ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ພວກອື່ນຍັງມີອີກ ຄື ສາວົກຂອງພຣະສາສດາ ພຣະອົງຄ໌ນັ້ນນັ້ນແລ ເປັນ ພຣະເສຂະ ເປັນຜູ້ຍັງຕ້ອງປະພຶດປະຕິບັດຢູ່ ເປັນຜູ້ມີສຸຕະຫຼາຍ ເປັນຜູ້ເຂົ້າເຖິງແລ້ວຊຶ່ງສີລແລະວັຕ. ສາວົກແມ່ນວ່ານັ້ນ ສະແດງທັມງົດງາມໃນເບື້ອງຕົ້ນ
໑. ບາລີ ອິຕິວຸ. ຂຸ. ໒໕/໒໙໑/໒໖໓.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໔໙
ທ່າມກາງ ແລະທີ່ສຸດ ປະກາດພຣົມມະຈັນ ພ້ອມທັງອັດຖະພ້ອມທັງພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ. ພິກຂຸ ທ. ! ນີ້ຄືບຸກຄົນຈໍາພວກທີສາມ.
ພິກຂຸ ທ. ! ບຸກຄົນ ໓ ຈໍາພວກເຫຼົ່ານີ້ແລ ເມື່ອເກີດຂຶ້ນໃນໂລກ ຍ່ອມເກີດຂຶ້ນເພື່ອຄວາມເກື້ອກູນ ເພື່ອຄວາມສຸຂ ແກ່ຊົນສ່ວນຫຼາຍ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ແກ່ເທວະດາແລະມະນຸສ ທ. ດັ່ງນິ້.
ເຫດທີ່ເຮັດໃຫ້ມີຜູ້ມາເປັນສາວົກຂອງພຣະອົງຄ໌ ໑
ອຸທາຢິ ! ມີເຫດຫ້າຢ່າງ ທີ່ເຮັດໃຫ້ສາວົກສັກກາຣະເຄົາຣົບນັບຖືບູຊາ ແລ້ວມາຢູ່ອາໄສເຮົາ. ຫ້າຢ່າງອັນໃດແດ່ໜໍ ?
ອຸທາຢິ ! ສາວົກຂອງເຮົາພໍໃຈເຮົາ ໃນເພາະອະທິສີລ ວ່າ ພຣະສະມະນະໂຄດົມ ປະກອບດ້ວຍສີລະຂັນທ໌ຢ່າງຍິ່ງ, ໆລໆ ນີ້ເປັນຂໍ້ທີ ໑.
ອຸທາຢິ ! ສາວົກຂອງເຮົາພໍໃຈເຮົາ ໃນເພາະປັນຍາເຄື່ອງຮູ້ ເຄື່ອງເຫັນ ອັນກ້າວໄປໄດ້ແລ້ວຢ່າງຍິ່ງ ວ່າ ພຣະສະມະນະໂຄດົມ ເມື່ອພຣະອົງຄ໌ຮູ້ຢູ່ຈິງແທ້ ຈຶ່ງຈະກ່າວວ່າ “ເຮົາຮູ້”, ເມື່ອພຣະອົງເຫັນຢູ່ຈິງແທ້ ຈຶ່ງຈະກ່າວວ່າ “ເຮົາເຫັນ”, ພຣະສະມະນະໂຄດົມ ສະແດງທັມເພື່ອຄວາມຮູ້ຍິ່ງ ບໍ່ແມ່ນເພື່ອຄວາມບໍ່ຮູ້ຍິ່ງ, ພຣະສະມະນະໂຄດົມ ສະແດງທັມມີເຫດຜົລ ບໍ່ແມ່ນບໍ່ມີເຫດຜົລ, ພຣະສະມະນະໂຄດົມ ສະແດງທັມ ປະກອບດ້ວຍປາຕິຫາຣ (ຄືຄວາມໜ້າອັດສະຈັນຟັງເພີນ) ບໍ່ແມ່ນບໍ່ປະກອບດ້ວຍປາຕິຫາຣ, ໆລໆ ນີ້ເປັນຂໍ້ທີ ໒.
ອຸທາຢິ ! ສາວົກຂອງເຮົາພໍໃຈເຮົາ ໃນເພາະອະທິປັນຍາ ວ່າ ພຣະສະມະນະໂຄດົມ ປະກອບດ້ວຍປັນຍາຂັນທ໌ຢ່າງຍິ່ງ. ແລະຂໍ້ທີ່ຈະມີວ່າ ພຣະອົງຈະບໍ່ເຫັນແນວສໍາລັບຄໍາຕຣັດຕໍ່ໄປເບື້ອງໜ້າ, ຫຼືພຣະອົງຈະບໍ່ອາດຂົ່ມໃຫ້ຮາບຄາບໂດຍຖືກຕ້ອງ ຊຶ່ງວາຈາອັນເປັນຂ້າເສິກ ນັ້ນ ບໍ່ເປັນຖານະທີ່ຈະມີຂຶ້ນໄດ້ເລີຍ, ໆລໆ ນີ້ເປັນຂໍ້ທີ ໓.
໑. ບາລີ ມະຫາສະກຸລຸທາຢິສູຕ ມ. ມ. ໑໓/໓໒໑/໓໒໙. ຕຣັດແກ່ປະຣິບພາຊົກ ຊື່ສະກຸລຸທາຢິ.
໓໕໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ອຸທາຢິ ! ສາວົກຂອງເຮົາ ຖືກຄວາມທຸກຂ໌ໃດ ຢັ່ງເອົາ ຫຼືຄອບງໍາເອົາແລ້ວ ຍ່ອມເຂົ້າໄປຖາມເຮົາເຖິງຄວາມຈິງອັນປະເສີດ ຄື ທຸກຂ໌, ເຖິງຄວາມຈິງອັນປະເສີດ ຄື ເຫດໃຫ້ເກີດທຸກຂ໌, ເຖິງຄວາມຈິງອັນປະເສີດ ຄື ຄວາມດັບທຸກຂ໌ເສຍໄດ້, ແລະຄວາມຈິງອັນປະເສີດ ຄື ຫົນທາງໃຫ້ເຖິງຄວາມດັບທຸກຂ໌ນັ້ນ. ເຮົາຖືກຖາມແລ້ວ ກໍພະຍາກອນໃຫ້ແກ່ພວກເຂົາ ເຮັດຈິຕຂອງພວກເຂົາໃຫ້ຊຸ່ມຊື່ນ ດ້ວຍການພະຍາກອນບັນຫາໃຫ້, ໆລໆ ນີ້ເປັນຂໍ້ທີ ໔.
ອຸທາຢິ ! ຂໍ້ປະຕິບັດ ເປັນສິ່ງທີ່ເຮົາບອກແລ້ວແກ່ສາວົກ ທ. ສາວົກ ທ. ຂອງເຮົາປະຕິບັດຕາມແລ້ວ ຍ່ອມຝຶກສະຕິປັຕຖານທັງສີ່ໃຫ້ຈະເຣີນໄດ້, ຄືພິກຂຸໃນສາສນານີ້ ເປັນຜູ້ມີປົກກະຕິ ຕາມເຫັນກາຍໃນກາຍ, ມີປົກກະຕິຕາມເຫັນເວທະນາໃນເວທະນາ ທ., ມີປົກກະຕິຕາມເຫັນຈິຕໃນຈິຕ, ມີປົກກະຕິເຫັນທັມໃນທັມ ທ. ມີຄວາມພຽນເຜົາບາບ ມີຄວາມຮູ້ໂຕທົ່ວພ້ອມ ມີສະຕິ ນໍາອອກເສຍຊຶ່ງອະພິຊຊາແລະໂທມະນັສໃນໂລກ (ຄືຄວາມຍິນດີ-ຍິນຮ້າຍ ອັນເປັນຂອງປະຈໍາໂລກ), ເພາະການປະຕິບັດເຊັ່ນນັ້ນ ສາວົກຂອງເຮົາຈໍານວນຫຼາຍໄດ້ບັນລຸແລ້ວ ຊຶ່ງອະພິນຍາໂວສານ ປາຣະມີ (ຄືອະຣະຫັຕຕະຜົລ) ແລ້ວແລຢູ່. (ຕອນນີ້ຕຣັດຍືດຍາວຈົນຕະຫຼອດໂພທິປັກຂິຍະທັມ ສະມາບັດ ແລະ ວິຊຊາແປດດ້ວຍ ແຕ່ຈະບໍ່ຍົກມາໃສ່ໄວ້ ເພາະເກີນຄວາມຕ້ອງການໄປ), ໆລໆ ນີ້ເປັນຂໍ້ທີ ໕.
ອຸທາຢິ ! ເຫດຫ້າຢ່າງນີ້ແລ ທີ່ເຮັດໃຫ້ສາວົກຂອງເຮົາ ສັກກາຣະ ເຄົາຣົບ ນັບຖື ບູຊາ ແລ້ວມາຢູ່ອາໄສເຮົາ.
(ຫາກເປັນເພາະພຣະອົງຄ໌ເປັນຜູ້ສັນອາຫາຣໜ້ອຍ ມີທຸດົງຕ່າງໆເປັນຕົ້ນ ດັ່ງກ່າວແລ້ວ ໃນຫົວຂໍ້ວ່າ “ສ່ວນທີ່ສາວົກເຂັ້ມງວດກວ່າພຣະອົງ” ເບື້ອງຕົ້ນ ນັ້ນກໍບໍ່ແມ່ນ).
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໕໑








