ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຂ້າແຕ່ພຣະອົງຜູ້ຈະເຣີນ ! ທັມທີ່ພຣະອົງສະແດງແລ້ວໂດຍປະຣິຍາຍຢ່າງມາກຫຼາຍ ກໍມີອຸປະມັຍເຊັ່ນນັ້ນ. ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍ ຂໍເຖິງ ພຣະຜູ້ມີພຣະພາຄ ກັບທັງພຣະທັມ ກັບທັງພຣະສົງຄ໌ ວ່າເປັນທີ່ເພິ່ງ. ຂໍຂ້ານ້ອຍຈົ່ງໄດ້ບັນພະຊາອຸປະສົມບົດ ໃນສໍານັກພຣະຜູ້ມີພຣະພາຄເຈົ້າ ເຖີ້ນ”.

ບໍ່ໄດ້ທົງພະຍາກອນເພື່ອໃຫ້ພໍໃຈຜູ້ຟັງ ໑

ອະນຸຣຸດທະ ທ. ! ອຸປາສິກາໃນສາສນານີ້ ໄດ້ຟັງຂ່າວວ່າ “ອຸປາສິກາຊື່ແນວນີ້ຕາຍແລ້ວ. ເຂົາເປັນຜູ້ທີ່ພຣະຜູ້ມີພຣະພາຄທົງພະຍາກອນໃຫ້ວ່າ ເຂົາເປັນໂອປະ ປາຕິກະສັຕ (ພຣະອະນາຄາມີ) ເພາະຄວາມດັບສິ້ນສັງໂຍຊນ໌ໃນເບື້ອງຕໍ່າຫ້າຢ່າງ ເປັນຜູ້ຈັກປະຣິນິບພານໃນພົບທີ່ເກີດໃໝ່ນັ້ນ ບໍ່ວຽນກັບມາຈາກໂລກນັ້ນ” ດັ່ງນີ້.໒ ກໍເຂົານັ້ນເມື່ອຍັງມີຊີວິຕຢູ່ ເປັນຜູ້ທີ່ອຸປາສິກາຜູ້ນັ້ນໄດ້ເຄີຍເຫັນຢູ່ດ້ວຍຕາຕົນອງ ໄດ້ຟັງຢູ່ເອງເນື່ອງໆວ່າ “ເອື້ອຍນ້ອງຍິງຄົນຊື່ນີ້ ເຂົາມີສີລ ມີທັມ ມີປັນຍາ ມີຄວາມເປັນຢູ່ຕາມປົກກະຕິ ມີຄວາມລະວາງ ແນວນີ້ໆ” ດັ່ງນີ້. ອຸປາສິກາຜູ້ນັ້ນ ເມື່ອລະລຶກເຖິງສັດທາ ສີລ ສຸຕະ ຈາຄະ ປັນຍາ ຂອງອຸປາສິກາຜູ້ລ່ວງລັບໄປແລ້ວນັ້ນຢູ່ ກໍຍ່ອມນ້ອມຈິຕໄປເພື່ອຄວາມເປັນເໝືອນເຊັ່ນນັ້ນແດ່. ອະນຸຣຸດທະ ທ. ! ດ້ວຍອາການ ດັ່ງນີ້ແລ ຄວາມຢູ່ເປັນຜາສຸກຍ່ອມມີແກ່ອຸປາສິກາຜູ້ລະລຶກຢູ່ນັ້ນ. ...ໆລໆ...

ອະນຸຣຸດທະ ທ. ! ຕະຖາຄົຕຈະໄດ້ພະຍາກອນສາວົກທີ່ທໍາກາລະລ່ວງລັບໄປແລ້ວ ວ່າ ‘ຜູ້ນີ້ເກີດແລ້ວໃນພູມນັ້ນ ຜູ້ນັ້ນເກີດແລ້ວໃນພູມນີ້’ ດັ່ງນີ້ ເພື່ອຫຼອກລວງມະຫາຊົນກໍຫາກບໍ່ ເພື່ອກ່ອມມະຫາຊົນກໍຫາກບໍ່ ເພື່ອຜົລຄືລາບສັກກາຣະສຽງສັນລະເສີນກໍຫາກບໍ່ ເພື່ອຫວັງວ່າມະຫາຊົນຈະໄດ້ຮູ້ຈັກເຮົາ ດ້ວຍການປະພຶດເຊັ່ນນີ້ກໍຫາກບໍ່ແມ່ນ.

໑. ບາລີ ນະລະກະປານະສູຕ ມ. ມ. ໑໓/໒໑໒/໒໐໒. ຕຣັດແກ່ພຣະອະນຸຣຸດທະກັບໝູ່ ໃນປ່າດອກຈານ

ໃກ້ບ້ານນະລະກະປານະ ເຂດໂກສົລ.

໒. ບາລີນີ້ ມີທົງພະຍາກອນສາວົກທັງທີ່ເປັນໂສດາບັນ ສະກະທາຄາມີ ອະນາຄາມີ. ແຕ່ຍົກເອົາມາສະເພາະ

ພວກສຸດທ້າຍພວກດຽວ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໐໕

ອະນຸຣຸດທະ ທ. ! ກຸລະບຸຕຜູ້ມີສັດທາ ຮູ້ຈັກຄຸນອັນຍິ່ງໃຫຍ່ ປາໂມຊໃນຄຸນອັນຍິ່ງໃຫຍ່ກໍມີຢູ່, ກຸລະບຸຕເຫຼົ່ານັ້ນ ຄັນຟັງຄໍາພະຍາກອນນັ້ນແລ້ວ ຍ່ອມນ້ອມຈິຕໄປເພື່ອຄວາມເປັນເໝືອນເຊັ່ນນັ້ນແດ່. ຂໍ້ນັ້ນຍ່ອມເປັນໄປເພື່ອປະໂຍຊນ໌ສຸຂ ແກ່ກຸລະບຸຕເຫຼົ່ານັ້ນ ຊົ່ວສິ້ນກາລະນານ.

ຄໍາພະຍາກອນນັ້ນໆ ບໍ່ຕ້ອງທົງຄິດໄວ້ກ່ອນ ໑

ອະພະຢະຣາຊະກຸມາຣ ໄດ້ທູນຖາມພຣະຜູ້ມີພຣະພາຄເຈົ້າວ່າ “ຂ້າແຕ່ພຣະອົງຜູ້ຈະເຣີນ ! ກະສັດບັນດິຕແດ່ ພຣາມບັນດິຕແດ່ ຄະຫະບໍດີບັນດິຕແດ່ ສະມະນະບັນດິຕແດ່ ຍ່ອມຜູກບັນຫາຂຶ້ນແລ້ວນໍາມາທູນຖາມພຣະອົງ, ຄໍາຕອບຂອງບັນຫາເຫຼົ່ານັ້ນ ພຣະອົງໄດ້ຄິດໄວ້ໃນພຣະທັຍກ່ອນວ່າ ຖ້າເຂົາຖາມເຮົາແນວນີ້ ເຮົາຈະຕອບແບບນີ້ ດັ່ງນີ້ຫຼື ຫຼືວ່າຄໍາຕອບນັ້ນໆ ປາກົດແຈ່ມແຈ້ງແກ່ພຣະອົງ ໃນຂະນະທີ່ຖືກຖາມນັ້ນຫຼື ຂ້ານ້ອຍ ?”

ຣາຊະກຸມາຣ ! ໃນເລື່ອງນີ້ ເຮົາຂໍຖາມກັບຕໍ່ທ່ານກ່ອນ ທ່ານເຫັນວ່າຄວນຕອບແນວໃດ ກໍຈົ່ງຕອບແນວນັ້ນ. ຣາຊະກຸມາຣ ! ເຮົາຖາມທ່ານວ່າ ທ່ານມີຄວາມເຂົ້າໃຈຮອບຮູ້ໃນສ່ວນປະກອບຕ່າງໆຂອງລົດຫຼື ?

“ຂະແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍ ມີຄວາມເຂົ້າໃຈຮອບຮູ້ຢູ່”.

ຣາຊະກຸມາຣ ! ແລ້ວທ່ານຄິດແນວໃດ ເມື່ອມີໃຜເຂົ້າໄປຖາມທ່ານວ່າ ສ່ວນປະກອບຂອງລົດສ່ວນນີ້ເອີ້ນວ່າອັນໃດ ດັ່ງນີ້ ທ່ານຕ້ອງຄິດລ່ວງໜ້າໄວ້ກ່ອນວ່າ ຖ້າເຂົາຖາມແນວນີ້ ກໍຈະຕອບແບບນີ້ຫຼື ຫຼືວ່າຄໍາຕອບຍ່ອມປາກົດແຈ່ມແຈ້ງແກ່ທ່ານໃນຂະນະທີ່ຖືກຖາມນັ້ນ ?

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍເປັນນັກແລ່ນລົດ ຈະຮອບຮູ້ຊ່ຽວຊານໃນເລື່ອງເຄື່ອງປະກອບຂອງລົດ ຂ້ານ້ອຍເຂົ້າໃຈແຈ່ມແຈ້ງໃນສ່ວນປະກອບຂອງລົດ ທຸກສ່ວນທຸກອັນ, ຄໍາຕອບນັ້ນໆ ຍ່ອມປາກົດແຈ່ມແຈ້ງແກ່ຂ້ານ້ອຍໃນຂະນະນັ້ນເອງ ບໍ່ຕ້ອງຄິດໄວ້ກ່ອນເລີຍ”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ