ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
ຂ້າແຕ່ພຣະອົງຄ໌ຜູ້ນິຣະທຸກຂ໌ ! ກໍສິ່ງອັນເປັນທີ່ຮັກແລະສິ່ງອັນບໍ່ເປັນທີ່ຮັກນັ້ນ ມີອັນໃດໜໍ ? ເປັນຕົ້ນເຫດ (ນິທານະ) ມີອັນໃດເປັນເຄື່ອງກໍ່ຂຶ້ນ (ສະມຸທະຢະ) ມີອັນໃດເປັນເຄື່ອງເຮັດໃຫ້ເກີດ (ຊາຕະກະ) ມີອັນໃດເປັນແດນເກີດ (ປະພະວະ) ? ເມື່ອອັນໃດມີຢູ່ ສິ່ງອັນເປັນທີ່ຮັກແລະສິ່ງອັນບໍ່ເປັນທີ່ຮັກຈຶ່ງມີ ? ເມື່ອອັນໃດບໍ່ມີຢູ່ ສິ່ງອັນເປັນທີ່ຮັກແລະສິ່ງອັນບໍ່ເປັນທີ່ຮັກ ຈຶ່ງບໍ່ມີ ຂ້ານ້ອຍ ?
ຈອມເທບ ! ສິ່ງອັນເປັນທີ່ຮັກແລະສິ່ງອັນບໍ່ເປັນທີ່ຮັກ ມີສັນທະ (ຄວາມພໍໃຈ) ເປັນຕົ້ນເຫດ ມີສັນທະ ເປັນເຄື່ອງກໍ່ຂຶ້ນ ມີສັນທະ ເປັນເຄື່ອງເຮັດໃຫ້ເກີດ ມີສັນທະ ເປັນແດນເກີດ ເມື່ອສັນທະມີຢູ່ ສິ່ງອັນເປັນທີ່ຮັກແລະສິ່ງອັນບໍ່ເປັນທີ່ຮັກ ຈຶ່ງມີ ເມື່ອສັນທະບໍ່ມີຢູ່ ສິ່ງອັນເປັນທີ່ຮັກແລະສິ່ງອັນບໍ່ເປັນທີ່ຮັກ ຈຶ່ງບໍ່ມີ.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ບົດທີ ໔໒
ເຫດໃຫ້ອາຍຸສັ້ນແລະອາຍຸຍືນ
ສະບັບຫລວງ ໒໒/໑໓໑/໑໒໖
໑. ເຫດໃຫ້ອາຍຸສັ້ນ
ພິກຂຸທັງຫລາຍ ! ທັມ ໕ ປະການນີ້ແລ ເປັນເຫດໃຫ້ອາຍຸສັ້ນ : ໕ ປະການເປັນແນວໃດໜໍ ? ໕ ປະການຄື :-
໑. ເປັນຜູ້ບໍ່ສ້າງຄວາມສະບາຍແກ່ຕົນເອງ
໒. ບໍ່ຮູ້ຈັກປະມານໃນສິ່ງທີ່ສະບາຍ
໓. ບໍຣິໂພກສິ່ງທີ່ຍ່ອຍຍາກ
໔. ເປັນຄົນທຸສີລ
໕. ເປັນຜູ້ມີມິດຊົ່ວ (ຄົບຄົນຊົ່ວເປັນມິດ)
ພິກຂຸທັງຫລາຍ ! ທັມ ໕ ປະການນີ້ແລ ເປັນເຫດໃຫ້ອາຍຸສັ້ນ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
໒. ເຫດໃຫ້ອາຍຸຍືນ
ພິກຂຸທັງຫລາຍ ! ທັມ ໕ ປະການນີ້ແລ ເປັນເຫດໃຫ້ອາຍຸຍືນ : ໕ ປະການນັ້ນເປັນແນວໃດໜໍ ? ໕ ປະການຄື :-
໑. ເປັນຜູ້ສ້າງຄວາມສະບາຍແກ່ຕົນເອງ
໒. ຮູ້ຈັກປະມານໃນສິ່ງທີ່ສະບາຍ
໓. ບໍຣິໂພກສິ່ງທີ່ຍ່ອຍງ່າຍ
໔. ເປັນຄົນມີສີລ
໕. ເປັນຜູ້ມີມິດດີ
ພິກຂຸທັງຫລາຍ ! ທັມ ໕ ປະການນີ້ແລ ເປັນເຫດໃຫ້ອາຍຸຍືນ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໔໓
ມະນຸດຜີ
ສະບັບຫລວງ ໒໑/໗໔/໕໓.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ການຢູ່ຮ່ວມກັນ ໔ ປະການນີ້ ໔ ປະການ ເປັນແນວໃດໜໍ ? ຄື :-
໑. ຊາຍຜີຢູ່ຮ່ວມກັບຍິງຜີ
(ສະໂວ ສະວາຢະ ສັດທິງ ສັງວະສະຕິ)
໒. ຊາຍຜີຢູ່ຮ່ວມກັບຍິງເທວະດາ
(ສະໂວ ເທວິຢາ ສັດທິງ ສັງວະສະຕິ)
໓. ຊາຍເທວະດາຢູ່ຮ່ວມກັບຍິງຜີ
(ເທໂວ ສະວະຢະ ສັດທິງ ສັງວະສະຕິ)
໔. ຊາຍເທວະດາຢູ່ຮ່ວມກັບຍິງເທວະດາ
(ເທໂວ ເທວິຢາ ສັດທິງ ສັງວະສະຕິ)
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ກໍຊາຍຜີຢູ່ຮ່ວມກັບຍິງຜີນັ້ນ ເປັນແນວໃດໜໍ ?
ສາມີໃນໂລກນີ້ເປັນຜູ້ມັກຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນທຸສີລ ມີບາບທັມ ມີໃຈອັນມົນທິນ
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ຄືຄວາມຂີ້ຖີ່ຄອບງໍາ ດ່າແລະເຍາະເຍີ້ຍສະມະນະ ພຣາມ ຢູ່ຄອງເຮືອນ ແມ່ນວ່າພັນຣະຍາຂອງເຂົາ ກໍເປັນຜູ້ມັກຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນທຸສີລ ມີບາບທັມ ມີໃຈອັນມົນທິນຄືຄວາມຂີ້ຖີ່ຄອບງໍາ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ຊາຍຜີຢູ່ຮ່ວມກັບຍິງຜີ ເປັນເຊັ່ນນີ້ແລ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ກໍຊາຍຜີຢູ່ຮ່ວມກັບຍິງເທວະດານັ້ນ ເປັນແນວໃດໜໍ ?
ສາມີໃນໂລກນີ້ເປັນຜູ້ມັກຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ເປັນຄົນທຸສີລ ມີບາບທັມ ມີໃຈອັນມົນທິນຄືຄວາມຂີ້ຖີ່ຄອບງໍາ ດ່າແລະເຍາະເຍີ້ຍສະມະນະ ພຣາມ ຢູ່ຄອງເຮືອນ ; ສ່ວນພັນຣະຍາຂອງເຂົາ ເປັນຜູ້ງົດເວັ້ນ ຈາກການຂ້າສັດ ຈາກການລັກຊັບ ຈາກການປະພຶດຜິດໃນກາມ ຈາກການເວົ້າຕົວະ ຈາກການດື່ມນໍ້າເມົາຄືສຸຣາແລະເມຣັຍ ອັນເປັນທີ່ຕັ້ງຂອງຄວາມປະມາດ ມີສີລ ມີກັນລະຍານະທັມ
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ ! ຊາຍຜີຢູ່ຮ່ວມກັບຍິງເທວະດາ ເປັນເຊັ່ນນີ້ແລ.








