ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໑. ບາລີ ອພະຢະຣາຊກຸມາຣສູຕ ມ. ມ. ໑໓/໙໒/໙໕. ຕຣັດແກ່ອະພະຢະຣາຊກຸມາຣທີ່ນິເວດຂອງກຸມາຣນັ້ນ.

໓໐໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຣາຊະກຸມາຣ ! ເຊັ່ນໃດກໍເຊັ່ນນັ້ນ ທີ່ກະສັດບັນດິຕແດ່ ພຣາມບັນດິຕແດ່ ຄະຫະບໍດີບັນດິຕແດ່ ສະມະນະບັນດິຕແດ່ ຜູກບັນຫາຂຶ້ນແລ້ວມາຖາມເຮົາ. ຄໍາຕອບ ຍ່ອມປາກົດແຈ່ມແຈ້ງແກ່ເຮົາໃນຂະນະທີ່ຖືກຖາມນັ້ນເອງ. ເພາະເຫດໃດໜໍ ? ຣາຊະກຸມາຣ ! ເພາະເຫດວ່າ ທັມມະທາດນັ້ນເປັນສິ່ງທີ່ຕະຖາຄົຕແທງຕະຫຼອດສະເພາະດ້ວຍດີແລ້ວ ເພາະຄວາມເປັນຜູ້ແທງຕະຫຼອດສະເພາະດ້ວຍດີ ຕໍ່ທັມມະທາດນັ້ນເອງ ຄໍາຕອບຈຶ່ງປາກົດແຈ່ມແຈ້ງແກ່ຕະຖາຄົຕໃນຂະນະນັ້ນ.

ທົງຂ້າຜູ້ທີ່ບໍ່ຮັບການຝຶກ ໑

ນີ່ແນ ເກສີ ! ທ່ານເປັນຄົນຊ່ຽວຊານການຝຶກມ້າ ມີຊື່ສຽງໂດ່ງດັງ ເຮົາຢາກຊາບວ່າ ທ່ານຝຶກມ້າຂອງທ່ານແນວໃດກັນ ?

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍຍ່ອມຝຶກມ້າຊະນິດທີ່ພໍຝຶກໄດ້ ດ້ວຍວິທີຍົວະອອຍແດ່, ດ້ວຍວິທີຮຸນແຮງແດ່, ດ້ວຍວິທີທັງຍົວະອອຍແລະຮຸນແຮງລວມກັນແດ່ (ແລ້ວແຕ່ວ່າມ້ານັ້ນມີນິໄສເຊັ່ນໃດ).”

ເກສີ ! ຖ້າມ້າຂອງທ່ານບໍ່ຮັບການຝຶກ ທັງດ້ວຍວິທີຍົວະອອຍ ທັງດ້ວຍວິທີຮຸນແຮງ ແລະ ທັງດ້ວຍວິທີທັງຍົວະອອຍແລະຮຸນແຮງລວມກັນເດ໋ ທ່ານເຮັດແນວໃດກັບມ້ານັ້ນ ?.

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍຍ່ອມຂ້າມ້ານັ້ນເສຍ ເພື່ອບໍ່ໃຫ້ເສຍຊື່ສຽງ ແກ່ສະກຸນແຫ່ງອາຈາຣຍ໌ຂອງຂ້ານ້ອຍ. ກໍພຣະຜູ້ມີພຣະພາຄເຈົ້າເດ ຍ່ອມເປັນສາຣະຖີ ຝຶກບຸຣຸສທີ່ຄວນຝຶກບໍ່ມີໃຜຍິ່ງໄປກວ່າ, ພຣະຜູ້ມີພຣະພາຄເຈົ້າ ທົງຝຶກບຸຣຸສທີ່ຄວນຝຶກ ດ້ວຍວິທີເຊັ່ນໃດ ຂ້ານ້ອຍ ?”.

໑. ບາລີ ເກສີວັກຄະ ຈຕຸກກ. ອັງ. ໒໑/໑໕໐/໑໑໑. ຕຣັດແກ່ຄົນຝຶກມ້າຊື່ເກສີຜູ້ຊ່ຽວຊານ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໐໗

ເກສີ ! ເຮົາຍ່ອມຝຶກບຸຣຸສທີ່ຄວນຝຶກ ດ້ວຍວິທີອ່ອນໂຍນແດ່, ດ້ວຍວິທີຮຸນແຮງແດ່, ດ້ວຍວິທີທັງອ່ອນໂຍນແລະຮຸນແຮງລວມກັນແດ່ ເໝືອນກັນ.

ເກສີ ! ໃນສາມວິທີນັ້ນ ວິທີຝຶກທີ່ອ່ອນໂຍນ ຄືເຮົາພໍ່າສອນເຂົາວ່າ ກາຢະສຸຈະຣິຕ ເປັນແນວນີ້ໆ ຜົລຂອງກາຢະສຸຈະຣິຕ ເປັນແນວນີ້ໆ, ວະຈີສຸຈະຣິຕ ເປັນແນວນີ້ໆ ຜົລຂອງວະຈີສຸຈະຣິຕ ເປັນແນວນີ້ໆ, ມະໂນສຸຈະຣິຕ ເປັນແນວນີ້ໆ ຜົລຂອງມະໂນສຸຈະຣິຕ ເປັນແນວນີ້ໆ, ເທວະດາ ເປັນແນວນີ້ໆ, ມະນຸສ ເປັນແນວນີ້ໆ ດັ່ງນີ້.

ເກສີ ! ໃນສາມວິທີນັ້ນ ວິທີຝຶກທີ່ຮຸນແຮງ ຄືເຮົາພໍ່າສອນເຂົາວ່າ ກາຢະທຸຈະຣິຕ ເປັນແນວນີ້ໆ ຜົລຂອງກາຢະທຸຈະຣິຕ ເປັນແນວນີ້ໆ, ວະຈີທຸຈະຣິຕ ເປັນແນວນີ້ໆ ຜົລຂອງວະຈີທຸຈະຣິຕ ເປັນແນວນີ້ໆ, ມະໂນທຸຈະຣິຕ ເປັນແນວນີ້ໆ ຜົລຂອງມະໂນທຸຈະຣິຕ ເປັນແນວນີ້ໆ, ນະຣົກ ເປັນແນວນີ້ໆ, ກໍາເນີດເດຣັດສານ ເປັນແນວນີ້ໆ, ເປຕວິສັຍ ເປັນແນວນີ້ໆ.

ເກສີ ! ໃນສາມວິທີນັ້ນ ວິທີຝຶກທີ່ອ່ອນໂຍນແລະຮຸນແຮງລວມກັນ ນັ້ນ ຄືເຮົາພໍ່າສອນເຂົາວ່າ ກາຢະສຸຈະຣິຕ ຜົລຂອງກາຢະສຸຈະຣິຕ ເປັນແນວນີ້ໆ, ກາຢະທຸຈະຣິຕ ຜົລຂອງກາຢະທຸຈະຣິຕ ເປັນແນວນີ້ໆ, ວະຈີສຸຈະຣິຕ ຜົລຂອງວະຈີສຸຈະຣິຕ ເປັນແນວນີ້ໆ, ວະຈີທຸຈະຣິຕ ຜົລຂອງວະຈີທຸຈະຣິຕ ເປັນແນວນີ້ໆ, ມະໂນ ສຸຈະຣິຕ ຜົລຂອງມະໂນສຸຈະຣິຕ ເປັນແນວນີ້ໆ, ມະໂນທຸຈະຣິຕ ຜົລຂອງມະໂນທຸຈະຣິຕ ເປັນແນວນີ້ໆ, ເທວະດາ ເປັນແນວນີ້ໆ, ມະນຸສ ເປັນແນວນີ້ໆ, ນະຣົກ ເປັນແນວນີ້ໆ, ກໍາເນີດເດຣັດສານ ເປັນແນວນີ້ໆ, ເປຕວິສັຍ ເປັນແນວນີ້ໆ.

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຖ້າບຸຣຸສທີ່ຄວນຝຶກນັ້ນບໍ່ຮັບການຝຶກ ທັງດ້ວຍວິທີອ່ອນໂຍນ ທັງດ້ວຍວິທີຮຸນແຮງ ແລະ ທັງດ້ວຍວິທີທັງອ່ອນໂຍນແລະຮຸນແຮງລວມກັນເດ ພຣະຜູ້ມີພຣະພາຄເຈົ້າ ຈະທົງເຮັດແນວໃດ ?”.

໓໐໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ເກສີ ! ຖ້າບຸຣຸສທີ່ຄວນຝຶກ ບໍ່ຍອມຮັບການຝຶກໂດຍວິທີທັງສາມແລ້ວ ເຮົາກໍ ຂ້າເຂົາເສຍ.

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ກໍປານາຕິບາຕ ຍ່ອມບໍ່ສົມຄວນແກ່ພຣະຜູ້ມີພຣະພາຄ ບໍ່ແມ່ນຫຼືໜໍ ? ແລ້ວພຣະຜູ້ມີພຣະພາຄ ກໍຍັງຕຣັດວ່າ ເກສີ ! ເຮົາກໍຂ້າເຂົາເສຍ ?”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ