ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ຄໍາທີ່ເຮົາກ່າວແລ້ວວ່າ “ຕະຖາຄົຕນັ້ນ ເປັນຜູ້ອັນບຸກຄົນກ່າວວ່າ ເປັນສາຣະຖີຝຶກບຸຣຸສ ບໍ່ມີຜູ້ອື່ນຍິ່ງກວ່າ ໃນບັນດາອາຈາຣຍ໌ຜູ້ຝຶກ ທ.” ດັ່ງນີ້ນັ້ນ ; ຄໍານັ້ນ ເຮົາກ່າວແລ້ວເພາະອາໄສຄວາມຂໍ້ນີ້. ດັ່ງນີ້ແລ.

ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ໂຢຄັກເຂມີ” ໑

ພິກຂຸ ທ. ! ເຮົາຈັກສະແດງທັມປະຣິຍາຍຊື່ວ່າ ໂຍຄັກເຂມີປະຣິຍາຍ ແກ່ເຈົ້າ ທ. ພວກເຈົ້າ ທ. ຈົ່ງຟັງ.

ພິກຂຸ ທ. ! ກໍ ທັມປະຣິຍາຍ ຊື່ວ່າໂຢຄັກເຂມີປະຣິຍາຍ ເປັນແນວໃດໜໍ ?

ພິກຂຸ ທ. ! ຮູບ ທ. ທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ມີຮູບໜ້າຮັກ ເປັນທີ່ຕັ້ງຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ ມີຢູ່ ;

໑. ບາລີ ສລາ. ສັງ. ໑໘/໓໐໕/໑໕໒. ຕຣັດແກ່ພິກຂຸ ທ.

໒໑໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ຮູບ ທ. ເຫຼົ່ານັ້ນ ອັນຕະຖາຄົຕລະໝົດແລ້ວ ມີມູນຮາກອັນຖອນຂຶ້ນໄດ້ແລ້ວ ເຮັດໃຫ້ເໝືອນຕົ້ນຕາລບໍ່ມີວັດຖຸສໍາລັບປົ່ງ ເຮັດໃຫ້ເຖິງຄວາມບໍ່ມີບໍ່ເປັນ ເປັນສິ່ງທີ່ບໍ່ອາດຈະເກີດຂຶ້ນອີກຕໍ່ໄປເປັນທໍາມະດາ ແລະຕະຖາຄົຕໄດ້ກ່າວບອກ ໂຢຄະກັມເພື່ອລະເສຍຊຶ່ງຮູບ ທ. ເຫຼົ່ານັ້ນດ້ວຍ ເພາະເຫດນັ້ນ ຕະຖາຄົຕຈຶ່ງໄດ້ນາມວ່າ “ໂຢຄັກເຂມີ” (ຜູ້ສ້າງຄວາມກະເສມທັງແກ່ຕົນແລະຜູ້ອື່ນ) ດັ່ງນີ້.

(ໃນກໍລະນີແຫ່ງ ສຽງ ກິ່ນ ຣົສ ໂຜຕຖັບພະ ແລະ ທັມມາຣົມ ທ. ກໍທົງສະແດງໄວ້ ດ້ວຍຖ້ອຍຄໍາອັນມີຫຼັກເກນແນວດຽວກັນກັບໃນກໍລະນີແຫ່ງຮູບທີ່ກ່າວແລ້ວ).

ພິກຂຸ ທ. ! ນີ້ແລ ທັມປະຣິຍາຍ ອັນຊື່ວ່າໂຢຄັກເຂມີປະຣິຍາຍ, ດັ່ງນີ້ແລ.

ທົງເປັນສາສດາປະເພດຕຣັສຮູ້ເອງ ໑

“ພຣະໂຄດົມຜູ້ຈະເຣີນ ! ມີສະມະນະພຣາມພວກໜຶ່ງໆ ຜູ້ເຖິງທີ່ສຸດແຫ່ງປາຣະມີ ເພື່ອບັນລຸອະພິນຍາໃນທັມອັນຕົນເຫັນແລ້ວ (ຕາມແບບຂອງຕົນໆ) ແລ້ວບັນຍັດຫຼັກລັດທິພຣົມມະຈັນ ຢ່າງໜຶ່ງໆ. ພຣະໂຄດົມຜູ້ຈະເຣີນ ! ໃນບັນດາສະມະນະພຣາມ ຜູ້ບັນຍັດຫຼັກລັດທິພຣົມມະຈັນຢ່າງໜຶ່ງໆ ເຫຼົ່ານັ້ນ ພຣະໂຄດົມຜູ້ຈະເຣີນ ! ພຣະອົງເປັນພວກໃດ ?”

ພາຣະທະວາຊະ ! ເຮົາກ່າວ ມາຕຖານທີ່ຕ່າງກັນ ໃນບັນດາສະມະນະພຣາມຜູ້ເຖິງທີ່ສຸດແຫ່ງປາຣະມີ ເພື່ອບັນລຸອະພິນຍາໃນທັມອັນຕົນເຫັນແລ້ວ (ຕາມແບບຂອງຕົນໆ) ເຫຼົ່ານັ້ນ :

ພາຣະທະວາຊະ ! ສະມະນະພຣາມພວກໜຶ່ງ ເຖິງທີ່ສຸດແຫ່ງປາຣະມີ ເພື່ອບັນລຸອະພິນຍາໃນທັມອັນຕົນເຫັນແລ້ວ (ຕາມແບບຂອງຕົນໆ) ເຂົາເປັນພວກມີຫຼັກລັດທິທີ່ຟັງຕາມໆກັນມາ (ອະນຸສສະວິກາ) ; ໂດຍການຟັງຕາມໆກັນມານັ້ນ ເຂົາໄດ້ບັນຍັດຫຼັກລັດທິພຣົມມະຈັນຂຶ້ນມາ ດັ່ງເຊັ່ນພວກພຣາມໄຕຣເພດ (ພຣາມມະນາ ເຕວິຊຊາ) ; ນີ້ມີຢູ່ພວກໜຶ່ງ.

໑. ບາລີ ສຄາຣະວະສູຕ ມ. ມ. ໑໓/໖໖໘/໗໓໗. ຕຣັດແກ່ສະຄາຣະວະມານົບທີ່ໄປທູນຖາມເລື່ອງນີ້ກັບ

ພຣະອົງ ທີ່ສວນໝາກມ່ວງຂອງພວກໂຕເທີຍຢະພຣາມ ໃກ້ໝູ່ບ້ານປັດຈະລະກັບ ແຄວ້ນໂກສົລ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໑໑

ພາຣະທະວາຊະ ! ສະມະນະພຣາມພວກໜຶ່ງ ເຖິງທີ່ສຸດແຫ່ງປາຣະມີ ເພື່ອບັນລຸອະພິນຍາໃນທັມອັນຕົນເຫັນແລ້ວ (ຕາມແບບຂອງຕົນໆ) ; ເພາະອາໄສສັດທາຢ່າງດຽວເປັນມາຕຖານ (ເກວະລັງ ສັດທາມັຕຕະກາ) ເຂົາໄດ້ບັນຍັດຫຼັກລັດທິ ພຣົມມະຈັນຂຶ້ນມາ ດັ່ງເຊັ່ນພວກນັກຕຶກນັກຕອງ (ຕັກກີ ວີມັງສີ) ; ນີ້ມີຢູ່ພວກໜຶ່ງ.

ພາຣະທະວາຊະ ! ສະມະນະພຣາມພວກໜຶ່ງ ເຊິ່ງກໍເຖິງທີ່ສຸດແຫ່ງປາຣະມີເພື່ອບັນລຸອະພິນຍາໃນທັມອັນຕົນເຫັນແລ້ວ (ຕາມແບບຂອງຕົນໆ) ; ໄດ້ບັນຍັດຫຼັກລັດທິພຣົມມະຈັນຂຶ້ນມາ ດ້ວຍປັນຍາເປັນເຄື່ອງຮູ້ຍິ່ງ (ອະພິນຍາ) ເຊິ່ງທັມດ້ວຍຕົນເອງໂດຍແທ້ ໃນທັມ ທ. ທີ່ບໍ່ເຄີຍຟັງມາແຕ່ກ່ອນ ; ນີ້ມີຢູ່ພວກໜຶ່ງ. ພາຣະທະວາຊະ ! ທ່ານຈົ່ງຊາບໂດຍປະຣິຍາຍ ເຖິງແມ່ນດັ່ງນີ້ວ່າ ເຮົາເປັນຜູ້ໜຶ່ງ ໃນບັນດາສະມະນະພຣາມພວກນັ້ນ.

ບໍ່ທົງເປັນສັບພັນຍູທຸກອິຣິຍາບົດ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ