ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ເກສີເອີຍ ! ປານາຕິບາຕຍ່ອມບໍ່ສົມຄວນແກ່ເຮົາແທ້ ແຕ່ວ່າເມື່ອບຸຣຸສທີ່ຄວນຝຶກ ບໍ່ຍອມຮັບການຝຶກ ໂດຍວິທີທັງສາມແລ້ວ ຕະຖາຄົຕກໍບໍ່ຖືວ່າຄົນຜູ້ນັ້ນ ເປັນຄົນທີ່ຄວນວ່າກ່າວສັ່ງສອນອີກຕໍ່ໄປ ; ເຖິງແມ່ນວ່າເພື່ອນຜູ້ປະພຶດພຣົມມະຈັນຮ່ວມກັນ ເຊິ່ງເປັນຜູ້ຮູ້ ກໍຈະບໍ່ຖືວ່າຄົນຜູ້ນັ້ນ ເປັນຄົນທີ່ຄວນວ່າກ່າວສັ່ງສອນອີກຕໍ່ໄປດ້ວຍ ; ເກສີ ! ນີ້ແຫຼະຄື ວິທີຂ້າຢ່າງດີ ໃນວິນັຍຂອງພຣະອະຣິຍະເຈົ້າ, ໄດ້ແກ່ການທີ່ຕະຖາຄົຕແລະເພື່ອນຜູ້ປະພຶດພຣົມຈັນຮ່ວມກັນ ພາກັນຖືວ່າບຸຣຸສນີ້ ເປັນຜູ້ທີ່ບໍ່ຄວນວ່າກ່າວສັ່ງສອນອີກຕໍ່ໄປ ດັ່ງນີ້.
ເຫດທີ່ສາວົກບາງຄົນບໍ່ໄດ້ບັນລຸ ໑
“ກໍສາວົກຂອງພຣະໂຄດົມຜູ້ຈະເຣີນ ເມື່ອພຣະໂຄດົມກ່າວສອນ ພໍ່າສອນຢູ່ເຊັ້ນນີ້ ທຸກໆອົງໄດ້ບັນລຸນິບພານ ອັນເປັນຜົລສໍາເລັດເຖິງທີ່ສຸດຢ່າງຍິ່ງບໍ ຫຼືວ່າບາງອົງບໍ່ໄດ້ບັນລຸ ?” ພຣາມຄະນະກະໂມກຄັນລານະ ທູນຖາມ.
ພຣາມ ! ສາວົກຂອງເຮົາ ແມ່ນວ່າເຮົາກ່າວສອນພໍ່າສອນຢູ່ເຊັ່ນນີ້ ໜ້ອຍພວກ ທີ່ໄດ້ບັນລຸນິບພານ ອັນເປັນຜົລສໍາເລັດເຖິງທີ່ສຸດຍິ່ງ, ບາງພວກບໍ່ໄດ້ບັນລຸ.
“ພຣະໂຄດົມຜູ້ເຣີນ ! ອັນໃດໜໍເປັນເຫດ ອັນໃດໜໍເປັນປັຈັຍ, ທີ່ພຣະນິບພານກໍຍັງຕັ້ງຢູ່, ຫົນທາງເປັນທີ່ຍັງສັຕໃຫ້ເຖິງນິບພານ ກໍຍັງຕັ້ງຢູ່, ພຣະໂຄດົມ ຜູ້ຊັກຊວນ (ເພື່ອການດໍາເນີນໄປ) ກໍຍັງຕັ້ງຢູ່, ເປັນຫຍັງໜ້ອຍພວກ ທີ່ບັນລຸ ແລະບາງພວກບໍ່ບັນລຸ ?”
໑. ບາລີຄະນະກະໂມກຄັລລານະສູຕ ອຸປຣິ. ມ. ໑໔/໘໕/໑໐໑. ຕຣັດແກ່ພຣາມ ຊື່ຄະນະກະໂມກຄັລລານະ
ທີ່ບຸບພາຣາມ ໃກ້ເມືອງສາວັຕຖີ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໐໙
ພຣາມ ! ເຮົາຈະຢ້ອນຖາມທ່ານໃນເລື່ອງນີ້ ທ່ານຈົ່ງຕອບຕາມຄວນ ທ່ານເປັນຜູ້ຊ່ຽວຊານໃນຫົນທາງໄປສູ່ເມືອງຣາຊະຄຶແມ່ນຫຼືບໍ່, ມີບຸຣຸສຜູ້ຈະໄປເມືອງຣາຊະຄຶ ເຂົ້າມາຫາທ່ານ ແລະກ່າວກັບທ່ານວ່າ ‘ທ່ານຜູ້ຈະເຣີນ ! ຂ້າພະເຈົ້າປາຖນາຈະໄປເມືອງຣາຊະຄຶ ຂໍທ່ານຈົ່ງຊີ້ບອກທາງໄປເມືອງຣາຊະຄຶ ແກ່ຂ້າພະເຈົ້າເຖີ້ນ’ ທ່ານກໍຈະກ່າວກັບບຸຣຸສນັ້ນວ່າ ‘ມາຕິທ່ານ, ທາງນີ້ໄປເມືອງຣາຊະຄຶ ໄປໄດ້ໜ້ອຍໜຶ່ງຈະພົບບ້ານຊື່ນັ້ນ ແລ້ວຈະເຫັນນິຄົມຊື່ນັ້ນ ຈະເຫັນສວນແລະປ່າໜ້າອອນຊອນ ຈະເຫັນພູມພາກໜ້າເພີດເພີນ ສະໂບກຂະຣະນີໜ້າຊື່ນໃຈ ຂອງເມືອງຣາຊະຄຶ ດັ່ງນີ້. ບຸຣຸສນັ້ນ ອັນທ່ານພໍ່າບອກ ພໍ່າຊີ້ໃຫ້ແບບນີ້ ກໍຍັງຖືເອົທາງຜິດ ກັບຫຼົງກົງກັນຂ້າມໄປ. ສ່ວນບຸຣຸສອີກຄົນໜຶ່ງ (ອັນທ່ານພໍ່າບອກ ພໍ່າຊີ້ເຊັ່ນດຽວກັນ) ໄປເຖິງເມືອງຣາຊະຄຶ ໄດ້ໂດຍສະຫວັດດີ. ພຣາມ ! ອັນໃດໜໍເປັນເຫດ ອັນໃດໜໍເປັນປັຈັຍ, ທີ່ເມືອງຣາຊະຄຶ ກໍຍັງຕັ້ງຢູ່, ຫົນທາງສໍາລັບໄປເມືອງຣາຊະຄຶ ກໍຍັງຕັ້ງຢູ່, ທ່ານຜູ້ຊີ້ບອກ ກໍຍັງຕັ້ງຢູ່, ແຕ່ເປັນຫຍັງ ບຸຣຸສຜູ້ໜຶ່ງກັບຫຼົງຜິດທາງ, ສ່ວນບຸຣຸສອີກຄົນໜຶ່ງໄປເຖິງເມືອງຣາຊະຄຶ ໄດ້ໂດຍສະຫວັດດີ ?
“ພຣະໂຄດົມຜູ້ຈະເຣີນ ! ໃນເລື່ອງນີ້ ຂ້າພະເຈົ້າຈະເຮັດແນວໃດໄດ້ໜໍ, ເພາະຂ້າພະເຈົ້າເປັນແຕ່ ຜູ້ບອກທາງເທົ່ານັ້ນ”.
ພຣາມ ! ເຊັ່ນໃດກໍເຊັ່ນນັ້ນ ທີ່ພຣະນິບພານ ກໍຍັງຕັ້ງຢູ່, ຫົນທາງເປັນເຄື່ອງເຖິງນິບພານ ກໍຍັງຕັ້ງຢູ່, ຜູ້ຊັກຊວນ ກໍຍັງຕັ້ງຢູ່, ແຕ່ສາວົກ ແມ່ນວ່າເຮົາກ່າວສອນ ພໍ່າສອນຢູ່ແນວນີ້ ໜ້ອຍພວກໄດ້ບັນລຸນິບພານ ອັນເປັນຜົລສໍາເລັດເຖິງທີ່ສຸດຍິ່ງ, ບາງພວກບໍ່ໄດ້ບັນລຸ. ພຣາມ ! ໃນເລື່ອງນີ້ ເຮົາຈະເຮັດແນວໃດໄດ້ໜໍ, ເພາະ ເຮົາເປັນແຕ່ຜູ້ບອກທາງເທົ່ານັ້ນ.
໓໑໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງບັນຍັດໂລກຸດຕະຣະທັມສໍາລັບຄົນທົ່ວໄປ ໑








