ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ທີ່ເລິກເຊິ່ງ” ທີ່ໜ້າ ໑໗໕ ແຫ່ງປຶ້ມຫົວນີ້.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໗໕

ທົງສາມາດສອນໃຫ້ວິນຍູຊົນຮູ້ໄດ້ເອງເຫັນໄດ້ເອງ ໑

ກັດຈານະ ! ສະມະນະພຣາມເຫຼົ່າໃດ ບໍ່ຮູ້ຊຶ່ງສ່ວນສຸດຂ້າງຕົ້ນ (ປຸບພັນຕະ : ພົບຊາດໃນອະດີຕ) ບໍ່ຮູ້ຊຶ່ງສ່ວນສຸດຂ້າງປາຍ (ອະປະຣັນຕະ : ພົບຊາດໃນອະນາຄົຕ) ແລ້ວຈະປະຕິຍານ ວ່າ ຂ້າພະເຈົ້າຮູ້ວ່າ “ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຕ້ອງປະຕິບັດເພື່ອຄວາມເປັນດັ່ງນີ້ ບໍ່ໄດ້ມີອີກ” ດັ່ງນີ້ນັ້ນ ; ສະມະນະພຣາມເຫຼົ່ານັ້ນ ຄວນໄດ້ຮັບການຂົ່ມຂີ່ໂດຍຊອບທັມນັ້ນແລ. ກັຈຈນະ ! ກໍແຕ່ວ່າ ເລື່ອງປຸບພັນຕະຈົ່ງຍົກໄວ້ ເລື່ອງອະປະຣັນຕະ ກໍຈົ່ງຍົກໄວ້ກ່ອນ ; ບຸຣຸສຜູ້ເປັນວິນຍູຊົນ ບໍ່ໂອ້ອວດ ບໍ່ມີມານຍາ ມີສັນຊາດແຫ່ງຄົນຊື່ຕົງ ຈົ່ງມາເຖີ້ນ, ເຮົາຈະພໍ່າສອນ ເຮົາຈະສະແດງທັມ, ເມື່ອປະຕິບັດຕາມຢູ່ຕາມທີ່ເຮົາສອນແລ້ວ ຈະຮູ້ເອງ ຈະເຫັນເອງໂດຍແທ້ ຕໍ່ກາລບໍ່ດົນນານແທ້ແລ ; ດັ່ງທີ່ໄດ້ຍິນກັນຢູ່ແລ້ວວ່າ ມີການພົ້ນພິເສດໂດຍຖືກຕ້ອງ ຈາກເຄື່ອງຜູກ ກ່າວຄື ອະວິຊຊາ ດ້ວຍອາການດັ່ງນີ້.

ກັດຈານະ ! ປຽບເໝືອນເດັກນ້ອຍນອນຫງາຍຢູ່ເທິງເບາະ ຖືກຜູກມັດຢູ່ດ້ວຍເຄື່ອງຜູກຄືດ້າຍ ມີທີ່ຄໍເປັນຄໍາຣົບຫ້າ ; ເພາະອາໄສຄວາມຈະເຣີນ ຄວາມເຕີບໂຕແຫ່ງອິນຊີ ທ. ກໍພົ້ນຈາກເຄື່ອງຜູກເຫຼົ່ານັ້ນ ; ເຂົາຮູ້ສຶກວ່າ “ເຮົາພົ້ນຈາກເຄື່ອງຜູກແລ້ວ” ດັ່ງນີ້ແລ, ບໍ່ມີເຄື່ອງຜູກອັນໃດເຫຼືອຢູ່, ເຊັ່ນໃດ ; ກັດຈານະ ! ຂໍ້ນີ້ ກໍເຊັ່ນນັ້ນ ກ່າວຄື ບຸຣຸສຜູ້ເປັນວິນຍູຊົນ ບໍ່ໂອ້ອວດ ບໍ່ມີມານຍາ ມີສັນຊາດແຫ່ງຄົນຊື່ຕົງ ຈົ່ງມາເຖີ້ນ, ເຮົາຈະພໍ່າສອນ ເຮົາຈະສະແດງທັມ, ເມື່ອປະຕິບັດຢູ່ຕາມທີ່ເຮົາສອນແລ້ວ ຈະຮູ້ເອງ ຈະເຫັນເອງໂດຍແທ້ ຕໍ່ກາລບໍ່ດົນນານແທ້ແລ ; ດັ່ງທີ່ໄດ້ຍິນກັນຢູ່ແລ້ວວ່າ ມີການພົ້ນພິເສດໂດຍຖືກຕ້ອງ ຈາກເຄື່ອງຜູກ ກ່າວຄື ອະວິຊຊາ ດ້ວຍອາການເຊັ່ນນີ້ ດັ່ງນີ້.

໑. ບາລີ ເວຂະນສສູຕ ມ. ມ. ໑໓/໓໗໒/໔໐໑. ຕຣັດແກ່ເວຂະນະສະປະຣິບພາຊົກ ກັຈຈານະໂຄຕ ທີ່ເຊຕະວັນ.

໒໗໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງສາມາດຍິ່ງ ໃນການສອນ ໑

ຣາຊະກຸມາຣ ! ອົງອັນຄວນແກ່ການປະກອບຄວາມພຽນ ໕ ອົງ ຄືອັນໃດແດ່ໜໍ ? ໕ ອົງຄື ຣາຊະກຸມາຣ ! ພິກຂຸໃນທັມວິນັຍນີ້ :-

(໑) ເປັນ ຜູ້ມີສັດທາ ຍ່ອມເຊື່ອຄວາມຕຣັສຮູ້ຂອງຕະຖາຄົຕ ວ່າ “ແມ່ນວ່າເພາະເຫດນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ຊອບເອງ ສົມບູນດ້ວຍວິຊຊາແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນຄວນຝຶກ ຢ່າງບໍ່ມີໃຜຍິ່ງໄປກວ່າ ເປັນຄູຂອງເທວະດາແລະມະນຸສ ເປັນຜູ້ເບີກບານແລ້ວ ຈໍາແນກທັມອອກສັ່ງສອນສັຕ” ດັ່ງນີ້.

(໒) ເປັນ ຜູ້ມີອາພາດໜ້ອຍ ມີໂຣຄາໜ້ອຍ ມີໄຟທາດສໍາລັບຍ່ອຍອາຫາຣ ທີ່ຍ່ອຍໄດ້ສະໝໍ່າສະເໝີ ພໍດີ ບໍ່ຮ້ອນໂພດ ບໍ່ເຢັນໂພດ ພໍຄວນແກ່ການບໍາເພັນພຽນ.

(໓) ເປັນ ຜູ້ບໍ່ໂອ້ອວດ ບໍ່ມີມານຍາ ເປັນຜູ້ເປີດເຜີຍຕົນເອງຕາມທີ່ເປັນຈິງ ໃນພຣະສາສດາ, ໃນທ່ານຜູ້ຮູ້, ຫຼືໃນເພື່ອພຣົມມະຈາຣີທັງຫຼາຍ ກໍຕາມ.

(໔) ເປັນ ຜູ້ປາຣົບຄວາມພຽນ ເພື່ອການລະສິ່ງອັນເປັນອະກຸສົລ ເພື່ອເຖິງພ້ອມດ້ວຍສິ່ງອັນເປັນກຸສົລ ມີກໍາລັງ ມີຄວາມບາກບັ່ນ ໜັກແໜ້ນ ບໍ່ປະຖິ້ມທຸຣະ ໃນສິ່ງທັງຫຼາຍອັນເປັນກຸສົລ.

(໕) ເປັນ ຜູ້ມີປັນຍາ ປະກອບດ້ວຍປັນຍາຊຶ່ງສາມາດກໍານົດຄວາມເກີດຂຶ້ນ ແລະຄວາມດັບຫາຍໄປ ເປັນປັນຍາອັນປະເສີດ ເປັນເຄື່ອງເຈາະແທງກິເລສ ເປັນເຄື່ອງໃຫ້ເຖິງຄວາມດັບສິ້ນທຸກຂ໌ໄດ້ໂດຍຖືກຕ້ອງ.

໑. ບາລີ ໂພທິຣາຊະກຸມາຣສູຕ ມ. ມ. ໑໓/໔໗໒/໕໑໘. ຕຣັດແກ່ໂພທິຣາຊະກຸມາຣ ທີ່ໂກກະນຸທະ

ຜາສາດຂອງລາວ, ແຄວ້ນພັກຄະ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໒໗໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ