ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພຣາມ ! ອະນຸສາສນີປາຕິຫາຣ ເປັນແນວໃດ ? ຄືຄົນບາງຄົນບາງຄົນຍ່ອມປະກອບການພໍ່າສອນວ່າ “ທ່ານທັງຫຼາຍຈົ່ງຕຶກແນວນີ້ໆ ຢ່າຕຶກແບບນັ້ນໆ, ຈົ່ງຝຶກໃນໃຈແນວນີ້ໆ ຢ່າຝຶກໃນໃຈແບບນັ້ນໆ, ຈົ່ງເວັ້ນສິ່ງນີ້ໆ ເສຍ, ຈົ່ງເຮັດສິ່ງນີ້ໆ ຢູ່ເປັນປະຈໍາ” ດັ່ງນີ້. ພຣາມ ! ນີ້ແລ ອະນຸສາສນີປາຕິຫາຣ.
ພຣາມທູນຖາມວ່າ “ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຍົກເວັ້ນພຣະໂຄດົມເສຍ, ພິກຂຸອື່ນຈັກອົງຄ໌ໜຶ່ງ ຊຶ່ງເປັນຜູ້ປະກອບດ້ວຍປາຕິຫາຣສາມນີ້ ມີຢູ່ຫຼືໜໍ ?”
ພຣາມ ! ມີບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ມີຫຼາຍກວ່ານັ້ນອີກ ທີ່ປະກອບດ້ວຍປາຕິຫາຣສາມນີ້.
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍດຽວນີ້ ພິກຂຸເຫຼົ່ານັ້ນຢູ່ທີ່ບ່ອນໃດໜໍ ?”
ພຣາມ ! ຢູ່ໃນພິກຂຸສົງຄ໌ໝູ່ນີ້ເອງ.
໓໔໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງເປັນພີ່ລ້ຽງໃຫ້ແກ່ສາວົກ ຊົ່ວລະຍະເວລາຈໍາເປັນ ໑
ພິກຂຸ ທ. ! ປຽບເໝືອນເດັກທີ່ຍັງນ້ອຍ ຍັງໄດ້ແຕ່ນອນຫງາຍ ເມື່ອພີ່ລ້ຽງເຜີ ໄດ້ຄວ້າເສດໄມ້ຫຼືເສດດິນເຜົາກິນເຂົ້າໄປ ພີ່ລ້ຽງເຫັນແລ້ວກໍຈະພະຍາຍາມຫາວິທີເອົາອອກໂດຍໄວ. ເມື່ອເອົາອອກບໍ່ໄດ້ໂດຍງ່າຍ ກໍຈະປະຄອງຫົວເດັກນ້ອຍດ້ວຍມືຊ້າຍ ງໍນິ້ວມືຂວາຈົກລົງໄປເກາະຂຶ້ນມາ ເຖິງແມ່ນວ່າໂລຫິດຈະອອກກໍຕ້ອງເຮັດ, ຂໍ້ນີ້ເພາະເຫດໃດໜໍ ? ເພາະເຫດວ່າ ເຖິງແມ່ນເດັກນ້ອຍນັ້ນ ຈະໄດ້ຮັບຄວາມ ເຈັບປວດກໍຈິງ ແຕ່ພີ່ລ້ຽງທີ່ຫວັງຄວາມປອດພັຍແກ່ເດັກ ຫວັງຈະຊ່ວຍເຫຼືອເດັກ ມີຄວາມເອັນດູເດັກ ກໍຕ້ອງເຮັດແບບນັ້ນ ເພາະຄວາມເອັນດູນັ້ນເອງ. ຄັນເດັກນ້ອຍເຕີບໃຫຍ່ຂຶ້ນ ມີຄວາມຮູ້ດຽງສາພໍຄວນແລ້ວ ພີ່ລ້ຽງກໍປ່ອຍມື ບໍ່ລໍ່າລີ້ລໍ່າໄລໃນເດັກນ້ອຍນັ້ນເກີນໄປ ດ້ວຍຄິດວ່າ ບັດນີ້ເດັກນ້ອຍນີ້ຄຸ້ມຄອງຕົນເອງໄດ້ແລ້ວ ບໍ່ອາດຈະໄຮ້ດຽງສາອີກແລ້ວ ດັ່ງນີ້, ຂໍ້ນີ້ເຊັ່ນໃດ ;
ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ : ຕາບໃດທີ່ພິກຂຸຍັງບໍ່ໄດ້ປະກອບກິດໃນກຸສົລທັມທັງຫຼາຍ ອັນຕົນຈະຕ້ອງປະພຶດດ້ວຍສັດທາ ດ້ວຍຫິຣິ ດ້ວຍໂອຕຕັບປະ ດ້ວຍວິຣິຢະ ດ້ວຍປັນຍາ ຕາບນັ້ນເຮົາຍັງຈະຕາມຄຸ້ມຄອງພິກຂຸນັ້ນ. ແຕ່ເມື່ອໃດພິກຂຸນັ້ນໄດ້ປະກອບກິດໃນກຸສົລທັມທັງຫຼາຍ ອັນຕົນຈະຕ້ອງປະພຶດດ້ວຍສັດທາ ດ້ວຍຫິຣິ ດ້ວຍໂອຕຕັບປະ ດ້ວຍວິຣິຢະ ດ້ວຍປັນຍາ ສໍາເລັດແລ້ວ ເຮົາກໍໝົດຫ່ວງໃນພິກຂຸນັ້ນ ໂດຍຄິດວ່າ ບັດນີ້ພິກຂຸນີ້ຄຸ້ມຄອງຕົນເອງໄດ້ແລ້ວ ບໍ່ອາດຈະປະພຶດຫຼະຫຼວມອີກຕໍ່ໄປແລ້ວ. ດັ່ງນີ້.
ທົງມີພຣະສາຣີບຸຕ ເປັນຜູ້ຮອງລໍາດັບ ໒
ເສລະ ! ເຮົາເປັນພຣະຣາຊາຜູ້ທັມຣາຊາ ບໍ່ມີຣາຊາອື່ນຍິ່ງໄປກວ່າ ເຮົາຍ່ອມປະ ກາດທັມມະຈັກ ໃຫ້ເປັນໄປໂດຍທັມ ເປັນຈັກທີ່ໃຜໆຈະຕ້ານທານໃຫ້ໝູນກັບບໍ່ໄດ້.
໑. ບາລີ ປັນຈກ. ອັງ. ໒໒/໖/໗. ຕຣັດແກ່ພິກຂຸທັງຫຼາຍ.
໒. ບາລີ ເສລະສູຕ ມ. ມ. ໑໓/໕໕໔/໖໐໙. ຕຣັດແກ່ເສລະພຣາມ ທີ່ຍ່ານປ່າແຫ່ງອາປະນະນິຄົມ
ແຄວ້ນອັງຄຸຕຕຣາປະ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໔໑
“ຂ້າແຕ່ພຣະໂຄດົມ ! ພຣະອົງປະຕິຍານວ່າເປັນສັມພຸດທະ ເປັນທັມມະຣາຊາ ບໍ່ມີຣາຊາອື່ນຍິ່ງກວ່າ. ກ່າວຢູ່ວ່າ ‘ເຮົາຍ່ອມປະກາດທັມມະຈັກໃຫ້ເປັນໄປໂດຍທັມ’ ໃຜໜໍຍ່ອມປະກາດຕາມໄດ້ ຊຶ່ງທັມມະຈັກທີ່ພຣະອົງປະກາດແລ້ວ ?” ເສລະພຣາມ ທູນຖາມ.








