ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ໝາຍເຫດ : ຂໍໃຫ້ເບິ່ງຫົວຂໍ້ເລື່ອງວ່າ “ເຫດທີ່ເຮັດໃຫ້ພຣະນາມວ່າ “ຕະຖາຄົຕ” ໜ້າທີ ໑໙໘ ແລະ “ເລື່ອງທີ່ບໍ່ທົງພະຍາກອນ” ຈົນເຖິງ “ເລື່ອງທີ່ທົງພະຍາກອນ” ໜ້າທີ ໒໘໗-໓໐໓, ແຫ່ງໜັງສືເຫຼັ້ມນີ້, ປະກອບເລື່ອງນີ້ດ້ວຍ. - ຜູ້ລວບລວມ.

ໄວພົຈນ໌ແຫ່ງຄໍາວ່າ “ຕະຖາຄົຕ” ໑

ວາເສຕຖະ ທ. ! ກໍສັດທາຂອງຜູ້ໃດແລ ຕັ້ງໝັ້ນໃນຕະຖາຄົຕ ຝັງລົງຮາກແລ້ວດໍາຣົງຢູ່ໄດ້ໝັ້ນຄົງ ອັນສະມະນະຫຼືພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆ ໃນໂລກກໍຕາມ ບໍ່ຊັກຈູງໄປທາງອື່ນໄດ້, ຜູ້ນັ້ນຄວນຈະກ່າວໄດ້ດັ່ງນີ້ວ່າ : “ເຮົາເປັນບຸຕ ເປັນໂອຣົສ ເກີດຈາກປາກຂອງພຣະຜູ້ມີພຣະພາຄ ເກີດໂດຍທັມ ອັນທັມເນຣະມິຕ ເປັນທາຍາດແຫ່ງທັມ” ດັ່ງນີ້. ຂໍ້ນັ້ນເພາະເຫດໃດ ? ເພາະຄໍາວ່າ “ທັມມະກາຍ” ແດ່ “ພຣົມມະກາຍ” ແດ່ “ທັມມະພູຕ” ແດ່ “ພຣົມມະພູຕ” ແດ່ ນີ້ເປັນຄໍາສໍາລັບເອີ້ນແທນຊື່ຕະຖາຄົຕ ແລ.

(ອີກສູຕໜຶ່ງ໒)

ພິກຂຸ ທ. ! ຄໍາວ່າ “ສະມະນະ” ເປັນຄໍາແທນຊື່ຂອງຕະຖາຄົຕ ໆ

ພິກຂຸ ທ. ! ຄໍາວ່າ “ພຣາມ” ເປັນຄໍາແທນຊື່ຂອງຕະຖາຄົຕ ໆ

ພິກຂຸ ທ. ! ຄໍາວ່າ “ເວທະຄູ”໓ ເປັນຄໍາແທນຊື່ຂອງຕະຖາຄົຕ ໆ

ພິກຂຸ ທ. ! ຄໍາວ່າ “ພິສັກໂກ”໔ ເປັນຄໍາແທນຊື່ຂອງຕະຖາຄົຕ ໆ

໑. ບາລີ ປາ. ທີ. ໑໑/໙໑/໕໕. ຕຣັດແດ່ວາເສຕຖະ ສາມະນຸດເທສແລະພາຣະດະວາຊະສາມະເນຣ

ນະ ທີ່ບຸບພາຣາມ.

໒. ບາລີ ອັຕຖກ. ອັງ. ໒໓/໓໕໒/໑໙໒. ຕຣັດແກ່ພິກຂຸ ທ.

໓. ເວທະຄູ = ຜູ້ຈົບເວດ.

໔. ພິສັກໂກ = ໝໍຜ່າຕັດ.

໒໐໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພິກຂຸ ທ. ! ຄໍາວ່າ “ນິມມະໂລ” ເປັນຄໍາແທນຊື່ຂອງຕະຖາຄົຕ ໆ

ພິກຂຸ ທ. ! ຄໍາວ່າ “ວິມະໂລ” ເປັນຄໍາແທນຊື່ຂອງຕະຖາຄົຕ ໆ

ພິກຂຸ ທ. ! ຄໍາວ່າ “ຍານີ” ປັນຄໍາແທນຊື່ຂອງຕະຖາຄົຕ ໆ

ພິກຂຸ ທ. ! ຄໍາວ່າ “ວິມຸຕໂຕ” ເປັນຄໍາແທນຊື່ຂອງຕະຖາຄົຕ ໆ

ທົງປະຕິນຍາເປັນອະພິສັມພຸດທະ ເມື່ອທົງຄ່ອງແຄ່ວ

ໃນ ອະນຸປຸບພະວິຫາຣສະມາບັດ ໑

ອານົນທ໌ ! ຕະຫຼອດກາລພຽງໃດ ທີ່ເຮົາຍັງບໍ່ອາດເຂົ້າອອກຢ່າງຄ່ອງແຄ່ວ ຊຶ່ງອະນຸປຸບພະວິຫາຣສະມາບັດເກົ້າ໒ ທັງໂດຍອະນຸໂລມແລະປະຕິໂລມແລ້ວ, ຕະຫຼອດກາລພຽງນັ້ນ ເຮົາຍັງບໍ່ປະຕິຍານວ່າ ໄດ້ຕຣັສຮູ້ພ້ອມສະເພາະຊຶ່ງ ອະນຸດ ຕະຣະສັມມາສັມໂພທິຍານໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາແລະມະນຸສ.

ອານົນທ໌ ! ກໍແຕ່ວ່າໃນກາລໃດແລ ເຮົາໄດ້ເຂົ້າ-ໄດ້ອອກ ຢ່າງຄ່ອງແຄ່ວ ຊຶ່ງອະນຸປຸບພະວິຫາຣສະມາບັດເກົ້າ ທັງໂດຍອະນຸໂລມແລະປະຕິໂລມແລ້ວ, ໃນກາລນັ້ນ ເຮົາຈຶ່ງປະຕິຍານວ່າ ເປັນຜູ້ໄດ້ຕຣັສຮູ້ພ້ອມສະເພາະຊຶ່ງອະນຸດຕະຣະສັມມາສັມໂພທິຍານໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາແລະມະນຸສ. ອັນໜຶ່ງ ປັນຍາເຄື່ອງຮູ້ແລະປັນຍາເຄື່ອງເຫັນ ໄດ້ເກີດຂຶ້ນແລ້ວແກ່ເຮົາວ່າ “ຄວາມຫຼຸດພົ້ນແຫ່ງໃຈຂອງເຮົາ ບໍ່ກັບກໍາເລີບ ຊາດນີ້ເປັນຊາດສຸດທ້າຍ, ບັດນີ້ພົບໃໝ່ບໍ່ໄດ້ມີອີກຕໍ່ໄປ” ດັ່ງນີ້.

໑. ບາລີ ນວກ. ອັງ. ໒໓/໔໖໙/໒໔໕. ຕຣັດແກ່ພຣະອານົນທ໌.

໒. ອະນຸປຸບພະວິຫາຣເກົ້າ ມີອິຫຍັງແດ່ ຫາເບິ່ງໄດ້ຕອນທີ່ວ່າດ້ວຍ “ການທົງພະຍາຍາມໃນເນກຂັມມະຈິຕ

ແລະອະນຸປຸບພະວິຫາຣສະມາບັດ ກ່ອນຕຣັສຮູ້” ພາກ ໒ ໜ້າ ໑໐໓.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໒໐໓

ທົງປະຕິນຍາເປັນອະພິສັມພຸດທະ ເມື່ອທົງຊາບ

ປັນຈຸປາທານຂັນທ໌ໂດຍປະຣິວັຕສີ່ ໑

ພິກຂຸ ທ. ! ອຸປາທານຂັນທ໌ ທ. ມີຢູ່ ໕ ຢ່າງເຫຼົ່ານີ້. ຫ້າຢ່າງ ຄືອັນໃດໜໍ ? ຫ້າຢ່າງຄື ອຸປາທານຂັນທ໌ຄືຮູບ ອຸປາທານຂັນທ໌ຄືເວທະນາ ອຸປາທານຂັນທ໌ຄືສັນຍາ ອຸປາທານຂັນທ໌ຄືສັງຂາຣ ອຸປາທານຂັນທ໌ຄືວິນຍານ.

ພິກຂຸ ທ. ! ຕະຫຼອດກາລພຽງໃດ ທີ່ເຮົາຍັງບໍ່ຮູ້ພ້ອມສະເພາະຊຶ່ງອຸປາທານຂັນທ໌ທັງຫ້າເຫຼົ່ານີ້ ໂດຍປະຣິວັຕສີ່ ຕາມທີ່ເປັນຈິງ ; ຕະຫຼອດກາລພຽງນັ້ນ ເຮົາຍັງບໍ່ປະຕິຍານວ່າເປັນຜູ້ຕຣັສຮູ້ພ້ອມສະເພາະ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ເທວະດາແລະມະນຸສ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ