ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຕໍ່ຈາກນັ້ນ ສາຣີບຸຕ ກ້າວຜ່ານເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່. ອັນໜຶ່ງເພາະ ເຫັນດ້ວຍປັນຍາ ອາສະວະ ທ. ຂອງລາວຍ່ອມດັບສິ້ນໄປໂດຍຮອບ. ສາຣີບຸຕນັ້ນ ມີສະຕິອອກຈາກສະມາບັດນັ້ນ. ລາວນັ້ນ ຄັນມີສະຕິອອກຈາກສະມາ ບັດນັ້ນແລ້ວ ຍ່ອມຕາມເຫັນເຊິ່ງທັມ ທ. ອັນດັບແລ້ວ ແປປ່ຽນແລ້ວ ໃນອະດີຕ ວ່າ “ທັມ ທ. ເຫຼົ່ານັ້ນໆ ທີ່ບໍ່ມີກໍມີມາ ທີ່ມີແລ້ວກໍດັບໄປ” ດັ່ງນີ້. ສາຣີບຸຕນັ້ນ ບໍ່ຍິນດີຍິນຮ້າຍໃນທັມເຫຼົ່ານັ້ນ ບໍ່ມີກິເລສອາໄສແລ້ວ ບໍ່ມີກິເລສຜູກພັນ ພົ້ນພິເສດແລ້ວ ປາສະຈາກກິເລສ ເຄື່ອງຮ້ອຍຮັດ ມີໃຈປາສະຈາກເຄື່ອງຈໍາກັດເຂດ ຢູ່. ລາວນັ້ນ ຍ່ອມຮູ້ວ່າ ອຸບາຍເປັນເຄື່ອງອອກອັນຍິ່ງໄປກວ່ານີ້ຍ່ອມບໍ່ມີ ການປະພຶດໃຫ້ຍິ່ງໄປກວ່ານັ້ນອີກ ກໍບໍ່ມີສໍາລັບລາວນັ້ນ.
ພິກຂຸ ທ. ! ເມື່ອໃຜໆ ຈະກ່າວໂດຍຖືກຕ້ອງ ກ່າວຜູ້ໃດວ່າ ເປັນຜູ້ເຖິງເຊິ່ງຄວາມມີອໍານາດ ເຖິງເຊິ່ງຄວາມເຕັມປ່ຽມ ໃນອະຣິຍະສີລ ໃນອະຣິຍະສະມາທິ ໃນອະຣິຍະປັນຍາ ໃນອະຣິຍະວິມຸດ ດັ່ງນີ້ແລ້ວ ເຂົາຈົ່ງກ່າວສາຣີບຸຕນັ້ນແລ ວ່າເປັນຜູ້ເປັນເຊັ່ນນັ້ນ.
ພິກຂຸ ທ. ! ເມື່ອໃຜໆ ຈະກ່າວໂດຍຊອບ ກ່າວຜູ້ໃດວ່າ ເປັນບຸຕ ເປັນໂອຣົດ ເກີດຈາກໂອຖະຂອງພຣະຜູ້ມີພຣະພາຄ ເກີດຈາກທັມ ອັນທັມເນຣະມິຕແລ້ວ ເປັນທັມມະທາຍາດ ຈະເປັນອາມິດທາຍາດກໍບໍ່ ດັ່ງນີ້ແລ້ວ ເຂົາຈົ່ງກ່າວສາຣີບຸຕນັ້ນແລ ວ່າເປັນຜູ້ເປັນເຊັ່ນນັ້ນ.
ພິກຂຸ ທ. ! ສາຣີບຸຕ ສາມາດໝູນທັມມະຈັກ ອັນບໍ່ມີຈັກອື່ນຍິ່ງໄປກວ່າ ທີ່ ຕະຖາຄົຕໝູນໄປແລ້ວ, ໃຫ້ໝູນໄປຕາມໄດ້ ໂດຍຖືກຕ້ອງແທ້ແລ.
໓໔໔ ພຸດທະປະວັດຈາກພຣະໂອຖ - ພາກ ໔
ມະຫາເຖຣະຜູ້ມີສະມາບັດ
ແລະ ອະພິນຍາເທົ່າທຽມພຣະອົງຄ໌ ໑
ພິກຂຸ ທ. ! ເຮົາຫວັງພຽງໃດ ກໍຍ່ອມສະງັດຈາກກາມ ແລະອະກຸສົລທັມທັງຫຼາຍ ແລ້ວເຂົ້າເຖິງຊານທີ ໑ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດຈາກວິເວກແລ້ວ ແລະຢູ່ໄດ້ຕະຫຼອດກາລພຽງນັ້ນ. ພິກຂຸ ທ. ! ແມ່ນວ່າກັສສະປະ (ກໍຄືກັນ) ເຂົາຫວັງພຽງໃດ ກໍຍ່ອມສະງັດຈາກກາມ ແລະອະກຸສົລທັມທັງຫຼາຍ ແລ້ວເຂົ້າເຖິງຊານທີ ໑ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດຈາກວິເວກແລ້ວ ແລະຢູ່ໄດ້ຕະຫຼອດກາລພຽງນັ້ນ.
ພິກຂຸ ທ. ! ເຮົາຫວັງພຽງໃດ ກໍຍ່ອມ... ໆລໆ... ເຂົ້າເຖິງຊານທີ ໒, ...ໆລໆ ຊານທີ ໓,...ໆລໆ ຊານທີ ໔,...ໆລໆ ອາກາສານັນຈາຢະຕະນະ,... ວິນຍານັນຈາຢະຕະນະ,... ອາກິນຈັນຍາຢະຕະນະ,... ເນວະສັນຍານາສັນຍາຢະຕະນະ,... ໆລໆ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ໄດ້ຕະຫຼອດກາລພຽງນັ້ນ.໒ ພິກຂຸ ທ. ! ແມ່ນວ່າກັສສະປະ (ກໍຄືກັນ) ລາວຫວັງພຽງໃດ ກໍຍ່ອມ ...ໆລໆ ເຂົ້າເຖິງຊານທີ ໒ ...ທີ ໓ ...ທີ ໔ ... ອາກາສານັນຈາຢະຕະນະ... ວິນຍານັນຈາຢະຕະນະ ... ອາກິນ ຈັນຍາຢະຕະນະ,... ເນວະສັນຍານາສັນຍາຢະຕະນະ... ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ໄດ້ຕະຫຼອດກາລພຽງນັ້ນ.
(ຕໍ່ຈາກນີ້ ຕຣັດອະພິນຍາຫົກ ຄື ອິດທິວິທິ ທິບພະໂສຕະ ເຈໂຕປະຣິຢະຍານ ປຸບເພນິວາສານຸສສະຕິຍານ ຈຸຕູປະປາຕະຍານ ແລະ ອາສະວັກຂະຢະຍານ ວ່າ ພຣະມະຫາກັສສະປະ ສາມາດເທົ່າທຽມພຣະອົງຄ໌ ໂດຍຮູບແບບດຽວກັນອີກ. ສ່ວນຄໍາອະທິບາຍຂອງອະພິນຍາເຫຼົ່ານີ້ ຄົ້ນເບິ່ງໄດ້ຕາມຊື່ອະພິນຍານັ້ນໆ ຈາກຕອນວ່າດ້ວຍການຕຣັສຮູ້ ໃນພາກ ໒-໓ ຂອງເລື່ອງນີ້ ຫຼືຈາກທັມມະວິພາກປະຣິເສດ ໒, ໃນບ່ອນນີ້ ບໍ່ຕ້ອງການກ່າວໃຈຄວາມສ່ວນນີ້ ນອກຈາກສ່ວນທີ່ພຣະມະຫາກັສສະປະ ມີສະມາບັດ ແລະອະພິນຍາເທົ່າທຽມກັບພຣະອົງເທົ່ານັ້ນ)
໑. ບາລີ ກັສສະປະສັງຢຸຕ ນິທານ. ສັງ. ໑໖/໒໔໘/໔໙໗. ຕຣັດແກ່ພິກຂຸທັງຫຼາຍ ທີ່ເຊຕະວັນ.
໒. ທີ່ປະຈຸດໄວ້ນັ້ນ ໝາຍຄວາມວ່າຕຣັດເທື່ອລະຢ່າງໂດຍທໍານອງດຽວກັນ. ສ່ວນຄໍາອະທິບາຍຂອງສະມາບັດ
ເຫຼົ່ານັ້ນ ເໝືອນກັບທີ່ກ່າວໄວ້ແລ້ວໃນເລື່ອງອື່ນ ໃນຕອນຕົ້ນ, ຫຼືໃນໜັງສືທັມມະວິພາກປະຣິເສດ ໒.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໔໕
ພຣະອົງຄ໌ແລະສາວົກມີການກ່າວຫຼັກທັມຕົງກັນສະເໝີ ໑








