ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
“ພິກຂຸ ທ. ! ຕະຖາຄົຕບໍ່ໄດ້ເປັນຄົນມັກມາກ ປະຖິ້ມຄວາມພຽນ ວຽນມາເພື່ອຄວາມເປັນຄົນມັກມາກດອກ, ພິກຂຸ ທ. ! ຕະຖາຄົຕເປັນພຣະອະຣະຫັນຕ໌ ຕຣັສຮູ້ຊອບດ້ວຍຕົນເອງ. ພິກຂຸ ທ. ! ພວກເຈົ້າຈົ່ງງ່ຽງໂສຕະລົງ ເຮົາຈະສອນອະມະຕະທັມທີ່ເຮົາໄດ້ບັນລຸແລ້ວ ເຮົາຈະສະແດງທັມ. ເມື່ອພວກເຈົ້າປະຕິບັດຢູ່ຕາມທີ່ເຮົາສອນ, ໃນບໍ່ດົນແທ້ ຈະເຮັດໃຫ້ແຈ້ງຊຶ່ງປະໂຍຊນ໌ອັນຍອດຢ້ຽມ ອັນເປັນຍອດແຫ່ງພຣົມມະຈັນໄດ້ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່, ອັນເປັນປະໂຍຊນ໌ທີ່ປາຖນາຂອງເຫຼົ່າກຸລະບຸຕ ຜູ້ອອກຈາກເຮືອນ ບວດເປັນຜູ້ບໍ່ມີເຮືອນໂດຍຊອບ”.
ຣາຊະກຸມາຣ ! ພິກຂຸປັນຈະວັກຄີ ໄດ້ກ່າວຄໍານີ້ກັບເຮົາອີກ ແມ່ນວ່າຄັ້ງທີສອງ (ເຊັ່ນດຽວກັບຄັ້ງທໍາອິດ).
ຣາຊະກຸມາຣ ! ເຮົາກໍໄດ້ກ່າວຄໍານີ້ກັບພິກຂຸປັນຈະວັກຄີ ແມ່ນວ່າຄັ້ງທີສອງ (ເຊັ່ນດຽວກັບຄັ້ງທໍາອິດ).
ຣາຊະກຸມາຣ ! ພິກຂຸປັນຈະວັກຄີ ໄດ້ກ່າວຄໍານີ້ກັບເຮົາອີກ ແມ່ນວ່າຄັ້ງທີສາມ (ເຊັ່ນດຽວກັບຄັ້ງທໍາອິດ).
ຣາຊະກຸມາຣ ! ຄັນພິກຂຸປັນຈະວັກຄີກ່າວແນວນີ້ແລ້ວ, ເຮົາໄດ້ກ່າວຄໍານີ້ກັບພວກເຂົາວ່າ “ພິກຂຸ ທ. ! ພວກເຈົ້າຈໍາໄດ້ບໍ່ ? ຄໍາແນວນີ້ນີ້ ເຮົາໄດ້ເຄີຍກ່າວກັບພວກເຈົ້າ ທ. ໃນກາລກ່ອນແຕ່ນີ້ ແດ່ຫຼືບໍ່ ?” ພວກເຂົາຕອບວ່າ “ຫາບໍ່ໄດ້ທ່ານຜູ້ຈະເຣີນ !”໑ ເຮົາກ່າວອີກວ່າ “ພິກຂຸ ທ. ! ຕະຖາຄົຕເປັນພຣະອະຣະຫັນຕ໌ ຕຣັສຮູ້ຊອບດ້ວຍຕົນເອງ. ພວກເຈົ້າຈົ່ງງ່ຽງຫູລົງ ເຮົາຈະສອນອະມະຕະທັມທີ່ເຮົາໄດ້ບັນລຸແລ້ວ
໑. ປ່ຽນ ອາວຸໂສ ເປັນ ພັນເຕ ບອ່ນນີ້.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໓໑
ເຮົາຈະສະແດງທັມ, ເມື່ອພວກເຈົ້າປະຕິບັດຢູ່ຕາມທີ່ເຮົາສອນ, ໃນບໍ່ດົນແທ້ຈະເຮັດໃຫ້ແຈ້ງຊຶ່ງປະໂຍຊນ໌ອັນຍອດຢ້ຽມ ອັນເປັນຍອດແຫ່ງພຣົມມະຈັນໄດ້ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່, ອັນເປັນປະໂຍຊນ໌ທີ່ປາຖນາ ຂອງເຫຼົ່າກຸລະບຸຕ ຜູ້ອອກຈາກເຮືອນ ບວດເປັນຜູ້ບໍ່ມີເຮືອນໂດຍຊອບ” ດັ່ງນີ້.
ຣາຊະກຸມາຣ ! ເຮົາໄດ້ສາມາດ ເພື່ອໃຫ້ ພິກຂຸປັນຈະວັກຄີ ເຊື່ອແລ້ວແລ. ຣາຊະກຸມາຣ ! ເຮົາກ່າວສອນພິກຂຸ ໒ ອົງຄ໌ຢູ່. ພິກຂຸ ໓ ອົງຄ໌ທ່ຽວບິນທະບາຕ ເຮົາຫົກຄົນດ້ວຍກັນລ້ຽງຊີວິຕໃຫ້ເປັນໄປ ດ້ວຍອາຫາຣທີ່ພິກຂຸ ໓ ອົງຄ໌ນໍາເອົາມາ. ບາງເທື່ອເຮົາກ່າວສອນພິກຂຸ ໓ ອົງຄ໌ຢູ່ ພິກຂຸ ໒ ອົງຄ໌ທ່ຽວບິນທະບາຕ ເຮົາຫົກຄົນດ້ວຍກັນລ້ຽງຊີວິຕໃຫ້ເປັນໄປ ດ້ວຍອາຫາຣທີ່ພິກຂຸ ໒ ອົງຄ໌ນໍາເອົາມາ.໑
ຣາຊະກຸມາຣ ! ຄັ້ງນັ້ນ, ເມື່ອເຮົາກ່າວສອນ ພໍ່າສອນພິກຂຸປັນຈະວັກຄີ ຢູ່ດ້ວຍອາການເຊັ່ນນີ້໑ ພວກເຂົາເຮັດໃຫ້ແຈ້ງຊຶ່ງປະໂຍຊນ໌ອັນຍອດຢ້ຽມ ອັນເປັນຍອດແຫ່ງພຣົມມະຈັນ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່, ອັນເປັນປະໂຍຊນ໌ທີ່ປາຖນາຂອງເຫຼົ່າກຸລະບຸຕ ຜູ້ອອກຈາກເຮືອນ ບວດເປັນຜູ້ບໍ່ມີເຮືອນໂດຍຊອບ ໄດ້ແລ້ວ.
(ຂໍ້ຄວາມໃນບາລີ ປາສະຣາສິສູຕ ມູ.ມ. ໑໒/໓໓໒/໓໒໖, ມີແປກອອກໄປແດ່ເລັກນ້ອຍໃນຕອນນີ້ ດັ່ງນີ້ :-)
ພິກຂຸ ທ. ! ຄັ້ງນັ້ນ, ເມື່ອເຮົາກ່າວສອນ ພໍ່າສອນພິກຂຸປັນຈະວັກຄີຢູ່໑ ດ້ວຍອາການເຊັ່ນນີ້ ພວກເຂົານັ້ນ ທັງທີ່ເປັນຜູ້ມີການເກີດເປັນທໍາມະດາຢູ່ດ້ວຍ ຕົນກໍຮູ້ແຈ້ງແລ້ວ ຊຶ່ງໂທດອັນຕໍ່າຊາມໃນຄວາມເປັນຜູ້ມີການເກີດເປັນທໍາມະດາ. ພວກເຂົາສະແຫວງຫາຢູ່ ຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນ ທັມທີ່ບໍ່ມີການເກີດ, ກໍໄດ້ເຂົ້າເຖິງແລ້ວຊຶ່ງນິບພານ ອັນເປັນທັມທີ່ປອດພັຍຈາກເຄື່ອງຜູກຮັດ ບໍ່ມີທັມອື່ນຍິ່ງກວ່າ ເປັນທັມທີ່ບໍ່ມີການເກີດ.
໑. ໃນບອ່ນນີ້ ໄດ້ແກ່ການຕຣັດທັມມະຈັກກັປປະວັຕຕະນະສູຕ ແລະປີກຍ່ອຍ ແລະອະນັຕຕະລັກຂະນະສູຕ
ເປັນຄັ້ງສຸດທ້າຍ, ແຕ່ສໍາລັບຄໍາຕຣັດເລົ່າ ບໍ່ມີໝົ້ງລະບຸຊື່ຊັດແຈ້ງ ຈຶ່ງບໍ່ເອົາມາໃສ່ໄວ້ໃນບ່ອນນີ້. ທັງເປັນ
ທີ່ຮູ້ກັນໄດ້ດີຢູ່ແລ້ວ ໃນບາລີແຫ່ງອື່ນໆ ກໍມີພຽງທົງເລົ່າວ່າໄດ້ສະແດງອະຣິຍະສັຈ, ດັ່ງໄດ້ຍົກເອົາມາລຽງ
ຕໍ່ທ້າຍຂໍ້ຄວາມຕອນນີ້ໄວ້ເປັນຕົວຢ່າງແລ້ວ.
໒໓໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓








