່ງນອນສູງໃຫຍ່ອັນເປັນອະຣິຍະ ຊຶ່ງໃນບັດນີ້ ເຮົາຫາໄດ້ງ່າຍ ບໍ່ລໍາບາກຝືດເຄືອງເລີຍ.
ວິຫາຣທັມທີ່ທົງຢູ່ຫຼາຍທີ່ສຸດ ຕະຫຼອດພຣະຊົນ ໑
ພຣະອານົນທ໌ ໄດ້ກາບທູນພຣະຜູ້ມີພຣະພາຄເຈົ້າວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ ! ສະໄໝໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ໃນແຄວ້ນສັກກະ ທີ່ສາກະຢະນິຄົມຊື່ນະຄະຣະກະ. ຂ້າແຕ່ພຣະອົງ ຜູ້ຈະເຣີນ ! ນະ ທີ່ບ່ອນນັ້ນ ຂ້ານ້ອຍໄດ້ຟັງມາ ໄດ້ຈໍາມາ ແຕ່ທີ່ສະເພາະພຣະພັກຂອງພຣະຜູ້ມີພຣະພາຄວ່າ “ອານົນທ໌ ໃນກາລະບັດນີ້ ເຮົາຕະຖາຄົຕ ຍ່ອມຢູ່ດ້ວຍສຸນຍະຕາວິຫາຣເປັນສ່ວນຫຼາຍ” ດັ່ງນີ້. ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ເປັນອັນວ່າ ຂ້ານ້ອຍໄດ້ຟັງມາດີ ໄດ້ຮັບມາດີ ໄດ້ນ້ອມນຶກໃນໃຈໄວ້ດີ ໄດ້ຊົງຈໍາໄວ້ດີແລ້ວຫຼືບໍ່ ຂ້ານ້ອຍ !”
ອານົນທ໌ ! ຖືກແລ້ວ ຂໍ້ນັ້ນເປັນອັນວ່າເຈົ້າໄດ້ຟັງແລ້ວດີ ໄດ້ຮັບແລ້ວດີ ໄດ້ນ້ອມນຶກໃນໃຈໄວ້ແລ້ວດີ ໄດ້ຊົງຈໍາໄວ້ແລ້ວດີ, ແລ້ວ. ອານົນທ໌ ! ທັງໃນກາລກ່ອນແລະໃນກາລນີ້ ເຮົາຕະຖາຄົຕ ຍ່ອມຢູ່ດ້ວຍສຸນຍະຕາວິຫາຣເປັນສ່ວນຫຼາຍ.








