ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອີກແຫ່ງໜຶ່ງ ຕຣັດວ່າ ເມື່ອທົງຊາບ ການພົ້ນຈາກເມຖຸນສັງໂຍຊ. ເບິ່ງໜ້າທີ ໑໗໒ ບັນທັດທີ ໔ (ນັບຈາກບັນທັດເລກໜ້າ) ແຫ່ງໜັງສືເຫຼັ້ມນີ້. - ສັຕຕກ. ອັງ. ໒໓/໕໗/໔໗.)
ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ອະຣະຫັນຕະສັມມາສັມພຸດທະ” ໑
ພິກຂຸ ທ. ! ຄວາມຈິງອັນປະເສີດ ໔ ຢ່າງ ເຫຼົ່ານີ້ ມີຢູ່. ສີ່ຢ່າງ ເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດ ຄືທຸກຂ໌ ; ຄວາມຈິງອັນປະເສີດ ຄືເຫດໃຫ້ເກີດທຸກຂ໌ ; ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ; ຄວາມຈິງອັນປະເສີດ ຄືທາງ ດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ : ນີ້ແລ ຄວາມຈິງອັນປະເສີດ ໔ ຢ່າງ.
ພິກຂຸ ທ. ! ເພາະໄດ້ຕຣັສຮູ້ຕາມຄວາມເປັນຈິງ ຊຶ່ງຄວາມຈິງອັນປະເສີດ ໔ ຢ່າງ ເຫຼົ່ານີ້ແລ ຕະຖາຄົຕ ຈຶ່ງມີນາມ ວ່າ “ອະຣະຫັນຕະສັມມາສັມພຸດທະ” ດັ່ງນີ້.
ພິກຂຸ ທ. ! ເພາະເຫດນັ້ນ ໃນກໍລະນີນີ້ ພວກເຈົ້າ ທ. ຈົ່ງປາຣົບຄວາມພຽນ ເພື່ອໃຫ້ຮູ້ວ່າ “ນິີ້ ທຸກຂ໌ ; ນີ້ ເຫດໃຫ້ເກີດທຸກຂ໌ ; ນີ້ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ; ນີ້ ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແລ.
໑. ບາລີ ມຫາວາຣ. ສັງ. ໑໙/໕໔໓/໑໗໐໓.
໒໐໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ອະຣະຫັນຕະສັມມາສັມພຸດທະ”
(ອີກນັຍໜຶ່ງ) ໑
ພິກຂຸ ທ. ! ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ຫຼຸດພົ້ນແລ້ວຈາກ ຮູບ ເພາະຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ແລະຄວາມບໍ່ຢຶດໝັ້ນ ຈຶ່ງໄດ້ນາມວ່າ “ສັມມາສັມພຸດທະ”. ພິກຂຸ ທ. ! ແມ່ນວ່າພິກຂຸ ຜູ້ປັນຍາວິມຸດ ກໍຫຼຸດພົ້ນແລ້ວຈາກຮູບ ເພາະຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບ ແລະຄວາມບໍ່ຢຶດໝັ້ນ ຈຶ່ງໄດ້ນາມວ່າ “ປັນຍາວິມຸດ”.
(ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານ ກໍໄດ້ຕຣັດໄວ້ ມີຂໍ້ຄວາມສະແດງຫຼັກເກນແນວດຽວກັນກັບ ໃນກໍລະນີແຫ່ງຮູບທີ່ກ່າວແລ້ວ).
ພິກຂຸ ທ. ! ໃນກໍລະນີນັ້ນ ອັນໃດເປັນຄວາມຜິດແປກແຕກຕ່າງກັນ ອັນໃດເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ອັນໃດເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸຜູ້ປັນຍາວິມຸດ ?
ພິກຂຸ ທ. ! ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ເຮັດມັຄທີ່ຍັງບໍ່ເກີດໃຫ້ເກີດຂຶ້ນ ໄດ້ເຮັດມັຄທີ່ຍັງບໍ່ມີໃຜຮູ້ໃຫ້ມີຄົນຮູ້ ໄດ້ເຮັດມັຄທີ່ຍັງບໍ່ມີໃຜກ່າວໃຫ້ເປັນມັຄທີ່ກ່າວກັນແລ້ວ ຕະຖາຄົຕເປັນ ມັກຄັນຍູ (ຮູ້ມັຄ) ເປັນ ມັກຄະວິທູ (ຮູ້ແຈ້ງມັຄ) ເປັນມັກຄະໂກວິໂທ (ສະຫຼາດໃນມັຄ). ພິກຂຸ ທ. ! ສ່ວນສາວົກ ທ. ໃນກາລນີ້ ເປັນ ມັກຄານຸຄາ (ຜູ້ເດີນຕາມມັຄ) ເປັນຜູ້ຕາມມາໃນພາຍຫຼັງ.
ພິກຂຸ ທ. ! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸຜູ້ປັນຍາວິມຸດ.
໑. ບາລີ ຂັນທ໌. ສັງ. ໑໗/໘໑/໑໒໕. ຕຣັດແກ່ພິກຂຸ ທ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໐໗
ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ອະຣະຫັນຕະສັມມາສັມພຸດທະ”
(ອີກນັຍໜຶ່ງ) ໑
ພິກຂຸ ທ. ! ອິດທິບາດ ທ. ໔ ປະການເຫຼົ່ານີ້ ມີຢູ່. ສີ່ປະການຄືອັນໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ຄື ພິກຂຸຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມມະເຄື່ອງປຸງແຕ່ງ ມີສະມາທິອາໄສ ສັນທະ ເປັນປະທານກິຈ ໑ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມມະເຄື່ອງປຸງແຕ່ງ ມີສະມາທິອາໄສ ວິຣິຢະ ເປັນປະທານກິຈ ໑ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມມະເຄື່ອງປຸງແຕ່ງ ມີສະມາທິອາໄສ ຈິຕຕະ ເປັນປະທານກິຈ ໑ ; ຍ່ອມຈະເຣີນອິດທິບາດ ອັນປະກອບພ້ອມດ້ວຍທັມມະເຄື່ອງປຸງແຕ່ງ ມີສະມາທິອາໄສ ວິມັງສາ ເປັນປະທານກິຈ (ກິຈໃນບ່ອນນີ້ຄື ກິຈກ່ຽວກັບ ການລະວັງ, ການລະ, ການເຮັດໃຫ້ເກີດມີ ແລະການຮັກສາ) ໑. ພິກຂຸ ທ. ! ເຫຼົ່ານີ້ແລ ຊື່ວ່າອິດທິບາດ ທ. ໔ ປະການ.
ພິກຂຸ ທ. ! ເພາະເຫດທີ່ໄດ້ຈະເຣີນຝຶກໃຫ້ຫຼາຍ ຊຶ່ງອິດທິບາດ ທ. ໔ ປະການເຫຼົ່ານີ້ແລ ຕະຖາຄົຕ ຈຶ່ງໄດ້ນາມວ່າ “ອະຣະຫັນຕະສັມມາສັມພຸດທະ” ດັ່ງນີ້.








