ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

“ຫາບໍ່ໄດ້ ພຣະອົງ”

ມາລຸງກະຢະບຸຕ ! ໃນເມື່ອມີທິຕຖິວ່າ “ໂລກທ່ຽງ” (ເປັນຕົ້ນຢ່າງໃດຢ່າງໜຶ່ງລົງໄປແລ້ວໃນບັນດາທິຕຖິທັງສິບ) ຢູ່, ກໍຍັງມີຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຄໍ່າຄວນ ທຸກຂ໌ກາຍ ທຸກຂ໌ໃຈ ແລະ ຄວາມເຫືອດແຫ້ງໃນໃຈ ອັນເປັນຄວາມທຸກຂ໌ ເຊິ່ງເຮົາບັນຍັດການກໍາຈັດເສຍໄດ້ ໃນພົບທີ່ຕົນເຫັນແລ້ວນີ້ ຢູ່ນັ້ນເອງ. ມາລຸງກະຢະບຸຕ ! ເພາະສະນັ້ນ ພວກເຈົ້າຈົ່ງຈໍາສິ່ງທີ່ເຮົາບໍ່ພະຍາກອນ ໂດຍຄວາມເປັນສິ່ງທີ່ເຮົາບໍ່ພະຍາກອນ ແລະ ຈໍາສິ່ງທີ່ເຮົາພະຍາກອນໂດຍຄວາມເປັນສິ່ງທີ່ເຮົາພະຍາກອນແລ້ວ.

ມາລຸງກະຢະບຸຕ ! ກໍອັນໃດໜໍ ທີ່ເຮົາບໍ່ພະຍາກອນ ? ສິ່ງທີ່ເຮົາບໍ່ພະຍາກອນ ຄື (ທິຕຖິຂໍ້ໃດຂໍ້ໜຶ່ງໃນບັນດາທິຕຖິທັງສິບ) ວ່າ :-

ໂລກທ່ຽງ,

ໂລກບໍ່ທ່ຽງ,

ໂລກມີທີ່ສິ້ນສຸດ,

ໂລກບໍ່ມີທີ່ສິ້ນສຸດ,

ຊີວະກໍດວງນັ້ນ ຮ່າງກາຍກໍຮ່າງນັ້ນ,

ຊີວະກໍດວງອື່ນ ຮ່າງກາຍກໍຮ່າງອື່ນ,

ຕາຍແລ້ວ ຍ່ອມເປັນເຊັ່ນທີ່ເປັນມາແລ້ວນີ້ ອີກ,

ຕາຍແລ້ວ ບໍ່ເປັນເຊັ່ນທີ່ເປັນມາແລ້ວນີ້ ອີກ,

ຕາຍແລ້ວ ຍ່ອມເປັນເຊັ່ນທີ່ເປັນມາແລ້ວນີ້ກໍມີ ບໍ່ເປັນກໍມີ,

ຕາຍແລ້ວ ຍ່ອມເປັນເຊັ່ນທີ່ເປັນມາແລ້ວນີ້ກໍແມ່ນ ບໍ່ເປັນກໍແມ່ນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໙໙

ເພາະເຫດໃດ ເຮົາຈຶ່ງບໍ່ພະຍາກອນ ? ມາລຸງກະຢະບຸຕ ! ເພາະເຫດວ່າ ນັ້ນບໍ່ປະກອບດ້ວຍປະໂຍຊນ໌ ບໍ່ແມ່ນເຫງົ້າຕົ້ນຂອງພຣົມມະຈັນ, ບໍ່ເປັນໄປພ້ອມເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິບພານ, ເຫດນັ້ນເຮົາຈຶ່ງບໍ່ພະຍາກອນ.

ຕຣັດເຫດທີ່ບໍ່ທົງພະຍາກອນອັນຕະຄາຫິກະທິຕຖິສິບ ໑

“ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍ ເປັນເຫດເປັນປັຈຈັຍ ທີ່ປະຣິບພາຊົກເດຍຣະຖີອື່ນເມື່ອຖືກຖາມແລ້ວ ຍ່ອມພະຍາກອນວ່າໂລກທ່ຽງ ຫຼືວ່າໂລກບໍ່ທ່ຽງ ...ໆລໆ... ຫຼືວ່າຕະຖາຄົຕ ພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍບໍ່ຖືກ ບໍ່ມີອີກກໍຫາກບໍ່ແມ່ນ, ດັ່ງນີ້ ?”

ວັຈສະ ! ທີ່ປະຣິບພາຊົກເດຍຣະຖີອື່ນ ທ. ຍ່ອມຕາມເຖິງເຊິ່ງຈັກຂຸ ... ຊຶ່ງໂສຕະ ... ຊຶ່ງຄານະ ... ຊຶ່ງຊິວຫາ ... ຊຶ່ງກາຢະ ... ຊຶ່ງມະນະ ວ່າ “ນັ້ນຂອງເຮົາ ; ນັ້ນເປັນເຮົາ ; ນັ້ນເປັນອັຕຕາຂອງເຮົາ” ດັ່ງນີ້ ; ວັຈສະ ! ເພາະເຫດນັ້ນ ປະຣິບພາຊົກເດຍຣະຖີອື່ນ ເຫຼົ່ານັ້ນ ເມື່ອຖືກຖາມແລ້ວ ຈຶ່ງພະຍາກອນວ່າໂລກທ່ຽງ ຫຼືວ່າໂລກບໍ່ທ່ຽງ ...ໆລໆ... ຫຼືວ່າຕະຖາຄົຕ ພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍຫາກບໍ່ແມ່ນບໍ່ມີອີກກໍຫາກບໍ່ແມ່ນ, ດັ່ງນີ້.

ວັຈສະ ! ສ່ວນຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ຍ່ອມຕາມເຫັນຊຶ່ງຈັກຂຸ ... ຊຶ່ງໂສຕະ ... ຊຶ່ງຄານະ ... ຊຶ່ງຊິວຫາ ... ຊຶ່ງກາຢະ ... ຊຶ່ງມະນະວ່າ “ນັ້ນບໍ່ແມ່ນຂອງເຮົາ ; ນັ້ນບໍ່ເປັນເຮົາ ; ນັ້ນບໍ່ແມ່ນອັຕຕາຂອງເຮົາ” ດັ່ງນີ້ ; ວັຈສະ ! ເພາະເຫດນັ້ນ ຕະຖາຄົຕ ເມື່ອຖືກຖາມແລ້ວ ຈຶ່ງບໍ່ພະຍາກອນວ່າໂລກທ່ຽງ ຫຼືວ່າໂລກບໍ່ທ່ຽງ ...ໆລໆ... ຫຼືວ່າຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍຫາກບໍ່ແມ່ນ ບໍ່ມີອີກກໍຫາກບໍ່ແມ່ນ, ດັ່ງນີ້.

໑. ບາລີ ສລາ. ສັງ. ໑໘/໔໗໘/໗໙໒. ຕຣັດແກ່ວັຈສະໂຄຕປະຣິບພາຊົກທີ່ໄປທູນຖາມເລື່ອງນີ້ກັບພຣະອົງ.

໓໐໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

(ອີກນັຍໜຶ່ງ ຕຣັດຕອບວ່າ :-) ໑

ວັຈສະ ! ປະຣິບພາຊົກເດຍຣະຖີອື່ນ ທ. ຍ່ອມຕາມເຫັນຊຶ່ງຮູບ ໂດຍຄວາມເປັນຂອງຕົນ ຫຼືເຫັນຕົນວ່າມີຮູບ ຫຼືເຫັນຮູບໃນຕົນ ຫຼືເຫັນຕົນໃນຮູບ. (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານ ກໍຕຣັດດ້ວຍຂໍ້ຄວາມທີ່ມີລັກສະນະເກນໃນການຕຣັດແນວດຽວກັນກັບໃນກໍລະນີແຫ່ງຮູບນີ້ທຸກປະການ) ; ວັຈສະ ! ເພາະເຫດນັ້ນ ປະຣິບພາຊົກເດຍຣະຖີອື່ນ ເຫຼົ່ານັ້ນ ເມື່ອຖືກຖາມແລ້ວ ຈຶ່ງພະຍາກອນວ່າໂລກທ່ຽງ ຫຼືວ່າໂລກບໍ່ທ່ຽງ ...ໆລໆ... ຫຼືວ່າຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍຫາບໍ່ໄດ້ບໍ່ມີອີກກໍຫາບໍ່ໄດ້, ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ