ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອຸປະກະ :- “ຜູ້ມີອາຍຸ ! ທ່ານເປັນພຣະອະຣະຫັນຕ໌ ຜູ້ຊະນະບໍ່ມີທີ່ສຸດ ເໝືອນດັ່ງທີ່ທ່ານປະຕິຍານນັ້ນ ແທ້ຫວາ ?”

ເຮົາ :- “ຜູ້ທີ່ເປັນຜູ້ຊະນະເຊັ່ນດຽວກັບເຮົາ ກໍຄືຜູ້ທີ່ເຖິງຄວາມດັບສິ້ນອາສະວະແລ້ວ, ເຮົາຊະນະທັມອັນລາມົກແລ້ວ. ແນະອຸປະກະ ! ເຫດນັ້ນ ເຮົາຈຶ່ງເປັນຜູ້ຊະນະ”, ດັ່ງນີ້.

ຣາຊະກຸມາຣ ! ຄັນເຮົາກ່າວດັ່ງນີ້ ອຸປະກາຊີວົກໄດ້ກ່າວວ່າ “ເຫັນຈະເປັນໄດ້ ໑ ຜູ້ມີອາຍຸ !” ດັ່ງນີ້ແລ້ວ ສ່າຍຫົວໄປມາ ແມບລີ້ນ ຖືເອົາທາງສູງ໒ ຫຼີກຜ່າຍໄປແລ້ວ.

໑. ຄໍານີ້ເບິ່ງໜ້າຈະເປັນຄໍາເຍາະເຍີ້ຍ ບາລີຕອນນີ້ມີແຕ່ “ຫຸເວີຍຢາວຸໂສ” ເທົ່ານັ້ນ ບໍ່ໄດ້ໃສ່ປະທານອັນໃດ

ໄວ້ ຄົງໝາຍຄວາມວ່າປະທານຂອງປະໂຍກນີ້ ຄືຄໍາທີ່ພຣະອົງຕຣັດນັ້ນເອງ ອັຕຖະກະຖາແກ້ວ່າ

“ຊື່ແມ່ນວ່າເຊັ່ນນັ້ນຍ່ອມມີໄດ້”.

໒. ບາລີເປັນ ອຸມມັກໂຄ. ຕາມໂຕໜັງສືວ່າ ທາງຂຶ້ນ. ມີບາງທ່ານແປວ່າ ທາງຜິດ, ທີ່ຈິງແລ້ວເຂົາໜ້າຈະ

ເດີນສວນທາງຂຶ້ນໄປທາງເໜືອ ສ່ວນພຣະອົງລົງໄປພາຣານະສີ ເປັນທາງໃຕ້, ຖ້າເຮົາມົວມຸ່ງແຕ່ຈະຕິຄົນ

ພາຍນອກຢ່າງດຽວ ຄໍາແປຕ່າງໆອາດຈະໜັກໄປຂ້າງຝ່າຍຮຸນແຮງກໍໄດ້ ? ....ຜູ້ແປ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໒໙

ການໂຜດປັນຈະວັກຄີ

ຫຼື

ການສະແດງປະຖົມມະເທສນາ ໑

ຣາຊະກຸມາຣ ! ລໍາດັບນັ້ນ ເຮົາຈາຣິກໄປໂດຍລໍາດັບ ໄປສູ່ເມືອງພາຣານະສີ ເຖິງທີ່ຢູ່ແຫ່ງພິກຂຸປັນຈະວັກຄີ ນະ ອິສິປະຕະນະມິຄະທາຍະວັນແລ້ວ. ພິກຂຸປັນຈະວັກຄີ ເຫັນເຮົາມາແຕ່ໄກ ໄດ້ຕັ້ງກະຕິກາແກ່ກັນແລະກັນວ່າ “ຜູ້ມີອາຍຸ ! ພຣະສະມະນະໂຄດົມນີ້ກໍາລັງມາຢູ່, ລາວເປັນຜູ້ມັກມາກ ປະຖິ້ມຄວາມພຽນ ວຽນມາເພື່ອຄວາມເປັນຄົນຕໍ່າເສຍແລ້ວ. ເຊັ່ນນັ້ນ ເຮົາຢ່າໄຫວ້, ຢ່າລຸກຮັບ, ຢ່າສູຮັບບາຕ ຈີວອນຂອງລາວ ເປັນອັນຂາດ ໒. ແຕ່ຈະຕັ້ງອາສະນະໄວ້ ຖ້າລາວປາຖນາ ຈະນັ່ງໄດ້” ດັ່ງນີ້.

ຣາຊະກຸມາຣ ! ເຮົາເຂົ້າໄປໃກ້ພິກຂຸປັນຈະວັກຄີດ້ວຍອາການແນວໃດ, ພວກເຂົາ ບໍ່ອາດຖືຕາມກະຕິກາຂອງຕົນໄດ້ ດ້ວຍອາການເຊັ່ນນັ້ນ, ບາງພວກລຸກຮັບ ແລະ ຮັບບາຕ ຈີວອນແລ້ວ, ບາງພວກປູອາສະນະແລ້ວ, ບາງພວກຕັ້ງນໍ້າລ້າງຕີນແລ້ວ ແຕ່ພວກເຂົາຮ້ອງຮຽກເຮົາໂດຍຊື່ (ວ່າໂຄດົມ) ດ້ວຍ ແລະໂດຍຄໍາວ່າ ທ່ານຜູ້ມີອາຍຸ ດ້ວຍ. ຄັນພວກເຂົາກ່າວແນວນັ້ນ ເຮົາໄດ້ກ່າວແນວນີ້ກັບພິກຂຸປັນຈະວັກຄີນັ້ນວ່າ “ພິກຂຸ ທ. ! ເຮົາເປັນອະຣະຫັນຕະສັມມາສັມພຸດທະເຈົ້າ, ພວກເຈົ້າຈົ່ງງ່ຽງໂສຕະລົງ ເຮົາຈະສອນອະມະຕະທັມທີ່ເຮົາໄດ້ບັນລຸແລ້ວ, ເຮົາຈະສະແດງທັມ, ເມື່ອພວກເຈົ້າປະຕິບັດຢູ່ຕາມທີ່ເຮົາສອນ, ໃນບໍ່ດົນແທ້ ຈະເຮັດໃຫ້ແຈ້ງຊຶ່ງ ປະໂຍຊນ໌ອັນຍອດຢ້ຽມ ອັນເປັນຍອດແຫ່ງພຣົມມະຈັນ ໄດ້ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ອັນເປັນປະໂຍຊນ໌ທີ່ປາຖນາຂອງກຸລະບຸຕຜູ້ອອກຈາກເຮືອນ ບວດເປັນຜູ້ບໍ່ມີເຮືອນໂດຍຊອບ” ດັ່ງນີ້.

໑. ບາລີ ມ. ມ. ໑໓/໔໖໗/໕໑໔. ຕຣັດແກ່ໂພທິຣາຊະກຸມາຣ ; ປາສະຣາສິສູຕກໍມີ.

໒. ຄໍາສັບ ເອວະ.

໒໓໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ຣາຊະກຸມາຣ ! ຄັນເຮົາກ່າວດັ່ງນີ້ແລ້ວ, ພິກຂຸປັນຈະວັກຄີກ່າວຄໍານີ້ກັບເຮົາວ່າ “ຜູ້ມີອາຍຸ ໂຄດົມ ! ແມ່ນແຕ່ດ້ວຍອິຣິຍາ ປະຕິປະທາ ແລະທຸກະຣະກິຣິຍານັ້ນ ທ່ານຍັງບໍ່ອາດຈະບັນລຸອຸດຕະຣິມະນຸສສະທັມ ອະລະມະຣິຢະຍານະທັດສະນະວິເສດໄດ້ເລີຍ ກໍໃນບັດນີ້ ທ່ານເປັນຄົນມັກມາກ ປະຖິ້ມຄວາມພຽນ ວຽນມາເປັນຄົນມັກມາກແລ້ວ ຍ້ອນຈັ່ງໃດຈຶ່ງບັນລຸອຸດຕະຣິມະນຸສສະທັມ ອະລະມະຣິຢະຍານະທັດສະນະວິເສດໄດ້ໜໍ ?”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ