ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຄົນຜູ້ໃດແມ່ນວ່າຍັງອ່ອນ ຍັງໜຸ່ມ ຍັງວັຍລຸ້ນ ມີຜົມຍັງດໍາ ປະກອບດ້ວຍວັຍ ກໍາລັງຈະເຣີນຢູ່ໃນປະຖົມວັຍ, ແຕ່ເຂົາເປັນຜູ້ມີຄໍາເວົ້າເໝາະແກ່ກາລ, ເວົ້າຈິງ, ເວົ້າມີປະໂຍຊນ໌, ເວົ້າເປັນທັມ, ເປັນວິນັຍ, ກ່າວວ່າຈາມີທີ່ຕັ້ງ ມີຫຼັກຖານ ມີທີ່ສິ້ນສຸດ ປະກອບດ້ວຍປະໂຍຊນ໌ແລ້ວ, ຄົນນັ້ນ ເຖິງການຄວນນັບວ່າເປັນ “ເຖຣະຜູ້ບັນດິຕ” ໂດຍແທ້.
ມາຣທູນໃຫ້ນິບພານ ໑
ອານົນທ໌ ! ຄັ້ງໜຶ່ງເມື່ອເຮົາຢູ່ທີ່ເຂດອຸຣຸເວລາ ໃກ້ຝັ່ງແມ່ນໍ້າເນຣັນຊະຣາ, ທີ່ຕົ້ນໄຊ ເປັນບ່ອນພັກຮ້ອນຂອງເດັກລ້ຽງແບ້ ເມື່ອໄດ້ຕຣັສຮູ້ໃໝ່ໆ. ມາຣຜູ້ມີບາບໄດ້ເຂົ້າມາຫາເຮົາເຖິງທີ່ບ່ອນນັ້ນ ຢືນຢູ່ໃນທີ່ຄວນແລ້ວກ່າວກັບເຮົາວ່າ “ຂໍພຣະຜູ້ມີ ພຣະພາຄເຈົ້າ ຈົ່ງປະຣິນິບພານເຖີ້ນ ຂໍພຣະສຸຄົຕຈົ່ງປະຣິນິບພານເຖີ້ນ, ບັດນີ້ເປັນເວລາສົມຄວນປະຣິນິບພານຂອງພຣະຜູ້ມີພຣະພາຄແລ້ວ”. ເຮົາໄດ້ກ່າວກັບມາຣນັ້ນ ວ່າ :-
“ທ່ານຜູ້ມີບາບ ! ເຮົາຈັກບໍ່ປະຣິນິບພານກ່ອນ, ຕະຫຼອດກາລທີ່ ພິກຂຸ...ພິກຂຸນີ... ອຸປາສົກ... ອຸປາສິກາ ຜູ້ເປັນສາວົກ (ແລະສາວິກາ) ຂອງເຮົາ ຍັງບໍ່ເປັນຜູ້ສະຫຼາດ ຍັງບໍ່ໄດ້ຮັບຄໍາແນະນໍາ ຍັງບໍ່ເກັ່ງກ້າ ຍັງບໍ່ເປັນພະຫຸສູຕ ຊົງທັມ ປະຕິບັດທັມສົມຄວນແກ່ທັມ ປະຕິບັດຖືກຕ້ອງປະຕິບັດຕາມທັມ, ຍັງຕ້ອງຮຽນຄວາມຮູ້ຂອງອາຈາຣຍ໌ຕົນຕໍ່ໄປກ່ອນ ຈຶ່ງຈັກບອກ ສະແດງ ບັນຍັດ ແຕ່ງຕັ້ງ ເປີດເຜີຍ ຈໍາແນກ ເຮັດໃຫ້ຕື້ນເຊິ່ງພຣະສັດທັມ ຈົນຂົ່ມຂີ່ປະຣັບວາທະທີ່ເກີດຂຶ້ນໃຫ້ຮາບຄາບໂດຍທັມ ແລ້ວສະແດງທັມປະກອບດ້ວຍຄວາມໜ້າອັດສະຈັນໄດ້. ທ່ານຜູ້ມີບາບ ! ແລະເຮົາຈັກບໍ່ປະຣິນິບພານກ່ອນ, ຕະຫຼອດກາລທີ່ພຣົມມະຈັນ (ຄືສາສນາ) ນີ້ ຍັງບໍ່ຕັ້ງໝັ້ນ ຮຸ່ງເຮືອງ ແພ່ໄພສານ ເປັນທີ່ຮູ້ຈັກແຫ່ງຊົນທັງຫຼາຍ ເປັນປຶກແຜ່ນແໜ້ນໜາ ຈົນກະທັ່ງເທວະດາແລະມະນຸສ ທ. ສາມາດປະກາດໄດ້ດ້ວຍດີ”.
໑. ບາລີ ມຫາ. ທີ. ໑໐/໑໓໑/໑໐໒. ຕຣັດແກ່ພຣະອານົນທ໌ ທີ່ປາວາລເຈດີ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໒໑
ທົງທໍ້ພຣະທັຍໃນການສະແດງທັມ ໑
ຣາຊະກຸມາຣ ! ຄວາມຄິດຂໍ້ນີ້ໄດ້ເກີດຂຶ້ນແກ່ເຮົາວ່າ : “ທັມທີ່ເຮົາບັນລຸແລ້ວນີ້ ເປັນທັມອັນເລິກ ສັຕອື່ນເຫັນໄດ້ຍາກ ຍາກທີ່ສັຕອື່ນຈະຮູ້ຕາມ, ເປັນທັມລະງັບ ແລະປານີຕ ບໍ່ເປັນວິໄສທີ່ຈະຢັ່ງລົງງ່າຍໆແຫ່ງຄວາມຕຶກ ເປັນຂອງລະອຽດ ເປັນວິໄສຮູ້ໄດ້ສະເພາະບັນດິຕ, ກໍສັຕເຫຼົ່ານີ້ ມີອາໄລເປັນທີ່ຍິນດີ ຍິນດີແລ້ວໃນອາໄລ ເພີດເພີນແລ້ວໃນອາໄລ, ສໍາລັບສັຕຜູ້ມີອາໄລເປັນທີ່ຍິນດີ ຍິນດີເພີດເພີນໃນອາໄລນັ້ນ, ຍາກແທ້ທີ່ຈະເຫັນປະຕິຈຈະສະມຸບບາດ ອັນມີສິ່ງນີ້ (ຄືມີຄວາມອາໄລ) ເປັນປັຈຈັຍ, ຍາກແທ້ທີ່ຈະເຫັນທັມ ເປັນທີ່ສະງົບລະງັບແຫ່ງສັງຂາຣທັງປວງ, ຄື ທັມອັນຖອນອຸປະທິທັງປວງ ຄວາມໝົດຕັນຫາ ຄວາມຄາຍກໍາໜັດ ຄວາມດັບໂດຍບໍ່ເຫຼືອ ແລະນິບພານ. ຫາກເຮົາສະແດງທັມແລ້ວ ສັຕອື່ນຍ່ອມບໍ່ຮູ້ທົ່ວເຖິງ ຂໍ້ນັ້ນຈັກເປັນຄວາມເມື່ອຍເປົ່າແກ່ເຮົາ, ເປັນຄວາມລໍາບາກແກ່ເຮົາ.” ໂອ ຣາຊະກຸມາຣ ! ຄາຖາອັນໜ້າອັດສະຈັນເຫຼົ່ານີ້ ທີ່ເຮົາບໍ່ເຄີຍຟັງມາແຕ່ກ່ອນ ໄດ້ປາກົດແຈ່ມແຈ້ງແກ່ເຮົາວ່າ :-
“ກາລນີ້ ບໍ່ຄວນປະກາດທັມທີ່ເຮົາບັນລຸໄດ້ແລ້ວໂດຍຍາກ. ທັມນີ້,
ສັຕທີ່ຖືກຣາຄະ ໂທສະຮວບຮັດແລ້ວ ບໍ່ຮູ້ໄດ້ໂດຍງ່າຍເລີຍ. ສັຕທີ່ກໍາໜັດ
ດ້ວຍຣາຄະ ຖືກກຸ່ມຄວາມມືດຫໍ່ຫຸ້ມແລ້ວ ຈັກບໍ່ເຫັນທັມອັນໃຫ້ເຖິງທີ່ທວນ
ກະແສ, ອັນເປັນທັມລະອຽດເລິກເຊິ່ງ ເຫັນໄດ້ຍາກເປັນອະນູ”, ດັ່ງນີ້.
ຣາຊະກຸມາຣ ! ເມື່ອເຮົາພິຈາຣະນາເຫັນດັ່ງນີ້, ຈິຕກໍນ້ອມໄປເພື່ອຄວາມຂົນຂວາຍໜ້ອຍ ບໍ່ນ້ອມໄປເພື່ອການສະແດງທັມ.
໑. ບາລີ ມ. ມ. ໑໓/໔໖໑/໕໐໙. ຕຣັດແກ່ໂພທິຣາຊະກຸມາຣ.
໒໒໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ພຣົມອາຣາທະນາ ໑








