ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຣາຊະກຸມາຣ ! ຄັ້ງນັ້ນ ຄວາມຮູ້ສຶກຂໍ້ນີ້ໄດ້ບັງເກີດແກ່ ສະຫັມບໍດີພຣົມເພາະລາວຮູ້ຄວາມປະຣິວິຕົກໃນໃຈຂອງເຮົາດ້ວຍໃຈ. ຄວາມຮູ້ສຶກນັ້ນວ່າ “ຜູ້ຈະເຣີນ ! ໂລກຈະຈິບຫາຍເສຍແລ້ວໜໍ ຜູ້ຈະເຣີນ ! ໂລກຈະວິນາດເສຍແລ້ວໜໍ, ເພາະເຫດທີ່ຈິຕແຫ່ງ ພຣະຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ນ້ອມໄປເພື່ອຄວາມຂົນຂວາຍໜ້ອຍ, ບໍ່ນ້ອມໄປເພື່ອສະແດງທັມ.” ດັ່ງນີ້. ລໍາດັບນັ້ນ ສະຫັມບໍດີພຣົມ ໄດ້ອັນຕະທານຈາກ ພຣົມມະໂລກ ມາປາກົດຢູ່ສະເພາະໜ້າເຮົາ ວ່ອງໄວສໍ່າເວລາທີ່ບຸຣຸສແຂງແຮງ ຢຽດແຂນອອກແລ້ວງໍເຂົ້າເທົ່ານັ້ນ.

ຣາຊະກຸມາຣ ! ຄັ້ງນັ້ນ ສະຫັມບໍດີພຣົມ ຫົ່ມຜ້າບ່ຽງບ່າ ປະຄອງອັນຊະລີ ເຂົ້າມາຫາເຮົາເຖິງທີ່ຢູ່ ແລ້ວກ່າວຄໍານີ້ກັບເຮົາວ່າ “ພຣະອົງຜູ້ຈະເຣີນ ! ຂໍພຣະຜູ້ມີພຣະພາຄຈົ່ງສະແດງທັມ ເພື່ອເຫັນແກ່ຂ້ານ້ອຍເຖີ້ນ, ຂໍພຣະສຸຄົຕຈົ່ງສະແດງທັມເຖີ້ນ, ສັຕທີ່ມີຂີ້ຝຸ່ນໃນດວງຕາແຕ່ເລັກນ້ອຍ ກໍມີຢູ່, ເຂົາຈະເສື່ອມເສຍ ເພາະບໍ່ໄດ້ຟັງທັມ. ສັຕຜູ້ທີ່ຮູ້ທົ່ວເຖິງທັມ ຈັກມີໂດຍແທ້” ດັ່ງນີ້. ຣາຊະກຸມາຣ ! ສະຫັມບໍດີພຣົມ ໄດ້ກ່າວຄໍານີ້ແລ້ວ ຍັງໄດ້ກ່າວຄໍາອື່ນສືບຕໍ່ໄປອີກ (ເປັນຄາຖາ) ວ່າ :-

“ທັມບໍ່ບໍຣິສຸດ ທີ່ຄົນມີມົນທິນ ໄດ້ຄິດຂຶ້ນ, ໄດ້ມີປາກົດຢູ່ໃນແຄວ້ນມະຄົດແລ້ວ,

ສືບມາແຕ່ກ່ອນ ; ຂໍພຣະອົງຈົ່ງເປີດປະຕູນິບພານອັນບໍ່ຕາຍ. ສັຕທັງຫຼາຍຈົ່ງ

ຟັງທັມທີ່ພຣະອົງ ຜູ້ປາສະຈາກມົນທິນໄດ້ຕຣັສຮູ້ແລ້ວເຖີ້ນ. ຄົນຢືນງອຍຢູ່ເທິງ

ຍອດພູ ເຫັນຝູງຊຸມຊົນໄດ້ໂດຍຮອບເຊັ່ນໃດ ; ຂ້າແຕ່ພຣະຜູ້ມີເມທາຄີ ! ຜູ້ມີຈັກຂຸ

ເຫັນໂດຍຮອບ ! ຂໍພຣະອົງຈົ່ງຂຶ້ນສູ່ຜາສາດ ອັນສໍາເລັດດ້ວຍທັມ, ຈະເຫັນໝູ່ສັຕ

ຜູ້ເກື່ອນກົ່ນດ້ວຍໂສກ ບໍ່ຫ່າງຈາກໂສກ ຖືກຊາດຊະຣາຄອບງໍາ, ໄດ້ເຊັ່ນນັ້ນ.

ຈົ່ງລຸກຂຶ້ນເຖີ້ນພຣະອົງຜູ້ວີຣະ ! ຜູ້ຊະນະສົງຄາມແລ້ວ ! ຜູ້ຂົນສັຕດ້ວຍຍານ

ຄືກວຽນ ! ຜູ້ບໍ່ມີໜີ້ສິນ ! ຂໍພຣະອົງຈົ່ງທ່ຽວໄປໃນໂລກເຖີ້ນ. ຂໍພຣະຜູ້ມີພຣະພາຄ

ຈົ່ງທົງສະແດງທັມ ສັຕຜູ້ຮູ້ທົ່ວເຖິງທັມ ຈັກມີເປັນແນ່ແທ້” ດັ່ງນີ້.

໑. ບາລີ ມ. ມ. ໑໓/໔໖໒/໕໑໐. ຕຣັດແກ່ໂພທິຣາຊະກຸມາຣ . ປາສະຣາສິສູຕ ມູ. ມ. ກໍມີ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໒໓

ທົງເຫັນສັຕດຸດດັ່ງດອກບົວ ໓ ເຫຼົ່າ ໑

ຣາຊະກຸມາຣ ! ຄັ້ງນັ້ນ ເຮົາຮູ້ແຈ້ງຄໍາເຊື້ອເຊີນຂອງສະຫັມບໍດີພຣົມແລ້ວ, ແລະ ເພາະອາໄສຄວາມກະຣຸນາໃນສັຕ ທ. ເຮົາກວດເບິ່ງໂລກດ້ວຍພຸດທະຈັກຂຸແລ້ວ. ເມື່ອເຮົາກວດເບິ່ງໂລກດ້ວຍພຸດທະຈັກຂຸຢູ່, ເຮົາໄດ້ເຫັນສັຕ ທ. ຜູ້ມີຂີ້ຝຸ່ນໃນດວງຕາ ເລັກນ້ອຍແດ່ ມີຫຼາຍແດ່, ຜູ້ມີອິນຊີແກ່ກ້າແດ່ ອ່ອນແດ່, ມີອາການດີແດ່ ຊົ່ວແດ່, ອາດສອນໃຫ້ຮູ້ໄດ້ງ່າຍແດ່ ຍາກແດ່ ; ແລະບາງພວກເຫັນໂທດໃນປະຣະໂລກໂດຍ ຄວາມເປັນພັຍຢູ່ກໍມີ ; ປຽບເໝືອນໃນໜອງບົວອຸບົນ ບົວປະທຸມ ບົວບຸນທະຣິກ, ດອກບົວບາງເຫຼົ່າເກີດແລ້ວໃນນໍ້າ ຈະເຣີນໃນນໍ້າ ອັນນໍ້າຄໍ້າຊູໄວ້ ຍັງຈົມຢູ່ໃນນໍ້າ, ບາງເຫຼົ່າເກີດແລ້ວໃນນໍ້າ ຈະເຣີນໃນນໍ້າ ອັນນໍ້າຄໍ້າຊູໄວ້ ຕັ້ງຢູ່ພຽງໜ້ານໍ້າ, ບາງເຫຼົ່າເກີດແລ້ວໃນນໍ້າ ຈະເຣີນໃນນໍ້າ ອັນນໍ້າຄໍ້າຊູໄວ້ ໂຜ່ຂຶ້ນພົ້ນນໍ້າ, ອັນນໍ້າບໍ່ຖືກແລ້ວ, ມີເຊັ່ນໃດ, ຣາຊະກຸມາຣ ! ເຮົາໄດ້ເຫັນສັຕທັງຫຼາຍເປັນຕ່າງໆ ກັນເຊັ່ນນັ້ນ. ຣາຊະກຸມາຣ ! ຄັ້ງນັ້ນ ເຮົາໄດ້ຮັບຮອງກັບສະຫັມບໍດີພຣົມດ້ວຍຄໍາ (ທີ່ຜູກເປັນກາບ) ວ່າ :-

“ປະຕູແຫ່ງນິບພານອັນເປັນອະມະຕະ ເຮົາເປີດໄວ້ແລ້ວແກ່ສັຕເຫຼົ່ານັ້ນ,

ສັຕເຫຼົ່າໃດມີໂສຕະປະສາດ ສັຕເຫຼົ່ານັ້ນ ຈົ່ງປົງສັດທາລົງໄປເຖີ້ນ,

ດູຣາພຣົມ ! ເຮົາຮູ້ສຶກວ່າຍາກ ຈຶ່ງບໍ່ກ່າວ ທັມອັນປານີຕ

ທີ່ເຮົາຄ່ອງແຄ່ວຊໍານານ ໃນໝູ່ມະນຸສ ທ.” ດັ່ງນີ້.

ຣາຊະກຸມາຣ ! ຄັ້ງນັ້ນ ສະຫັມບໍດີພຣົມ ຮູ້ວ່າຕົນເປັນຜູ້ໄດ້ໂອກາດ ອັນພຣະຜູ້ມີພຣະພາຄ ທົງຕົກລົງແລ້ວເພື່ອສະແດງທັມ, ຈຶ່ງໄຫວ້ເຮົາ ເຮັດປະທັກຂິນາແລ້ວ ອັນຕະທານໄປໃນທີ່ບ່ອນນັ້ນ ນັ້ນເອງ.

໑. ບາລີ ມ. ມ. ໑໓/໔໖໓/໕໑໑. ຕຣັດແກ່ໂພທິຣາຊະກຸມາຣ . ປາສະຣາສິສູຕ ມູ. ມ. ກໍມີ.

໒໒໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ທົງສະແດງທັມເພາະເຫັນຄວາມຈໍາເປັນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ