ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
໑. ບາລີ ມະຫາສະກຸລຸທາຍີສູຕ ມ. ມ. ໑໓/໓໑໘/໓໒໔. ຕຣັດແກ່ປະຣິບພາຊົກ ຊື່ສະກຸລຸທາຍີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໔໗
ກໍມີຢູ່. ສ່ວນເຮົາເອງ, ອຸທາຢິ ! ໃນບາງຍາມ ສັນເຂົ້າສຸກແຫ່ງເຂົ້າສາລີບໍ່ດໍາເລີຍ ມີແກງຂອງກັບແກ້ມຢ່າງຫຼວງຫຼາຍ...
ອຸທາຢິ ! ສາວົກຂອງເຮົາ ຖືຢູ່ໂງ່ນເຫງົ້າໄມ້ເປັນວັຕ, ຢູ່ກາງແຈ້ງເປັນວັຕ ກໍມີຢູ່. ເຂົາເຈົ້າເຫຼົ່ານັ້ນ ບໍ່ເຂົ້າສູ່ບ່ອນມຸງທີ່ບັງເລີຍຕັ້ງ ໘ ເດືອນ (ໃນປີໜຶ່ງ), ກໍມີຢູ່. ສ່ວນເຮົາເອງ, ອຸທາຢິ ! ບາງເທື່ອຢູ່ອາໄສໃນເຮືອນມີຍອດ ອັນເຂົາໂບກທາທັງຂຶ້ນທັງລົງ ບໍ່ມີຮູຮົ່ວໃຫ້ລົມຜ່ານ ມີໄລຫຼິ້ມອັນຂັດແລ້ວ ມີໜ້າຕ່າງອັນອັດແຈບແລ້ວ. ...
ອຸທາຢິ ! ສາວົກຂອງເຮົາຜູ້ຢູ່ປ່າເປັນວັຕ ຖືເອົາປ່າຮົກເປັນເສນາສະນະອັນສະງົບງຽບ, ເຂົາເຈົ້າເຫຼົ່ານັ້ນ ມາສູ່ທ່າມກາງສົງຄ໌ທຸກເຄິ່ງເດືອນ ເພື່ອຟັງປາຕິໂມກຂ໌ເທົ່ານັ້ນ, ກໍມີຢູ່. ສ່ວນເຮົາເອງ ອຸທາຢິ ! ໃນບາງຍາມ ຢູ່ອັ່ງອໍດ້ວຍໝູ່ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ພຣະຣາຊາ ອາມາດຂອງພຣະຣາຊາ ເດຍຣະຖີ ແລະສາວົກຂອງເດຍຣະຖີ ...
ອຸທາຢິ ! ຖ້າສາວົກຂອງເຮົາ ຈະສັກກາຣະ ເຄົາຣົບ ນັບຖືບູຊາເຮົາແລ້ວເຂົ້າມາອາໄສເຮົາຢູ່ ເພາະຄິດວ່າພຣະສະມະນະໂຄດົມ ເປັນຜູ້ສັນອາຫາຣໜ້ອຍ (..ເປັນຕົ້ນ) ແລ້ວນັ້ນ, ອຸທາຢິ ! ສາວົກຂອງເຮົາ ເຫຼົ່າທີ່ມີອາຫາຣພຽງໂກສະໜຶ່ງ (ເປັນຕົ້ນ) ກໍຈະບໍ່ສັກກາຣະ ເຄົາຣົບ ນັບຖື ບູຊາເຮົາແລ້ວ ອາໄສເຮົາຢູ່ເພາະເຫດນີ້ ...໑
໑. ໃນບ່ອນນີ້ ບໍ່ໄດ້ໝາຍຄວາມວ່າ ໃຫ້ສາວົກຄາຍຄວາມບາກບັ່ນໃນປະຕິປະທານັ້ນໆ, ເປັນແຕ່ທົງປຽບທຽບ
ໃຫ້ປະຣິບພາຊົກຜູ້ນັ້ນເຫັນວ່າ ສາວົກບໍ່ໄດ້ມາຢູ່ອາໄສພຣະສາສດາ ເພາະພຣະສາສດາມີອາຫາຣໜ້ອຍ
ເປັນຕົ້ນ ດັ່ງທີ່ປະຣິບພາຊົກຜູ້ນີ້ເຂົ້າໃຈ. ແຕ່ທີ່ພຣະສາວົກມາອາໄສພຣະອົງຄ໌ ກໍເພາະເຫັນຄວາມ
ເປັນນິຍຢານິກະຂອງທັມທີ່ພຣະອົງຄ໌ຕຣັດແລ້ວ ເປັນຕົ້ນຕ່າງຫາກ. ມີທີ່ສະແດງໄວ້ຢ່າງຊັດເຈນວ່່າ
ບາງຍາມພຣະອົງຄ໌ທົງຖືທຸດົງເຫຼົ່ານີ້ຢ່າງເຄັ່ງຄັດກໍມີ. ແຕ່ບາງສະມັຍຈໍາເປັນຕ້ອງປະທຸດົງບາງຢ່າງ
ໄປເຮັດໜ້າທີ່ຂອງພຣະພຸດທະເຈົ້າເທົ່ານັ້ນ. ບໍ່ໄດ້ບົ່ງວ່າ ທຸດົງຂອງພຣະອົງຄ໌ທີ່ເຄີຍທົງມາແລ້ວຕໍ່າກວ່າ
ຂອງສາວົກ. ພຣະມະຫາກັສສະປະເປັນຕົ້ນ ທີ່ຖືທຸດົງຕລອດຊີວິຕ ກໍເພື່ອໃຫ້ເປັນຕົວຢ່າງແກ່ພິກຂຸທີ່ບວດ
ຕາມ ແລະທ່ານບໍ່ຕ້ອງເຮັດໜ້າທີ່ຂອງພຣະພຸດທະເຈົ້າ ຈຶ່ງມີໂອກາດຫຼາຍກວ່າພຣະອົງຄ໌.--ຜູ້ລວບລວມ.
໓໔໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງລົດພຣະອົງລົງເທົ່າພຽງສາວົກ
ເຖິງແມ່ນວ່າໃນໜ້າທີ່ຂອງພຣະພຸດທະເຈົ້າ໑
ພິກຂຸ ທ. ! ບຸກຄົນ ໓ ຈໍາພວກເຫຼົ່ານີ້ ເມື່ອເກີດຂຶ້ນໃນໂລກ ຍ່ອມເກີດຂຶ້ນເພື່ອຄວາມເກື້ອກູນ ເພື່ອຄວາມສຸຂ ແກ່ຊົນຈໍານວນຫຼາຍ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ແກ່ເທວະດາແລະມະນຸສ ສາມຈໍາພວກເຫຼົ່າໃດໜໍ ? ສາມຈໍາພວກ ຄື :-
ພິກຂຸ ທ. ! ຕະຖາຄົຕ ເກີດຂຶ້ນໃນໂລກນີ້ ເປັນ ພຣະອະຣະຫັນຕ໌ ເປັນຜູ້ ຕຣັສຮູ້ຊອບດ້ວຍຕົນເອງ ສົມບູນດ້ວຍວິຊຊາ ແລະຈະຣະນະ ດໍາເນີນໄປດີແລ້ວ ຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສຄວນຝຶກບໍ່ມີໃຜຍິ່ງກວ່າ ເປັນຄູຂອງເທວະດາແລະມະນຸສ ທ. ເປັນຜູ້ຕື່ນ ຈໍາແນກທັມສັ່ງສອນສັຕ. ຕະຖາຄົຕນັ້ນ ສະແດງທັມງົດງາມໃນເບື້ອງຕົ້ນ ທ່າມກາງ ແລະທີ່ສຸດ ປະກາດພຣົມມະຈັນ ພ້ອມທັງອັດຖະ ພ້ອມທັງພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ. ພິກຂຸ ທ. ! ນີ້ຄືບຸກຄົນຈໍາພວກທີໜຶ່ງ.
ພິກຂຸ ທ. ! ພວກອື່ນຍັງມີອີກ ຄື ສາວົກຂອງພຣະສາສດາ ພຣະອົງຄ໌ນັ້ນນັ້ນແລ ເປັນ ພຣະອະຣະຫັນຕ໌ຂີນາສົບ ຢູ່ຈົບພຣົມມະຈັນ ມີກິດທີ່ຄວນເຮັດໄດ້ເຮັດ ສໍາເລັດແລ້ວ ປົງພາຣະລົງໄດ້ແລ້ວ ຕາມບັນລຸເຖິງປະໂຍຊນ໌ຕົນໄດ້ແລ້ວ ມີເຄື່ອງປະກອບສັຕໄວ້ໃນພົບດັບສິ້ນໄປໝົດແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຖືກຕ້ອງ. ສາວົກນັ້ນສະແດງທັມງົດງາມໃນເບື້ອງຕົ້ນ ທ່າມກາງ ແລະທີ່ສຸດ ປະກາດພຣົມມະຈັນ ພ້ອມທັງອັດຖະ ພ້ອມທັງພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ. ພິກຂຸ ທ. ! ນີ້ຄືບຸກຄົນຈໍາພວກທີສອງ.








