ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຈັກຂຸ ຍານ ປັນຍາ ວິຊຊາ ແສງສະຫວ່າງໄດ້ເກີດຂຶ້ນແລ້ວແກ່ເຮົາ ໃນທັມທີ່ບໍ່ເຄີຍຟັງມາແຕ່ກ່ອນ ວ່າ “ນີ້ຄື ອິດທິບາດ ອັນປະກອບພ້ອມດ້ວຍທັມມະເຄື່ອງປຸງແຕ່ງ ມີສະມາທິອາໄສ ສັນທະ ເປັນປະທານກິຈ” ; ພິກຂຸ ທ. ! ຈັກຂຸ ຍານ ປັນຍາ ວິຊຊາ ແສງສະຫວ່າງ ໄດ້ເກີດຂຶ້ນແລ້ວແກ່ເຮົາ ໃນທັມທີ່ບໍ່ເຄີຍຟັງມາແຕ່ກ່ອນວ່າ “ກໍອິດທິບາດ ອັນປະກອບພ້ອມດ້ວຍທັມມະເຄື່ອງປຸງແຕ່ງ ມີສະມາທິອາໄສ ສັນທະ ເປັນປະທານກິຈ ນີ້ ເປັນທັມທີ່ ຄວນເຮັດໃຫ້ເກີດມີ” ; ພິກຂຸ ທ. ! ຈັກຂຸ ຍານ ປັນຍາ ວິຊຊາ ແສງສະຫວ່າງ ໄດ້ເກີດຂຶ້ນແລ້ວແກ່ເຮົາ
໑. ບາລີ ຂັນທ. ສັງ. ໑໙/໓໓໐/໑໑໑໘. ຕຣັດແກ່ພິກຂຸ ທ.
໒໐໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ໃນທັມທີ່ບໍ່ເຄີຍຟັງມາແຕ່ກ່ອນ ວ່າ “ກໍ ອິດທິບາດ ອັນປະກອບພ້ອມດ້ວຍທັມມະເຄື່ອງປຸງແຕ່ງ ມີສະມາທິອາໄສ ສັນທະ ເປັນປະທານກິຈ ນີ້ ເປັນທັມທີ່ ເຮົາເຮັດໃຫ້ເກີດມີໄດ້ແລ້ວ”.
(ໃນກໍລະນີແຫ່ງ ວິຣິຢະອິດທິບາດ ຈິຕຕະອິດທິບາດ ວິມັງສາອິດທິບາດ ກໍໄດ້ຕຣັດໄວ້ ດ້ວຍລະບຽບ ແຫ່ງຖ້ອຍຄໍາແນວດຽວກັນ).
ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ອະນຸຕຕະຣະປຸຣິສະທັມມະສາຣະຖິ” ໑
ພິກຂຸ ທ. ! ຄໍາທີ່ເຮົາກ່າວແລ້ວວ່າ “ຕະຖາຄົຕນັ້ນ ເປັນຜູ້ອັນບຸກຄົນກ່າວວ່າ ເປັນສາຣະຖີຝຶກບຸຣຸສ ບໍ່ມີຜູ້ອື່ນຍິ່ງກວ່າ ໃນບັນດາອາຈາຣຍ໌ຜູ້ຝຶກ ທ.” ດັ່ງນີ້ນັ້ນ ; ຄໍານັ້ນ ເຮົາກ່າວແລ້ວເພາະອາໄສອັນໃດໜໍ ?
ພິກຂຸ ທ. ! ຊ້າງ ທີ່ຄວນຝຶກ ອັນຄວນຊ້າງຝຶກຈົນຮູ້ບົດແຫ່ງການຝຶກແລ້ວ ກໍແລ່ນໄປໄດ້ສູ່ທິສທາງດຽວເທົ່ານັ້ນ ຄືທິສຕາເວັນອອກ ທິສຕາເວັນຕົກ ທິສເໜືອ ຫຼືທິສໃຕ້. ພິກຂຸ ທ. ! ມ້າ ທີ່ຄວນຝຶກ ອັນຄຣູຝຶກມ້າຝຶກຈົນຮູ້ບົດແຫ່ງການຝຶກແລ້ວ ກໍແລ່ນໄປໄດ້ສູ່ທິສທາງດຽວເທົ່ານັ້ນ ຄືທິສຕາເວັນອອກ ທິສຕາເວັນຕົກ ທິສເໜືອ ຫຼືທິສໃຕ້. ພິກຂຸ ທ. ! ງົວ ທີ່ຄວນຝຶກ ອັນຄຣູຝຶກງົວຝຶກຈົນຮູ້ບົດແຫ່ງການຝຶກແລ້ວ ກໍແລ່ນໄປໄດ້ສູ່ທິສທາງດຽວເທົ່ານັ້ນ ຄືທິສຕາເວັນອອກ ທິສຕາເວັນຕົກ ທິສເໜືອ ຫຼືທິສໃຕ້.
ພິກຂຸ ທ. ! ສ່ວນບຸຣຸສທີ່ຄວນຝຶກ ອັນຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ຝຶກຈົນຮູ້ບົດແຫ່ງການຝຶກແລ້ວ ກໍແລ່ນໄປໄດ້ສູ່ທິສທັງແປດ : ເປັນຜູ້ ມີຮູບ ຍ່ອມເຫັນຮູບທັງ ທ. ນີ້ຄືທິສທີ ໑ ; ເປັນຜູ້ ມີສັນຍາໃນອະຮູບໃນພາຍໃນ ຍ່ອມເຫັນເຊິ່ງຮູບ ທ. ໃນພາຍນອກ ນີ້ຄືທິສທີ ໒ ; ເປັນຜູ້ ນ້ອມໄປແລ້ວດ້ວຍຄວາມຮູ້ສຶກວ່າ “ງາມ” ເທົ່ານັ້ນ ນີ້ຄືທິສທີ ໓ ; ເພາະກ້າວຜ່ານເສຍໄດ້ຊຶ່ງຮູບສັນຍາ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ ເພາະບໍ່ໃສ່ໃຈນານັຕຕະສັນຍາໂດຍປະການທັງປວງ
໑. ບາລີ ສະລາຢະຕະນະວິພັງຄະສູຕ ອຸປຣິ. ມ. ໑໔/໔໐໙/໖໓໗. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໐໙
ເປັນຜູ້ເຂົ້າເຖິງເຊິ່ງ ອາກາສານັນຈາຢະຕະນະ ອັນມີການຝືກໃນໃຈ “ອະນັນໂຕ ອາກາໂສ” ດັ່ງນີ້ ແລ້ວແລຢູ່ ນີ້ເປັນທິສທີ ໔ ; ເພາະກ້າວຜ່ານເສຍໄດ້ຊຶ່ງ ອາກາສານັນຈາຢະຕະນະໂດຍປະການທັງປວງ ເປັນຜູ້ເຂົ້າເຖິງເຊິ່ງ ວິນຍານັນຈາຢະຕະນະ ອັນມີການຝຶກໃນໃຈວ່າ “ອະນັນຕັງ ວິນຍານັງ” ດັ່ງນີ້ ແລ້ວແລຢູ່ ນີ້ເປັນທິສທີ ໕ ; ເພາະກ້າວຜ່ານເສຍໄດ້ຊຶ່ງ ວິນຍານັນຈາຢະຕະນະ ໂດຍປະການທັງປວງ ເປັນຜູ້ເຂົ້າເຖິງເຊິ່ງ ອາກິນຈັນຍາຢະຕະນະ ອັນມີການຝຶກໃນໃຈວ່າ “ນັຕຖິ ກິນຈິ” ດັ່ງນີ້ ແລ້ວແລຢູ່ ນີ້ເປັນທິສທີ ໖ ; ເພາະກ້າວຜ່ານເສຍໄດ້ຊຶ່ງອາກິນຈັນຍາຢະຕະນະໂດຍປະການທັງປວງ ເປັນຜູ້ເຂົ້າເຖິງເຊິ່ງ ເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່ ນີ້ເປັນທິສທີ ໗ ; ເພາະກ້າວຜ່ານເສຍໄດ້ຊຶ່ງເນວະສັນຍານາສັນຍາຢະຕະນະໂດຍປະການທັງປວງ ເປັນຜູ້ເຂົ້າເຖິງເຊິ່ງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ ນີ້ເປັນທິສທີ ໘. ພິກຂຸ ທ. ! ບຸຣຸສທີ່ຄວນຝຶກ ອັນຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ຝຶກຈົນຮູ້ບົດແຫ່ງການຝຶກແລ້ວ ກໍແລ່ນໄປໄດ້ສູ່ທິສທັງ ໘ ເຫຼົ່ານີ້.








