ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ພິກຂຸທັງຫລາຍ ! ສັຕເຫລົ່າໃດປະພຶດຊອບດ້ວຍກາຍປະພຶດຊອບດ້ວຍວາ ປະພຶດຊອບດ້ວຍໃຈ ໃນເວລາເຊົ້າ ເວລາເຊົ້າ ເວລາເຊົ້າກໍເປັນເວລາເຊົ້າທີ່ດີ ຂອງສັຕເຫລົ່ານັ້ນ;

ພິກຂຸທັງຫລາຍ ! ສັຕເຫລົ່າໃດປະພຶດຊອບດ້ວຍກາຍ ປະພຶດດ້ວຍວາຈາ ປະພຶດຊອບດ້ວຍໃຈ ໃນເວລາທ່ຽງ ເວລາທ່ຽງນັ້ນກໍເປັນເວລາທ່ຽງທີ່ດີ ຂອງສັຕເຫລົ່ານັ້ນ;

ພິກຂຸທັງຫລາຍ ! ສັຕເຫລົ່າປະພຶດຊອບດ້ວຍກາຍ ປະພຶດຊອບດ້ວຍວາຈາ ປະພຶດດ້ວຍຊອບດ້ວຍໃຈ ໃນເວລາຄໍ່າ ເວລາຄໍ່ານັ້ນ ກໍເປັນເວລາຄໍ່າທີ່ດີ ຂອງສັຕເຫລົ່ານັ້ນ;

ສັຕທັງຫລາຍປະພຶດຊອບໃນເວລາໃດ ເວລານັ້ນຊື່ວ່າເປັນລືກດີ ມຸງຄຸນດີ ສະຫວ່າງດີ ຮຸ່ງເຮືອງດີ ຂະນະດີ ຍາມດີ ແລະບູຊາດີໃນພຣົມມະຈາຣີບຸກຄົນທັງຫລາຍ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ກາຍະກັມເປັນສ່ວນເບື້ອງຂວາ ຄວາມປາຖະໜາຂອງທ່ານເປັນສ່ວນເບື້ອງຂວາ ສັຕທັງຫລາຍເຮັດກັມອັນເປັນສ່ວນເບື້ອງຂວາເເລ້ວ ຍ່ອມໄດ້ປະໂຫຍດອັນເປັນສ່ວນເບື້ອງຂວາ ທ່ານເຫລົ່ານັ້ນໄດ້ປະໂຫຍດແລ້ວ ຍ່ອມໄດ້ຮັບຄວາມສຸຂ ຍ່ອມງອກງາມໃນພຸດສາສນາ ຍ່ອມບໍ່ມີໂຣຄາ ເຖິງຄວາມສຸຂພ້ອມດ້ວຍຍາຕທັງມວນ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໓໙

ພຸດທະສາສະໜາຊົງສອນຫລັກແຫ່ງຄວາມປະພຶດ

ອັນເປັນມຸງຄຸນໄວ້ແນວໃດ ?

ສະບັບຫລວງ ໒໕/໒໘໘-໒໘໙/໓໑໗-໓໑໘

ຂ້າພຣະເຈົ້າສະດັບມາແລ້ວຢ່າງນີ້ ສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າປະທັບຢູ່ ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພະນະຄອນສາວັດຖີ ຄັ້ງນັ້ນແລ ເທວດາຕົນໜຶ່ງ ເມື່ຶອປະຖົມມະຍາມຜ່ານໄປ ມີຣັສໝີອັນງົດງາມຢ່າງຍິ່ງ ສ່ອງພຣະວິຫານເຊຕະວັນ ໃຫ້ສະຫວ່າງແຈ້ງ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖວາຍອະພິວາດ ແລ້ວຢືນ ນະ ທີ່ຄວນສ່ວນເບື້ອງໜຶ່ງ ຄັນແລ້ວໄດ້ຂາບທູນພຣະຜູ້ມີພຣະພາກ ດ້ວຍຄາຖາວ່າ : ເທວະດາແລະມະນຸດທັງຫລາຍ ຜູ້ຫວັງຄວາມສະຫວັດດີ ໄດ້ພາກັນຄິດເຖິງເລື່ອງມຸງຄຸນທັງຫລາຍ ຂໍພຣະອົງຄ໌ໄດ້ໂຜດ ຕຣັດອຸດົມມຸງຄຸນເຖີ້ນ.

ພຣະຜູ້ພຣະພາກເຈົ້າ ຕຣັດຕອບດ້ວຍຄາຖາວ່າ :

ການບໍ່ຄົບຄົນພານ ໑

ການຄົບບັນດິຕ ໑

ການບູຊາບຸກຄົນທີ່ຄວນບູຊາ ໑

ນີ້ເປັນອຸດົມມຸງຄຸນ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ການຢູ່ໃນປະເທດອັນສົມຄວນ ໑

ຄວາມເປັນຜູ້ມີບຸນອັນສ້າງໄວ້ແລ້ວໃນແຕ່ກ່ອນ

ການຕັ້ງຕົນໄວ້ຖືກຕ້ອງ ໑

ນີ້ເປັນອຸດົມມຸງຄຸນ.

ຄວາມເປັນຜູ້ໄດ້ຍິນໄດ້ຟັງຫລາຍ ໑

ຄວາມມີສິລະປະດີ ໑

ວິນັຍທີ່ສຶກສາດີແລ້ວ ໑

ວາຈາທີ່ເປັນສຸພາສິດ ໑

ນີ້ເປັນອຸດົມມຸງຄຸນ.

ການບໍາລຸງລ້ຽງມານດາ ບິດາ ໑

ການສົງເຄາະບຸດເເລະພັນລະຍາ ໑

ການງານອັນບໍ່ຄ້າງຄາສັບສົນ ໑

ນີ້ເປັນອຸດົມມຸງຄຸນ.

ການບໍາເພັນທານ ໑

ການປະພຶດທັມ ໑

ການສົງເຄາະຍາດ ໑

ການເຮັດການງານອັນບໍ່ມີໂທດ ໑

ນີ້ເປັນອຸດົມມຸງຄຸນ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ການງົດເວັ້ນຈາກບາບ ໑

ການງົດເວັ້ນຈາກການດື່ມນໍ້າເມົາ ໑

ຄວາມບໍ່ປະມາດໃນທັມທັງຫລາຍ ໑

ນີ້ເປັນອຸດົມມຸງຄຸນ.

ຄວາມເຄົາຣົບ ໑

ຄວາມອ່ອນນ້ອມຖ່ອມຕົນ ໑

ຄວາມສັນໂດດ ໑

ຄວາມກະຕັນຍູ ໑

ການຟັງທັມຕາມກາລະ ໑

ນີ້ເປັນອຸດົມມຸງຄຸນ.

ຄວາມອົດທົນ ໑

ຄວາມເປັນຜູ້ວ່າງ່າຍສອນງ່າຍ ໑

ການໄດ້ເຫັນສະມະນະທັງຫລາຍ ໑

ການສົນທະນາທັມຕາມກາລະ ໑

ນີ້ເປັນອຸດົມມຸງຄຸນ.

ຄວາມພຽນ ໑

ຄວາມປະພຶດພຣົມມະຈັນ ໑

ການເຫັນອະຣິຍະສັຈ ໑

ການເຮັດນິບພານໃຫ້ແຈ້ງ ໑

ນີ້ເປັນອຸດົມມຸງຄຸນ.

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ຈິຕຂອງຜູ້ໃດອັນໂລກະທັມທັງຫລາຍຖືກຕ້ອງແລ້ວ ຍ່ອມບໍ່ຫວັ່ນໄຫວ ບໍ່ເສົ້າໂສກ ປາສະຈາກທຸລີ ເປັນຈິຕອັນກະເສມ ນີ້ເປັນອຸດົມມຸງຄຸນ.

ເທວະດາແລະມະນຸດທັງຫລາຍ ບໍາເພັນມຸງຄຸນເຊັ່ນນີ້ແລ້ວ ຍ່ອມເປັນຜູ້ບໍ່ຖືກຜາບແພ້ຕໍ່ຂ້າເສິກທຸກໝູ່ພວກ ຍ່ອມເຖິງຄວາມສະຫວັດດີໃນທີ່ທຸກສະຖານ ນີ້ເປັນມຸງຄຸນອັນສູງສຸດ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໔໐

ຫລັກໃນການຄົບຫາສະມາຄົມກັນໃນສັງຄົມ

(ໝູ່ເພື່ອນ).

ສະບັບຫລວງ ໑໑/໑໔໒-໑໔໔/໑໙໑-໑໙໗

໑. ມິຕຊົ່ວ

ດູຣາຄະຫະບໍດີບຸດ ! ບຸກຄົນ ໔ ຈໍາພວກເຫລົ່ານີ້ຄື :-

໑. ຄົນນໍາເອົາສິ່ງຂອງໆໝູ່ເພື່ອນໄປຝ່າຍດຽວ (ຄົນຫວັງ

ແຕ່ໄດ້ຢ່າງດຽວ)

໒. ຄົນດີແຕ່ເວົ້າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ