ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເມື່ອໃດແລ ເຮົາຮູ້ພ້ອມສະເພາະແລ້ວ ເຊິ່ງອຸປາທານຂັນທ໌ທັງຫ້າເຫຼົ່ານີ້ ໂດຍປະຣິວັຕສີ່ ຕາມທີ່ເປັນຈິງ ; ເມື່ອນັ້ນ ເຮົາກໍປະຕິຍານວ່າເປັນຜູ້ຕຣັສຮູ້ພ້ອມສະເພາະ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ເທວະດາແລະມະນຸສ.

ພິກຂຸ ທ. ! ໂດຍປະຣິວັຕສີ່ ນັ້ນ ເປັນແນວໃດໜໍ ? ຄືເຮົາໄດ້ຮູ້ພ້ອມສະເພາະແລ້ວ ຊຶ່ງ ຮູບ ຊຶ່ງຄວາມເກີດຂຶ້ນແຫ່ງຮູບ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ ຊຶ່ງປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ. (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ແລະ ວິນຍານ ກໍຕຣັດໄວ້ໂດຍຫຼັກເກນແນວດຽວກັນກັບໃນກໍຣະນີແຫ່ງຮູບ).

(ລາຍລະອຽດກ່ຽວກັນເບັນຈະຂັນທ໌ ໂດຍປຣິວັຕສີ່ ແລະອື່ນໆ ທີ່ກ່ຽວຂ້ອງກັນໂດຍພິສະດານ, ຍັງມີອີກ ; ຜູ້ສົນໃຈຈົ່ງຫາອ່ານຈາກໜັງສືປະຕິຈຈະສະມຸບບາດຈາກພຣະໂອຖ ໜ້າ ໓໓໘ ເຖິງໜ້າ ໓໔໒).

໑. ບາລີ ຂັນທ. ສັງ. ໑໗/໗໒/໑໑໒. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

໒໐໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ທົງປະຕິນຍາເປັນອະພິສັມພຸດທະ ເມື່ອທົງຊາບອະຣິຍະສັຈ

ໃສແຈ້ງສິ້ນເຊີງ ໑

ພິກຂຸ ທ. ! ຕະຫຼອດກາລພຽງໃດ ທີ່ຍານທັດສະນະ (ເຄື່ອງຮູ້ເຫັນ) ຕາມເປັນຈິງຂອງເຮົາ ອັນມີປະຣິວັຕສາມ ມີອາການສິບສອງ ໃນອະຣິຍະສັຈທັງສີ່ ຍັງບໍ່ເປັນຍານທັດສະນະທີ່ບໍຣິສຸດໃສແຈ້ງດ້ວຍດີ, ຕະຫຼອດກາລພຽງນັ້ນ ເຮົາຍັງບໍ່ປະຕິຍານວ່າ ເປັນຜູ້ຕຣັສຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກ ກັບທັງເທວະໂລກ ມາຣໂລກ ພຣົມມະໂລກ ໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ.

ພິກຂຸ ທ. ! ເມື່ອໃດ ຍານທັດສະນະ ຕາມເປັນຈິງຂອງເຮົາ ອັນມີປະຣິວັຕສາມ ມີອາການສິບສອງ ໃນອະະຣິຍະສັຈທັງສີ່ ເປັນຍານທັດສນະທີ່ບໍຣິສຸດໃສແຈ້ງດ້ວຍດີ, ເມື່ອນັ້ນ ເຮົາກໍປະຕິຍານວ່າ ເປັນຜູ້ຕຣັສຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກ ກັບທັງເທວະໂລກ ມາຣໂລກ ພຣົມມະໂລກ ໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ.

(ໃນບາລີແຫ່ງອື່ນ ຍັງມີການກ່າວເຖິງການປະຕິຍານວ່າເປັນອະພິສັມມາສັມພຸດທະ ເມື່ອທົງຊາບ ອິນຊີ ໕ ແຕ່ລະຢ່າງ ໂດຍຖານະ ໕ ຄື ໂດຍຄວາມເກີດ ໂດຍຄວາມຕັ້ງຢູ່ບໍ່ໄດ້ ໂດຍສະເໜ່ ໂດຍໂທດ ໂດຍອຸບາຍເຄື່ອງອອກ. - ມຫາວາຣ. ສັງ. ໑໙/໒໗໐/໘໙໔.

ອີກແຫ່ງໜຶ່ງ ຕຣັດວ່າ ເມື່ອທົງຊາບ ໂລກ ໂດຍຖານະ ໓ ຄື ໂດຍສະເໜ່ຂອງໂລກ ໂດຍໂທດອັນຕໍ່າຊາມຂອງໂລກ ແລະໂດຍອຸບາຍເຄື່ອງອອກໄປຈາກໂລກ. ເບິ່ງໜ້າທີ ໖໙ ບັນທັດທີ ໑໗ ໄປ (ນັບຈາກບັນທັດເລກໜ້າ) (ທັງ ໒ ຫົວຂໍ້ເລື່ອງ) ແຫ່ງໜັງສືເຫຼັ້ມນີ້.

ອີກແຫ່ງໜຶ່ງ ຕຣັດວ່າ ເມື່ອທົງຊາບ ປັນຈຸປາທານະຂັນທ໌ ແຕ່ລະຢ່າງ ໂດຍຖານະ ໓ ຄື ໂດຍສະເໜ່ ໂດຍໂທດອັນຕໍ່າຊາມ ແລະໂດຍອຸບາຍເຄື່ອງອອກໄປ. ເບິ່ງໜ້າທີ ໘໒ ແລະ ໘໕ ແຫ່ງໜັງສືເຫຼັ້ມນີ້.

໑. ບາລີ ມຫາວາຣ. ສັງ. ໑໙/໕໓໐/໑໖໗໐. ຕຣັດແກ່ປັນຈະວັກຄີພິກຂຸ ທີ່ພາຣານະສີ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໐໕

ອີກແຫ່ງໜຶ່ງ ຕຣັດວ່າ ເມື່ອທົງຊາບ ທາດ ໔ ແຕ່ລະຢ່າງ ໂດຍຖານະ ໓ ຄື ໂດຍສະເໜ່ ໂດຍໂທດອັນຕໍ່າຊາມ ແລະໂດຍອຸບາຍເຄື່ອງອອກໄປ. - ນິທານ. ສັງ. ໑໖/໒໐໕/໔໐໗.

ອີກແຫ່ງໜຶ່ງ ຕຣັດວ່າ ເມື່ອທົງຊາບ ອາຍະຕະນະພາຍໃນ ໖ ແຕ່ລະຢ່າງ ໂດຍຖານະ ໓ ຄືໂດຍ ສະເໜ່ ໂດຍໂທດອັນຕໍ່າຊາມ ແລະໂດຍອຸບາຍເຄື່ອງອອກໄປ. - ສລາ. ສັງ. ໑໘/໑໑/໑໕.

ອີກແຫ່ງໜຶ່ງ ຕຣັດວ່າ ເມື່ອທົງຊາບ ອາຍະຕະນະພາຍນອກ ໖ ແຕ່ລະຢ່າງ ໂດຍຖານະ ໓ ເຊັ່ນດຽວກັບ ອາຍະຕະນະພາຍໃນ ໖ - ສລາ. ສັງ. ໑໘/໑໒/໑໖.

ອີກແຫ່ງໜຶ່ງ ຕຣັດວ່າ ເມື່ອທົງຊາບວ່າ ມີຍານທັດສະນະທີ່ເປັນໄປທັບຊຶ່ງເທວະດາ ມີປະຣິວັຕ ໘. ເບິ່ງໜ້າທີ ໙໔ ບັນທັດທີ ໖ ຈາກລຸ່ມ ແຫ່ງໜັງສືເຫຼັ້ມນີ້.

ອີກແຫ່ງໜຶ່ງ ຕຣັດວ່າ ເມື່ອທົງຊາບ ອິນຊີ (ອາຍະຕະນະພາຍໃນ) ໖ ແຕ່ລະຢ່າງ ໂດຍຖານະ ໕ ຄື ໂດຍການເກີດ-ຄວາມຕັ້ງຢູ່ບໍ່ໄດ້-ສະເໜ່ອັນຍົວະຍວນ-ໂທດອັນຕໍ່າຊາມ-ອຸບາຍເຄື່ອງອອກໄປ. - ມຫາວາຣ. ສັງ. ໑໙/໒໗໒/໙໐໖.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ