ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ວັຈສະ ! ທິຕຖິທີ່ວ່າ “ໂລກທ່ຽງ” ດັ່ງນີ້ນັ້ນ ເປັນພຽງການຈັບສວຍດ້ວຍທິຕຖິ ເປັນທິຕຖິທີ່ສ້າງກັນດານ ເປັນທິຕຖິທີ່ເປັນຂ້າເສິກ ເປັນຄວາມຜັນແປແຫ່ງທິຕຖິ ເປັນຄວາມຜູກພັນແຫ່ງທິຕຖິ ; ເປັນໄປເພື່ອຄວາມທຸກຂ໌ ເປັນໄປເພື່ອຄວາມກະທົບກະທັ່ງ ເປັນໄປເພື່ອຄວາມຄັບແຄ້ນ ເປັນໄປເພື່ອຄວາມອັ່ງຮ້ອນ ; ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ບໍ່ເປັນໄປເພື່ອຄວາມດັບ ຄວາມສະງົບລະງັບ ບໍ່ເປັນໄປເພື່ອຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ບໍ່ເປັນໄປເພື່ອນິບພານ. (ໃນກໍລະນີແຫ່ງ ທິຕຖິທີ ໒ ວ່າໂລກບໍ່ທ່ຽງ ເປັນຕົ້ນ ຈົນກະທັ່ງເຖິງທິຕຖິທີ ໑໐ ວ່າຕະຖາຄົຕພາຍຫຼັງແຕ່ຕາຍແລ້ວມີຢູ່ກໍຫາກບໍ່ແມ່ນບໍ່ມີຢູ່ກໍຫາກບໍ່ແມ່ນ ອັນເປັນທິຕຖິສຸດທ້າຍ ກໍໄດ້ມີການຕຣັດໂດຍຮູບແບບດຽວກັນ, ຕ່າງແຕ່ຊື່ຂອງທິຕຖິແຕ່ລະທິຕຖິເທົ່ານັ້ນ). ວັຈສະ ! ເຮົາເຫັນຢູ່ຊຶ່ງໂທດນີ້ແລ ຈຶ່ງບໍ່ເຂົ້າເຖິງຊຶ່ງທິຕຖິເຫຼົ່ານີ້ ໂດຍປະການທັງປວງ ແນວນີ້.

“ພຣະໂຄດົມຜູ້ຈະເຣີນ ! ກໍທິຕຖິໃດໆ ຂອງພຣະສະມະນະໂຄດົມຜູ້ຈະເຣີນ ມີຢູ່ຫຼືໜໍ ?”

ວັຈສະ ! ສິ່ງທີ່ເອີ້ນວ່າ “ທິຕຖິ” ນັ້ນ ຕະຖາຄົຕຖອນອອກຖິ້ມໝົດແລ້ວ. ວັຈສະ ! ມີຢູ່ແຕ່ ສັຈຈະນີ້ ອັນຕະຖາຄົຕເຫັນແລ້ວ ວ່າ “ຮູບ ເປັນແນວນີ້, ເຫດເກີດຂຶ້ນແຫ່ງຮູບເປັນແນວນີ້, ຄວາມຕັ້ງຢູ່ບໍ່ໄດ້ແຫ່ງຮູບ ເປັນແນວນີ້; (ໃນກໍລະນີແຫ່ງ ເວທະນາ - ສັນຍາ - ສັງຂາຣ - ວິນຍານ ກໍໄດ້ຕຣັດດ້ວຍຖ້ອຍຄໍາແນວດຽວກັນ)”. ເພາະສະນັ້ນ ເຮົາຈຶ່ງກ່າວວ່າ ຕະຖາຄົຕ ຫຼຸດພົ້ນວິເສດແລ້ວ ເພາະຄວາມດັບສິ້ນ ເພາະຄວາມເບື່ອໜ່າຍ ຄວາມດັບ ຄວາມສະລະ ຄວາມສະລັດຄືນ ຄວາມບໍ່ຢຶດໝັ້ນ ຊຶ່ງຄວາມສໍາຄັນໝັ້ນໝາຍທັງປວງ ຄວາມຕ້ອງການທັງປວງ ອະຫັງກາຣະມະມັງກາຣະມານານຸສັຍທັງປວງ ດັ່ງນີ້.

໑. ບາລີ ອັກຄິວັຈສະໂຄຕສູຕ ມ. ມ. ໑໓/໒໔໓/໒໔໗. ຕຣັດແກ່ວັຈສະໂຄຕປະຣິບພາຊົກ ທີ່ເຊຕະວັນ

ໃກ້ເມືອງສາວັຕຖີ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໐໓

ເລື່ອງທີ່ທົງພະຍາກອນ ໑

ມາລຸງກະຢະບຸຕ ! ກໍອັນໃດໜໍທີ່ເຮົາພະຍາກອນ ? ສິ່ງທີ່ເຮົາພະຍາກອນ ຄື ນີ້ທຸກຂ໌, ນີ້ເຫດໃຫ້ເກີດທຸກຂ໌, ນີ້ຄວາມດັບບໍ່ເຫຼືອຂອງທຸກຂ໌, ແລະນີ້ຫົນທາງໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌. ກໍສິ່ງນີ້ ເຫດໃດໜໍ ເຮົາຈຶ່ງພະຍາກອນ ? ເພາະນັ້ນປະກອບດ້ວຍປະໂຍຊນ໌ ເປັນເຫງົ້າຕົ້ນຂອງພຣົມມະຈັນ ນັ້ນເປັນໄປພ້ອມເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍໜັດ ຄວາມດັບສະນິດ ຄວາມລະງັບ ຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ແລະນິບພານ, ເຫດນັ້ນ ເຮົາຈຶ່ງພະຍາກອນແລ້ວ.

ມາລຸງກະຢະບຸຕ ! ເພາະສະນັ້ນໃນເລື່ອງນີ້ ເຈົ້າຈົ່ງຈໍາສິ່ງທີ່ເຮົາບໍ່ພະຍາກອນ ໂດຍຄວາມເປັນສິ່ງທີ່ເຮົາບໍ່ພະຍາກອນ, ແລະຈໍາສິ່ງທີ່ເຮົາພະຍາກອນ ໂດຍຄວາມເປັນສິ່ງທີ່ເຮົາພະຍາກອນ ແລ້ວເຖີ້ນ.

ຜູ້ຟັງພໍໃຈຄໍາພະຍາກອນຂອງພຣະອົງ ໒

ກັດສະປະ ! ຄັ້ງໜຶ່ງ ເຮົາຢູ່ທີ່ພູເຂົາຄິຊຊະກູດ ໃກ້ເມືອງຣາຊະຄຶ, ເພື່ອນສະພຣົມມະຈາຣີຂອງທ່ານຄົນໜຶ່ງ ເປັນປະຣິບພາຊົກ ນາມວ່າ ນິໂຄຣທະ ໄດ້ຖາມບັນຫາໃນເລື່ອງຂອງການກີດກັນບາບ. ເຮົາຖືກຖາມບັນຫາ ໃນເລື່ອງຂອງການກີດກັນບາບແລ້ວ ກໍພະຍາກອນ ຄັນເຮົາພະຍາກອນແລ້ວ ເພື່ອນຂອງທ່ານຜູ້ນັ້ນ ໄດ້ເປັນຜູ້ພໍໃຈເກີນຄວາມຄາດໝາຍ.

“ພຣະອົງຜູ້ຈະເຣີນ ! ກໍໃຜໜໍ ຟັງທັມຂອງພຣະອົງແລ້ວ ຈັກບໍ່ພໍໃຈເກີນຄວາມຄາດໝາຍ. ແມ່ນແຕ່ຂ້ານ້ອຍ ຟັງທັມຂອງພຣະອົງແລ້ວ ກໍພໍໃຈເກີນຄວາມຄາດໝາຍ. ພຣະອົງຜູ້ຈະເຣີນ ! ຊາບຊຶ້ງຍິ່ງ, ຊາບຊຶ້ງແທ້, ປຽບເໝືອນຫງາຍຂອງທີ່ຂວໍ້າຢູ່ ເປີດຂອງທີ່ປົກປິດຢູ່ ບອກທາງໃຫ້ແກ່ຄົນຫຼົງທາງ ຫຼືຕັ້ງປະທີບໄວ້ໃນບ່ອນມືດ ໂດຍຄິດວ່າ ຜູ້ມີຕາຈະໄດ້ເຫັນຮູບ ດັ່ງນີ້.

໑. ບາລີ ຈູລະມາລຸງກະໂຢວາທະສູຕ ມ. ມ. ໑໓/໑໕໒/໑໕໒. ຕຣັດແກ່ພຣະພິກຂຸມາລຸງກະຢະ ທີ່ເຊຕະວັນ.

໒. ບາລີ ມຫາສີຫະນາທະສູຕ ສີ. ທີ. ໙/໒໒໐/໒໗໒. ຕຣັດແກ່ອະເຈລະກັສສະປະ ທີ່ກັນນະກະຖະລະ

ມິຄະທາຍະວັນ ອຸຊຸນຍານະຄອນ.

໓໐໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ