ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ຄວາມຄິດອັນນີ້ໄດ້ເກີດຂຶ້ນແກ່ເຮົາວ່າ “ຖ້າຈັ່ງໃດ ທັມມະອັນໃດທີ່ເຮົາໄດ້ຕຣັສຮູ້ແລ້ວ. ເຮົາຈົ່ງສັກກາຣະເຄົາຣົບທັມນັ້ນ ເຂົ້າໄປອາໄສແລ້ວແລຢູ່ເຖີ້ນ”. ສະຫັມບໍດີພຣົມ ຮູ້ຄວາມຄິດໃນໃຈຂອງເຮົາ ອັນຕະທານຈາກພຣົມມະໂລກ ມາປາກົດຢູ່ສະເພາະໜ້າເຮົາ ໃນຊົ່ວເວລາທີ່ຄົນແຂງແຮງ ຢຽດແຂນອອກແລ້ວຄູ້ເຂົ້າ ເທົ່ານັ້ນ. ພິກຂຸ ທ. ! ສະຫັມບໍດີພຣົມ ພາດຜ້າຫົ່ມບ່ຽງບ່າເບື້ອງໜຶ່ງ ລົດເຂົ່າຂ້າງຂວາຈຸພື້ນດິນ໑ ນ້ອມອັນຊະລີເຂົ້າມາຫາເຮົາແລ້ວ ກ່າວກັບເຮົາວ່າ “ເຊັ່ນນັ້ນແຫຼະ ພຣະຜູ້ມີພຣະພາຄ ! ເຊັ່ນນັ້ນແຫຼະ ພຣະສຸຄົຕ ! ຂ້າແຕ່ພຣະອົງ ! ແມ່ນວ່າພຣະອະຣະຫັນຕະສັມມາສັມພຸດທະເຈົ້າ ທີ່ລ່ວງລັບໄປແລ້ວໃນອະດີຕ ກໍໄດ້ສັກກາຣະເຄົາຣົບທັມນັ້ນເອງ ເຂົ້າໄປອາໄສແລ້ວແລຢູ່, ແມ່ນວ່າທີ່ຈະມາຕຣັສຮູ້ຂ້າງໜ້າ ກໍຈັກສັກກາຣະເຄົາຣົບທັມນັ້ນເອງ ຈັກເຂົ້າໄປອາໄສແລ້ວແລຢູ່. ຂ້າແຕ່ພຣະອົງ ! ແມ່ນວ່າພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸດທະເຈົ້າໃນບັດນີ້ ກໍຂໍຈົ່ງສັກກາຣະເຄົາຣົບທັມນັ້ນແຫຼະ ເຂົ້າໄປອາໄສແລ້ວແລຢູ່ເຖີ້ນ”. ສະຫັມບໍດີພຣົມໄດ້ກ່າວຄໍານີ້ແລ້ວ ; ໄດ້ກ່າວຄໍາອື່ນອີກ (ຊຶ່ງຜູກເປັນກາບ) ວ່າ :-

“ພຣະສັມພຸດທະເຈົ້າເຫຼົ່າໃດໃນອະດີຕດ້ວຍ ພຣະສັມສັມພຸດທະເຈົ້າເຫຼົ່າໃດ

ໃນອະນາຄົຕດ້ວຍ ແລະພຣະສັມພຸດທະເຈົ້າຜູ້ດັບຄວາມໂສກແຫ່ງສັຕໂລກທັງມວນ

ໃຫ້ຈິບຫາຍໄປໃນກາລະບັດນີ້ດ້ວຍ. ພຣະສັມພຸດທະເຈົ້າທັງໝົດນັ້ນ ລ້ວນແລ້ວແຕ່

ເຄົາຣົບພຣະສັດທັມແລ້ວແລຢູ່ແລ້ວ, ກໍາລັງຢູ່, ແລະຈັກຢູ່ ; ຂໍ້ນີ້ເປັນທັມມະດາ

ແຫ່ງພຣະພຸດທະເຈົ້າທັງຫຼາຍ, ເພາະເຫດນັ້ນແລ ຄົນຜູ້ຮັກຕົນ ຫວັງຢູ່ຕໍ່ຄຸນອັນໃຫຍ່

ລະລຶກເຖິງເຊິ່ງພຣະພຸດທະສາສນາຢູ່ ຈົ່ງເຄົາຣົບພຣະສັດທັມເຖີ້ນ.” ດັ່ງນີ້.

ພິກຂຸ ທ. ! ສະຫັມບໍດີພຣົມ ໄດ້ກ່າວຄໍານີ້ແລ້ວ, ອະພິວາດເຮົາແລ້ວເຮັດປະທັກຂິນາຫາຍໄປໃນທີ່ບ່ອນນັ້ນ. ພິກຂຸ ທ. ! ເຮົາເຂົ້າໃຈໃນການເຊື້ອເຊີນຂອງ ພຣົມ ແລະ ການເຮັດທີ່ສົມຄວນແກ່ຕົນ : ເຮົາໄດ້ຕຣັສຮູ້ທັມໃດ ກໍ ສັກກາຣະ ເຄົາຣົບທັມນັ້ນ ເຂົ້າໄປອາໄສທັມນັ້ນ ຢູ່ແລ້ວ.

໑. ຂໍໃຫ້ສັງເກດບາລີຕອນນີ້ ອັນສະແດງໃຫ້ເຫັນວ່າການນັ່ງທ່າພຣົມນັ້ນ ເປັນແນວໃດ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໑໙

ພິກຂຸ ທ. ! ອັນໜຶ່ງ ໃນກາລໃດແລ ໝູ່ສົງຄ໌ປະກອບພ້ອມດ້ວຍຄຸນອັນໃຫຍ່, ໃນກາລນັ້ນ ເຮົາມີຄວາມເຄົາຣົບ ແມ່ນແຕ່ໃນສົງຄ໌,໑ ດັ່ງນີ້.

ທົງຖືກພວກພຣາມເວົ້າໃຫ້ ໒

ພິກຂຸ ທ. ! ເມື່ອເຮົາຢູ່ທີ່ເຂດອຸຣຸເວລາ ທີ່ຕົ້ນໄຊເປັນບ່ອນພັກຮ້ອນຂອງພວກຄົນລ້ຽງແບ້ (ອະຊະປາລະນິໂຄດ) ໃກ້ຝັ່ງແມ່ນໍ້າເນຣັນຊະຣາ, ຕອນຕົ້ນຕຣັສຮູ້ໃໝ່ໆ. ພິກຂຸ ທ. ! ພຣາມສ່ວນໃຫຍ່ ລ້ວນແຕ່ເປັນຄົນແກ່ຄົນເຖົ້າ ເປັນຜູ້ໃຫຍ່ ເກີດມາດົນ ເຖິງວັຍແລ້ວ ເຂົ້າໄປຫາເຮົາເຖິງບ່ອນທີ່ເຮົາພັກຢູ່ ສ້າງຄວາມປາໄສພໍຄຸ້ນເຄີຍແລ້ວ. ພິກຂຸ ທ. ! ພຣາມເຫຼົ່ານັ້ນ ໄດ້ກ່າວຄໍານີ້ກັບເຮົາວ່າ “ພຣະໂຄດົມຜູ້ຈະເຣີນ ! ຂໍ້ນີ້ຂ້າພະເຈົ້າໄດ້ຟັງມາແລ້ວວ່າ ‘ພຣະສະມະນະໂຄດົມ ບໍ່ອະພິວາດ ບໍ່ລຸກຮັບ ບໍ່ເຊື້ອເຊີນດ້ວຍອາສະນະກັບພຣາມຜູ້ແກ່ ຜູ້ເຖົ້າ ເປັນຜູ້ໃຫຍ່ ເກີດມາດົນ ເຖິງວັຍແລ້ວ’. ຂໍ້ນີ້ເປັນຈິງເຊັ່ນນັ້ນຫຼື ພຣະໂຄດົມ ? ຂໍ້ນີ້ບໍ່ສົມຄວນບໍ່ແມ່ນບໍ ?” ດັ່ງນີ້.

ພິກຂຸ ທ. ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາວ່າ “ພຣາມມີອາຍຸພວກນີ້ ບໍ່ຮູ້ຈັກເຖຣະ (ຜູ້ແກ່ແທ້), ຫຼືທັມມະທີ່ເຮັດຄົນເຮົາໃຫ້ເປັນເຖຣະ”. ພິກຂຸ ທ. ! ຄົນເຮົາແມ່ນວ່າເປັນຜູ້ເຖົ້າ ມີອາຍຸ ໘໐, ໙໐, ໑໐໐ ປີ ໂດຍກໍາເນີດ ກໍດີ, ແຕ່ເຂົາມີຄໍາເວົ້າບໍ່ເໝາະແກ່ກາລ, ເວົ້າບໍ່ຈິງ, ເວົ້າບໍ່ມີປະໂຍຊນ໌, ເວົ້າບໍ່ເປັນທັມ, ບໍ່ເປັນວິນັຍ, ກ່າວວາຈາບໍ່ມີທີ່ຕັ້ງ ບໍ່ມີທີ່ອີງ ບໍ່ມີທີ່ສິ້ນສຸດ ບໍ່ປະກອບດ້ວຍປະໂຍຊນ໌, ຄົນຜູ້ນັ້ນເຖິງການນັບວ່າເປັນ “ເຖຣະຜູ້ພາລ” ໂດຍແທ້.

໑. ພຣະສົງຄ໌ ໂປດຈົ່ງຣະນຶກເຖິງພຣະພຸດທະພາສິຕນີ້ ໃຫ້ແໜ້ນໜັກ -- ຜູ້ແປ

໒. ບາລີ ຈຕຸກກ. ອັງ. ໒໑/໒໘/໒໒. ຕຣັດແກ່ພິກຂຸທັງຫຼາຍ.

໒໒໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ