ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

“ພຣະໂຄດົມຜູ້ຈະເຣີນ ! ພຣາມທັງຫຼາຍຍ່ອມບັນຍັດຊັບ ໔ ປະການ ແກ່ພວກກະສັດ ພຣາມ ເວດ ແລະສູດ, ຄືບັນຍັດການທ່ຽວພິກຂາຈາຣເປັນຊັບຂອງພຣາມ, ຄັນສອນແລະກ່ອງລູກສອນ ເປັນຊັບຂອງກະສັດ, ໄຖແລະໂຄຣັກຂະກັມເປັນຊັບຂອງເວດ, ຫາບຄຸແລະໄມ້ຄານເປັນຊັບຂອງສູດ. ເມື່ອພຣາມກຽດຄ້ານຕໍ່ການພິກຂາຈາຣ ກະສັດລັງກຽດຄັນສອນແລະກ່ອງລູກສອນ ເວດລັງກຽດໄຖແລະໂຄຣັກຂະກັມ ສູດລັງກຽດຫາບຄຸກັບໄມ້ຄານ ຊຶ່ງແຕ່ລະຢ່າງໆ ເປັນຊັບຂອງຕົນໆເສຍ ຍ່ອມຊື່ວ່າເຮັດກິຈນອກໜ້າທີ່ ເຊັ່ນດຽວກັບເດັກລ້ຽງງົວທ່ຽວຖືເອົາສິ່ງຂອງອັນເຈົ້າຂອງບໍ່ໄດ້ໃຫ້ເໝືອນກັນ. ພຣະໂຄດົມຜູ້ຈະເຣີນ ! ພຣາມທັງຫຼາຍຍ່ອມບັນຍັດຊັບ ໔ ປະການ ດັ່ງນີ້ແລ ; ສ່ວນພາຣະໂຄດົມເດ໋ ກ່າວແນວໃດໃນເລື່ອງນີ້ ?”

ພຣາມ ! ກໍໂລກທັງປວງຍອມຮັບຮູ້ການບັນຍັດຊັບ ໔ ປະການນີ້ ຂອງພວກ ພຣາມເຫຼົ່ານັ້ນ ວ່າພຣາມທັງຫຼາຍຈົ່ງບັນຍັດຊັບ ໔ ປະການເຫຼົ່ານີ້ເຖີ້ນ ດັ່ງນີ້ຫຼື ?

“ຫາມິໄດ້ ພຣະໂຄດົມ !”

ພຣາມ ! ຖ້າເຊັ່ນນັ້ນ ມັນກໍເໝືອນກັບຄົນຍາກຈົນເຂັນໃຈ ບໍ່ມີຊັບຕິດໂຕ ທັງບໍ່ປາຖນາຈະໄດ້ຊີ້ນ ແຕ່ມີຄົນຖືພູດຊີ້ນສ່ວນໜຶ່ງຍໍຂຶ້ນໃຫ້ ວ່າ ບຸຣຸສຜູ້ຈະເຣີນ ! ພູດຊີ້ນນີ້ໜ້າກິນສໍາລັບທ່ານ ແລະຄ່າຂອງພູດຊີ້ນທ່ານຈະຕ້ອງໃຊ້ ດັ່ງນີ້ ເຊັ່ນໃດ ; ພຣາມ ! ຍ່ອມເປັນເຊັ່ນດຽວກັນແທ້ ທີ່ພຣາມທັງຫຼາຍບໍ່ໄດ້ຮັບປະຕິຍານ ຈາກສະມະນະແລະພຣາມທັງຫຼາຍ, ແລ້ວຍັງບັນຍັດ ຊັບ ໔ ປະການເຫຼົ່ານີ້ຂຶ້ນ. ພຣາມເອີຍ ! ເຮົາບັນຍັດໂລກຸດຕະຣະທັມອັນປະເສີດ ວ່າເປັນຊັບຂອງຄົນ. ຕໍ່ເມື່ອລະລຶກເຖິງສະກຸນວົງທາງມານດາຫຼືບິດາຂອງເຂົາແຕ່ກາລກ່ອນ ອັຕຕະພາບຂອງເຂົາ ເກີດຂຶ້ນໃນວັນນະໃດ ເຂົາຈຶ່ງຖືກນັບເຂົ້າໄວ້ໂດຍວັນນະນັ້ນໆ.

໑. ບາລີ ເອສຸກາຣີສູຕ ມ. ມ. ໑໓/໖໑໔/໖໖໕. ຕຣັດແກ່ເອສຸກາຣີພຣາມ ທີ່ເຊຕະວັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໑໑

ຖ້າອັຕຕະພາບຂອງເຂົາ ເກີດໃນສະກຸນກະສັດ ກໍຖືກນັບວ່າເປັນກະສັດ, ຖ້າອັຕຕະພາບຂອງເຂົາ ເກີດໃນສະກຸນພຣາມ ກໍຖືກນັບວ່າເປັນພຣາມ, ຖ້າອັຕຕະພາບຂອງເຂົາ ເກີດໃນສະກຸນເວດ ກໍຖືກນັບວ່າເປັນເວດ, ຖ້າອັຕຕະພາບຂອງເຂົາ ເກີດໃນສະກຸນສູດ ກໍຖືກນັບວ່າເປັນສູດ.

ພຣາມ ! ເຊັ່ນດຽວກັນກັບໄຟ ຖ້າອາໄສອັນໃດເກີດຂຶ້ນ ກໍຖືກນັບວ່າເປັນໄຟທີ່ເກີດຂຶ້ນແຕ່ສິ່ງນັ້ນໆ : ຖ້າໄຟອາໄສໄມ້ຟືນຮຸ່ງຂຶ້ນ ຖືກນັບວ່າເປັນໄຟທີ່ເກີດຈາກຟືນ, ຖ້າໄຟອາໄສສະເກັດໄມ້ຮຸ່ງຂຶ້ນ ຖືກນັບວ່າເປັນໄຟສະເກັດໄມ້, ຖ້າໄຟອາໄສຫຍ້າແຫ້ງຮຸ່ງຂຶ້ນ ຖືກນັບວ່າເປັນໄຟຫຍ້າແຫ້ງ, ຖ້າໄຟອາໄສຂີ້ງົວຮຸ່ງຂຶ້ນ ຖືກນັບວ່າເປັນໄຟຂີ້ງົວ, ນີ້ເຊັ່ນໃດ ; ພຣາມເອີຍ ! ເຮົາບັນຍັດໂລກຸດຕະຣທັມອັນປະເສີດ ວ່າເປັນຊັບຂອງຄົນ. ຕໍ່ເມື່ອເຂົາລະລຶກເຖິງສະກຸນວົງທາງມານດາຫຼືບິດາຂອງເຂົາແຕ່ເກົ່າກ່ອນຂອງເຂົາ ເຂົາຈຶ່ງຖືກນັບວ່າເປັນພວກນັ້ນໆ ຕາມທີ່ອັຕຕະພາບຂອງເຂົາ ເກີດຂຶ້ນໃນສະກຸນໃດ ເຊັ່ນນັ້ນເໝືອນກັນ.

ພຣາມ ! ຖ້າກຸລະບຸຕອອກບວດຈາກສະກຸນກະສັດ ແລະເຂົາໄດ້ອາໄສທັມແລະວິນັຍ ອັນຕະຖາຄົຕປະກາດແລ້ວ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ຈາກອະທິນນາທານ ຈາກເມຖຸນທັມ, ເປັນຜູ້ເວັ້ນຂາດຈາກມຸສາວາດ ຈາກປິສຸນາວາດ ຈາກຜະຣຸສະວາດ ຈາກສັມຜັບປະລາປະວາດ, ເປັນຜູ້ບໍ່ມີອະພິຊຊາ ບໍ່ມີຈິຕພະຍາບາດ ເປັນຜູ້ມີສັມມາທິຕຖິ, ກໍຍ່ອມປະສົມຄວາມສໍາເລັດ ເປັນຄວາມພູມໃຈຈາກຜົລແຫ່ງກຸສົລທັມ ອັນເປັນເຄື່ອງນໍາສັຕອອກຈາກທຸກຂ໌ໄດ້.

ພຣາມ ! ແມ່ນວ່າກຸລະບຸຕອອກບວດຈາກ ສະກຸລພຣາມ ...ສະກຸລເວດ ...ສະກຸລສູດ (ກໍຍ່ອມເປັນເຊັ່ນດຽວກັນ).

ພຣາມ ! ທ່ານເຂົ້າໃຈແນວໃດ : ພຣາມ ພວກດຽວເທົ່ານັ້ນຫຼື ທີ່ສົມຄວນຈະເຣີນເມຕຕາຈິຕ ອັນບໍ່ມີເວຣ ບໍ່ມີຄວາມບຽດບຽນ ໃນທັມລັດທິນັ້ນໆ ? ກະສັດບໍ່ຄວນຫຼື ? ເວດ ບໍ່ຄວນຫຼື ? ສູດ ບໍ່ຄວນຫຼື ?

໓໑໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນັ້ນຫາບໍ່ໄດ້. ກະສັດກໍສົມຄວນ ເວດກໍສົມຄວນ ສູດກໍສົມຄວນ, ຄົນທັງປວງສົມຄວນແຜ່ເມຕຕາຈິຕ ອັນບໍ່ມີເວຣ ບໍ່ມີຄວາມບຽດບຽນ ໃນທັມລັດທິນັ້ນໆ ທົ່ວກັນ”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ