ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
“... ຜູ້ໃດ ເຫັນປະຕິຈຈະສະມຸບບາດ, ຜູ້ນັ້ນ ຊື່ວ່າເຫັນທັມ ; ຜູ້ໃດ ເຫັນທັມ, ຜູ້ນັ້ນ ຊື່ວ່າເຫັນປະຕິຈຈະສະມຸບບາດ...” (ມູ. ມ. ໑໒/໓໕໙/໓໔໖).
“ພິກຂຸ ທ. ! ແມ່ນວ່າພິກຂຸຈັບສົ້ນແຈສັງຄາຕິ ຍ່າງຕາມຮອຍບາທາເຮົາໄປຂ້າງຫຼັງໆ, ແຕ່ຖ້າເຂົານັ້ນອັ່ງໄປດ້ວຍອະພິຊຊາ ມີກາມຣາຄະແຮງ ມີຈິຕພະຍາບາດ ມີຄວາມດໍາຣິແຫ່ງໃຈເປັນໄປໃນທາງປອງຮ້າຍ ມີສະຕິຫຼົງລືມ ບໍ່ມີສັມປະຊັນຍະ ມີຈິຕບໍ່ເປັນສະມາທິ ແກວ່ງໄປແກວ່ງມາ ບໍ່ສັງລວມອິນຊີ, ແລ້ວນັ້ນ ; ພິກຂຸນັ້ນຊື່ວ່າຢູ່ໄກຈາກເຮົາ ແມ່ນວ່າເຮົາກໍຢູ່ໄກຈາກພິກຂຸນັ້ນໂດຍແທ້. ຂໍ້ນັ້ນ ເພາະເຫດໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເພາະເຫດວ່າ ພິກຂຸນັ້ນ ບໍ່ເຫັນທັມ : ເມື່ອບໍ່ເຫັນທັມ ກໍຊື່ວ່າບໍ່ເຫັນເຮົາ.
ພິກຂຸ ທ. ! ແມ່ນວ່າພິກຂຸນັ້ນ ຈະຢູ່ຫ່າງ (ຈາກເຮົາ) ຕັ້ງຮ້ອຍໂຍຊນ໌ ແຕ່ຖ້າເຂົານັ້ນ ບໍ່ອັ່ງໄປດ້ວຍອະພິຊຊາ ບໍ່ມີກາມຣາຄະແຮງ ບໍ່ມີຈິຕພະຍາບາດ ບໍ່ມີຄວາມ ດໍາຣິແຫ່ງໃຈ ເປັນໄປໃນທາງປອງຮ້າຍ ມີສະຕິຕັ້ງໝັ້ນ ມີສັມປະຊັນຍະ ມີຈິຕເປັນສະມາທິ ເຖິງຄວາມເປັນເອກັກຄະຕາ ສັງລວມອິນຊີ, ແລ້ວນັ້ນ ; ພິກຂຸນັ້ນຊື່ວ່າຢູ່ໃກ້ກັບເຮົາ ແມ່ນວ່າເຮົາກໍຢູ່ໃກ້ກັບພິກຂຸນັ້ນໂດຍແທ້. ຂໍ້ນັ້ນ ເພາະເຫດໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເພາະເຫດວ່າ ພິກຂຸນັ້ນ ເຫັນທັມ : ເມື່ອເຫັນທັມ ກໍຊື່ວ່າເຫັນເຮົາ ແລ.” - (ຂໍ້ນີ້ໝາຍຄວາມວ່າ ຜູ້ທີ່ມີທັມຢູ່ໃນໃຈ ຮູ້ສຶກຕໍ່ທັມນັ້ນໆຢູ່ໃນໃຈ ຍ່ອມເປັນການເຫັນທັມຢູ່ໃນໃຈ ພຣະອົງທົງປະສົງໃຫ້ຜູ້ເຫັນທັມເຊັ່ນນີ້ ທີ່ກ່າວວ່າເປັນການເຫັນພຣະອົງ) - ອິຕິວຸ. ຂຸ. ໒໕/໓໐໐/໒໗໒.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໑໕
ສັຕໂລກຈະຮູ້ຈັກພຣະຣັຕຕະນະຕຣັຍເຖິງທີ່ສຸດ
ກໍຕໍ່ເມື່ອຮູ້ຜົລແຫ່ງຄວາມດັບສິ້ນອາສະວະຂອງຕົນເອງແລ້ວເທົ່ານັ້ນ ໑
ພຣາມ ! ປຽບເໝືອນນັກສະແຫວງຫາຊ້າງປ່າ ເຂົ້າໄປໃນປ່າທີ່ມີຊ້າງ ເຫັນຮອຍຕີນຊ້າງຮອຍໃຫຍ່ ທັງໂດຍສ່ວນຍາວແລະສ່ວນກວ້າງ ; ເມື່ອເປັນນັກສະແຫວງຫາຊ້າງທີ່ສະຫຼາດ ກໍຈະຍັງບໍ່ລົງສັນນິຖານວ່າ “ພໍ່ເຈົ້າເອີຍ ! ຊ້າງມະຫານາຄໜໍ” ດັ່ງນີ້. ຂໍ້ນັ້ນເພາະເຫດໃດໜໍ ? ພຣາມ ! ຂໍ້ນັ້ນເພາະເຫດວ່າ ພວກຊ້າງພັງຊື່ ວາມະນິກາ ຊຶ່ງມີຮອຍຕີນໃຫຍ່ ກໍມີຢູ່ໃນປ່າຊ້າງ, ມັນເປັນຮອຍຕີນແຫ່ງຊ້າງພັງພວກນັ້ນກໍໄດ້.
ເຂົາໄຕ່ຕາມຮອຍນັ້ນໄປ ກໍເຫັນຮອຍຕີນຊ້າງໃຫຍ່ ທັງໂດຍສ່ວນຍາວ ແລະສ່ວນກວ້າງອີກ ແລະເຫັນຮອຍທີ່ຊ້າງສີໂຕໃນບ່ອນທີ່ສູງ ; ເມື່ອເປັນນັກສະແຫວງ ຫາຊ້າງທີ່ສະຫຼາດ ກໍຈະຍັງບໍ່ລົງສັນນິຖານອີກວ່າ “ພໍ່ເຈົ້າເອີຍ ! ຊ້າງມະຫານາຄໜໍ” ດັ່ງນີ້. ຂໍ້ນັ້ນເພາະເຫດໃດໜໍ ? ພຣາມ ! ຂໍ້ນັ້ນເພາະເຫດວ່າ ພວກຊ້າງພັງຊື່ ອຸດຈາກະລາຣິກາ ຊຶ່ງມີຮອຍຕີນໃຫຍ່ ກໍມີຢູ່ໃນປ່າຊ້າງ, ມັນຈະເປັນຮອຍຕີນແຫ່ງຊ້າງພັງພວກນັ້ນກໍໄດ້.
ເຂົາໄຕ່ຕາມຮອຍນັ້ນໄປ ກໍເຫັນຮອຍຕີນຊ້າງໃຫຍ່ ທັງໂດຍສ່ວນຍາວ ແລະສ່ວນກວ້າງ ແລະເຫັນຮອຍທີ່ຊ້າງສີໂຕໃນບ່ອນທີ່ສູງອີກຕື່ມ ແລະທັງເຫັນຮອຍທີ່ງາຂອງມັນ ຊິດເປືອກໄມ້ຢູ່ໃນບ່ອນທີ່ສູງດ້ວຍ ; ເມື່ອເປັນນັກສະແຫວງຫາຊ້າງທີ່ສະຫຼາດ ກໍຈະຍັງບໍ່ລົງສັນນິຖານອີກວ່າ “ພໍ່ເຈົ້າເອີຍ ! ຊ້າງມະຫານາຄໜໍ” ດັ່ງນີ້. ຂໍ້ນັ້ນເພາະເຫດໃດໜໍ ? ພຣາມ ! ຂໍ້ນັ້ນເພາະເຫດວ່າ ພວກຊ້າງພັງຊື່ ອຸດຈາກະເນຣຸກາ ຊຶ່ງມີຮອຍຕີນໃຫຍ່ ກໍມີຢູ່ໃນປ່າຊ້າງ, ມັນຈະເປັນຮອຍຕີນແຫ່ງຊ້າງພັງພວກນັ້ນກໍໄດ້.
໑. ບາລີ ຈູລະຫັຕຖິປະໂທປະມະສູຕ ມູ. ມ. ໑໒/໓໔໐/໓໓໒. ຕຣັດແກ່ຊານຸດໂສນີພຣາມ ທີ່ເຊຕະວັນ.
໓໑໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ເຂົາໄຕ່ຕາມຮອຍນັ້ນໄປ ກໍເຫັນຮອຍຕີນຊ້າງໃຫຍ່ ທັງໂດຍສ່ວນຍາວ ແລະສ່ວນກວ້າງ ແລະເຫັນຮອຍທີ່ຊ້າງສີໂຕໃນບ່ອນທີ່ສູງ ແລະເຫັນຮອຍທີ່ງາຂອງມັນຊິດເປືອກໄມ້ຢູ່ໃນບ່ອນທີ່ສູງ ແລະທັງຍັງເຫັນຮອຍຫັກຂອງກິ່ງໄມ້ ຢູ່ໃນບ່ອນທີ່ສູງ ; ແລະເຂົາກໍໄດ້ເຫັນໂຕຊ້າງນັ້ນຢູ່ທີ່ເຫງົ້າຕົ້ນໄມ້ ຫຼືຢູ່ກາງແຈ້ງ ຍ່າງຢູ່ ຢືນຢູ່ ໝູບຢູ່ ຫຼືນອນຢູ່, ເຂົາຈຶ່ງເຖິງຄວາມແນ່ໃຈວ່າ “ນີ້ເອງຊ້າງມະຫານາຄໂຕນັ້ນ” ດັ່ງນີ້, ຂໍ້ນີ້ເຊັ່ນໃດ ;








