ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ເຊັ່ນດຽວກັນແຫຼະພຣາມ ! ກຸລະບຸຕອອກບວດຈາກສະກຸນກະສັດກໍຕາມ ຈາກສະກຸນພຣາມກໍຕາມ ຈາກສະກຸນເວດກໍຕາມ ຈາກສະກຸນສູດກໍຕາມ ແລະໄດ້ອາໄສທັມວິນັຍ ອັນຕະຖາຄົຕປະກາດແລ້ວ ເປັນຜູ້ເວັ້ນຈາກປານາຕິບາຕ ໆລໆ (ເປັນຕົ້ນກະທັ່ງມີສັມມາທິຕຖິເປັນທີ່ສຸດ) ໄດ້ແລ້ວ ຍ່ອມປະສົບຄວາມສໍາເລັດ ເປັນຄວາມ ພູມໃຈຈາກຜົລແຫ່ງກຸສົລທັມ ອັນເປັນເຄື່ອງນໍາສັຕອອກຈາກທຸກຂ໌ໄດ້ ທັງໝົດ.
ພຣາມ ! ທ່ານເຂົ້າໃຈແນວໃດ : ພຣາມ ພວກດຽວເທົ່ານັ້ນຫຼື ທີ່ສົມຄວນຈະຖືຜ້າແພສໍາລັບການອາບ ໄປສູ່ແມ່ນໍ້າ ແລ້ວຂັດສີໂຕໃຫ້ສະອາດ ? ກະສັດບໍ່ຄວນຫຼື ? ເວດ ບໍ່ຄວນຫຼື ? ສູດ ບໍ່ຄວນຫຼື ?
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນັ້ນຫາບໍ່ໄດ້. ກະສັດກໍສົມຄວນ ເວດກໍສົມຄວນ ສູດກໍສົມຄວນ, ຄົນທັງປວງສົມຄວນຖືຜ້າແພສໍາລັບການອາບ ໄປສູ່ແມ່ນໍ້າແລະຂັດສີໂຕໃຫ້ສະອາດດ້ວຍກັນທັງໝົດ”.
ດັ່ງດຽວກັນແຫຼະພຣາມ ! ກຸລະບຸຕອອກບວດຈາກສະກຸນກະສັດກໍຕາມ ຈາກສະກຸນພຣາມກໍຕາມ ຈາກສະກຸນເວດກໍຕາມ ຈາກສະກຸນສູດກໍຕາມ ແລະໄດ້ອາໄສທັມວິນັຍ ອັນຕະຖາຄົຕປະກາດແລ້ວ ເປັນຜູ້ເວັ້ນຈາກປານາຕິບາຕ ໆລໆ (ເປັນຕົ້ນກະທັ່ງມີສັມມາທິຕຖິເປັນທີ່ສຸດ) ໄດ້ແລ້ວ ຍ່ອມປະສົບຄວາມສໍາເລັດ ເປັນຄວາມພູມໃຈຈາກຜົລແຫ່ງກຸສົລທັມ ອັນເປັນເຄື່ອງນໍາສັຕອອກຈາກທຸກຂ໌ໄດ້ ທັງໝົດ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໑໓
ພຣາມ ! ທ່ານເຂົ້າໃຈແນວໃດໃນເລື່ອງນີ້, ຄືຂັຕຕິຍະຣາຊາຜູ້ໄດ້ມຸນທາພິເສກແລ້ວ ຮັບສັ່ງໃຫ້ປະຊຸມບຸຣຸສຈໍານວນຫຼາຍຮ້ອຍ ມີຊາດສະກຸນຕ່າງກັນ ໂດຍທົງບັງຄັບວ່າ “ມາເຖີ້ນທ່ານທັງຫຼາຍ ! ທ່ານຜູ້ໃດເກີດຈາກສະກຸນກະສັດ ສະກຸນພຣາມ ແລະຕະກູນທີ່ກ່ຽວເນື່ອງກັບຣາຊະຕະກູນ ທ່ານຜູ້ນັ້ນຈົ່ງຖືເອົາໄມ້ສາກະ ຫຼືໄມ້ສາລະ ຫຼືໄມ້ສົນລະ ຫຼືໄມ້ປະທຸມະກະ ຫຼືໄມ້ຈັນທະນະ (ແນວໃດແນວໜຶ່ງ) ມາເຮັດໄມ້ສີໄຟອັນເທິງແລ້ວ ຈົ່ງສີໃຫ້ເກີດໄຟ ເຮັດເຕໂຊທາດໃຫ້ປາກົດ ສ່ວນທ່ານຜູ້ໃດເກີດແລ້ວຈາກຕະກູນຈັນທານ ຕະກູນພວກນາຍພານ ຕະກູນຈັກສານ ຕະກູນເຮັດລົດ ຕະກູນຖອກຂີ້ເຫຍື້ອ ທ່ານເຫຼົ່ານັ້ນຈົ່ງຖືເອົາໄມ້ຮາງອາຫາຣໝາ ໄມ້ຮາງອາຫາຣໝູ ໄມ້ຮາງຍ້ອມຜ້າ ຫຼືທ່ອນໄມ້ໝາກຫຸ່ງນໍ້າ (ແນວໃດແນວໜຶ່ງ) ມາເຮັດໄມ້ສີໄຟໂຕເທິງ ແລ້ວຈົ່ງສີໃຫ້ເກີດໄຟ ເຮັດເຕໂຊທາດໃຫ້ປາກົດເຖີ້ນ” ດັ່ງນີ້. ພຣາມ ! ທ່ານເຂົ້າໃຈແນວໃດ : ໄຟທີ່ເກີດຂຶ້ນຈາກໄມ້ສີໄຟທີ່ເຮັດດ້ວຍ ໄມ້ສາກະ ຫຼືໄມ້ສາລະ ຫຼືໄມ້ສົນລະ ຫຼືໄມ້ປະທຸມະກະ ຫຼືໄມ້ຈັນທະນະຂອງພວກທີ່ເກີດຈາກຕະກູນກະສັດ ພຣາມ ຫຼືຕະກູນທີ່ກ່ຽວເນື່ອງກັບຣາຊະຕະກູນນັ້ນ ເປັນໄຟທີ່ມີແປວ ມີສີ ມີຣັສໝີ ແລະໃຊ້ປະກອບກິດຕ່າງໆທີ່ຕ້ອງການເນື່ອງດ້ວຍໄຟໄດ້ ; ສ່ວນໄຟທີ່ເກີດຈາກ ໄມ້ຮາງອາຫາຣໝາ ໄມ້ຮາງອາຫາຣໝູ ໄມ້ຮາງຍ້ອມຜ້າ ຫຼືທ່ອນໄມ້ໝາກຫຸ່ງນ້ຳ ຂອງພວກທີ່ເກີດຈາກຕະກູນຈັນທານ ຕະກູນພວກນາຍພານ ຕະກູນຈັກສານ ຕະກູນເຮັດລົດ ຕະກູນຖອກຂີ້ເຫຍື້ອ ນັ້ນ ເປັນໄຟທີ່ບໍ່ມີແປວ ບໍ່ມີສີ ບໍ່ມີຣັສໝີ ແລະບໍ່ອາດໃຊ້ປະກອບກິດຕ່າງໆທີ່ຕ້ອງການເຮັດດ້ວຍໄຟໄດ້, ດັ່ງນີ້ ເຊັ່ນນັ້ນຫຼື ?
“ພຣະໂຄດົມ ! ຂໍ້ນັ້ນຫາບໍ່ໄດ້”.
ພຣາມ ດັ່ງດຽວກັນນັ້ນແຫຼະ ! ກຸລະບຸຕອອກບວດຈາກສະກຸນກະສັດກໍຕາມ ສະກຸນພຣາມກໍຕາມ ຈາກສະກຸນເວດກໍຕາມ ສະກຸນສູດກໍຕາມ ແລະໄດ້ອາໄສທັມວິນັຍ ອັນຕະຖາຄົຕປະກາດແລ້ວ ເປັນຜູ້ເວັ້ນຈາກປານາຕິບາຕ ໆລໆ (ເປັນຕົ້ນກະທັ່ງມີສັມມາທິຕຖິເປັນທີ່ສຸດ) ໄດ້ແລ້ວ ຍ່ອມປະສົບຄວາມສໍາເລັດ ເປັນຄວາມພູມໃຈຈາກຜົລແຫ່ງກຸສົລທັມ ອັນເປັນເຄື່ອງນໍາສັຕອອກຈາກທຸກຂ໌ໄດ້ ທັງໝົດ.
໓໑໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງໃຫ້ທຸກຄົນມີພຣະອົງ ຢູ່ທີ່ທັມທີ່ກໍາລັງມີຢູ່ໃນໃຈຂອງເຂົາ
“ຢ່າເລີຍ ວັກກະລິ ! ປະໂຍຊນ໌ອັນໃດດ້ວຍການເຫັນກາຍເນົ່ານີ້. ວັກກະລິ ! ຜູ້ໃດເຫັນທັມ, ຜູ້ນັ້ນເຫັນເຮົາ ; ຜູ້ໃດເຫັນເຮົາ, ຜູ້ນັ້ນເຫັນທັມ. ວັກກະລິ ! ເພາະວ່າ ເມື່ອເຫັນທັມ ກໍຄືເຫັນເຮົາ ; ເມື່ອເຫັນເຮົາ ກໍຄືເຫັນທັມ.” - (ຂັນທ. ສັງ.໑໗/໑໔໖/໒໑໖).








