ປຶ້ມຄູ່ມືຄຸນນະທັມ
ໜ້າ/ 51
໑. ຫ້າມກັນຈາກຄວາມຊົ່ວ
໒. ແນະນໍາໃຫ້ຕັ້ງຢູ່ໃນຄວາມດີ
໓. ໃຫ້ໄດ້ຟັງໃນສິ່ງທີ່ບໍ່ເຄີຍໄດ້ຟັງ
໔. ບອກທາງສະຫວັນໃຫ້
ດູຣາຄະຫະບໍດີບຸຕ ! ມິຕແນະນໍາປະໂຫຍດ ທ່ານຈົ່ງຮູ້ເຖີ້ນວ່າ ເປັນມິຕແທ້ ໂດຍຖານະ ໔ ປະການເຫລົ່ານີ້ແລ.
ດູຣາຄະຫະບໍດີບຸຕ ! ມິຕທີ່ມີຄວາມຮັກໃຄ່ ທ່ານຈົ່ງຮູ້ເຖີ້ນວ່າ ເປັນມິຕແທ້ ໂດຍຖານະ ໔ ປະການຄື :-
໑. ບໍ່ຍິນດີກັບຄວາມເສື່ອມຂອງເພື່ອນ
໒. ຍິນດີກັບຄວາມຈະເຣີນຂອງເພື່ອນ
໓. ຫ້າມກັນຄົນທີ່ກ່າວຕິຕຽນເພື່ອນ
໔. ສັນລະເສີນຄົນທີ່ສັນລະເສີນເພື່ອນ
ດູຣາຄະຫະບໍດີບຸຕ ! ມິຕທີ່ມີຄວາມຮັັກໃຄ່ ທ່ານຈົ່ງຮູ້ເຖີ້ນວ່າ ເປັນມິຕແທ້ ໂດຍຖານະ ໔ ປະການ ເຫລົ່ານີ້ແລ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບັນດິຕຮູ້ແຈ້ງມິຕ ໔ ຈໍາພວກເຫລົ່ານີ້ຄື : ມິຕທີ່ມີອຸປະກາຣະ; ມິຕຮ່ວມສຸຂຮ່ວມທຸກຂ໌; ມິຕແນະນໍາປະໂຫຍດ ; ມິຕທີ່ມີຄວາມຮັກໃຄ່, ວ່າເປັນມິຕແທ້ ດັ່ງນີ້ແລ້ວ ກໍເຂົ້າໄປນັ່ງໃກ້ໂດຍຄົບລົບ ເໝືອນມານດາກັບບຸຕເຊັ່ນນັ້ນ.
ບັນດິຕຜູ້ສົມບູນດ້ວຍສີລ ຍ່ອມຮຸ່ງເຮືອງ ສ່ອງສະຫວ່າງເໝືອນໄຟ ເມື່ອບຸກຄົນຮັກສາໂພຄະຊັບສົມບັດຢູ່ ເໝືອນແມງເຜິ້ງກໍ່ຂະຫຍາຍຮັງ, ໂພຄະຊັບສົມບັຕ ຍ່ອມເຖິງຊຶ່ງການສັ່ງສົມ ເໝືອນຈອມປວກທີ່ໂຕປວກກໍ່ຂຶ້ນ ເຊັ່ນນັ້ນ.
ຄະລືຫັດໃນຕະກຸນຜູ້ສາມາດ ສັ່ງສົມໂພຄະສົມບັຕດັ່ງນີ້ແລ້ວ ຍ່ອມແບ່ງໂພຄະຊັບສົມບັດອອກເປັນ ໔ ສ່ວນ ເຂົາຍ່ອມສະໝານມິຕ (ເຮັດໃຫ້ຕິດກັນ, ເຮັດໃຫ້ຈອດກັນ) ໄວ້ໄດ້, ຍ່ອມໃຊ້ສອຍໂພຄະຊັບສົມບັດດ້ວຍສ່ວນໜຶ່ງ, ຍ່ອມປະກອບການງານສອງສ່ວນ, ແລະກໍເກັບຮັກສາສ່ວນທີສີ່ເອົາໄວ້ ໂດຍໝາຍວ່າຈະເກັບໄວ້ໃນຍາມມີອັນຕະລາຍ ດັ່ງນີ້.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ
ບົດທີ ໔໑
ເຫດປັດຈັຍແຫ່ງການບຽດບຽນ
ສະບັບຫວລງ ໑໐/໓໑໐-໓໑໒/໒໕໕-໒໒໖
ຂ້າແຕ່ພຣະອົງຄ໌ຜູ້ນິຣະທຸກຂ໌ ! ອັນໃດໜໍເປັນເຄື່ອງຜູກພັນເທວະດາ ມະນຸດ ອະສູນ ນາຄະ ຄົນທັນທັງຫລາຍ ອັນມີຢູ່ເປັນໝູ່ໆ ຊຶ່ງແຕ່ລະໝູ່ ປາຖະໜາກັນຢູ່ວ່າ ເຮົາຈະເປັນຜູ້ບໍ່ມີເວນ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນ ແຕ່ແລ້ວກໍບໍ່ສາມາດ ທີ່ຈະເປັນຜູ້ຢູ່ຢ່າງບໍ່ມີເວນ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນໄດ້ ຂ້ານ້ອຍ ?
ຈອມເທບ ! ຄວາມອິດສາ ແລະຄວາມຂີ້ຖີ່ (ມັດສະຣິຢະ) ນັ້ນແລ ເປັນເຄື່ອງຜູກພັນເທວະດາ ມະນຸດ ອະສູນ ນາຄະ ຄົນທັນທັງຫລາຍ ອັນມີຢູ່ເປັນໝູ່ໆ ຊຶ່ງແຕ່ລະໝູ່ ປາຖະໜາກັນຢູ່ວ່າ ເຮົາຈະເປັນຜູ້ບໍ່ມີເວນ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນ ແຕ່ແລ້ວກໍບໍ່ສາມາດ ທີ່ຈະເປັນຜູ້ຢູ່ຢ່າງບໍ່ມີເວນ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນໄດ້.
ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ
ຂ້າແຕ່ພຣະອົງຄ໌ຜູ້ນິຣະທຸກຂ໌ ! ຄວາມອິດສາແລະຄວາມຂີ້ຖີ່ນັ້ນ ມີອັນໃດໜໍ ? ເປັນຕົ້ນເຫດ (ນິທານະ) ມີອັນໃດເປັນເຄື່ອງກໍ່ຂຶ້ນ (ສະມຸທະຢະ) ມີອັນໃດເປັນເຄື່ອງເຮັດໃຫ້ເກີດ (ຊາຕະກະ) ມີອັນໃດເປັນແດນເກີດ (ປະພະວະ) ? ເມື່ອອັນໃດມີຢູ່ ຄວາມອິດສາແລະຄວາມຂີ້ຖີ່ຈຶ່ງມີ ? ເມື່ອອັນໃດບໍ່ມີຢູ່ ຄວາມອິດສາແລະຄວາມຂີ້ຖີ່ ຈຶ່ງບໍ່ມີ ຂ້ານ້ອຍ ?
ຈອມເທບ ! ຄວາມອິດສາ ແລະຄວາມຂີ້ຖີ່ນັ້ນ ມີສິ່ງອັນເປັນທີ່ຮັກ ແລະສິ່ງອັນບໍ່ເປັນທີ່ຮັກນັ້ນແລ ເປັນຕົ້ນເຫດ ມີສິ່ງອັນເປັນທີ່ຮັກ ແລະສິ່ງອັນບໍ່ເປັນທີ່ຮັກນັ້ນແລ ເປັນເຄື່ອງກໍ່ຂຶ້ນ ມີສິ່ງອັນເປັນທີ່ຮັກ ແລະສິ່ງອັນບໍ່ເປັນທີ່ຮັກນັ້ນແລ ເປັນເຄື່ອງເຮັດໃຫ້ເກີດ ມີສິ່ງອັນເປັນທີ່ຮັກ ແລະສິ່ງອັນບໍ່ເປັນທີ່ຮັກນັ້ນແລ ເປັນແດນເກີດ ເມື່ອສິ່ງອັນເປັນທີ່ຮັກ ແລະສິ່ງອັນບໍ່ເປັນທີ່ຮັກມີຢູ່ ຄວາມອິດສາແລະຄວາມຂີ້ຖີ່ ຈຶ່ງມີ ; ເມື່ອສິ່ງອັນເປັນທີ່ຮັກ ແລະສິ່ງອັນບໍ່ເປັນທີ່ຮັກບໍ່ມີຢູ່ ຄວາມອິດສາແລະຄວາມຂີ້ຖີ່ ຈຶ່ງບໍ່ມີ.
ຄູ່ມືຄຸນນະທັມສໍາລັບເຍົາວະຊົນ








