ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ກໍຄໍານີ້ວ່າ “ຊະຣາມໍຣະນະມີ ເພາະປັຈຈັຍຄືຊາດ” ດັ່ງນີ້, ເຊັ່ນນີ້ແລເປັນຄໍາທີ່ເຮົາກ່າວແລ້ວ. ພິກຂຸ ທ. ! ຊະຣາມໍຣະນະມີ ເພາະປັຈຈັຍຄືຊາດ ແມ່ນບໍ່ ? ເປັນແບບນີ້ ຫຼືເປັນແນວໃດ ໃນຂໍ້ນີ້ ?

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຊະຣາມໍຣະນະມີ ເພາະປັຈຈັຍຄືຊາດ, ໃນຂໍ້ນີ້ຕ້ອງມີວ່າ ຊະຣາມໍຣະນະມີ ເພາະປັຈຈັຍຄືຊາດ ແນວນີ້ເປັນແນ່ນອນ ຂ້ານ້ອຍ !”

(ຕຣັດບອກແລ້ວຊົງສໍ້ຖາມ ແລະ ພິຂຸ ທ. ທູນຕອບ ໃນລັກສະນະແນວດຽວກັນນີ້ ເປັນລໍາດັບໄປ ທຸກອາການຂອງປະຕິຈຈະສະມຸບບາດ ຊຶ່ງໃນບ່ອນນີ້ຈະປະໄວ້ດ້ວຍ ...ໆລໆ... ຈົນກະທັ່ງເຖິງອາການສຸດທ້າຍ ຄືສັງຂາຣ ຈຶ່ງຈະຂຽນເຕັມຮູບຄວາມອີກຄັ້ງໜຶ່ງ)

ກໍຄໍານີ້ວ່າ “ຊາດມີ ເພາະປັຈຈັຍຄືພົບ” ...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ພົບມີ ເພາະປັຈຈັຍຄືອຸປາທານ” ...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ອຸປາທານມີ ເພາະປັຈຈັຍຄືຕັນຫາ”...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ຕັນຫາມີ ເພາະປັຈຈັຍຄືເວທະນາ” ...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ເວທະນາມີ ເພາະປັຈຈັຍຄືຜັສສະ” ...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ຜັສສະມີ ເພາະປັຈຈັຍຄືສະລາຢະຕະນະ” ...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ສະລາຢະຕະນະມີ ເພາະປັຈຈັຍຄືນາມຮູບ” ...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ນາມຮູບມີ ເພາະປັຈຈັຍຄືວິນຍານ” ...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ວິນຍານມີ ເພາະປັຈຈັຍຄືສັງຂາຣ”...ໆລໆ...ແນວນີ້ແນ່ນອນ ຂ້ານ້ອຍ !”

ກໍຄໍານີ້ວ່າ “ສັງຂາຣ ທ. ມີ ເພາະປັຈຈັຍຄືອະວິຊຊາ” ດັ່ງນີ້, ເຊັ່ນນີ້ແລ ເປັນຄໍາ ທີ່ເຮົາກ່າວແລ້ວ. ພິກຂຸ ທ. ! ສັງຂາຣ ທ. ມີ ເພາະປັຈຈັຍຄືອະວິຊຊາ ແມ່ນບໍ່ ? ເປັນແບບນີ້ ຫຼືເປັນແນວໃດ ໃນຂໍ້ນີ້ ?

໑. ບາລີ ມະຫາຕັນຫາສັງຂະຍະສູຕ ມູ. ມ. ໑໒/໔໘໐/໔໔໗. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

໓໔໖ ພຸດທະປະວັດຈາກພຣະໂອຖ - ພາກ ໔

“ຂ້າພຣະອົງຜູ້ຈະເຣີນ ! ສັງຂາຣ ທ. ມີ ເພາະປັຈຈັຍຄືອະວິຊຊາ, ໃນຂໍ້ນີ້ ຕ້ອງມີວ່າ ສັງຂາຣ ທ. ມີ ເພາະປັຈຈັຍຄືອະວິຊຊາ ແນວນີ້ເປັນແນ່ນອນ ຂ້ານ້ອຍ !”

ພິກຂຸ ທ. ! ຖືກແລ້ວ. ພິກຂຸ ທ. ! ເປັນອັນວ່າ ແມ່ນວ່າພວກເຈົ້າກໍກ່າວແນວນີ້ ; ແມ່ນວ່າເຮົາກໍກ່າວແນວນີ້ ວ່າ “ເມື່ອສິ່ງນີ້ມີຢູ່ ສິ່ງນີ້ກໍມີ ; ເພາະສິ່ງນີ້ເກີດຂຶ້ນ ສິ່ງນີ້ກໍເກີດຂຶ້ນ ; ກ່າວຄື ເພາະມີອະວິຊຊາ ເປັນປັຈຈັຍ ຈຶ່ງມີສັງຂາຣ ທ. ; ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ ; ...ໆລໆ... ເພາະມີຊາດເປັນປັຈຈັຍ, ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຢາສະ ທ. ຈຶ່ງເກີດຂຶ້ນພ້ອມ : ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການເຊັ່ນນີ້”.

(ຕໍ່ໄປນີ້ ມີການຕຣັດວ່າ ດ້ວຍປັຈຈະຍາກາຣະຝ່າຍນິໂຣທະວາຣະຄືຝ່າຍດັບ ; ມີວິທີການຕຣັດ ແລະການຖາມຕອບ ໃນຮູບແບບດຽວກັນກັບຝ່າຍສະມຸທະຍະວາຣະ ຄືຝ່າຍເກີດທຸກປະການ ຫາກແຕ່ກົງກັນຂ້າມເທົ່ານັ້ນ)

ສ່ວນທີ່ສາວົກເຂັ້ມງວດກວ່າພຣະອົງຄ໌ ໑

ອຸທາຢິ ! ສາວົກຂອງເຮົາ ສັນອາຫາຣພຽງໂກສະໜຶ່ງແດ່ (ໂກສະ-ຂັນຫຼືຈອກຂະໜາດນ້ອຍ) ເຄິ່ງໂກສະແດ່ ທໍ່ໜ່ວຍໝາກຕູມແດ່ ສໍ່າເຄິ່ງໜ່ວຍໝາກຕູມແດ່ ກໍມີຢູ່. ສ່ວນເຮົາ, ອຸທາຢິ ! ບາງເທື່ອສັນເຕັມບາດ ພຽງຂອບປາກແດ່ ຍິ່ງຂຶ້ນໄປກວ່າແດ່ກໍມີ ...

ອຸທາຢິ ! ສາວົກຂອງເຮົາ ຖືຜ້າບັງສຸກຸນ ຊົງຈີວອນເສົ້າໝອງ. ເຂົາເຈົ້າເຫຼົ່ານັ້ນ ເກັບສະສົມຜ້າຊາຍຂາດ ຈາກປ່າຊ້າແດ່ ຈາກກອງຂີ້ເຫຍື້ອແດ່ ຈາກບ່ອນເຂົາຖິ້ມຕາມຕະຫຼາດແດ່ ເຮັດເປັນຜ້າສັງຄາຕິ (ຜ້າຄຸມນອກ) ແລ້ວຊົງໄວ້ ກໍມີຢູ່. ສ່ວນເຮົາເອງ ອຸທາຢິ ! ບາງເທື່ອ ກໍຄອງຈີວອນ ທີ່ພວກຄະຫະບໍດີຖວາຍ ມີແພອ່ອນນຸ້ມລະອຽດ...

ອຸທາຢິ ! ສາວົກຂອງເຮົາ ຖືບິນດະບາຕເປັນວັຕ ທ່ຽວໄປຕາມລໍາດັບຮ່ອມເປັນວັຕ ຍິນດີແຕ່ໃນພັຕອັນມີຢູ່ ເພື່ອພິກຂຸຕາມທໍາມະດາ, ເມື່ອທ່ຽວໄປຕາມລະຫວ່າງເຮືອນ ແມ່ນວ່າມີຜູ້ຮ້ອງເຊີນດ້ວຍອາສະນະ (ສັນເທິງເຮືອນ) ກໍບໍ່ຍິນດີຮັບ,

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ