ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣາມ ! ຂໍ້ນີ້ກໍເຊັ່ນນັ້ນ : ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ ຕຣັສຮູ້ຊອບໄດ້ດ້ວຍຕົນເອງ ...ໆລໆ... ຈໍາແນກທັມສັ່ງສອນສັຕ ...ໆລໆ... ສະແດງທັມ... ປະກາດພຣົມມະຈັນ ບໍຣິສຸດບໍຣິບູນສິ້ນເຊີງ ທັງອັດຖະທັງພະຍັນຊະນະ.

ລໍາດັບນັ້ນ ຄະຫະບໍດີ ຫຼື ຄະຫະບໍດີບຸຕຟັງທັມນັ້ນແລ້ວ ...ໆລໆ... ມີສັດທາອອກບວດຈາກເຮືອນ. ...ເຖິງພ້ອມດ້ວຍສິກຂາແລະສາຊີບຂອງພິກຂຸ ທ. ...ມາຕາມພ້ອມແລ້ວດ້ວຍສີລຂັນທ໌ອັນເປັນອະຣິຍະ ...ດ້ວຍອິນຊີສັງວອນອັນເປັນອະຣິຍະ ...ດ້ວຍສະຕິສັມປະຊັນຍະອັນເປັນອະຣິຍະ ເສບຄົບເສນາສະນະອັນງຽບສະງົບ ...ກັບຈາກບິນທະບາຕໃນເວລາປັດສາພັຕແລ້ວ ນັ່ງຄູ້ບັນລັງ ຕັ້ງກາຍໃຫ້ຊື່ຕົງ ດໍາຣົງສະຕິໝັ້ນ... ຊໍາຣະຈິຕຈາກນິວອນ.

ພິກຂຸນັ້ນ ຄັນລະນິວອນທັງ ໕ ເຫຼົ່ານີ້ ອັນເປັນເຄື່ອງເສົ້າໝອງແຫ່ງໃຈ ທີ່ເຮັດປັນຍາໃຫ້ຖອຍກໍາລັງໄດ້ແລ້ວ ກໍສະງັດແລ້ວຈາກກາມ ຈາກອະກຸສົລທັມ ທ. ເຂົ້າເຖິງ ປະຖົມມະຊານ ອັນມີວິຕົກແລະວິຈາຣ ມີປີຕິແລະສຸຂອັນເກີດຈາກວິເວກ ແລ້ວແລຢູ່ : ພຣາມ ! ນີ້ແຫຼະ ຄືສິ່ງທີ່ເອີ້ນວ່າ “ຮອຍແຫ່ງຕະຖາຄົຕ” ແດ່, ວ່າ “ຮອຍສີໂຕແຫ່ງຕະຖາຄົຕ” ແດ່, “ຮອຍຊິດງາແຫ່ງຕະຖາຄົຕ” ແດ່ ; ແຕ່ພິກຂຸຜູ້ອະຣິຍະສາວົກນັ້ນ ກໍຈະ ຍັງບໍ່ເຖິງຄວາມແນ່ໃຈ ວ່າ “ພຣະຜູ້ມີພຣະພາຄ ເປັນສັມມາສັມພຸດທະ, ພຣະທັມ ເປັນສວາກຂາຕະ, ສາວົກສົງຄ໌ຂອງພຣະຜູ້ມີພຣະພາຄ ເປັນສຸປະຕິປັນນະ” ດັ່ງນີ້ກ່ອນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໑໗

ພຣາມ ! ຂໍ້ອື່ນຍັງມີອີກ ພິກຂຸ ... ເຂົ້າເຖິງ ທຸຕິຢະຊານ ແລ້ວແລຢູ່ ...ໆລໆ... ; ...ເຂົ້າເຖິງ ຕະຕິຢະຊານ ແລ້ວແລຢູ່ ...ໆລໆ...; ...ເຂົ້າເຖິງ ຈະຕຸຕຖະຊານ ແລ້ວແລຢູ່ : ພຣາມ ! ນີ້ແຫຼະ (ແຕ່ລະຢ່າງ) ຄືສິ່ງທີ່ເອີ້ນວ່າ “ຮອຍແຫ່ງຕະຖາຄົຕ” ແດ່, ວ່າ “ຮອຍສີໂຕແຫ່ງຕະຖາຄົຕ” ແດ່, ວ່າ “ຮອຍຊິດງາແຫ່ງຕະຖາຄົຕ” ແດ່ ; ແຕ່ພິກຂຸຜູ້ອະຣິຍະສາວົກນັ້ນ ກໍຈະ ຍັງບໍ່ເຖິງຄວາມແນ່ໃຈ ວ່າ “ພຣະຜູ້ມີ ພຣະພາຄ ເປັນສັມມາສັມພຸດທະ, ພຣະທັມ ເປັນສວາກຂາຕະ, ສາວົກສົງຄ໌ຂອງພຣະຜູ້ມີພຣະພາຄ ເປັນສຸປະຕິປັນນະ” ດັ່ງນີ້ກ່ອນ. (ລາຍອຽດຂອງ ທຸຕິຍະຊານ-ຕະຕິຍະຊານ-ຈະຕຸຕຖະຊານ ຕະຫຼອດເຖິງປຸບເພນິວາສານຸສສະຕິຍານ ແລະຈຸຕູປະປາຕະຍານ ຫາເບິ່ງໄດ້ທີ່ໜ້າ ໑໑໕-໑໑໖ ແຫ່ງໜັງສືເຫຼັ້ມນີ້).

ພິກຂຸນັ້ນ ເມື່ອຈິຕຕັ້ງໝັ້ນ ບໍຣິສຸດ ຜຸດຜ່ອງ ... ນ້ອມຈິຕໄປເພື່ອ ປຸບເພ ນິວາສານຸສສະຕິຍານ...ໆລໆ... ຍ່ອມລະລຶກເຖິງຂັນທ໌ອັນຕົນເຄີຍຢູ່ອາໄສໃນພົບກ່ອນ ມີຢ່າງຕ່າງໆໄດ້... ໆລໆ... ; ..ນ້ອມຈິຕໄປເພື່ອ ຈຸຕູປະປາຕະຍານ ...ໆລໆ... ; ນ້ອມຈິຕໄປເພື່ອ ອາສະວັກຂະຢະຍານ... ຮູ້ແຈ້ງຊັດຢູ່ຕາມທີ່ເປັນຈິງວ່າ “ນີ້ ຄື ອາສະວະ, ນີ້ເຫດໃຫ້ກີດແຫ່ງອາສະວະ, ນີ້ ຄວາມດັບບໍ່ເຫຼືອແຫ່ງອາສະວະ, ນີ້ ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອາສະວະ” ດັ່ງນີ້ : ພຣາມ ! ແມ່ນວ່ານີ້ (ແຕ່ລະຢ່າງ) ກໍຄືສິ່ງທີ່ເຮົາເອີ້ນວ່າ “ຮອຍແຫ່ງຕະຖາຄົຕ” ແດ່, ວ່າ “ຮອຍສີໂຕແຫ່ງຕະຖາຄົຕ” ແດ່, “ຮອຍຊິດງາແຫ່ງຕະຖາຄົຕ” ແດ່ ; ແຕ່ແມ່ນວ່າດັ່ງນັ້ນ ພິກຂຸຜູ້ອະຣິຍະສາວົກນັ້ນ ກໍ ຍັງບໍ່ເຖິງແລ້ວຊຶ່ງຄວາມແນ່ໃຈ ວ່າ “ພຣະຜູ້ມີພຣະພາຄ ເປັນສັມມາສັມພຸດທະ, ພຣະທັມ ເປັນສວາກຂາຕະ, ສາວົກສົງຄ໌ຂອງພຣະຜູ້ມີພຣະພາຄ ເປັນສຸປະຕິປັນນະ” ດັ່ງນີ້ກ່ອນ ຢູ່ນັ້ນເອງ. ກໍແຕ່ວ່າ ບັດນີ້ພິກຂຸຜູ້ອະຣິຍະສາວົກນັ້ນ ກໍ ກໍາລັງຈະເຖິງຢູ່ຊຶ່ງຄວາມແນ່ໃຈ ວ່າ “ພຣະຜູ້ມີພຣະພາຄ ເປັນສັມມາສັມພຸດທະ, ພຣະທັມ ເປັນສວາກຂາຕະ, ສາວົກສົງຄ໌ຂອງພຣະຜູ້ມີພຣະພາຄ ເປັນສຸປະຕິປັນນະ” ດັ່ງນີ້.

໓໑໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ