ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ເສລະ ! ສາຣີບຸຕ ເປັນຜູ້ຮອງລໍາດັບຕະຖາຄົຕ ຍ່ອມປະກາດຕາມເຮົາໄດ້ ຊຶ່ງອະນຸຕຕະຣະທັມມະຈັກ ອັນເຮົາປະກາດແລ້ວ. ພຣາມ ! ສິ່ງທີ່ຄວນຮູ້ ເຮົາໄດ້ຮູ້ແລ້ວ, ສິ່ງທີ່ຄວນເຮັດໃຫ້ຈະເຣີນ ເຮົາໄດ້ເຮັດໃຫ້ສໍາເລັດແລ້ວ, ສິ່ງຄວນລະ ເຮົາໄດ້ລະແລ້ວ ເພາະເຫດນັ້ນເຮົາຈຶ່ງເປັນ ‘ພຸດທະ’ ທ່ານຈົ່ງໝົດຄວາມກັງຂາໃນເຮົາ ຈົ່ງວາງໃຈຕໍ່ເຮົາເຖີ້ນ ພຣາມ ! ການໄດ້ພົບເຫັນພຣະສັມມາສັມພຸດທະເຈົ້າເນື່ອງໆນັ້ນ ຍ່ອມເປັນຂອງຍາກ : ທ່ານເຫຼົ່ານັ້ນເປັນຜູ້ທີ່ຍາກທີ່ຈະປາກົດຂຶ້ນເນື່ອງໆ ໃນໂລກ. ພຣາມ ! ເຮົາເປັນສັມມາສັມພຸດທະຜູ້ເປັນໝໍຜ່າຕັດ (ຊຶ່ງຄວາມທຸກຂ໌ອັນສຽບແທງສັຕ) ຢ່າງບໍ່ມີໃຜຍິ່ງກວ່າ, ເຮົາເປັນພຣົມ ບໍ່ມີໃຜທຽບໄດ້, ຜູ້ຢຽບຢໍ່າເສຍຊຶ່ງມາຣ ແລະເສນາມາຣ, ເຮັດສັດຕູໝູ່ອະມິຕທັງໝົດໃຫ້ຢູ່ໃນອໍານາດໄດ້ແລ້ວ ເປັນຜູ້ບໍ່ມີພັຍແຕ່ບ່ອນໃດໆ ບັນເທີງຢູ່.

ທົງມີພຣະສາຣີບຸຕເປັນຜູ້ປະກາດທັມມະຈັກ

ສະເໝີດ້ວຍພຣະອົງ ໑

ພິກຂຸ ທ. ! ໂອຣົດແຫ່ງພຣະເຈົ້າຈັກກະພັດ ທີ່ເປັນເຊຕຖະໂອຣົດ (ຫົວປີຄືຜູ້ກົກ) ເປັນຜູ້ປະກອບດ້ວຍອົງຄຸນ ໕ ປະການ ຍ່ອມສາມາດໝູນຈັກທີ່ບິດາໝູນແລ້ວ ໃຫ້ໝູນໄປຕາມໄດ້ໂດຍທັມແທ້. ແລະທັງຈັກນັ້ນ ເປັນຈັກທີ່ມະນຸສດ້ວຍກັນ. ຜູ້ເປັນຂ້າເສິກ ບໍ່ອາດຕ້ານທານໃຫ້ໝູນກັບໄດ້ດ້ວຍມື. ອົງຄຸນ ໕ ປະການ ນັ້ນແນວໃດໜໍ ? ອົງຄຸນ ໕ ປະການ ຄື ເຊຕຖະໂອຣົດແຫ່ງພຣະເຈົ້າຈັກກະພັດນັ້ນ ເປັນຜູ້ຮູ້ຈັກເຫດ ຮູ້ຈັກຜົລ ຮູ້ຈັກປະມານ ຮູ້ຈັກກາລ ຮູ້ຈັກບໍຣິສັດ.

໑. ບາລີ ປັນຈກ. ອັງ. ໒໒/໑໖໗/໑໓໒. ຕຣັດແກ່ພິກຂຸທັງຫຼາຍ.

໓໔໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພິກຂຸ ທ. ! ເຊຕຖະໂອຣົດຂອງພຣະເຈົ້າຈັກກະພັດ ປະກອບດ້ວຍອົງຄຸນ ໕ ປະການ ເຫຼົ່ານີ້ແລ ຈຶ່ງສາມາດໝູນຈັກທີ່ບິດາໝູນແລ້ວ ໃຫ້ໝູນໄປຕາມໄດ້ໂດຍທັມ. ແລະທັງເປັນຈັກທີ່ໃຜໆ ຜູ້ທີ່ມະນຸສດ້ວຍກັນ ທີ່ເປັນຂ້າເສິກ ບໍ່ອາດຕ້ານທານໃຫ້ໝູນກັບໄດ້ດ້ວຍມື.

ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ : ສາຣີບຸຕ ກໍເປັນຜູ້ປະກອບດ້ວຍຄຸນທັມ ໕ ປະການ ຈຶ່ງສາມາດຍັງທັມມະຈັກ ອັນບໍ່ມີຈັກອື່ນຍິ່ງໄປກວ່າ ອັນຕະຖາຄົຕໝູນໄປແລ້ວ ໃຫ້ໝູນໄປຕາມໄດ້ໂດຍຖືກຕ້ອງແທ້, ແລະທັງຈັກນັ້ນ ເປັນຈັກທີ່ສະມະນະຫຼື ພຣາມ ຫຼືເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ບໍ່ສາມາດຕ້ານທານໃຫ້ໝູນກັບໄດ້. ພິກຂຸ ທ. ! ສາຣີບຸຕເປັນຜູ້ຮູ້ຈັກເຫດ ຮູ້ຈັກຜົລ ຮູ້ຈັກປະມານ ຮູ້ຈັກກາລ ຮູ້ຈັກບໍຣິສັດ. ພິກຂຸ ທ. ! ສາຣີບຸຕປະກອບດ້ວຍຄຸນທັມ ໕ ປະການເຫຼົ່ານີ້ແລ ຈຶ່ງສາມາດໝູູນທັມມະຈັກ ອັນບໍ່ມີຈັກອື່ນຍິ່ງໄປກວ່າ ທີ່ຕະຖາຄົຕໝູນໄປແລ້ວ ໃຫ້ໝູນໄປຕາມໄດ້ໂດຍຖືກຕ້ອງແທ້, ແລະທັງຈັກນັ້ນ ເປັນຈັກທີ່ສະມະນະຫຼືພຣາມ ຫຼືເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ບໍ່ສາມາດຕ້ານທານໃຫ້ໝູນກັບໄດ້.

ທົງຍົກຍ້ອງພຣະສາຣີບຸຕໃນຖານະທັມໂອຣົດ ໑

ພິກຂຸ ທ. ! ສາຣີບຸຕເປັນບັນດິຕ ມີປັນຍາຫຼາຍ ມີປັນຍາແໜ້ນໜາ ມີປັນຍາໃຫ້ເກີດຄວາມເບີກບານໃຈ ມີປັນຍາໄວ ມີປັນຍາແກ່ກ້າ ມີປັນຍາເຄື່ອງເຈາະແທງກິເລສ. ພິກຂຸ ທ. ! ສາຣີບຸຕເຫັນແຈ້ງຊຶ່ງວິປັສສະນາໃນທັມຕາມລໍາດັບ ຊົ່ວເວລາເຄິ່ງເດືອນ. ພິກຂຸ ທ. ! ໃນເລື່ອງນັ້ນ ນີ້ເປັນເລື່ອງແຫ່ງການເຫັນແຈ້ງໃນທັມຕາມລໍາດັບ ຂອງສາຣີບຸຕ :-

(ຕໍ່ຈາກນີ້ໄດ້ຕຣັດເຖິງ ການບັນລຸ ປະຖົມມະຊານ ທຸຕິຢະຊານ ຕະຕິຢະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ເນວະສັນຍານາສັນຍາຢະຕະນະ ໂດຍລະອຽດຕາມລໍາດັບ ທຸກແງ່ທຸກມຸມ ແລ້ວຈຶ່ງຕຣັດຕໍ່ໄປວ່າ :-)

໑. ບາລີ ອະນຸປະທະສູຕ ອຸປຣິ. ມ. ໑໔/໑໑໖/໑໕໔. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໔໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ