ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພຣະຕະຖາຄົຕເກີດຂຶ້ນ ສະແດງທັມເພື່ອຄວາງລະງັບ, ດັບ, ຮູ້, ໑
ພິກຂຸ ທ. ! ຕະຖາຄົຕ ເກີດຂຶ້ນແລ້ວ ໃນໂລກນີ້ ເປັນພຣະອະຣະຫັນຕ໌ ຜູ້ຕຣັສຮູ້ຊອບດ້ວຍຕົນເອງ ສົມບູນດ້ວຍວິຊຊາແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສ ເປັນຜູ້ເບີກບານແລ້ວ ຈໍາແນກທັມອອກສັ່ງສອນສັຕ.
ທັມທີ່ຕະຖາຄົຕສະແດງ ນັ້ນ ເປັນທັມທີ່ເປັນໄປເພື່ອຄວາມສະງົບລະງັບ, ເປັນທັມທີ່ເປັນໄປເພື່ອຄວາມດັບເຢັນສະນິດ, ເປັນທັມທີ່ເປັນໄປເພື່ອຄວາມຮູ້ຄົບຖ້ວນ, ເປັນທັມທີ່ປະກາດໄວ້ໂດຍພຣະສຸຄົຕ.
ທໍາມະຊາດ ໓ ຢ່າງເຮັດໃຫ້ພຣະອົງເກີດຂຶ້ນເປັນດວງປະທີບຂອງໂລກ ໒
ພິກຂຸ ທ. ! ຖ້າທັມມະຊາດ ໓ ຢ່າງເຫຼົ່ານີ້ ຈະບໍ່ມີຢູ່ໃນໂລກແລ້ວກໍ ຕະຖາຄົຕ ກໍບໍ່ຕ້ອງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ ; ແລະທັມວິນັຍທີ່ ຕະຖາຄົຕປະກາດແລ້ວ ກໍບໍ່ຕ້ອງຮຸ່ງເຮືອງໄປໃນໂລກ. ທັມມະຊາດ ໓ ຢ່າງນັ້ນຄືອັນໃດໜໍ ? ຄື ຊາດດ້ວຍ ຊະຣາດ້ວຍ ມໍຣະນະດ້ວຍ. ພິກຂຸ ທ. ! ທັມມະຊາດ ໓ ຢ່າງເຫຼົ່ານີ້ແລ ຖ້າບໍ່ມີຢູ່ໃນໂລກແລ້ວນັ້ນ, ຕະຖາຄົຕກໍບໍ່ຕ້ອງເກີດຂຶ້ນໃນໂລກເປັນອະຣະຫັນຕະສັມມາສັມພຸດທະ ; ແລະທັມວິນັຍທີ່ຕະຖາຄົຕປະກາດແລ້ວ ກໍບໍ່ຕ້ອງຮຸ່ງເຮືອງໄປໃນໂລກ.
ພິກຂຸ ທ. ! ເພາະເຫດໃດແລ ທີ່ທັມມະຊາດ ໓ ຢ່າງເຫຼົ່ານີ້ ມີຢູ່ໃນໂລກ, ເພາະເຫດນັ້ນ ຕະຖາຄົຕຈຶ່ງຕ້ອງເກີດຂຶ້ນໃນໂລກ ເປັນອະຣະຫັນຕະສັມມາສັມພຸດທະ ; ແລະທັມວິນັຍທີ່ຕະຖາຄົຕປະກາດແລ້ວ ຈຶ່ງຕ້ອງຮຸ່ງເຮືອງໄປໃນໂລກ.
໑. ບາລີ ອັຕຖກ. ອັງ. ໒໓/໒໒໙/໑໑໙. ຕຣັດແກ່ພິກຂຸ ທ. ທີ່ປ່າໝາກມ່ວງຂອງໝໍຊີວົກ ໃກ້ເມືອງຣາຊະຄຶ.
໒. ບາລີ ທສກ. ອັງ. ໒໔/໑໕໔/໗໖. ຕຣັດແກ່ພິກຂຸ ທ.
ຂໍ້ຄວາມໃຫ້ເກີດຄວາມສົນໃຈໃນພຸດທະປະວັດ ໑໓
ຜູ້ເຊື່ອຟັງພຣະຕະຖາຄົຕ ຈະໄດ້ຮັບປະໂຍຊນ໌ສຸຂຊົ່ວສິ້ນກາລະນານ ໑
ພິກຂຸ ທ. ! ເຮົາແລ ເປັນຜູ້ສະຫຼາດໃນເລື່ອງໂລກນີ້ ສະຫຼາດໃນເລື່ອງໂລກອື່ນ, ເປັນຜູ້ສະຫຼາດຕໍ່ວັຕຕະ ອັນເປັນທີ່ຢູ່ຂອງມາຣ ສະຫຼາດຕໍ່ວິວັຕຕະ ອັນບໍ່ເປັນທີ່ຢູ່ຂອງມາຣ, ເປັນຜູ້ສະຫຼາດຕໍ່ວັຕຕະ ອັນເປັນທີ່ຢູ່ຂອງມະຣຶຕະຢູ ສະຫຼາດຕໍ່ວິວັຕຕະອັນບໍ່ເປັນທີ່ຢູ່ຂອງມະຣຶຕະຢູ. ຊົນເຫຼົ່າໃດຖືວ່າເລື່ອງນີ້ ຄວນຟັງຄວນເຊື່ອ ຂໍ້ນັ້ນຈະເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ແກ່ຊົນທັງຫຼາຍເຫຼົ່ານັ້ນຊົ່ວສິ້ນກາລະນານ.
(ຄັນພຣະຜູູ້ມີພຣະພາຄໄດ້ຕຣັດຄໍານີ້ແລ້ວ ພຣະສຸຄົຕໄດ້ຕຣັດຄໍາອື່ນອີກ ດັ່ງນີ້ວ່າ :-)
ທັງໂລກນີ້ແລະໂລກອື່ນ ຕະຖາຄົຕຜູ້ຮູ້ ຊາບດີຢູ່ ໄດ້ປະກາດໄວ້ແຈ່ມແຈ້ງແລ້ວ. ທັງຖິ່ນທີ່ມາຣໄປບໍ່ເຖິງ ແລະບ່ອນທີ່ມະຣຶຕະຢູໄປບໍ່ເຖິງ ຕະຖາຄົຕຜູ້ຮູ້ແຈ່ມແຈ້ງເຂົ້າໃຈແຈ້ງ ໄດ້ປະກາດໄວ້ແຈ່ມແຈ້ງແລ້ວ ເພາະຄວາມຮູ້ໂລກທັງປວງ. ປະຕູແຫ່ງຄວາມບໍ່ຕາຍ ຕະຖາຄົຕເປີດໂລ່ງໄວ້ແລ້ວ ເພື່ອສັຕທັງຫຼາຍເຂົ້າເຖິງຖິ່ນອັນກະເສມ. ກະແສແຫ່ງມາຣຜູ້ມີບາບ ຕະຖາຄົຕປິດກັ້ນເສຍແລ້ວ ກໍາຈັດເສຍແລ້ວ ເຮັດໃຫ້ໝົດພິດພັຍແລ້ວ. ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງເປັນຜູ້ອັ່ງລົ້ນດ້ວຍປາໂມຊ ປາຖນາທັມອັນກະເສມຈາກໂຢຄະເຖີ້ນ.
ທົງຂະໜານນາມພຣະອົງເອງວ່າ “ພຸດທະ” ໒
(ການສົນທະນາກັບໂທນະພຣາມ, ເລີ່ມໃນບ່ອນນີ້ດ້ວຍພຣາມທູນຖາມ)
“ທ່ານຜູ້ຈະເຣີນຂອງເຮົາ ! ທ່ານເປັນເທວະດາບໍ ?”
ພຣາມເອີຍ ! ເຮົາບໍ່ໄດ້ເປັນເທວະດາດອກ.
໑. ບາລີ ຈູລະໂຄປາລະສູຕ ມູ. ມ. ໑໒/໔໒໑/໓໙໑. ຕຣັດແກ່ພິກຂຸ ທ. ທີ່ຝັ່ງແມ່ນໍ້າຄົງຄາ ໃກ້ເມືອງອຸຸກກະເວລາ.
໒. ບາລີ ຈຕຸກກ. ອັງ. ໒໑/໔໙/໓໖. ຕຣັດແກ່ໂທນະພຣາມ ທີ່ເຫງົ້າໄມ້ລະຫວ່າງທາງແຫ່ງໜຶ່ງ.
໑໔ ພຸດທະປະວັດຈາກພຣະໂອຖະ - ພາກນໍາ
“ທ່ານຜູ້ຈະເຣີນຂອງເຮົາ ! ທ່ານເປັນຄົນທັນບໍ ?”
ພຣາມເອີຍ ! ເຮົາບໍ່ໄດ້ເປັນຄົນທັນດອກ.
“ທ່ານຜູ້ຈະເຣີນຂອງເຮົາ ! ທ່ານເປັນຍັກບໍ ?”
ພຣາມເອີຍ ! ເຮົາບໍ່ໄດ້ເປັນຍັກດອກ.
“ທ່ານຜູ້ຈະເຣີນຂອງເຮົາ ! ທ່ານເປັນມະນຸສບໍ ?”
ພຣາມເອີຍ ! ເຮົາບໍ່ໄດ້ເປັນມະນຸສດອກ.
“ທ່ານຜູ້ຈະເຣີນຂອງເຮົາ ! ເຮົາຖາມແນວໃດໆ ທ່ານກໍຕອບວ່າບໍ່ໄດ້ເປັນແບບນັ້ນໆ, ຖ້າເຊັ່ນນັ້ນທ່ານເປັນອິຫຍັງໜໍ ?”








