ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ວັຈສະ ! ສ່ວນຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ຍ່ອມບໍ່ຕາມເຫັນຊຶ່ງຮູບ ໂດຍຄວາມເປັນຂອງຕົນ ຫຼືເຫັນຕົນວ່າມີຮູບ ຫຼືເຫັນຮູບໃນຕົນ ຫຼືເຫັນຕົນໃນຮູບ. (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານ ກໍຕຣັດດ້ວຍຂໍ້ຄວາມທີ່ມີລັກສະນະ ເກນໃນການຕຣັດແນວດຽວກັນກັບໃນກໍລະນີແຫ່ງຮູບນີ້ທຸກປະການ) ; ວັຈສະ ! ເພາະເຫດນັ້ນ ຕະຖາຄົຕ ເມື່ອຖືກຖາມແລ້ວ ຈຶ່ງບໍ່ພະຍາກອນວ່າໂລກທ່ຽງ ຫຼືວ່າໂລກບໍ່ທ່ຽງ ...ໆລໆ... ຫຼືວ່າຕະຖາຄົຕ ພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍຫາບໍ່ໄດ້ ບໍ່ມີອີກກໍຫາບໍ່ໄດ້, ດັ່ງນີ້.
໑. ບາລີ ສລາ. ສັງ. ໑໘/໔໘໐/໗໙໕. ຕຣັດແກ່ວັຈສະໂຄຕປະຣິບພາຊົກ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໐໑
ຕຣັດເຫດທີ່ບໍ່ທົງພະຍາກອນອັນຕະຄາຫິກະທິຕຖິ
ສ່ວນທີ່ກ່ຽວກັບ “ຕະຖາຄົຕສີ່” ໑
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ເປັນຫຍັງໜໍ ພຣະອົງເມື່ອຖືກຖາມວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກຫຼື ? ດັ່ງນີ້, ກໍຕຣັດວ່າ ‘ນັ້ນເຮົາບໍ່ພະຍາກອນ’ ; ເມື່ອຖືກຖາມວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມບໍ່ມີອີກຫຼື ? ດັ່ງນີ້, ກໍຕຣັດວ່າ ‘ນັ້ນເຮົາບໍ່ພະຍາກອນ’ ; ເມື່ອຖືກຖາມວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍມີບໍ່ມີອີກກໍມີຫຼື ? ດັ່ງນີ້, ກໍຕຣັດວ່າ ‘ນັ້ນເຮົາບໍ່ພະຍາກອນ’ ; ເມື່ອຖືກຖາມວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍຫາກບໍ່ແມ່ນບໍ່ມີອີກກໍຫາກບໍ່ແມ່ນຫຼື ? ດັ່ງນີ້, ກໍຕຣັດວ່າ ‘ນັ້ນເຮົາບໍ່ພະຍາກອນ’ ດັ່ງນີ້. ຂ້າແຕ່ພຣະອົງຜູ້ຈະເຣີນ ! ອັນໃດໜໍ ເປັນເຫດເປັນປັຈຈັຍ ທີ່ພຣະຜູ້ມີພຣະພາຄ ບໍ່ທົງພະຍາກອນ ຊຶ່ງຂໍ້ຄວາມນັ້ນ ຂ້ານ້ອຍ ?”
ມະຫາຣາຊ ! ... ບຸກຄົນເມື່ອບັນຍັດຕະຖາຄົຕ ເຂົາບັນຍັດໂດຍຮູບ (ຂັນທ໌) ໃດ, ຮູບນັ້ນອັນຕະຖາຄົຕລະໝົດແລ້ວ ມີມູນຮາກອັນຖອນຂຶ້ນໄດ້ແລ້ວ ເຮັດໃຫ້ເໝືອນຕົ້ນຕານຍອດກຸດ ບໍ່ມີວັດຖຸສໍາລັບປົ່ງໃໝ່ ເຮັດໃຫ້ເຖິງຄວາມບໍ່ມີບໍ່ເປັນ ເປັນສິ່ງທີ່ບໍ່ອາດຈະເກີດຂຶ້ນອີກຕໍ່ໄປເປັນທໍາມະດາ. ມະຫາຣາຊ ! ຕະຖາຄົຕ ຜູ້ພົ້ນແລ້ວຈາກການນັບວ່າເປັນຮູບ ເປັນສະພາບທີ່ເລິກເຊິ່ງ ປະມານບໍ່ໄດ້ ຢັ່ງເຖິງໄດ້ຍາກ ເໝືອນກັບມະຫາສະມຸດ ການທີ່ຈະກ່າວວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍຍ່ອມມີອີກ” ດັ່ງນີ້ ກໍດີ ; ວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມບໍ່ມີອີກ” ດັ່ງນີ້ ກໍດີ ; ວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍມີ ບໍ່ມີອີກກໍມີ” ດັ່ງນີ້ ກໍດີ ; ວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍຫາກບໍ່ແມ່ນ ບໍ່ມີອີກກໍຫາກບໍ່ແມ່ນ” ດັ່ງນີ້ ກໍດີ ; ຍ່ອມເປັນໄປບໍ່ໄດ້. (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານຂັນທ໌ ກໍຕຣັດດ້ວຍຂໍ້ຄວາມທີ່ມີລັກສະນະເກນໃນການຕຣັດແນວດຽວກັນກັບໃນກໍລະນີແຫ່ງຮູບນີ້ທຸກປະການ).
໑. ບາລີ ສລາ. ສັງ. ໑໘/໔໖໑/໗໖໐. ຕຣັດແກ່ພະເຈົ້າປະເສນທິໂກສົລທີ່ສະເດັດໄປທູນຖາມພຣະອົງ.
ຄໍາຕຣັດຕອບນັ້ນ ໃນບາລີ ມ. ມ. ໑໓/໒໔໗/໒໕໑. ກໍມີ ຕຣັດແກ່ວັຈສະໂຄຕປະຣິບພາຊົກ ທີ່ເຊຕະວັນ.
໓໐໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ຕຣັດເຫດທີ່ເຮັດໃຫ້ບໍ່ທົງຂ້ອງແວະດ້ວຍທິຕຖິສິບ ໑
“ກໍພຣະໂຄດົມຜູ້ຈະເຣີນ ! ເຫັນຢູ່ຊຶ່ງໂທດອັນໃດຫຼືໜໍ ຈຶ່ງບໍ່ເຂົ້າເຖິງຊຶ່ງທິຕຖິເຫຼົ່ານີ້ ໂດຍປະການທັງປວງ ແນວນີ້ ?”








