ຄຳສອນພຸດທະ - ໜ້າຈໍໂຫລດ

ປຶ້ມຄູ່ມືຄຸນນະທັມ

ໜ້າ/ 51

ພິກຂຸທັງຫລາຍ ! ໂລກະທັມ ໘ ປະການນີ້ແລ ຍ່ອມໝູນໄປຕາມໂລກ ແລະ ໂລກກໍໝູນໄປຕາມໂລກກະທັມ ໘ ປະການນີ້.

ພິກຂຸທັງຫລາຍ ! ລາບກໍດີ, ຄວາມເສື່ອມລາບກໍດີ, ຍົສກໍດີ, ຄວາມເສື່ອມຍົສກໍດີ, ນິນທາກໍດີ, ສັນລະເສີນກໍດີ,ສຸຂກໍດີ, ທຸກຂ໌ກໍດີ ຍ່ອມເກີດຂຶ້ນກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ແລະ ຍ່ອມເກີດຂຶ້ນກັບອະຣິຍະສາວົກຜູ້ໄດ້ສະດັບ;

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ພິກຂຸທັງຫລາຍ ! ອັນໃດເປັນຄວາມຜິດແປກແຕກຕ່າງກັນ ລະຫ່ວາງອະຣິຍະສາວົກທີ່ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມຂອງພວກຂະນ້ອຍທັງຫລາຍ ມີພຣະຜູ້ມີພຣະພາກເປັນມູນ ມີພຣະຜູ້ມີພຣະພາກເປັນຜູ້ນໍາ ມີພຣະຜູ້ມີພຣະພາກເປັນທີ່ເພິ່ງອາໄສ; ຂ້າແຕ່ພຣະອົງຄ໌ຈະເຣີນ ຂໍປະທານໂອກາດ ຂໍເນື້ອຄວາມແຫ່ງພາສິຕນີ້ ຈົ່ງແຈ່ມແຈ້ງຈາກພຣະຜູ້ມີພຣະພາກເຈົ້າເຖີ້ນ ພິກຂຸທັງຫລາຍໄດ້ສະດັບ ຕໍ່ພຣະຜູ້ມີພຣະພາກແລ້ວ ຈັກຊົງຈໍາໄວ້.

ພິກຂຸທັງຫລາຍ ! ຖ້າເຊັ່ນນັ້ນ ເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈະກ່າວ.

ພິກຂຸທັງຫລາຍ ! ລາບທີ່ເກີດຂຶ້ນກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ເຂົາຍ່ອມບໍ່ຮູ້ແຈ່ມແຈ້ງຕາມຄວາມເປັນຈິງວ່າ : ລາບນີ້ເກີດຂຶ້ນແລ້ວແກ່ເຮົາແຕ່ວ່າ ລາບນັ້ນກໍບໍ່ເປັນຂອງທ່ຽງ ເປັນທຸກຂ໌໌ ມີຄວາມປ່ຽນແປງເປັນທໍາມະດາ, ຄວາມເສື່ອມລາບ...ຍົສ...ຄວມເສື່ອມຍົສ...ນິນທາ...ສັນລະເສີນ...ສຸຂ...ທຸກຂ໌໌ທີ່ເກີດຂຶ້ນກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ເຂົາຍ່ອມບໍ່ຮູ້ແຈ່ມແຈ້ງຕາມຄວາມເປັນຈິງວ່າ : ທຸກ໌໌ນີ້ເກີດຂຶ້ນແລ້ວແກ່ເຮົາ ແຕ່ວ່າທຸກຂ໌໌ນັ້ນ

ຄໍາສັ່ງສອນຂອງພຣະຕະຖາຄົດເຈົ້າ

ກໍເປັນຂອງບໍ່ທ່ຽງ ເປັນທຸກຂ໌໌ ມີຄວາມປ່ຽນແປງເປັນທໍາມະດາ ລາບຍ່ອມຄອບງໍາຈິຕຂອງເຂົາໄດ້ ຄວາມເສື່ອມລາບ...ຍົສ...ຄວາມເສື່ອມຍົສ...ນິນທາ...ສັນລະເສີນ...ສຸຂ...ທຸກຂ໌໌ ຍ່ອມຄອບງໍາຈິຕຂອງເຂົາໄດ້ ເຂົາຍ່ອມຍິນດີໃນລາບທີ່ເກີດຂຶ້ນ,ຍ່ອມຍິນຮ້າຍໃນຄວາມເສື່ອມລາບ ; ຍ່ອມຍິນດີໃນຍົສທີ່ເກີດຂຶ້ນ ຍ່ອມຍິນຮ້າຍໃນຄວາມເສື່ອມຍົສ ; ຍ່ອມຍິນດີໃນສັນລະ ເສີນທີ່ເກີດຂຶ້ນ ຍ່ອມຍິນຮ້າຍໃນນິນທາ ; ຍ່ອມຍິນດີໃນສຸຂທີ່ເກີດຂຶ້ນ ຍ່ອມຍິນຮ້າຍໃນທຸກຂ໌໌; ເຂົາປະກອບດ້ວຍຄວາມຍິນດີຍິນຮ້າຍເຊັ່ນນີ້ ຍ່ອມບໍ່ພົ້ນໄປຈາກຊາຕ ຊະຣາມະຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສສະແລະອຸປະຍາສະ ເຮົາກ່າວວ່າ : ຍ່ອມບໍ່ພົ້ນໄປຈາກທຸກຂ໌໌ໄດ້.

ພິກຂຸທັງຫລາຍ ! ລາບຍ່ອມເກີດຂຶ້ນກັບອະຣິຍະສາວົກຜູ້ໄດ້ສະດັບ ອະຣິຍະສາວົກນັ້ນ ຍ່ອມແຈ່ມແຈ້ງຕາມຄວາມເປັນຈິງວ່າ : ລາບເກີດຂຶ້ນແລວເເກ່ເຮົາ ກໍແຕ່ວ່າ ລາບບໍ່ທ່ຽງ ເປັນທຸກຂ໌໌ ມີຄວາມປ່ຽງແປງເປັນທໍາມະດາ,ຄວາມເສື່ອມລາບ...ຍົສ...ຄວາມເສື່ອມຍົສ...ນິນທາ...ສັນລະ ເສີນ...ສຸຂ...ທຸກຂ໌໌ ຍ່ອມເກີດຂື້ນກັບອະຣິຍະສາວົກຜູ້ໄດ້ສະດັບ ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ່ມແຈ້ງຕາມຄວາມເປັນຈິງວ່າ : ທຸກຂ໌໌ເກີດຂຶ້ນແລ້ວແກ່ເຮົາ ກໍເເຕ່ວ່າທຸກຂ໌໌ນັ້ນບໍ່ທ່ຽງ

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ເປັນທຸກຂ໌໌ ມີຄວາມປ່ຽນແປງເປັນທໍາມະດາ (ເພາະສະນັ້ນ) ລາບຈຶ່ງຄອບງໍາຈິຕຂອງເຂົາບໍ່ໄດ້, ຄວາມເສື່ອມລາບ...ຍົສ...ຄວາມເສື່ອມຍົສ...ນິນທາ...ສັນລະເສີນ...ສຸຂ...ທຸກຂ໌໌ຈຶ່ງຄອບງຳຈິຕຂອງທ່ານບໍ່ໄດ້ທ່ານຍ່ອມບໍ່ດີໃນລາບທີ່ເກີດຂຶ້ນ ຍ່ອມບໍ່ຍິນຮ້າຍໃນຄວາມເສື່ອມລາບ ; ຍ່ອມບໍ່ຍິນດີໃນລາບທີ່ເກີດຂຶ້ນ ຍ່ອມບໍ່ຍິນຮ້າຍໃນຄວາມເສື່ອມຍົສ; ຍ່ອມບໍ່ຍິນດີໃນສັນລະເສີນທີ່ເກີດຂຶ້ນ ຍ່ອມບໍ່ຍິນຮ້າຍໃນນິນທາ; ຍ່ອມບໍ່ຍິນດີໃນສຸຂ ທີ່ເກີດຂຶ້ນ ຍ່ອມບໍ່ຍິນຮ້າຍໃນທຸກຂ໌໌ ; ທ່ານລະຄວາມຍິນດີຍິນຮ້າຍໄດ້ເດັດຂາດແລວເຊັ່ນນີ້ ຍ່ອມພົ້ນຈາກຊາຕ ຊະຣາ ມະຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສສະ ອຸປາຍາສະ ເຮົາກ່າວວ່າ : ຍ່ອມພົ້ນໄປຈາກທຸກຂ໌໌ໄດ້.

ພິກຂຸທັງຫລາຍ ! ນີ້ແລ ຄວາມຜິດແປກແຕກຕ່າງກັນລະຫວ່າງອະຣິຍະສາວົກທີ່ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ.

ຄູ່ມືຄຸນນະທັມສໍາລັບເຍົາວະຊົນ

ບົດທີ ໓໘

ລືກດີ ຍາມດີ ຕາມວິຖີພຸດ

ສະບັບຫລວງ ໒໕/໒໘໕-໒໘໖/໕໙໕

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ